ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໂອບາມາ ແລະຜູ້ນຳໂລກ ຫາລືກັນ ເລື່ອງກຸຍບາ


ກອງ​ປະຊຸມ​ສຸດ​ຍອດ​ອາ​ເມ​ລິ​ກາ: ​ປາກົດ​ວ່າ ກຸຍ​ບາ ​ໄດ້ກາຍ​ເປັນ​ຫົວ​ຂໍ້​ທີ່​ຄອບ​ງຳ​ກອງ​ປະຊຸມ​ສຸ​ດຍອດ ຂອງ​ທະວີບອາ​ເມ​ລິ​ກາ ທີ່​ໝູ່​ເກາະ TRINIDAD AND TOBAGO ຊື່​ງປະທານາ ທິບໍດີ VENEZUELA ທ່ານ HUGO CHAVEZ ແລະ​ ພວກ​ຜູ້ນຳ​ຄົນອື່ນໆ​ໃນ​ກອງ​ປະຊຸມ ​ໄດ້​ພາກັນ​ຊຸກຍູ້​ໃຫ້ປະທານາ ທິບໍດີ ໂອ​ບາ​ມາ ຍົກ​ເລີ​ກການ​ຫ້າມ​ຄ້າຂາຍ​ຂອງສະຫະລັດ ກັບ​ກຸຍ​ບາ. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ຢາກ​ເຫັນ​ການ​ປ່ຽນ​ແປງ​ຢູ່​ໃນ​ສາຍ​ພົວພັນ ລະຫວ່າງ​ສະຫະລັດ​ກັບ​ກຸຍ​ບາ ​ແຕ່​ພ້ອມ​ດຽວ​ກັນ ທ່ານ​ກໍ​ຢາກ​ເຫັນ​ມີ​ການ​ປ່ຽນ​ແປງ​ໄປ​ສູ່​ປະຊາທິປະ​ໃຕ ຢູ່​ໃນ​ປະ​ເທດ​ເກາະດອນ​ດັ່ງກ່າວ ທີ່ຢູ່​ໃຕ້​ລະບອບ​ຄອມ​ມຸຍ ນິສຕ໌ນັ້ນ ຊື່​ງຍ້ອນ​ມີ​ການ​ປົກຄອງ​ໃນ​ລະ​ບອບ ທີ່​ວ່າ​ນີ້ ກຸຍ​ບາ​ຈື່ງ​ຖືກ​ຍົກ​ເວ້ນ​ຈາກ​ກອງ​ປະຊຸມ. ອາທິດ​ແລ້ວ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ຍົກເລີກ​ຂໍ້​ຫ້າມ​ຂອງ​ສະຫະລັດ ຕໍ່​ການ ​ເດີນທາງ​ໄປ​ຍັງ​ກຸຍ​ບາ ​ແລະ​ການ​ສົ່ງ​ເງິນ​ຂອງ​ພວກ​ຊາວ​ອາ​ເມ​ລິ​ກັນ​ເຊື້ອສາຍ​ກຸຍບາ ​ໄປ​ໃຫ້​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ໃນ​ກຸຍ​ບານັ້ນ. ຫົວ​ຂໍ້​ສຳຄັນ​ອື່ນໆ​ທີ່​ໄດ້​ຖືກ​ຍົກ​ຂື້ນ​ມາ​ສົນທະນາ​ກັນ ຢູ່​ໃນ​ກອງ​ປະຊຸມ​ສຸດຍອດ​ຂອງ​ພວກຜູ້ນຳ​ຊີກ​ໂລກ​ຕາ​ເວັນ​ຕົກ ກໍ​ຄື​ທະວີ​ອາ​ເມ​ລິ​ກາ ໃນ ຄັ້ງນີ້ ກໍ​ມີ​ເລື່ອງ​ເຮັດ​ແນວ​ໃດ​ ຈື່ງຈະ​ສາມາດຮື້​ຟື້ນ​ເສ​ດຖະກິດ​ຂອງ​ພວກ ປະ​ເທດ​ຂອງ​ເຂົາ​ເ​ຈົ້າຄືນ​ມາ​ໄດ້ ​ເລື່ອງ​ການ​ຮັກສາ​ການ​ຄ້າ​ໄວ້ ບໍ່​ໃຫ້​ຫລຸດ ຫນ້ອຍ​ຖອຍ​ລົງ​ອີກ ​ແລະປ້ອງກັນບໍ່​ໃຫ້​ວິ​ກິດ​ການ​ການ​ເງິນ​ຂອງ​ໂລກສ້າງ ຄວາມທຸກ​ຈົນ​ຕື່ມຂື້ນ​ອີກ.
ສະຫະລັດ-​ເວ​ເນ​ຊູ​ເອລາ: ທານ​ຮູ​ໂກ ຊາ​ເວ​ຊ ປະທານາທິບໍດີ​ປະ​ເທດ​ເວ​ນາ​ຊູ​ເອລາ ກາວ​ວາ ທານ​ຄາດໝາຍວ່າຈະ​ໄດ້​ສງ​ເອກ​ອັກຄະລັດຖະທູດ​ຂອງ​ຕົນ​ກັບ​ຄືນ​ມາ​ປະຈຳ​ຢູ ສະຫະລັດ ​ໃນ​ໄວໆ​ນ ​ໃນການ​ເຄອນ​ໄຫວ​ທີ່​ຈະ​ມີ​ຂື້ນ ຫລັງຈາກ​ທທັງ​ສອງ​ປະ​ເທດ​ໄດ​ເນລະ​ເທດ​ທູດ​ພິ​ເສດ​ຂອງ​ພວກຕົນ ມາ​ໄດຫລາຍ​ເດືອນ.ຂາວ​ເອພີ​ ໄດ​ອາງ​ເອົາ​ຄຳ​ເວາຂອງ​ເຈາໜາ​ທ​ກະຊວງ​ຕາງປະ​ເທດ​ສະຫະລັດ ທເວາວາ ສະຫະລັດ​ແລະ​ເວ​ນາ​ຊູ​ເອລາ​ຈະ​ທຳ​ງານຮ່ວມ​ກັນ ​ເພື່ອສງ​ເອກ​ອັກຄະລັດຖະ​ທູດ​ຂອງ​ພວກ​ຕົນ​ຄືນ​ເຂາ​ປະຈຳການ ຢູໃນທັງ​ນະຄອນ​ຫລວງ​ວໍ​ຊິງ​ຕັນ​ດີ​ຊີ ​ແລະ​ນະຄອນຫລວງ CARACAS.ສະຫະລັດອະ​ເມ​ລິ​ກາ​ ແມ່ນໄດ້ມີ​ຄວາມ​ສຳພັນ​ທ​ບ​ລົງ​ຮອຍ​ ມີ​ການ​ຂັດແຍ້​ງກັນ​ກັບ ​ເວ​ນາ​ຊູ​ເອລາ​ມາ ເປັນ​ເວລາ​ດົນ​ນານ​ ຊື່​ງ​ຄວາມ​ສຳພັນ​ທີ່​ວ່າ​ນີ້ໄດ້​ຕົກຕ່ຳລົງ​ເຖິງ​ຈຸດ​ຕ່ຳສຸດ ​ໃນ​ເດືອນ​ກັນຍາ ຂອງ​ປີຜານມາ ​ເວລາທານ​ຊາ​ເວ​ຊ​ໄດ​ເນລະ​ເທດ​ເອກ​ອັກ​ຄະ​ລັດຖະທູດອາ​ເມ​ລິກາ​ອອກປະ​ເທດ​ ​ແລະ​ສະຫະລັດກໍ​ໄດ​ ຕອບໂຕ້ ​ໃນ​ທຳນອງດຽວ​ກັນ.ທານ​ຊາ​ ເວ​ຊ​ໄດ້ກາວ​ໃນ​ເວລາ​ນັ້ນວາ ຕົນ​ປະຕິບັດການ​ເຊ່ນ​ນັ້ນ ​ເພື່ອ​ສະ​ແດງ​ຄວາມ​ເປັນ​ເອກະ​ພາບກັບ​ທານ ອີ​ໂວ ​ໂມ​ຣາລ​ເລ​ສ ປະທາ​ນາ​ທິບໍດີ ປະ​ເທດ​ໂບລິ​ເວ​ຍ ທໄດ້ສງ​ເນລະ​ເທດ​ເອກ​ອັກຄະລັດ​ຖະ​ທູດ​ສະຫະລັດອ​າ​ເມ​ລິ​ກາ​ອອກ​ຈາກ​ໂບລີ​ເວ​ຍ ​ໃນ​ຂ​ຫາ​ວາ​ເປັນ​ຕົວ​ການ​ສາງ ຄວາມ​ແຕກ​ແຍກ​ພາຍ​ໃນ​ປະ​ເທດໂບລີ​ເວ​ຍ.

