ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

FAO Assists Laos in Rice Development


ອົງການ​ອາຫານ ​ແລະ ການ​ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ ຖະ​ແຫລ​ງ ການ​ຢືນຢັນ​ວ່າ ການ​ເກັບ​ກຳ​ຂໍ້​ມູນ​ສະ​ຖິຕິ​ກ່ຽວກັບ​ຜົນ​ຜະຫລິດ ​ແລະ ການ​ບໍລິ​ໂພ​ກ​ເຂົ້າ​ໃນ​ທົ່ວ ປະ​ເທດ​ລາວ​ຈະ​ແລ້ວ​ເສັດ​ສົມບູນ​ພາຍໃນ​ເດືອນ ​ກໍລະກົດ​ປີນີ້ ຫລັງ​ຈາກ​ນັ້ນ ກໍ​ຈະ​ເຮັດ​ໃຫ້​ລາວ​ສາມາດ​ທີ່​ຈະ​ນຳ​ເອົາ​ຂໍ້​ມູນ​ທີ່​ເກັບ​ກຳນັ້ນ​ໄປ​ໃຊ້​ໃນ​ການ ວາງ​ແຜນການ​ພັດທະ​ນາ​ກ່ຽວກັບ​ການ​ຜະຫລິດ​ເຂົ້າ​ໃນ​ລາວ​ເພື່ອແນ​ໃສ່​ການ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃຫ້​ມີ​ປະສິດ​ທິ​ພາບ​ຫລາຍ​ຂຶ້ນ.

ອົງການ ​ອາຫານ ​ແລະ ການ​ກະ​ເສດ​ແຫ່ງ​ສະຫະ​ປະຊາ​ຊາດ ຫລື FAO ສຳນັກງານ​ປະຈຳ​ນະຄອນຫລວງ​ວຽງຈັນ ​ໄດ້​ອອກ​ຖະ​ແຫລ​ງການ​ຢືນຢັນຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່ນານ​ມານີ້ ວ່າການ​ດຳ​ເນີນ​ໂຄງ ການເກັບ​ກຳ​ຂໍ້​ມູນ​ສະ​ຖິຕິ​ກ່ຽວກັບ​ຜົນ​ຜະຫລິດ ​ແລະ ການ​ບໍລິ​ໂພ​ກ​ເຂົ້າທີ່​ອົງການ FAO ​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່ ກະຊວງ​ກະ​ສິ​ກຳ​ປ່າ​ໄມ້​ລາວ​ນັ້ນ ​ໄດ້ຄືບ ໜ້າ​ໄປ​ແລ້ວ​ເກີນ​ກວ່າ 90% ​ແລະ ກໍ​ເຮັດ​ໃຫ້​ສາມາດ​ຄາດໝາຍ​ໄດ້​ວ່າ ການ​ດຳ​ເນີນ​ໂຄງການຢູ່​ໃນ​ທັງ 17 ​ແຂວງ​ຂອງ​ລາວ ຈະ​ແລ້ວ​ເສັດ​ສົມບູນ​ທັງໝົດ​ພາຍໃນ​ເດືອນ​ ກໍລະກົດ​ປີນີ້ ຢ່າງ​ແນ່ ນອນ. ຖະ​ແຫລ​ງ ການ​ດັ່ງກ່າວ​ຂອງ FAO ກໍ​ໄດ້​ລະບຸອີກ​ວ່າການ​ທີ່​ລາວຂາດ​ຂໍ້​ມູນ​ສະ​ຖິຕິ​ກ່ຽວ ກັບ​ຜົນ​ຜະຫລິດ ​ແລະ ການບໍລິ​ໂພ​ກ​ເຂົ້າທີ່​ມີ​ຄວາມ​ຊັດ​ເຈນ ​ແລະ ​ແນ່ນອນ ​ໃນ​ຕະຫລອດ​ໄລຍະ​ກວ່າ 30 ປີ ມານັ້ນ ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ບໍ່ສາມາດ​ທີ່​ຈະ​ວາງ​ແຜນການ ພັດທະນາ ​ແລະ ​ເປົ້າໝາຍ​ໄດ້​ຢ່າງ​ຈະ​ແຈ້ງ ​ໂດຍ​ສະ​ເພາະ​ແມ່ນ​ແຜນ ການ​ກ່ຽວກັບ​ການ​ສົ່ງ​ເສີມ​ການຜະຫລິດ​ເຂົ້າ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງ​ການ ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດໄດ້​ຢ່າງ​ພຽງພໍ ​ແລະ ​ໃຫ້​ເຫລືອກິນສຳລັບ​ສົ່ງ​ອອກ​ໄປຕ່າງປະ​ເທດ​ໃຫ້​ໄດ້​ຫລາຍ​ຂຶ້ນຢ່າງ​ຕໍ່​ ເນື່ອງ​ອີກ​ດ້ວຍ. ​ເພາະສະ​ນັ້ນ ຫລັງ​ຈາກ​ທີ່​ລາວ​ໄດ້​ມີ​ຂໍ້​ມູນ​ສະ​ຖິຕິ​ດັ່ງກ່າວ​ໄດ້​ຕາມມາດຕະຖານ​ສາກົນ​ ແລ້ວ​ນັ້ນ ກໍ​ຈະ​ເປັນ​ຜົນ​ເຮັດ​ໃຫ້​ລັດຖະບານ​ລາວ ​ສາມາດ​ທີ່​ຈະ​ກຳນົດ​ແຜນການ ​ແລະ ​ເປົ້າໝາຍກ່ຽວ ກັບ​ການ​ຜະຫລິດ ​ແລະ ການ​ບໍລິ​ໂພ​ກ ລວມ​ໄປ​ເຖິງ​ການ​ສົ່ງ​ອອກ​ເຂົ້າ​ໄດ້​ຢ່າງ​ມີ​ປະສິດ​ທິ​ຜົນ​ຫລາຍ​ຂຶ້ນ. ​ໃນ​ໄລຍະ​ແຜນການ​ປະຈຳ​ປີ 2007 ຫາ 2008 ທີ່​ຜ່ານ​ມາທາງ​ການ​ລາວ​ໄດ້​ປະມານ​ການ​ວ່າ ລາວ​ມີ​ຜົນ​ຜະຫລິດເຂົ້າລວມ​ໃນ​ປະ​ລິ​ມານ​ເຖິງ 2.700.000 ໂຕນ ​ໂດຍ​ປະຊາກອນ​ລາວ​ແຕ່ລະຄົນຈະ​ຕ້ອງການບໍລິ​ໂພ​ກ​ເຂົ້າ ​ໃນ​ອັດຕາ​ສະ​ເລ່ຍ 400 ກິ​ໂລກ​ຣາມ​ເຂົ້າ​ເປືອກ ຕໍ່ຄົນ​ຕໍ່ປີ ຫລື ປະມານ 2.400.000 ໂຕນ ​ໃນ​ທົ່ວ​ປະ​ເທດ ຊຶ່ງ​ກໍໝາຍ ຄວາມ​ວ່າ ລາວ​ຍັງ​ມີ​ປະລິມານ​ເຂົ້າ​ເຫລືອ​ກິນ​ຫລາຍກວ່າ 2​00.000 ໂຕນ.

