ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Thailand Comfirms Support for Fourth Lao-Thai Bridge on the Mekong


ໄທຢືນຢັນຈະຊ່ວຍລາວ ສ້າງຂົວມິດຕະພາບ ແຫ່ງທີ 4

ທາງ​ການ​ກະຊວງການຄັງ​ຂອງ​ໄທ ລາຍ​ງານ​ວ່າ ​ໄດ້​ມີການຈັດ​ສັນ​ງົບປະມານ​ສຳລັບ​ໃຫ້ການ​ສະໜັບ ສະໜູນ​ໂຄງການ​ກໍ່ສ້າງ​ຂົວ​ມິດຕະພາບ​ ລາວ​ໄທແຫ່ງທີ່​ສີ່ ທີ່ເຊື່ອມຕໍ່​ເມືອງຫ້ວຍ​ຊາຍ​ ໃນແຂວງ​ບໍ່​ແກ້ວ ອຳ​ເພີຊຽງຄໍ້ ​ໃນ​ຈັງຫວັດ​ຊຽງລາ​ຍ ທາງ​ພາກ​ເໜືອຂອງ​ປະ​ເທດ​ໄທ​ ໄວ້ເປັນ​ການ​ຮຽບຮ້ອຍ​ແລ້ວ​ ໃນ​ຂະນະ​ນີ້ ຊຶ່ງ​ມັນຈະເຮັດ​ໃຫ້ການ​ລົງມື​ກໍ່ສ້າງ​ຂົວ​ດັ່ງກ່າວ ສາມາດ​ດຳ​ເນີນການ​ໄດ້​ຢ່າງ​ເປັນ​ຮູບ​ປະທຳ ນັບ​ຈາກ​ທ້າຍ​ປີ 2009 ນີ້ ​ເປັນຕົ້ນ​ໄປ ພາຍໃຕ້​ເປົ້າ ໝາຍ​ເພື່ອ​ດຳ​ເນີນ​ການກໍ່ສ້າງ​ໃຫ້​ແລ້ວ​ເສັດ ​ແລະ ​ເປີດ​ໃຊ້​ໃຫ້​ໄດ້ ພາຍ​ໃນ​ປີ 2012 ​ເປັນ​ຢ່າງ​ຊ້າ. ​ ຂົວ​ຂ້າມ​ແມ່ນ​ນ້ຳຂອງດັ່ງກ່າວຈະ​ໃຊ້​ງົບປະມານສຳລັບ​ກໍ່ສ້າງ​ໃນ​ມູນ​ຄ່າ​ລວມ​ເຖິງ 1.300 ລ້ານ​ບາດ ຊຶ່ງ​ກໍ​ຈະ​ເປັນ​ການ​ອອກທຶນ​ຮ່ວມກັນ​ລະຫວ່າ​ງ ລັດຖະບານ​ໄທ ກັບ​ລັດຖະບານ​ຈີນ​ຝ່າຍລະ​ເຄິ່ງ ​ໃນ​ຂະນະ​ທີ່​ທາງ​ການ​ລາວ​ນັ້ນ ກໍ​ຈະ​ເປັນ​ຝ່າຍ​ອຳນວຍ​ຄວາມສະດວກ​ໃນ​ການ​ຂົນ​ສົ່ງວັດ​ສະ​ດຸອຸປະກອນ​ໃນ​ການກໍ່ສ້າງ​ຈາກ​ໄທ​ໄປ​ໃນ​ປະ​ເທດ​ລາວ ​ໃນ​ຕະຫລອດ​ໄລຍະຂອງ​ການ​ດຳ​ເນີນ​ງານ​ກໍ່ສ້າງ ດັ່ງກ່າວ.

