ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣັຖສະພາແຫ່ງຊາດອາຟຣິກາ ມີຄະແນນສຽງນຳໜ້າ ຈາກຜົນ ການນັບບັດ ຄະແນນສຽງຂັ້ນຕົ້ນ


ອາຟຣິກາໃຕ້ - ການເລືອກຕັ້ງ: ຜົນການນັບ ຄະແນນສຽງ ຂັ້ນຕົ້ນ ໃນການ ເລືອກຕັ້ງ ທົ່ວໄປ ຂອງ ອາຟຣິກາໃຕ້ ສະແດງ ໃຫ້ເຫັນວ່າ ພັກຣັຖສະພາ ແຫ່ງຊາດ ອາຟຣິກາ ຫລື ANC ຊຶ່ງເປັນ ພັກຣັຖບານ ໃນເວລານີ້ ມີຄະແນນສຽງ ນຳໜ້າ ຢ່າງແຂງຂັນ ຕາມທີ່ໄດ້ ຄາດໝາຍ ກັນໄວ້. ຖ້າຫາກ ໄດ້ຮັບການຢືນຢັນ ຜົນການນັບ ຄະແນນສຽງ ທີ່ວ່ານີ້ ຈະພາໃຫ້ມີ ການແຕ່ງຕັ້ງ ທ່ານ JACOB ZUMA ຜູ້ນຳຂອງພັກ ທີ່ເປັນ ບັນຫາໂຕ້ແຍ້ງ ແຕ່ເປັນທີ່ ນິຍົມ ຂອງປະຊາຊົນ ໃຫ້ເຂົ້າກຳ ຕຳແໜ່ງ ປະທານາທິບໍດີ ຂອງ ອາຟຣິກາໃຕ້. ຈາກບັດ ທີ່ນັບໄປແລ້ວ 10 ກວ່າເປີເຊັນ ປາກົດວ່າ ພັກ ANC ໄດ້ຮັບ ຄະແນນສຽງ ປະມານ 63%. ສ່ວນພັກ ຣັຖສະພາ ຂອງປະຊາຊົນ ຫລື COPE ທີ່ຫາກໍ ມີການສ້າງຕັ້ງ ຂຶ້ນມາໃໝ່ ໂດຍກຸ່ມ ທີ່ແຍກໂຕ ອອກຈາກ ANC ໃນປີກາຍນີ້ ໄດ້ຮັບ ຄະແນນສຽງ ປະມານ 7%. ຜົນການນັບ ຄະແນນສຽງ ໃນຂັ້ນຕົ້ນ ສະແດງ ໃຫ້ເຫັນວ່າ ພັກຝ່າຍຄ້ານ ທີ່ໄດ້ຮັບ ຄະແນນ ຫລາຍກວ່າໝູ່ ແມ່ນພັກ ພັນທະມິດ ປະຊາທິປະໄຕ ຄືໄດ້ຮັບ ຄະແນນສຽງ ປະມານ 20% ແລະມີ ຄະແນນນຳໜ້າ ຢ່າງແຂງຂັນ ຢູ່ທີ່ແຂວງ CAPE ຕາເວັນຕົກ. ຍັງບໍ່ທັນ ເປັນທີ່ ຈະແຈ້ງເທື່ອວ່າ ພັກ ANC ຈະສາມາດ ຮັກສາ ການກຳ ຄະແນນສຽງ ສອງສ່ວນສາມ ຢູ່ໃນສະພາ ແຫ່ງຊາດ ໄວ້ໄດ້ ຫລືບໍ່ ຊຶ່ງອຳນວຍ ໃຫ້ພັກ ດັ່ງກ່າວ ດັດແປງ ແກ້ໄຂ ຣັຖທັມມະນູນ​ໄດ້ ໂດຍບໍ່ຕ້ອງການ ການຮ່ວມມື ຈາກພັກອື່ນໆ.

