ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມືປືນຈີ້ເຮືອບິນໂດຍສານທີ່ຈາໄມກາ ແລະຈັບລູກເຮືອເປັນໂຕປະກັນ


ການ​ຈີ້​ເຮືອບິນ​ທີ່ຈາ​ໄມກາ: ບັນດາ​ເຈົ້າ​ໜ້າ​ທ່ີ່ Jamaica ກ່າວ​ວ່າ​ມື​ປືນ​ຄົນ​ນຶ່ງ​ກຳລັງ​ຈັບ​ພວກ​ພນັກງານເຮືອ​ບິນ​ໂດຍສານ​ລຳ​ ນຶ່ງຂອງ​ສາຍ​ການບິນ CanJet ​ຂອງ​ກາ​ນາ​ດາ ເປັນ​ໂຕ​ປະກັນ​ທ່ີ່ສະຫນາມ​ບິນຂອງ​ເມືອງ Montego Bay. ນາຍົກຣັຖມຸນຕີ Bruce Golding ​ແລະ​ທ່ານ Dwight Nelson ຣັຖ ມຸນຕີ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຂອງ Jamaica ກຳລັງ​ຢູ່ທ່ີ່ສະຫນາມ​ບິນ​ລະຫວ່າງ​ຊາດ Sangster ທ່ີ Montego Bay ​ເພື່ອ ກຳກັບເບິ່ງ ການ​ປະ​ເຊີນ​ໜ້າ​ກັນ​ກັບ​ຊາຍຄົນ​ນຶ່ງ​ທ່ີີ່ທາງ​ເຈົ້າ​ໜ້າ​ທ່ີ່​ບັນ​ລະ​ຍາຍ​ ວ່າ ​ເປັນ​ຄົນ​ທ່ີ່​ມີ​ບັນຫາ​ທາງ​ດ້ານ​ຈິດ​ໃຈ. ມີ​ຄົນ​ໂດ​ຍສານ​ປະມານ 180 ຄົນ​ຢູ່​ໃນ​ເຮືອບິນ​ລຳ​ດັ່ງກ່າວ ​ເວລາ​ມື​ປືນ ຄົນ​ນີ້ ບຸກຜ່ານ​ບ່ອນ​ກວດກາ​ຄວາມ​ປອດ​ໄພ​ແລະ​ເຂົ້າ​ໄປ​ໃນ​ເຮືອບິນ ແຕ່​ໃນ​ເວລາ​ຕໍ່​ມາ​ ພວກ​ຄົນ​ໂດຍສານ​ກໍໄດ້​ຖືກ​ປ່ອຍ​ໂຕ​ທັງ​ໝົດ ຢ່າງປອດ​ໄພ.

​ສີລັງກາ: ໂຄສົກ​ກອງທັບ​ສີ​ລັງກາ​ກ່າວ​ວ່າ ກອງ​ທະຫານ​ບົກ​ໄດ້ເຄື່ອນ​ກຳລັງເຂົ້າ​ໄປ​ຍັງ​ບໍລິ​ເວນດັ່ງກ່າວ ​ແລະ​ໄດ້​ຍຶດ​ເອົາ​ເຂດ​ປ້ອງ​ກັນ​ຂອງ​ພວກ​ກະບົດ ​ແລະ​ຊ່ວຍ​ພວກ​ພົນລະ​ເຮືອນ​ອອກ​ມາ​ໄດ້. ກອງທັບ​ສີ​ລັງກາ​ໄດ້​ປະກາດ​ໃຫ້​ເຂດແດນນ້ອຍໆ​ແຫ່ງ​ນັ້ນ ​ເປັນ​ເຂດ​ຢຸດ​ຍິງ ​ເພື່ອ​ປົກ​ປ້ອງ​ພວກພົນລະ​ເຮື​ອນທີ່ຕົກ​ຄ້າງ​ຢູ່​ໃນນັ້ນ ທ່ີ່​ສະຫະ​ປະຊາ​ຊາດ​ກະ​ປະມານວ່າ ມີຫລາ​ຍຮອດ​ 1 ​ແສນ​ຄົນ​. ຣັຖບານ​ສີ​ລັງກາ​ກ່າວ​ຫາ​ພວກ​ກະບົດ​ວ່າ ​ໃຊ້​ປະຊາຊົນ​ພົນລະ​ເຮືອນ ເປັນ​ເຄື່ອງ​ກຳ​ບັງ ໃນຂະນະ​ທີ່ພວກ​ກະບົດ​ເສືອ​ທະມິນ​ກ່າວ​ຫາຣັຖບານ​ວ່າ ທຳ​ການ​ໂຈມ​ຕີ​ອັນ​ທ່ີ​ເອີ້ນ​ວ່າ ເຂດ​ຢຸດ​ຍິງ​ກັນ​ນັ້ນ. ​ຕ່າງຝ່າຍຕ່າງ​ກໍ​ປະຕິ​ເສດວ່າ​ ຕົນ​ບໍ່​ໄດ້​ໂຈມ​ຕີ​ພວກ​ພົນລະ​ເຮືອນ​.

ກອງ​ປະຊຸມ​ວ່າ​ດ້ວຍເຊື້ອ​ຊາດຜິວ​ພັນ​ຂອງ​ສະຫະ​ປະຊາ​ຊາດ: ກອງ​ປະຊຸມ​ວ່າ​ດ້ວຍເຊື້ອຊາດ​ຜິວ​ພັນ​ຂອງ​ສະຫະ​ປະຊາ​ຊາດ​ ທ່່ີ່​ສະຫະຣັດແລະ​ພັນທະ​ມິດ​ຫລາຍ​ປະ​ເທດ​ບໍ່​ເຂົ້າ​ຮ່ວມ​ນຳ​ ໄຂ​ຂຶ້ນ​ທ່ີີ່ນະຄອນ Geneva​ ໃນ​ວັນ​ຈັນ​ມື້​ນີ້ ທ່າມກາງ​ທ່ີີ່ມີ​ຄວາມ​ຢ້ານ​ກົວ​ກັນ​ວ່າປະທານາທິບໍດີ​ຂອງ​ອິຣ່ານ ຈະ​ສວາຍໃຊ້ກອງ​ປະຊຸມ​ນີ້​ເປັນ​ບ່ອນ​ທຳ​ການ​ໂຈມ​ຕີ​ທາງ​ວາຈາຕໍ່​ອີສຣາ​ແອນ​. ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດໄດ້ສະ​ແດງ​ຄວາມຜິດ​ຫວັງ​ອອກ​ມາ​ ທີ່ສະຫະຣັດອະ​ເມຣິກາ​ແລະ​ພວກ​ປະ​ເທດ​ພັນທະມິດ​ທ່ີ່​ສຳຄັນ​ຂອງ​ອະ​ເມ​ລິ​ກາ ​ພາກັນບໍ່​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ. ຝຣັ່ງຖ​ະແຫລງ​ວ່າຕົນ​ຈະໄປ​ຮ່ວມ​ກອງ​ປະຊຸມ​ນີ້ ​ແຕ່​ຈະ​ຍ່າງ​ອອກ​ ຖ້າ​ທາງ​ອິຣ່ານຫລື​ປະ​ເທດ​ອື່ນໆ​ ຫາກ​ໃຊ້ເວທີ​ກອງ​ປະຊຸມ​ນີ້​ເປັນ​ບ່ອນ​ໂຈມ​ຕີຕໍ່ຕ້ານ​ຊາວ​ຢີວ. ພວກ​ທ່ີີ່ຕຳ​ໜິຕິຕຽນ​ກ່າວ​ວ່າ ພວກ​ຈັດ​ກອງ​ປະຊຸມ​ນີ້​ ໄດ້ບ່ອນ​ທຳລາຍກອງ​ປະຊຸມ​ ໂດຍການ​ຈັດ​ຕາຕະລາງໃຫ້​ປະທານາທິບໍດີ Mahmoud Ahmadinejad ​ແຫ່ງ​ອິ່ຣ່ານ ​ ທ່ີ່ໄດ້ຮຽກຮ້ອງ​ໃຫ້​ກຳຈັດອີສຣາ​ແອນ​ ອອກ​ຈາກ​ແຜນ​ທ່ີ​ໂລກ​ນັ້ນ ກ່າວ​ຄຳ​ປາໄສໃນ​ມື້​ໄຂ​ກອງ​ປະຊຸມ.


ກອງ​ປະຊຸມ​ສຸດ​ຍອດ​ຂອງ​ທະວີບ​ອະ​ເມຣິກາ: ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ ກ່າວ​ວ່າ ທ່ານ​ມອງ​ເຫັນ​ຮ່ອງຮອຍ​ໃນ​ທາງ​ບວກຫລາຍ​ຢ່າງ ກ່ຽວ​ກັບ​ສາຍ​ພົວພັນ​ຂອງ​ສະຫະຣັດ ກັບ Cuba ​ແລະ Venezuela ນັ້ນ.ທ່ານ ​ໂອ​ບາ​ມາ​ກ່າວ​ໃນ​ຕອນ​ອັດກອງ​ປະຊຸມ​ສຸດ​ຍອດ​ທະວີບ​ອະ​ເມຣິກາ ທ່ີີ່ປະ​ເທດ Trinidad ​ແລະ Tobago​ ໃນວັນ​ອາທິດ​ວານ​ນີ້​ວ່າ ມີ​ໂອ​ກາດສຳລັບ​ການ​ໂອ້​ລົມ​ສົນທະນາ​ກັນ​ແບບກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ຫລາຍ​ສສິ່ງຫລາຍຢ່າງ ທ່ີ່​ຮວມທັງເຣື່ອງປະຊາທິປະ​ໄຕ​ແລະ​ເຣື່ອງສິດທິ​ມະນຸດ ​ແຕ່​ທ່ານ​ກ່າວ​ຕື່ມ​ວ່າ ການ​ທົດ​ສອບ​ສຳລັບພວກ​ເຮົາ​ທັງ​ໝົດ​ບໍ່​ແມ່ນ​ແຕ່​ພຽງ​ຄຳ​ເວົ້າ​ຊື່ໆ​ ແຕ່ຕ້ອງ​ມີ​ການ​ກະທຳ​ເຊັ່ນ​ກັນ. ທ່ານ​ໂອ​ບາ​ມາ ​ໄດ້ຜ່ອນຜັນ​ການ​ຈຳກັດ​ຮັດ​ແຄບ​ໃນ​ການ​ເດີນທາງ​ແລະດ້ານ​ເສດຖະກິດ​ບາງ​ຢ່າງຕໍ່ Cuba ​ແລະ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ການ​ລົງໂທດຂອງ​ສະຫະຣັດ​ຕໍ່ Cuba ມາ​ເປັນ​ເວລາ 47 ປີ ນັ້ນບໍ່​ໄດ້ຜົນ.

