ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Laos Still Unable to Launch Vientiane Industrial Zone


ທາງ​ການ​ລາວ​ຍອມຮັບ​ວ່າ ການ​ພັດທະນາ​ເຂດ​ນິຄົມ ​ອຸດ​ສາຫະກຳ​ໂຄກ​ສະອາດ​ ໃນ​ເຂດ​ນະຄອນຫລວງ​ວຽງຈັນ ຍັງ​ຄົງ​ບໍ່​ເປັນ​ໄປ​ຕາມ​ແຜ​ນການ​ເປົ້າໝາຍທີ່​ວາງ​ເອົາ​ໄວ້ ​ເນື່ອງ​ຈາກ​ວ່າ​ປະຊາຊົນ​ໃນ​ພື້ນທີ່ີ່​ ຍັງ​ຄົງ​ບໍ່ຍອມ​ຍົກຍ້າຍ​ອອກ​ໄປ​ຈາກ​ເຂດ​ນິຄົມ​ອຸດສາຫະກຳ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ ສາມາດ​ບຸກ​ເບີກພື້ນທີ່​ໄດ້​ພຽງ​ແຕ່ 50 ​ເຮັກ​ຕ້າ ​ເທົ່າ​ນັ້ນ ຈາກ​ເປົ້າໝາຍທີ່​ວາງ​ເອົາ​ໄວ້​ທັງໝົດ​ເຖິງ 2.000 ​ເຮັກ​ຕ້າ.


ທ່ານ ບົວ​ສອນ ບຸບຜາ​ວັນ ນາຍົກລັດຖະມົນຕີລາວ ຊຶ່ງ​ໄດ້​ເດີນ ທາງ​ໄປ​ກວດ​ຢ້ຽມ​ໂຄງ​ການ​ພັດ​ທະນາເຂດ​ນິຄົມ​ອຸດສາຫະກຳ​ແຫ່ງ​ໃໝ່ ຂອງ​ນະຄອນຫລວງ​ວຽງຈັນ ຊຶ່ງ​ຕັ້ງຢູ່​ໃນ​ເຂດ​ບ້ານ​ໂຄກ ສະອາດ ຫ່າງ​ຈາກ​ນະຄອນຫລວງ​ວຽງຈັນ ​ໄປຕາມ​ຖະໜົນເລກ 13 ​ໃຕ້ ​ເປັນ​ໄລຍະ​ທາງ​ຍາວ 25 ກິ​ໂລກ​ເມັດ ​ຫວ່າງ​ບໍ່ນານ​ມານີ້ ​ແລະໄດ້ໃຫ້ການ​ຢືນຢັນ​ວ່າ ລັດຖະບານ​ລາວ ຈະ​ຍັງ​ຄົງ​ສືບຕໍ່​ໃຫ້​ການຊຸກ​ຍູ້ ​ແລະ ຊ່ອຍ​ເຫລືອບັນດາ​ເອກະ​ຊົນ​ທີ່​ເຂົ້າ​ໄປ​ລົງທຶນ​ຢູ່​ໃນເຂດ​ນິຄົມ​ອຸດສາຫະກຳ ດັ່ງກ່າວ​ຕໍ່​ໄປ ຢ່າງ​ບໍ່ຢຸດ​ຢັ້ງ ​ໂດຍ​ມີ​ການອອກ​ດຳລັດ ວ່າດ້ວຍ​ການນຳ​ເຂົ້າ ​ແລະ ສົ່ງ​ອອກ​ສິນ​ຄ້າ​ເພື່ອ​ອຳ​ນວຍ​ຄວາມ​ສະດວກ​ໃຫ້​ກັບ​ພາກ​ເອກະ​ຊົນ​ຫລາຍ​ຂຶ້ນ ​ໂດຍ​ບໍ່ວ່າ​ຈະ​ເປັນການ​ປັບຫລຸດ​ອັດຕາ​ອາ​ກອນ ​ແລ​ະ ຍົກ​ເວັ້ນພາສີ ​ໃຫ້​ກັບ​ການ​ນຳ​ເຂົ້າສິນຄ້າ​ປະ​ເພດ​ວັດຖຸ​ດິບ ຫລື ສິນຄ້າ​ທຶນ​ ລວ​ມ​ໄປ​ເຖິງ ການ​ຫລຸດ​ຂັ້ນຕອນ​ໃນ​ການ​ສົ່ງ​ອອກ​ສິນຄ້າ ​ແລະ ການ​ບຸກ​ເບີກ​ຕະຫລາດ​ສົ່ງ​ອອກໃໝ່ໆ​ໃຫ້​ກ້ວາງ​ຂວາງ​ຫລາຍ​ຂຶ້ນກໍ​ຕາມ ຕ່າງ​ກໍ​ລ້ວນ​ແລ້ວ​ແຕ່ເປັນແຜນ ການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ລາວ​ ຢ່າງ​ເປັນຂະ​ບວນການ​ຢູ່​ແລ້ວ. ຫາກ​ແຕ່ໃນ​ຂະນະ​ດຽວ ກັນ ທາງ​ການ​ລາວ​ກໍ​ຍອມຮັບ​ວ່າ ບັນຫາ ​ແລະ ອຸ​ປະ​ສັກ​ທີ່​ສຳຄັນທີ່​ສຸດ​ໃນ​ເວລາ​ນີ້ກໍ​ຄື ການ​ທີ່​ບໍ່ສາມາດ​ທີ່​ຈະ​ຂະຫຍາຍ​ພື້ນທີ່ໃນ​ເຂດ​ນິຄົມ​ອຸດສາຫະກຳ​ ໃຫ້ຄວບ​ຄຸມ​ເນື້ອທີ່​ທັງໝົດ​ໄວ້ ຕາມ​ແຜນການ​ທີ່​ວາງ​ເອົາ​ໄວ້​ເຖິງ 2.000 ​ເຮ​ັກຕ້າ ​ເນື່ອງ​ຈາກ​ວ່າ​ປະຊາຊົນ​ລາວ​ໃນ​ເຂດ​ພັດ​ທະນາ​ດັ່ງກ່າວ ບໍ່ຍອມ​ຂາຍ ​ແລະ ບໍ່ຍອມ​ພາກັນ​ຍົກຍ້າຍອອກ​ໄປ​ຈາກ​ທີ່​ດິນ​ຂອງ​ພວກ​ຕົນ ນັບຕັ້ງ້ງ​ແຕ່​ປີ 1992 ​ເປັນຕົ້ນມາ​ແລ້ວ, ​ເພາະສະນັ້ນ ຈົນ​ເຖິງ​ປະຈຸ​ບັນນີ້ ທາງ​ການ​ລາວ​ສາມາດ​ບຸກ​ເບີກພື້ນ ທີ່່​ໃນ​ເຂດ​ນິຄົມ​ອຸດສາຫະກຳ​ໃໝ່ ​ໄດ້​ພຽງ​ແຕ່ 50 ​ເຮັກ​ຕ້າ ​ເທົ່າ​ນັ້ນ ​ແລະ ​ໃນ​ຂະນະ​ດຽວກັນ ກໍ​ຍັງ​ຄົງ​ມີ​ໂຮງງານ​ອຸດສາຫະກຳພຽງ​ແຕ່ 15 ​ໂຮງງານ ​ແລະ ກໍ​ມີເງິນ​ທຶນ​ລວມກັນ​ພຽງ​ແຕ່ 7.200.000 ​ໂດ​ລ້າສະຫະລັດ ​ເທົ່າ​ນັ້ນ ​ແລະ ໃນ​ຈຳນວນ​ນີ້ກໍ​ປະກົດວ່າ ​ເປັນ​ການ​ລົງທຶນ​ຈາກ​ຕ່າງປະ​ເທດພຽງ​ແຕ່ສາມ​ລາຍເທົ່າ​ນັ້ນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ​ກໍ​ຄາດຫວັງ​ໄວ້​ວ່າ ການ​ລົງທຶນ​ຂອງ​ຕ່າງປະ​ເທດ ຢູ່​ໃນ​ເຂດ​ນິຄົມ​ອຸດ ສາຫະກຳ ຈະ​ເພີ້ມຫລາຍ​ຂຶ້ນ​ໃນ​ອານາ​ຄົດ ຫລື ຫລັງ​ຈາກ​ທີ່ບັນຫາ​ວິ​ກິ​ດ​ການ​ທາງ​ເສດຖະກິດ​ການ​ເງິນ​ໂລກ ​ໄດ້​ຮັບການ​ແກ້​ໄຂ ​ໃຫ້​ກັບ​ຄືນ​ສູ່​ສະພາວະ​ການ​ປົກກະຕິແລ້ວ​. ສຳລັບ​ໃນ​ໄລຍະ​ສະເ​ພາະໜ້າ ທາງ​ການ​ລາວ​ກໍ​ຈະ​ສົ່ງ​ເສີມການ​ລົງທຶນ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ ໃຫ້ຫລາຍຂຶ້ນນັບມື້ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດເພື່ອນ​ບ້ານທີ່ຢູ່​ໃນ​ເຂດລຸ່ມແມ່ນ້ຳຂອງ ດ້ວຍກັນລວມ​ໄປ​ເຖິງ​ປະ​ເທດ​ສະ​ມາ​ຊິກ​ໃນ​ກຸ່ມ​ອາຊຽນອີກ​ດ້ວຍ.

ໃນ​ປະຈຸ​ບັນນີ້ໄທ ກໍ​ຍັງ​ຄົງ​ຄອງ​ອັນ​ດັບນຶ່ງໃນ​ການ​ເປັນ​ປະ​ເທດ​ທີ່​ມີ​ມູນຄ່າ​ການ​ລົງທຶນ​ ໃນ​ລາວ​ຫລາຍ​ທີ່​ສຸດ ຕິດຕາມ​ດ້ວຍ​ຈີນ, ຫວຽດນາມ, ​ແລະ ສະຫະຣັດ​ອ​າ​ເມ​ລິ​ກາຕາມ​ລຳດັບ. ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ໄທ​ມີ​ເຂດ​ຊາຍ​ແດນ​ຕິດຕໍ່ກັບ​ລາວ ຄຶດ​ເປັນ​ໄລຍະ​ທາງ​ຍາວ​ກວ່າ 1.800 ກິ​ໂລ​ເມັດ ​ແລະ ​ໄທ​ກໍ​ເປັນ​ລູກ​ຄ້າ ລາຍ​ໃຫຍ່​ທີ່​ສຸດ ທີ່​ຈະ​ຮັບ​ຊື້ກະ​ແສ​ໄຟຟ້າຈາກ​ລາວ ​ໃນ​ປະລິມານ​ລວມ​ເຖິງ 7.000 ເມກາວັດ ນັບ​ແຕ່​ປີ 2015 ​ເປັນຕົ້ນໄປ ລວມທັງ​ຍັງ​ເປັນປະ​ເທດ​ທີ່​ມີ​ມູນ​ຄ່າການ​ຄ້າ​ກັບ​ລາວ​ຫລາຍ​ທີ່​ສຸ​ດອີກ ດ້ວຍນັ້ນ ກໍ​ເຮັດ​ໃຫ້​ທາງ​ການ​ລາວ​ຄາດ​ຫວັງ​ວ່າ ຈະ​ເປ​ັນອີກ​ເງື່ອນ​ໄຂ​ປະການນຶ່ງ ທີ່​ຈະ​ຊ່ອຍ​ຊຸກຍູ້​ໃຫ້ມີ​ການ​ລົງທຶນ​ຂອງ​ໄທ ​ເຂົ້າມາ​ໃນ​ລາວ​ເພີ້ມຫລາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ເຊິ່ງລວມ​ໄປ​ເຖິງ ການ​ລົງ​ທຶນ​ທີ່​ຈະ​ເຂົ້າ​ໄປ​ໃນ​ເຂດ​ນິຄົມ​ອຸດສາຫະກຳ​ໃໝ່ຂອງ​ນະຄອນຫລວງ​ວຽງ​ ຈັນ​ອີກດ້ວຍ ດັ່ງ​ທີ່​ ທ່ານ ທອງ​ລຸນ ​ສີສຸລິ​ດ ຮອງ​ນາຍ​ຍົກ​ລັດຖະມົນຕີີ ​ແລະ ລັດຖະມົນຕີີວ່າ ການຕ່າງປະ​ເທດ​ຂອງ​ລາວ ​ໄດ້​ຖະ​ແຫລ​ງຕອນໜຶ່ງ​ໃນລະຫວ່າງ​ເຂົ້າຮ່ວມ​ກອງ​ປະຊຸມຄະ​ນະ​ກໍາມາ​ທິການ​ຮ່ວມລະຫວ່າງ​ລາວ​ກັບ​ໄທ​ຄັ້ງທີ 15 ​ເມື່ອ​ບໍ່ນານ​ມານີ້ ວ່າ:ທັງ​ສອງ​ຝ່າ​ຍກໍ​ຈະ​ໄດ້ຮ່ວມ​ມື​ກັນ​ແລະ​ກັນ ສະໜັບສະໜູນສົ່ງ​ເສີມ​ການ​ລົງທຶນຂອງ​ສອງ​ປະ​ເທດ ​ໂດຍ​ສະ​ເພາະ​ ຊຸກຍູ້​ໃຫ້ການ​ລົງທຶນ​ຂອງ​ໄທ​ກັບ​ລາວ ໃຫ້ນັບມື້ນັບ​ຫລາຍ​ຂຶ້ນ.ການລົງທຶນ​ຂອງ​ຕ່າງປ​ະ​ເທດ​ໃນ​ລາວ ນັບ​ຈາກ​ປີ 1988 ​ເປັນຕົ້ນມາ ຈົນ​ເຖິງ​ທ້າຍ​ປີ 2008 ທີ່​ຜ່ານ​ມານີ້ ປະກົດ​ວ່າ ມີ​ມູນ​ຄ່າ​ການ​ລົງທຶນສະ​ສົມ​ລວມກັນ ຄຶດ​ເປັນ​ມູນ​ຄ່າ​ເກືອບ 9.000 ລ້ານ​ ໂດ​ລ້າ​ສະຫະລັດ​ແລ້ວ ​ໂດຍ​ໃນ​ມູນ​ຄ່າ​ດັ່ງກ່າວ​ນີ້ ​ເປັນ​ການ​ລົງທຶນ​ຈາກ​ໄທເກີນ​ກວ່າ ຫ້າ​ພັນ​ລ້ານ​ ໂດ​ລ້າ​ສະຫະລັດ ຊຶ່ງ​ສ່ວນໃຫຍ່​ກໍ​ຄື​ການ​ລົງທຶນ​ໃນ​ພາກ​ສ່ວນການ​ພັດທະນາ​ພະລັງງານ​ໄຟຟ້າ​ໃນ​ລາວ ​ເພື່ອ​ທີ່​ຈະ​ສົ່ງຂາຍ​ໃຫ້​ໄທ​ນັ້ນ​ເອງ.

ຊົງຣິດ ໂພນເງິນ ລາຍງານມາຈາກບາງກອກ ເມື່ອວັນທີ 29 ເດືອນ ມີນາ 2009
XS
SM
MD
LG