ສຣີລັງກາ: ກອງທັບ ສຣີລັງກາ ກ່າວວ່າ ຕົນໄດ້ພົວພັນ ໃນການ ປະຕິບັດງານ ກູ້ພັຍ ທີ່ໃຫຍ່ ທີ່ສຸດ ໃນໂລກ ຂະນະທີ່ຕົນ ພະຍາຍາມ ຊ່ອຍກູ້​ເອົາ ພວກພົລເຮືອນ ທີ່ຍັງຕົກຄ້າງ ຢູ່ໃນເຂດ ທີ່ມີການສູ້ຣົບ ກັບພວກທະມິລ ອອກມາ. ກະຊວງ ປ້ອງກັນປະເທດ ສຣີລັງກາ ກ່າວໃນມື້ນີ້ວ່າ ມີພົລເຮືອນ ຫລາຍກວ່າ 100 ພັນຄົນ ​ໄດ້ພາກັນ ຫລົບໜີ ອອກຈາກ ເຂດທີ່ມີ ການສູ້ຣົບກັນ ນັບ​ແຕ່ ຕົ້ນອາທິດນີ້ມາ. ຣັຖບານ ສຣີລັງກາ ກ່າວວ່າ ກຳລັງ ມີການ ດຳເນີນ ຄວາມພະຍາຍາມ ຄັ້ງໃຫຍ່ ເພື່ອຈັດຫາ ບ່ອນພັກພາ ອາສັຍ ແລະ ໃຫ້ການ ປິ່ນປົວ ພະຍາບານ ແກ່ພວກອົພຍົບ. ແນວໃດກໍຕາມ ຍັງມີຄວາມກັງວົນ​ເປັນ​ຫ່ວງກັນຢູ່ ກ່ຽວກັບ ພົລເຮືອນ ທີ່ຍັງຕົກຄ້າງ ຢູ່ໃນເຂດ ສູ້ຣົບ ຊຶ່ງມີພື້ນທີ່ ຫລຸດນ້ອຍ ຖອຍລົງ ເລື້ອຍໆ ຂະນະທີ່ ທະຫານ ຝ່າຍຣັຖບານ ສືບຕໍ່ ໃນອັນ ທີ່ຫວັງກັນວ່າ ຈະເປັນການ ບຸກໂຈມຕີ ຂັ້ນສຸດທ້າຍ ຕໍ່ພວກກະບົດ. ກອງທັບ ສຣີລັງກາ ກ່າວວ່າ ພວກກະບົດ ໄດ້ຖືກປິດລ້ອມ ຢູ່ໃນບໍຣິເວນ 13 ກິໂລແມັດ ມົນທົນ ໃນພາກ ຕາເວັນອອກ ສຽງເໜືອ ຂອງປະເທດ. ທີ່ນະຄອນ ນິວຢອກ ໃນຕອນແລງ ຂອງມື້ວານນີ້ ສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ໄດ້ຮຽກຮ້ອງ ໃຫ້ຣັຖບານ ​ໃນນະຄອນຫລວງ ໂຄລອມໂບ ຈົ່ງໃຫ້ການ ປົກປ້ອງ ຄຸ້ມຄອງ ​ແກ່ພົລເຮືອນ.

ອິນເດັຽ - ເລືອກຕັ້ງ: ຊາວອິນເດັຽ ກຳລັງ ພາກັນ ໄປປ່ອນບັດ ຮອບສອງ ຂອງຈຳນວນ ທັງໝົດ 5 ຮອບ ໃນວັນພະຫັດ ມື້ນີ້ ໃນການ ເລືອກຕັ້ງ ສະພາແຫ່ງຊາດ ທີ່ໃຫຍ່ທີ່ສຸດ ໃນໂລກ ຂະນະທີ່ ພວກກະບົດ ຄອມມູນິສ ສືບຕໍ່ ກໍ່ຄວາມ ຮຸນແຮງຂຶ້ນ. ຊາວອິນເດັຽ ຈຳນວນ ຫລາຍລ້ານຄົນ ໄດ້ພາກັນ ໄປປ່ອນບັດ ທີ່ຣັດ JHARKHAND ແລະ BIHAR ທາງພາກ ​ຕາ​ເວັນ​ອອກ ​ຂອງ​ອິນ​ເດັຽ ພ້ອມກັບ ອີກຫລາຍໆຣັດ ໃນທົ່ວປະເທດ. ນາຍົກ ຣັຖມຸນຕີ MANMOHAN SINGH ກໍໄດ້ ໄປຮ່ວມ ພວກມີສິດ ປ່ອນບັດ ທີ່ເມືອງ GAUHATI ໃນຣັດ ASSAM ເພື່ອລົງ ຄະແນນສຽງ ທີ່ນັ້ນ. ພັກການເມືອງ ທີ່ໃຫຍ່ທີ່ສຸດ 2 ພັກ ຂອງອິນເດັຽ ຄືພັກ ຄອງແກຣັສ ຊຶ່ງເປັນພັກ ຣັຖບານ ແລະພັກ ຊາດນິຍົມ BHARATIYA JANATA ບໍ່ຄາດວ່າ ຈະໄດ້ຮັບ ບ່ອນນັ່ງ ພຽງພໍ ຈາກ​ຈຳນວນ 543 ບ່ອນ ຢູ່ໃນສະພາຕ່ຳ ເພື່ອປົກຄອງ ປະເທດ ໂດຍບໍ່ຕ້ອງ ຈັດຕັ້ງ ຣັຖບານ ປະສົມ. ທັງສອງພັກ ຕ່າງກໍໄດ້ ໂຄສະນາ ຫາສຽງ ພາຍໃຕ້ ການໃຫ້ ຄຳໝັ້ນສັນຍາ ທີ່ຈະປັບປຸງ ຊີວິດ ການເປັນຢູ່ ຂອງຊາວ ອິນເດັ ຽທີ່ທຸກຍາກ ໃຫ້ດີຂຶ້ນ.