ທາງ​ການ​ລາວ​ໄດ້​ເລີ້ມດຳ​ເນີນ​ໂຄງການ​ພັດ​ທະນາ​ແນວ​ພັນ​ເຂົ້າ ​ໂດຍ​ໄດ້​ຮັບ​ຄວາມ​ຊ່ວຍ​ເຫລືອ​ຈາກ​ ອອສ​ເຕຣ​ເລຍ ນັບ​ຈາກ​ປີ 1982 ​ເປັນຕົ້ນມາ ພາຍ​ໃຕ້​ໂຄງການ​ທີ່​ເອີ້ນ ວ່າ ສູ​ນວິ​ໃຈ ​ແລະ ພັດທະນາ​ພັດ​ເຂົ້າ ນາ​ພອກຊຶ່ງຕັ້ງ​ຢູ່​ໃນ​ເຂດ​ບ້ານ​ທ່າດ​ອກ ຄຳ ​ເມືອງ​ໄຊ​ທານີ ​ນະຄອນຫລວງ​ວຽງຈັນ ​ໂດຍ​ນັບ​ຈາກ​ປີ 1982 ​ເປັ້ນຕົ້ນມາ ກໍ​ປະກົດວ່າ ສູ​ນວິ​ໃຈດັ່ງກ່າວ​ນີ້ ສາມາດ​ພັດທະນາ​ແນວ​ພັນ​ເຂົ້າຂອງ​ລາວ​ ​ໄດ້​ແລ້ວ​ເຖິງ 11 ສາຍ​ພັນ ຄື: ສາຍ​ພັນ​ເຂົ້າທ່າ ດ​ອກຄຳໜຶ່ງ ຫາທ່າ​ດອກ​ຄຳ 11 ​ແລະ ​ໃນ​ປະຈຸ​ບັນກໍ​ຍັງ​ສາມາດຜະຫລິດ​ແນວ​ພັນ​ເຂົ້າດັ່ງກ່າວ ​ເພື່ອແຈກ​ຢາຍ​ໃຫ້​ແກ່​ບັນ ດາກະ​ເສດ​ຕະກອນ​ ​ແຕ່​ໃນ​ປະລິມານ​ເຖິງ 50 ​ໂຕນ​ໃນ​ແຕ່ລະ​ປີ.