ກ່ຽວ​ກັບ​ນີວ​ເຄລັຍ​ຂອງ​ເກົາຫລີ​ເໜືອ. ຫົວໜ້າ ​ຄວບ​ຄຸມພລັງ​ນີວ​ເຄລັຍ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ຈັນ​ມື້ຶ້ນີ້​ວ່າ ມີ​ແຕ່​ການ​ໂອ້​ລົມ​ສົນທະນາ​ກັນ​ເທ່ົາ​ນັ້ນ ທ່ີ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ການ ປະເຊີນ​ໜ້າ​ກັນເຣື່ອງນີວ​ເຄລັຍ​ກັບ​ເກົາຫລີ​ເໜືອ​ໄດ້.ໃນ​ການ​ກ່າວຖ​ະແຫລງ​ຢູ່ທ່ີ​ກຸງ​ປັກ​ກິ​ງ ທ່ານMohamed Elbaradei ຫົວໜ້າ​ອົງການພລັງ​ປະຣະມະນູ​ສາກົນ ກ່າວ​ວ່າ ທ່ານ​ຫວັງ​ວ່າ​ກອງປະຊຸມ 6 ຝ່າຍ​ຈະ​ໄຂ​ຄືນ ​ແລະ​ຄນະ​ກວດກາ​ພລັງ​ປະຣະມະນູ​ສາກົນ​ຈະໄດ້​ຮັບ​ອະນຸຍາດ​ໃຫ້​ກັບ​ຄືນ​ໄປ​ ປະຕິບັດ​ໜ້າ​ທ່ີີ່ຂອງ​ຕົນ​ທ່ີ​ເກົາຫລີ​ເໜືອ​ໄດ້​. ເມື່ອ​ຖືກ​ຖາມ​ວ່າ ອີກ​ດົນ​ປານ​ໃດ​ທາງ​ເກົາຫລີ​ເໜືອ​ຈຶ່ງຈະ​ສາມາດຟື້ນໂຮງງານ​ຜລິດ​ພລັງ​ນີວ ​ເຄລັຍ​ຂອງ​ຕົນ​ຄືນໄດ້ນັ້ນ ທ່ານElbaradei ຕອບ​ວ່າ ອາດ​ໃຊ້​ເວລາຫລາຍ​ເດືອນ.ທ່ານ​ກ່າວ​ຕື່ມ​ ວ່າ ທ່ານ​ອິງ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີ​ຂອງ​ທ່ານໃສ່​ຄຳ​ເວົ້າ​ເມື່ອ​ບໍ່​ນານ​ມາ​ ນີ້ ຂອງ​ປະທານາທິບໍດີ​ໂອ​ບາ​ມາກັບ​ຂອງ​ປະທານາທິບໍດີ ຣັດ​ເຊັຍ ທີ່ໄດ້​ເນ້ນເຖິງ​ຄວາມ​ສຳຄັນ​ຂອງ​ການ​ສົນ​ທະນາຫາລື​ ​ແທນການ​ປະ​ເຊີນ​ໜ້າ​ກັນ ຊຶ່ງທັງ​ສອງ​ທ່ານ​ຕ່າງ​ກໍ​ກ່າວ​ວ່າ ພວກ​ຕົນ​ພ້ອມ​ແລ້ວທີ່​ຈະ​ຫາລື​ກັນ​ເຣື່ອງ​ການ​ຫລຸດຜ່ອນ​ອາວຸດ​ນິວ​ເຄລັຍ​ລົງ ​ອີກ.

ຟັງລາຍລະອຽດຂອງຂ່າວເຫລົ່ານີ້ ກັບຂ່າວອື່ນໆໄດ້ ໂດຍຄລິກຢູ່ບ່ອນສຽງກຳ້ຂວາມື ທາງເທິງ.



XS
SM
MD
LG