ຍີ່ປຸ່ນ - ໂຈນທະເລ: ສະພາຕ່ຳຍີ່ປຸ່ນໄດ້ໃຫ້ ການອະນຸມັດ ຕໍ່ຮ່າງກົດໝາຍ ຂຍາຍ ການປະຕິບັດງານ ຕໍ່ຕ້ານ ໂຈນທະເລ ຂອງ ກອງທັບເຮືອ ຍີ່ປຸ່ນ ຢູ່ນອກແຄມຝັ່ງ ທະເລ ໂຊມາເລັຽ. ຮ່າງກົດໝາຍ ທີ່​ວ່ານີ້ ອະນຸຍາດ ໃຫ້ກຳປັ່ນຣົບ ຍີ່ປຸ່ນ ໃຫ້ຄວາມ ຄຸ້ມຄອງ ແກ່ກຳປັ່ນ ຕ່າງປະເທດ ທີ່​ເດີນທາງ ຜ່ານບໍຣິເວນ ອ່າວເອເດັນ. ນອກນັ້ນແລ້ວ ກໍຍັງ ຂຍາຍກົດ ໃນການ ປະຕິບັດງານ ໂດຍ ອະນຸຍາດໃຫ້ ກຳປັ່ນ ຂອງຍີ່ປຸ່ນ ຣະດົມຍິງ ໃສ່ເຮືອ ຂອງພວກ ໂຈນທະເລໄດ້. ຍີ່ປຸ່ນ ໄດ້ສົ່ງ ເຮືອພິຄາດ 2 ລຳ ໄປຍັງ ຂົງເຂດ ດັ່ງກ່າວ ໃນເດືອນແລ້ວນີ້ ແຕ່ໄດ້ຖືກ ຈຳກັດ ໃຫ້ຄຸ້ມກັນ​ໄດ້ແຕ່ ກຳປັ່ນ ທີ່ຍີ່ປຸ່ນ ເປັນເຈົ້າຂອງ ແລະບໍຣິຫານງານ ຫລືບໍ່ກໍ ບັນທຸກ ສິນຄ້າ ຂອງຍີ່ປຸ່ນ ເທົ່ານັ້ນ. ເປັນທີ່ ຄາດກັນວ່າ ຮ່າງກົດໝາຍ ດັ່ງກ່າວ ຊຶ່ງໄດ້ ມີການ ຮັບຜ່ານ ໃນວັນພະຫັດ ມື້ນີ້ ໂດຍ ສະພາຕ່ຳ ຂອງຍີ່ປຸ່ນນັ້ນ ຈະໄດ້ຮັບ ການປະຕິເສດ ຈາກສະພາສູງ ທີ່ຄວບຄຸມ ໂດຍ ພັກຝ່າຍຄ້ານ. ແຕ່ກໍ​ຄາດ​ວ່າ ສະພາຕ່ຳ ທີ່ມີອິດທິພົນ ຫລາຍກວ່າ ຊຶ່ງຄວບຄຸມ ໂດຍພັກ ເສຣີປະຊາທິປັດ ອັນເປັນ ພັກຣັຖບານນັ້ນ ຈະໃຫ້ການ ອະນຸມັດ ຕໍ່ຮ່າງ ກົດໝາຍນີ້ ເປັນເທື່ອທີ 2.