ຄວາມ​ຮຸນ​ແຮງ​ໃນ​ປາ​ກິ​ສະຖານ: ເຈົ້າໜ້າ​ທີ່ປາ​ ກິ​ສະຖານກ່າວ​ວ່າ ມີ​ສາມ​ຄົນ​ເສຍຊີວິດ​ແ​ລະ​ຫ້າ​ຄົນ​ໄດ້ຮັບ​ບາດ​ເຈັບ ​ໃນວັນ​ອາທິດ​ມື້​ນີ້​ ໃນ​ການໂຈ​ມຕີ​ດ້ວຍ​ລູກ​ສອນໄຟ ທີ່​ສົງ​ໃສ​ວ່າ​ ຍິງ​ມາ​ຈາກຍານ​ອາກາດ​ທີ່​ບໍ່​ມີ​ຄົນ​ຂັບ​ຂອງ​ສະຫະລັດ ທີ່​ແນ​ເປົ້າໝາຍ​ໃສ່​ທີ່​ໝັ້ນຂອງ​ພວກ​ຫົວ​ຕໍ່ສູ້ ​ໃນ​ເຂດ Waziristan ​ໃຕ້ໃນ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ​ປາກິ​ສະ ຖານ​ ຊື່​ງເປັນເຂດທີ່​ຮູ້​ກັນ​ດີ​ວ່າ ​ເປັນ​ທີ່ໝັ້ນ​ຂອງຫົວໜ້າ​ກຸ່ມ​ຕາ​ລີ​ບານ​ຢູ່​ໃນ​ປາ​ກິ​ສະ ຖານ​ ນາຍ Baitullah Mehsud ທີ່​ທາງ​ການ​ກ່າວ​ຫາ​ວ່າ ​ເປັນ​ຜູ້​ວາງ​ແຜນການ​ຢູ່​ເບື້ອງ​ຫລັງ​ການ ລອບ​ສັງ ຫານອະດີດ​ນາຍົກ ລມຕ ທ່ານ​ນາງ Benezir Bhutto. ການ​ໂຈມ​ຕີ​ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ຂອງສະຫະລັດ ມື້​ນີ້ ມີ​ຂື້ນ​ນື່ງມື້ ຫລັງຈາກ​ຄົນ​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນື່ງໄດ້​ຂັບລົດທີ່​ບັນທຸກ​ລະ​ເບີດໄປ​ເຕັມລົດ ​ເຂົ້າ​ຕຳ​ຂະບວນລົດຂອງ​ທະຫານ ຢູ່​ບ່ອນ​ກວດກາ​ຮັກສາ​ຄວາມປອດໄພບ່ອນ​ນື່ງ​ໃນ​ວັນ​ເສົາ​ວານ​ນີ້ ໃກ້ໆ​ກັບ​ເມືອງ HANGU ​ໃນ​ແຂວງ North West Frontier ໃນ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ເຮັດ​ໃຫ້​ມີ​ຄົນເສຍ​ຊີວິດ 25 ຄົນ ຊື່​ງລວມທັງ​ທະຫານ ຕຳຫລວດແລະ ຄົນ​ເດີນ​ຖະນົນ ​ແລະ​ກຳລັງ​ຮັກສາ​ຄວາມ​ປອດໄພ​ກັບ​ພົນລະ​ເຮືອນ​ໄດ້​ຮັບ​ບາດ ເຈັບ​ອີກ 62 ຄົນ.