ພ້ອມ​ກັນນີ້ ທາງ​ການ​ກະຊວງການ​ຄັງຂອງໄທ ຍັງ​ໄດ້​ລະບຸ​ອີກດ້ວຍ​ວ່າ ການ​ປະກາດແຜນ ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່ ນ້ຳຂອງແຫ່ງທີ່​ສີ່ ດັ່ງກ່າວ​ນີ້ ຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນຳ​ລັດຖະ ບານ​ຈາກ​ຫົກ​ປະ​ເທດ​ໃນ​ເຂດ​ລຸ​ມ​ແມ່ນ້ຳຂອງ ຊຶ່ງ​ລັດຖະບານ​ໄທ ​ຈະ​ເປັນ​ເຈົ້າພາບ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ພາຍ​ໃນ​ເດືອນ​ມິ​ຖຸນາ ປີ​ນີ້​ ​ໂດຍ​ຈະ​ເປັນ​ການ​ຖະ​ແຫລ​ງການ​ຮ່ວມ​ກັນ​ລະຫວ່າງ​ນາ​ຍົກ​ລັດຖະມົນຕີ ລາວ, ​ໄທ ​ແລະ ຈີນ. ນອກຈາກ​ນີ້ ກໍ​ມີ​ລາຍ​ງານ​ໃນ​ກໍລະນີ​ທີ່​ກ່ຽວ ຂ້ອງ​ເລື້ອງ ນີ້ວ່າ ທາງ​ການ​ລາວ ​ແລະ ​ໄທ ​ໄດ້​ຕົກລົງ​ຮ່ວມ​ກັນ​ໃນ​ການ​ທີ່​ຈະ​ເປີດ​ເສັ້ນທາງ​ເດີນ​ລົດ​ໂດຍສານລະຫວ່າງ​ ກັນ​ເພີ້ມຂຶ້ນ​ອີກ​ໂດຍ​ໃນ​ໄລຍະ​ທີ່​ຜ່ານ​ມາ ກໍ​ໄດ້​ຮ່ວມ​ກັນ​ທຳ​ການ​ສຳ​ຫຼວດ​ແລ້ວ​ໃນຫ້າ​ເສັ້ນທາງ ຈຶ່ງ​ຍັງຄົງ​ເຫລືອ​ອີກສາມ​ເສັ້ນທາງ ທີ່​ຈະ​ດຳ​ເນີນ​ການ​ຮ່ວມ​ກັນໃນ​ການ​ສຳ​ຫລວດ​ໃຫ້​ແລ້ວ​ເສັດ​ພາຍ​ໃນ​ກາງ​ປີນີ້ ​ເປັນ​ຢ່າງ​ຊ້າ​ຕໍ່​ໄປ.

​ໃນ​ປະຈຸ​ບັນ​ລາວ ​ແລະ ​ໄທ​ໄດ້​ເປີ​ດການ​ເດີນລົດ​ໂດຍສານປະຈຳ​ທາງ​ລະຫວ່າງ​ກັນ​ແລ້ວ​ໃນ ຫ້າ​ເສັ້ນທາງ​ດ້ວຍ​ກັນ ກໍ​ຄື ລະຫວ່າງ​ນະຄອນ ຫລວງ​ວຽງຈັນກັບ ໜອງຄາຍ, ນະຄອນຫລວງ​ວຽງຈັນ​-ອຸດອນ​ທານີ, ນະຄອນຫລວງ​ວຽງ ຈັນ​-ຂອນ​ແກ່ນ, ປາກເຊ-ຊ່ອງເມັກ, ​ແລະ ປາກ​ເຊ ກັບອຸບົນ​ລາດ​ຊະ​ທານີ. ສ່ວນ​ອີກ​ແປດ​ເສັ້ນ ທາງທີ່​ກຳລັງ​ທີ່​ຈະພິຈາລະນາ​ເປີດ​ການເຊື່ອມຕໍ່​ເດີນ​ລົດ​ໂດຍສານ​ປະຈຳ​ ທາງ​ລະຫວ່າງ​ກັນນັ້ນ ຕົວຢ່າງ​ກໍ​ຄືລະຫວ່າງສະຫວັນ​ ນະ​ເຂດ ​ແລະ ​ມຸກ​ດາ​ຫານ, ປາກ​ເຊ ກັບບາງກອກ, ​ແລະ ນະ​ຄອນຫລວງ​ວຽງຈັນ ກັບ ບາງກອກ ​ເປັນຕົ້ນ. ​ໂດຍ​ທາງ​ການ​ທັງ​ສອງ​ຝ່າ​ຍ ​ໄດ້​ວາງ​ເປົ້າ ໝາຍ​ໄວ້​ຮ່ວມ​ກັນ​ວ່າ ຈະ​ພິຈາລະນາ​ຕັດສິນ​ໃຈ​ໃນ​ຂັ້ນສຸດ​ທ້າຍ​ໃຫ້​ໄດ້ ພາຍ​ໃນ​ກາງ​ປີ 2009 ນີ້ຕໍ່​ໄປ. ທັງນີ້ ກໍ​ເນື່ອງ​ຈາກ​ວ່າ ທາງ​ການ​ລາວ​ ​ແລະ ໄທ ​ໄດ້ຖື​ສຳຄັນ​ເປັນ​ພິ​ເສດ ກັບ​ການເຊື່​ອມຕໍ່ທາງ​ດ້ານ​ຄົມ​ນະ​ຄົນ​ຂົນ​ສົ່ງພາຍໃຕ້​ເປົ້າໝາຍທີ່​ຈະເຊື່ອມຕໍ່ ການ​ຂົນ​ສົ່ງ​ ​ແລະ ​ໂດຍສານ​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ໃນ​ທົ່ວພູ​ມມິີພາກ​ລຸ່ມ​ແມ່ ນ້ຳຂອງ​ດ້ວຍ​ກັນ​ໂດຍ​ທີ່​ເປັນເຂດ​ສູນກາງ​ໃນ​ການເຊື່ອ​ມ ຕໍ່ດັ່ງກ່າວ​ໃນຂະນະ​ທີ່​ລັດຖະ ບານ​ໄທ​ເອງ ກໍ​ຈະ​ໃຫ້ການ​ສະໜັບສະໜູນສົ່ງ​ເສີມ​ເປົ້າໝາຍດັ່ງ​ກ່າວ​ນີ້ ຢ່າງ​ບໍ່ ຢຸດ​ຢັ້ງອີກ​ດ້ວຍ.

ກ່ອນໜ້ານີ້ ທ່ານອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ ກໍ​ໄດ້ຖະ​ແຫລ​ງ ຢືນຢັນ​ໃນ​ໂອ ກາດທີ່​ເດີນທາງ​ໄປ​ຢ້ຽມຢາມ​ ສ.ປ.ປ. ລາວ ຢ່າງ​ເປັນ​ທາງ​ການ​ໃນ​ເປັນຕົ້ນປີ 2009 ນີ້ວ່າ ລັດ ຖະບານ​ໄທ ຈະ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ລາວ​ໃນ​ການ​ກໍ່ສ້າງຖະໜົນເລກທີ 11 ​ເພື່ອ​ເຊື່ອມ ຕໍ່ທາງ​ພາກ​ເໜືອ ​ແລະ ພາກ​ອີ່ ສານ​ຕອນ​ບົນ​ຂອງ​ໄທ​ໄປ​ໃນ​ຍັງ​ໄຊ​ຍະ​ບູລີ ​ແລະ ​ແຂວງ​ຫລວງ​ພະ​ບາງ ລວມທັງ​ຍັງ​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ໃນ​ການ​ເຊື່ອມຕໍ່ທາງ​ລົດ​ໄຟ​ຈາກ​ທ່າ​ນາ​ແລ້ງ ເຂົ້າ​ໄປໃນ​ເຂດ​ນະ ຄອນຫລວງ​ວຽງຈັນ​ອີກ​ດ້ວຍ ຊຶ່ງ​ກໍ​ຄາດໝາຍວ່າ​ ນາຍົກ​ລັດຖະ ມົນ ຕີໄທ ຈະ​ປະກາດ​ແຜນການ​ດັ່ງກ່າວ​ໃນ​ລະຫວ່າງ ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ລັດ ຖະບານ​ໃນເຂດ​ລຸ່ມ​ແມ່ນ້ຳຂອງ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ມິຖຸນາປີນີ້ ​ເຊັ່ນ​ດຽວກັນ.


ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກ ​ໃນ​ວັນ​ທີ 17 ​ເມສາ 2009
XS
SM
MD
LG