ເກົາຫລີ - ຄວາມເຄັ່ງຕຶງ: ຣັຖມຸນຕຣີ ການຕ່າງປະເທດ ຣັດເຊັຽ ທ່ານ SERGEI LAVROV ກ່າວວ່າ ທ່ານບໍ່ ຄາດວ່າ ຈະມີ ຄວາມກ້າວໜ້າ ທີ່ສຳຄັນ ເກີດຂຶ້ນ ໃນທັນທີ ທັນໃດ ໃນການ ປະເຊີນໜ້າ ຮອບລ່າສຸດ ກັບ ເກົາຫລີເໜືອ ກ່ຽວກັບ ໂຄງການ ອາວຸດ ນິວເຄລັຽ ຂອງປະເທດ ດັ່ງກ່າວ. ອົງການຂ່າວ ຂອງຣັດເຊັຽ ແຈ້ງວ່າ ທ່ານ LAVROV ໄດ້ໃຫ້ ຄວາມເຫັນ ທີ່ວ່ານີ້ ລຸນຫລັງ ການພົບປະ ກັບຣັຖມຸນຕຣີ ການຕ່າງປະເທດ ເກົາຫລີເໜືອ ທ່ານ PAK UI-CHUN ທີ່ນະຄອນຫຼວງ ພຽງຢາງ ໃນວັນພະຫັດ ມື້ນີ້. ທ່ານ LAVROV ໄດ້ຮຽກຮ້ອງ ໃຫ້ທຸກ ພັກຝ່າຍ ໃນການ ເຈຣະຈາ 6 ປະເທດ ເພື່ອປົດ ອາວຸດ ນິວເຄລັຽ ເກົາຫລີເໜືອນັ້ນ ຢ່າໄດ້ ຕົກ​ເປັນ​ທາດ ​ຂອງຄວາມຮູ້ສຶກ ອ່ອນ​ໄຫວ. ຣັຖມຸນຕຣີ ການຕ່າງ ປະເທດ ຣັດເຊັຽ ກຳລັງ ຢູ່ທີ່ ນະຄອນຫຼວງ ພຽງຢາງ ເພື່ອທຳການ ເຈຣະຈາ ຫາຣື ເປັນເວລາ 2 ມື້. ການຢ້ຽມຢາມ ຂອງທ່ານ ໄດ້ມີຂຶ້ນ 3 ອາທິດ ຫລັງຈາກ ເກົາຫລີເໜືອ ໄດ້ຍິງຈະຣວດ ທີ່ສະຫະຣັດ ແລະປະເທດ ອື່ນໆ ເວົ້າວ່າ ເປັນລູກສອນໄຟ ຂີປະນາວຸດ ໄລຍະໄກ. ເກົາຫລີເໜືອ ໄດ້ຖອນໂຕ ດ້ວຍຄວາມ ໂກດແຄ້ນ ອອກຈາກ ການເຈຣະຈາ ນິວເຄລັຽ 6 ຝ່າຍ ຫລັງຈາກ ສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ອອກຖແລງການ ປະນາມ ການຍິງຈະຣວດ.

ຈີນ - ກອງທັບເຮືອ: ວັນພະຫັດ ມື້ນີ້ ຈີນ ສວນສນາມ ກຳປັ່ນຣົບ ແລະກຳປັ່ນດຳນ້ຳ ເພື່ອສະແດງ ແສນຍານຸພາບ ຂອງຕົນ ເນື່ອງ ໃນໂອກາດ ວັນຄົບຮອບ 60 ປີ ໃນການສ້າງຕັ້ງ ກອງທັບເຮືອ ຂອງຈີນ. ປະທານ ປະເທດຈີນ ທ່ານ HU JINTAO ໄດ້​ໄປເບິ່ງ ການສະແດງ ກຳລັງ ທັບເຮືອ ນາໆຊາດ ຊຶ່ງໄດ້ຈັດຂຶ້ນ ເປັນຄັ້ງທີ 4 ນັບແຕ່ປີ 1949 ທີ່ມີ ກອງທັບເຮືອ ຂອງ 14 ປະເທດ ເຂົ້າຮ່ວມ. ກຳປັ່ນຣົບ ຂອງຈີນ 25 ລຳ ແລະເຮືອບິນ ອີກ 31 ລຳ ໄດ້ເຂົ້າຮ່ວມ ໃນການ ສວນສນາມ ສະແດງ ກຳລັງ. ນອກນັ້ນ ຈີນຍັງໄດ້​ເອົາ ກຳປັ່ນດຳນ້ຳ ພະລັງນິວເຄລັຽ 2 ລຳ ຂອງຕົນ ອອກ​ມາສະແດງ ເປັນເທື່ອທຳອິດ. ຈີນ ເປັນປະເທດ ທີ່ມີ ກຳປັ່ນດຳນ້ຳ ຫລາຍກວ່າ ປະເທດອື່ນໃດ ໃນເຂດເອເຊັຽ ໂດຍມີ ກຳປັ່ນດຳນ້ຳນິວເຄລັຽ ຫລາຍເຖິງ 10 ລຳ. ໃນການພົບປະ ກັບພວກ ນາຍທະຫານເຮືອ ຕ່າງປະເທດ ກ່ອນໜ້ານີ້ ທ່ານ HU ໄດ້ໃຫ້ ການຄ້ຳປະກັນ ແກ່ປະເທດ ອື່ນໆວ່າ ກອງທັບເຮືອຈີນ ຈະປົກປັກ ຮັກສາ ສັນຕິພາບ ຂອງໂລກ ແລະການພັທນາ ແລະ ພ້ອມດຽວກັນ ກໍຈະ ບໍ່ເປັນພັຍ ຂົ່ມຂູ່ ຕໍ່ປະເທດ ອື່ນໃດ ທັງສິ້ນ.