ເມັກ​ຊິ​ໂກ-ບັນຫາ​ຢາ​ເສບ​ຕິດ: ກະຊວງ​ຮັກສາ​ຄວາມ​ປອດໄພ​ພາຍ​ໃນ​ປະ​ເທດ​ຂອງ​ເມັກຊິ​ໂກ ກາວ​ວາ ​ເຈາ ໜາ​ທ​ຕຳຫ​ລວດ​ເມັກຊິ​ກັນຈຳນວນ​ແປດ​ຄົນ ຖືກ​ຂາ​ຕາຍ​ເມອວັນ​ເສົາ​ວານ​ນ ເວລາ​ພວກ​ມື​ປືນ​ພະຍາຍາມ​ບຸກ​ເອົາ​ຜູ​ຕອງສົງ​ໃສ​ຄາ​ຢາ​ເສບ​ຕິດ​ ​ໄປຈາກ​ຂະບວນລົດຂອງຕຳ​ຫລວດ. ທາງ​ການ​ເມັກ​ຊິ​ໂກ​ກາວ​ວາ ​ເຈາໜາ​ທ​ຕຳ​ຫລວດ​ດງກາວ ຖືກ​ໂຈມ​ຕີ​ ​ເວລາ​ຂະ​ບວນລົດ​ຂອງ​ເຂົາ​ເຈາ​ແລ່ນອອກ​ຈາກ​ສະນາມ​ບິນໃນລັດ Nayarit ທາງກຕາ​ເວັນ​ຕົກ​ຂອງ​ປະ​ເທດໄປ ຫລັງ​ຈາກໄ​ປຮັບ​ເອົາ​ຜູ​ຕອງ​ສົງ​ໃສ​ຄາ​ຢາ​ເສບ​ຕິດ​ເກາຄົນ ຊງ​ໂຮມ​ທັງ ນາຍ Jeronimo Gamez ​ສະມາຊິກ​ອັນ​ດັບ​ສູງ​ຂອງ​ກຸ່ມຄາ​ຢາ​ເສບ​ຕິດ Beltran Leyva ນນ​ນຳ. ນາຍ​ກາ​ເມ​ຊ ໄດ​ຖືກ​ເຈາໜາ​ທ​ຕຳຫລວດຈັບ​ຢູ​ນະຄອນຫລວງ Mexico City ​ເມອ​ເດືອນ​ມັງກອນ​ ​ປີ​ນ. ຢາງ​ໃດ​ກໍ​ຕາມ ກະຊວງ​ຮັກສາ​ຄວາມປອດໄພ​ພາຍ​ໃນ​ປະ​ເທດ ເມັ​ກຊິ​ໂກ​ກາວ​ວາ ພວກ​ມື​ປືນບໍ່​ປະສົບ​ຜົນ​ສຳ​ເລັດ​ໃນ​ຄວາມພະ ຍາຍາມ​ບຸກ​ເອົາ​ຕົວ​ພວກນັກ​ໂທດດັ່ງກ່າວ​ອອກ​ຈາກ​ຂະບວນລົດ​ ແລະ​ໄດ້ເອົາ​ຕົວຫລົບ​ໜີ​ໄປ​ກັບລົດບັນທຸກ​ສາມ​ຄັນ.