ນອກຈາກ​ນີ້ ສູນ​ວິ​ໃຈ​ດັ່ງກ່າວ ກໍ​ກຳ​ລັງ​ດຳ​ເນີນ​ການພັດທະນາ​ເຂົ້າພື້ນບ້າ​ນຂອງ​ລາວ ​ເພື່ອ​ເຮັດ​ໃຫ້​ມີຜົນ​ຜະຫລິດ​ສູງ ​ແລະ ສອດ​ຄ້ອງ​ຢູ່​ໃນ​ລາວ​ໃຫ້​ຫລາຍ​ຂຶ້ນ ​ຕົວຢ່າງ​ກໍ​ຄື ການ​ພັດ​ທະນາ​ເຂົ້າ ຫອມພັນປະສົມ ລະຫວ່າງ​ ​ເຂົ້າທ່າ​ສະໂນໜຶ່ງ ​ແລະ ​ເຂົ້່າຫອ​ມ ນາງ​ນວນ ​ແລະ ການ​ປະສົມ​ລະ​ຫວ່າງ​ເຂົ້າຫອມນາງນວນ ​ກັບ ​ເຂົ້າ​ໄກ່​ນ້ອຍ​ເຫລືອງ. ​ແຕ່ຢ່າງ​ໃດ​ກໍ​ຕາມ ​ເຈົ້າໜ້າທີ່​ຂັ້ນສູງ​ໃນ​ກະຊວງ​ກະ​ສິກຳ​ປ່າ​ໄມ້​ລາວ ທ່ານ ໜຶ່ງກໍ​ໄດ້ຍອມຮັບວ່າການ​ວິ​ໃຈ ​ແລະ ພັດທະນາ​ພັນ​ເຂົ້າຢູ່​ໃນ​ລາວຍັງ​ຄົງຫ​ລ້າ​ຫລັງ​ປະ​ເທດ​ເພື່ອນ​ບ້ານ ​ໂດຍ​ສະ​ເພາະ​ແມ່ນ​ໄທ ​ແລະ ຫວຽດນາມ ​ເພາະວ່າ ​ການ​ຕື່ນ​ຕົວ ​ກ່ຽວກັບການວິ​ໃຈ​ພັນ​ເຂົ້າພື້ນບ້ານ​ໃນ​ລາວ​ນັ້ນຍັງ​ຕໍ່າ​ຫລາຍ ແລະ ກໍ​ມີ​ອີກ​ຫລາຍ​ສາຍ​ພັນທີ່​ຖືກ​ຕ່າງ​ຊາດ​ນຳ​ໄປ​ພັດທະນາ​ເປັນ​ພັນ​ເຂົ້າຂອງ​ຕົນ​ແລ້ວ​ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນສູງ​ໃນ​ກະຊວງ​ກະ​ຊິ​ກຳ​ປ່າ​ໄມ້​ລາວ​ໄດ້​ກ່າວ​ຢືນຢັນ​ວ່າ:

"ແນວ​ພັນ​ເຂົ້າພື້ນ​ເມືອງ​ແນວ​ທີ່​ເຮົາ​ສະ​ສົມ​ໄວ້​ໃນ​ປະຈຸ​ບັນນີ້ ມີ 13 ກວ່າ​ພັນ​ຕົວຢ່າງ ພັນ​ເຂົ້າປ່າ​ກໍ​ຮ້ອຍກວ່າ​ຊະນິດ ​ເປັນ​ຫຍັງ​ຊິ​ບໍ່​ໃຫ້​ຈົດ​ທະບຽນ ຫລື​ວ່າ ​ໃຫ້​ຂຶ້ນທະບຽນໄວ້ ​ເພາະ​ວ່າ​ມັນ​ເປັນຊັບ​ສົມບັດ​ ແມ່ນ​ມູນ​ມໍ​ລະ​ດົກ​ຂອງ​ວົງ ຄະນາຍາດ​ແຫ່ງ​ຊາດ ​ເພາະ​ວ່າ​ເຂົາ​ເຈົ້າ​ເອົາ​ແນວ​ພັນ​ເອົາ ແຊລ ພື້ນ​ເມືອງ​ດັ່ງກ່າວ​ໄປ​ປະສົມ​ກັບ​ພັນ​ພື້ນເມືອງອື່ນໆ ຫລືວ່າແຊລ ອື່ນໆອອກ​ມາ​ເປັນ​ແນວ​ພັນໃໝ່ ສາຍ​ພັນ​ໃໝ່. ຖ້າ​ບໍ່ຊັ້ນນັ້ນ​ແມ່ນ​ແນວ​ພັນ​ພື້ນ​ເມືອງ​ຂອງ​ເຮົາ​ນີ້​ແມ່ນ​ຖືກກະຈາຍ​ອອກ​ ໄປໝົດຖ້າ​ເຮົາ​ບໍ່ມີ​ການ​ຈົດ​ທະບຽນ ຫລື​ວ່າ ມີ​ເອກະ ສານ​ຢັ້ງຢືນ​ອັນ​ໃດ​ອັນ​ໜຶ່ງ ​ບັດ​ເມື່ອ​ເວລາ​ເຮົາ​ເຮັດ​ການ​ຄ້າການຂາຍ ມັນ​ກໍຮຽກຮ້ອງ​ໃຫ້​ມີການຢັ້ງຢືນ​ຖິ່ນ ຫລື​ວ່າ ​ແຫລ່​ງກໍາ​ເຫນີດຂອງ​ຊະນິດ​ພັນ​ພື​ດ."

ຊົງຣິດລາຍ​ງານ​ຈາກ​ບາງກອກ ​ເມື່ອ​ວັນ​ທີ 2 ເມສາ 2008
XS
SM
MD
LG