ໄທ - ການເມືອງ: ນາຍົກ ຣັຖມຸນຕຣີໄທ ກ່າວວ່າ ທ່ານຫວັງວ່າ ຈະ​ສາມາດ​ ຍົກ​ເລີກ ພາວະສຸກເສີນ ທີ່​ໄດ້ປະກາດໃຊ້ ເມື່ອນຶ່ງ ອາທິດເຄິ່ງ ຜ່ານມານັ້ນ ໃນໄວໆນີ້. ທ່ານອະພິຊິດ ເວດຊາຊີວະ ໃຫ້ທັສນະ ດັ່ງກ່າວ ໃນມື້ວານນີ້ ຊຶ່ງເປັນ ມື້ທຳອິດ ໃນການ ປະຊຸມຮ່ວມ ນັດພິເສດ ຂອງສະພາ ແຫ່ງຊາດ ເປັນເວລາ 2 ມື້ ທີ່ໄດ້ຮຽກ ໃຫ້ມີຂຶ້ນ ເພື່ອແກ້ໄຂ ບັນຫາ ຄວາມວຸ້ນວາຍ ທາງດ້ານ ການເມືອງ ເມື່ອບໍ່ດົນມານີ້. ໃນຣະຫວ່າງ ກອງປະຊຸມນັ້ນ ສະມາຊິກ ສະພາ ພັກຝ່າຍຄ້ານ ໄດ້ກ່າວຫາ ທ່ານອະພິຊິດວ່າ ເຮັດໃຫ້ ຄວາມວຸ້ນວາຍ ລຸກໃໝ້ເປັນໄຟ ໂດຍປະກາດ ໃຊ້ພາວະສຸກເສີນ ຢູ່ທີ່ບາງກອກ. ມາຕການ ທີ່ວ່ານີ້ ໄດ້ຈຳກັດ ການລາຍງານຂ່າວ ແລະໃຫ້ອຳນາດ ແກ່ຣັຖບານ ໃນການ ສົ່ງກຳລັງ ໄປປາບປາມ ການກໍ່ຄວາມ ບໍ່ສະງົບ. ກ່ອນ​ໜ້າ​ນີ້ ນາຍົກ ຣັຖມຸນຕຣີໄທ ໄດ້ໃຫ້ເວລາ 2 ອາທິດ ແກ່ພັກການເມືອງ ຕ່າງໆ ເພື່ອ​ໃຫ້ຢື່ນ ຂໍ້ສເນີ ສຳລັບ ການດັດແປງ ແກ້ໄຂ ກົດໝາຍ ຣັຖທັມມະນູນ ຊຶ່ງເປັນຂໍ້ ຮຽກຮ້ອງ ທີ່ສຳຄັນ ຂອງພວກ ສນັບສນຸນ ອະດີດ ນາຍົກ ຣັຖມຸນຕຣີ ທັກສິນ ຊິນນະວັດ. ແຕ່ແນວໃດ ກໍຕາມ ບໍ່ໄດ້ມີຂໍ້ສເນີ ທີ່ໜັກແໜ້ນ ພໍ​ເທົ່າ​ໃດ ປາກົດ ອອກ​ມາ ໃນມື້ ທຳອິດ ຂອງກອງປະຊຸມ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.


XS
SM
MD
LG