ຄວາມ​ເຄ່ງ​ຕຶງ​ລະຫວ່າງ​ສອງ​ເກົາຫລີ: ເຈົ້າໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຮັບ​ເອົາ​ຂໍ້​ສະ​ເນີ​ຂອງ​ເກົາ ຫລີ​ເໜືອ ສຳລັບ​ການ​ເຈລະຈາ​ກັນ​ກ່ຽວ​ກັບ​ເຂດອຸ​ສະຫະ​ກຳ​ຮ່ວມ​ຢູ່​ໃນ​ເກົາ ຫລີ​ເໜືອ​ນັ້ນ ຊື່​ງຂໍ້​ສະ​ເນີ​ທີ່​ວ່າ​ນີ້​ແມ່ນ​ເປັນ​ການ​ຕິດ​ຕໍ່​ຢ່າງ​ເປັນທາງ​ການ​ອັນ​ທຳອິດທີ່​ລັດຖະບານ​ພຽງ​ຢາງ ມີ​ໄປເຖິງ​ລັດຖະບານ​ໂຊ​ລໃນ​ຮອບ​ປີ​ກ່ວາ.ໂຄສົກ​ຍິງ​ຂອງກະຊວງ​ທ້ອນ​ໂຮມເກົາຫລີຂອງ​ເກົາຫລີໃຕ້ ທ່ານ​ນາງ Lee Jong-joo ບອກ​ພວກ​ນັກ​ຂ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ເຈົ້າໜ້າ​ທີ່ຂອງ​ທັງ​ສອງ​ຝ່າຍ​ ມີ​ແ​ຜນການຈະ​ພົບ​ປະກັນ​ໃນ​ເມືອງ​ຊາຍ​ແດນ Kaesong ​ໃນ​ວັນ​ອັງຄານ​ຈະ​ມາ​ນີ້ ​ເພື່ອ​ຫາລື​ກັນ​ເລື່ອງ​ຍ່ານ​ອຸ​ສະຫະ ກຳ​ຮ່ວມ​. ​ເກົາຫລີ​ໃຕ້​ກ່າວ​ໃນ​ມື້ວານ​ນີ້​ວ່າ ຝ່າຍ​ເໜືອ​ໄດ້​ສະ​ເນີ​ໃຫ້​ພົບ ກັນ​ໃນ​ເຂດ​ອຸ​ສະ​ກະ​ກຳ Kaesong ​ແຕ່​ບໍ່​ໄດ້​ບອກ​ຢ່າງ​ເຈາະ​ຈົງ​ວ່າຈະ ຫາລືກ່ຽວ​ກັບ​ເລື່ອງ​ໃດ​ກັນ​ແທ້. ແຕ່ພວກ​ເຈົ້າໜ້າ​ທີ່​ເກົາຫລີ​ໃຕ້​ໄດ້​ຮຽກຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ເລົ່າ ​ໃຫ້​ເກົາຫລີ​ເໜືອ​ອະນຸຍາດ​ໃຫ້​ພວກ​ຕົນ​ໄດ້​ເຂົ້າ​ພົບຊາວ​ເກົາຫລີ​ໃຕ້ຄົນ​ນື່ງ ທີ່ໄດ້​ຖືກ ຈັບ​ແລະ​ກັກ​ໂຕ​ໄວ້ ທີ່​ຍ່ານອຸ​ສະ​ກະ​ກຳ​ຮ່ວມ​ເມື່ອ​ເດືອນ​ແລ້ວ​ນີ້ ​ໃນ​ຂໍ້​ຫາ ວ່າ​ໄດ້​ກ່າວ​ຕິຕຽນ​ເກົາຫລີ​ເໜືອ.

ການ​ເມືອງ​ໃນ​ປະ​ເທດ​ໄທ: ທີ່​ປະ​ເທດ​ໄທ ນາຍົກລັດຖະມຸນຕຣີ​ ອະພິສິດ ​ເວ​ຊຊາ​ຊິ​ວະ ໄດຮຽກຮອງໃຫ​ທຸກ​ຝາຍເຂາສູ​ຄວາມ​ສະ​ງົບ ຫລັງ​ຈາກ​ການ​ປະ​ທວງ​ທ​ພາ​ໃຫ​ມີ​ຜູ້​ຄົນ​ລມ​ຕາຍ ​ແລະ​ມີ​ການພະຍາຍາມ​ລອບ​ສັງ ຫານ​ນັກ​ເຄອນ​ໄຫວ ຄົນ​ສຳຄັນ​ຂອງຝາຍ​ຄານຜູ​ນງ​ນນ. ທານ​ອະພິສິດ ​ໄດ້​ທຳ​ການ​ຮຽກຮ້ອງ​ດັ່ງກ່າວ ໃນ​ລາຍການ​ອອກ​ທີ​ວີ​ປະຈຳ​ອາທິດຂອງ​ທ່ານ ​ໃນ​ມນ ແລະ​ ​ໄດ້ປະຕິຍານ​ຕົນ​ ທ​ຈະ​ຕາມ​ຈັບຜູ​ລັກລອບ​ສັງຫານ ທ່ານ​ສົນທິ ລມທອງ​ກູລ ບຸກຄົນ​ສຳຄັນ​ຂອງ​ຝາຍ​ຄານ ​ໃນ​ບາງ​ກອກ ​ເມອ​ວັນ​ສຸກ​ຜານ​ມາ​ນ ມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້. ຮອງ​ຜູ​ບັນຊາ​ການ​ຕຳ​ຫລວດແຫງ​ຊາດ ທ່ານ ຈົງຣັກ ຈຸທາ​ນົນ ກາວ​ວາ ທານ​ເຊອ​ວາ ມີມື​ປືນ​ຫາ​ຄົນ ທ​ຖື​ປືນ AK-47 ​ແລະ​ເອັມ 16 ທ​ເປັນ​ຕົວ​ການ​ໃນ​ການ​ລອບ​ສັງຫານ​ຄງ​ນ ຊງ​ຍັງ​ຜົນ​ໃຫ້ທ່ານ​ສົນທິ ລມທອງ​ກູລ ຄົນ​ຂັບ​ລົດ ​ແລະ​ຜູ​ຊວຍຂອງ​ທານ​ທຢູ​ໃນ​ລົດ ​ໄດ​ຮັບ​ບາດ​ເຈັບ. ຢ່າງ​ໃດ​ກໍ​ຕາມ ທານນາຍົກລັດຖະມຸນຕຣີ ​ໄດ​ຮຽກຮອງປະຊາ ຊົນ​ໄທ ​ບໃຫ​ສວາຍໃຊ​ເຫດການ​ລອບ​ສັງນ ​ເຮັດ​ໃຫ້ການ​ປະ​ທວງຕໍ່ຕ້ານຣັຖບານ​ ແຜ​ກວາງ​ອອກ​ໄປ​ອີກ. ພວກ​ນາຍ​ແພດ​ປະຈຳ​ໂຮງພະ​ຍາ​ບານ​ຈຸລາ​ລົງ​ກອນ ກາວ​ວາ ທ່ານ​ສົນທິ ​ໄດຟນຕົວ​ຄືນ​ສູ​ສະພາບ​ປົກກະຕິ​ແລວ ຫລັງ​ຈາກ​ຜາຕັດ​ເອົາ​ສະ​ເກັດ​ລູກປືນ​ອອກ​ຈາກ​ຫົວ​ ​ແຕ​ຄົນ​ຂັບ​ລົດຂອງ​ທານ​ຍັງ​ມີ​ອາການ​ສາຫັດ​ຢູ.

ຈີນ​ແລະ​ສະຫະລັດ: ນາຍ​ທະຫານ​ຂັ້ນສູງ​ສຸດ​ໃນ​ກອງທັບ​ເຮືອ​ສະຫະລັດ​ໄດ້​ກ່າວ​ຊົມ​ເຊີຍ ການ​ຮ່ວມ​ມື​ລະ​ຫວ່າງ​ກອງທັບ​ເຮືອສະຫະລັດ ​ແລະກອງທັບ​ເຮືອ​ຈີນ​ໃນ​ການ​ຕໍ່ສູ້​ຕ້ານ​ພວກ​ໂຈນ​ທະ​ເລ ​ແລະ​ຖື​ເບົາ​ການ​ປະ​ເຊີນໜ້າ​ກັນເມື່ອ ບໍ່​ນານ​ມາ​ນີ້ ລະ​ຫວ່າງ​ປະ​ເທດ​ທັງ​ສອງ ຢູ່​ໃນ​ເຂດ​ທະເລຈີນໃຕ້. ພົນ​ເຮືອ​ເອກ GARY ROUGHEAD ຫົວໜ້າ​ຝ່າຍ​ປະຕິ​ບັດ​ການ​ຂອງ ກອງທັບ​ເຮືອ​ສະຫະລັດ ​ໄດ້​ຖະ​ແຫລ​ງຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ຢູ່​ນະຄອນ ຫລວງປັກ​ກິ່ງ​ມື້ວານ​ນີ້​ວ່າ ທ່ານ​ໄດ້​ມີ​ການສົນທະນາ​ຫາ ລື​ທີ່​ດີ ກ່ຽວ​ກັບກອງທັບ​ເຮືອ​ຂອງ​ຈີນ ​ໃນ​ການ​ພົບ​ປະກັນ​ກັບ​ພົນ​ເຮືອ​ເອກ WU SHENGLI ຈາກ​ກອງທັບ​ເຮືອ​ຈີ​ນ​ໃນ​ວັນ​ເສົາ​ວານ​ນີ້. ທ່ານ ROUGHEAD ກ່າວ​ວ່າ ທ່ານ​ກັນ​ທ່ານ WU ​ໄດ້​ສົນທະນາ​ກັນ ​ເຖິງ​ເລື່ອງ​ການ​ປະ​ເຊີນ​ໜ້າ​ກັນ ລະ​ຫວ່າງກຳ​ປັ່ນ​ລົບ IMPECCABLE ຂອງ​ສະຫະລັດ ກັບ​ເຮືອ​ຂອງ​ຈີນ​ຫລາຍ​ລຳ​ເມື່ອ​ເດືອນ​ມີນາ​ຜ່ານ​ມານັ້ນ ຊື່​ງທາງ​ສະຫະລັດ​ອ້າງ​ວ່າ ກຳ​ປັ່ນ​ລົບ IMPECCABLE ກຳລັງ​ປະຕິ ບັດ​ງານ​ຢູ່​ໃນ​ເຂດ​ນ່ານນ້ຳ ສາກົນ ໃນ​ຂະນະ​ທີ່​ຝ່າຍ​ຈີນ​ອ້າງ​ວ່າ ກຳ​ປັ່ນ ຂອງ​ສະຫະລັດ ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ບໍລິ​ເວນ ທີ່​ເປັນ​ເຂດ​ເສດຖະກິດ​ຂອງ​ຈີນ ໂດຍ​ສະ​ເພາະ. ພ້ອມ​ດຽວ​ກັນ​ນີ້ ພົນເຮືອ​ເອກ ROUGHEAD ຍັງ​ໄດ້​ຊົມ​ເຊີຍ​ການ​ຮ່ວມ​ມື ຈີນ-ສະຫະລັດ ​ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ຕ້ານ​ຢັນ​ພວກ​ໂຈນ​ທະ​ເລ ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ໂຊ​ມາ​ເລຍ​ນັ້ນນຳ.

XS
SM
MD
LG