ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ງູມີພິດເຮັດໃຫ້ຫລາຍແສນຄົນເສັຽຊີວິດໃນແຕ່ລະປີ


ງູທີ່​ມີພິດ​ຮ້າຍ​ແຮງ​ໄດ້ເຮັດໃຫ້ພວກຄົນ​ທີ່​ຖືກ​ຕອດ ເສັຽ ຊີວິດ​ໄປ ຮອດ 2 ແສນຄົນ ໃນແຕ່ລະປີ. ອົງການອານະໄມ ໂລກ ເວົ້າວ່າພວກ​ປະຊາຊົນຢູ່​ໃນ​ປະ​ເທດທຸກ​ຈົນ ​ໃນເຂດ​ຮ້ອນ​ຂອງ​ໂລກ ມີຄວາມສ່ຽງເປັນ​ພິ​ເສດ ຍ້ອນຄວາມຂາດເຂີນ​ຢາ​ປົວ​ພິດ​ງູ.

ໃນແຕ່ລະປີມີ​ພົນລະ​ເມືອງ​ທົ່ວໂລກ​ຈຳນວນຫ້າ​ລ້ານ​ຄົນ ​ຖືກງູ​ຕອດ​ ເຊິ່ງສ່ວນ​ໃຫຍ່ຜູ້ຄົນເຫລົ່ານີ້ແມ່ນ​ອາ​ໃສ​ຢູ່​ເຂດຊົນນະບົດ ໃນທະວີບເອ​ເຊັຽແລະອາ​ຟຣິກາ ​ແລະ ຫລາຍແສນ​ຄົນໃນນັ້ນ​ ​ເສັຽຊີວິດຫລືບໍ່​ກໍເສັຽອົງ​ຄະ​ຢ່າງ ຖາວອນ. ການຂາດ​ເຂີນ​ຢາຕ້ານ ພິດ ​ຫລື antivenin ຢູ່​ປະ​ເທດ​ທີ່​ທຸກ​ຍາກ ເຮັດ​ໃຫ້ຊາວນາ, ຫນຸ່ມ​ສາວ ​ແລະ​ເດັກ​ເລັກເດັກນ້ອຍ ຈຳນວນ​ນັບ​ບໍ່​ຖ້ວນ ຕົກ​ຢູ່​ໃນອັນຕະລາຍ​.

ນາຍ ​ແລຣີ ບູລາ​ນາ​ດີ ຊາວຟີ​ລີ​ປິນ ໄດ້​ຮັບສົມຍາ​ນາມ ຢູ່​ໃນ​ປະ​ເທດຂອງ​ລາວ ວ່າເປັນໝໍງູ​ຈົງອາງຫລື​ງູ​ເຫົ່າ ​ເພາະວ່າລາວ​ມີ​ຄວາມ​ຊ່ຽວຊານ​ ໃນການ​ລ່າ​ງູ​ເຫົ່າທີ່ມີພິດຮ້າຍ​ກາດ ຊຶ່ງ​ໃຜໆ ​ກໍ​ຢ້ານ ຍ້ອນ​ມັນພົ່ນພິດ​ໃສ່ຜູ້ທີ່​ເຂົ້າໃກ້​ມັນ ​ຫລື​ຕົກເປັນເຫຍື່ອ ຂອງ​ມັນ.

ພວກຊາວນາ​ຢູ່​ຂົງ​ເຂດ​ນີ້​ ​ໄດ້​ພາກັນ​ຮ້ອງຂໍ​ໃຫ້ນາຍ ບູລາ​ນາ​ດີ ກຳຈັດງູ​ເຫົ່າໃຫ້ໝົດສີ້​ນໄປ​ຈາກ​ໄຮ່ນາຂອງ​ເຂົາ​ເຈົ້າ ຢູ່​ເລື້ອຍໆ.

ມື້ນີ້​ກໍ​ຄື​ກັນ ​ຊາວນາ​ຜູ້ໜຶ່ງ​ໄດ້ເອີ້ນນາຍ ບູລາ​ນາ​ດີ ​ໃຫ້ໄປ​ຊ່ວຍ​ກຳຈັດ​ງູ​ສອງ​ໂຕ​ຢູ່ໃນນາ​ຂອງ​ລາວ. ຖ້າ​ຫາກຊາ​ວນາ​ຄົນ​ນັ້ນຖືກ ງູເຫົ່າຕອດ ລາວ​ກໍອາດ​ຈະ​ຕາຍ​ໄດ້​ຢ່າງ​ໄວວາ ເພາະວ່າ​ໂຮງໝໍ ກໍຢູ່ໄກ ​ແລະ ສ່ວນ​ຫລາຍໃນໂຮງໝໍ​ກໍ​ບໍ່ມີ​ຢາ​ປົວພິດງູ​ອີກ​ດ້ວຍ.

LARRY BULANADI, SNAKE HUNTER (Speaking in Tagalog with English VO)

ນາຍ ບູລາ​ນາ​ດີ ​ເວົ້າວ່າ "ຢູ່​ໃນ​ບໍລິ​ເວນ​ນີ້ ພວກຊາວນາມີໂອກາດທີ່ຈະພົບເຫັນງູຫລາຍ ເພາະວ່າທົ່ງນາໄດ້ຖືກຖາງ ໃຫ້ແປນ ເຊິ່ງເຮັດໃຫ້ງູບໍ່ມີບ່ອນລີ້ຊ່ອນຢູ່. ສະນັ້ນ ເຈົ້າຂອງນາຈື່ງຂໍໃຫ້ພວກເຮົາມາ​ເອົາງູອອກ​ໄປ​ຈາ​ກ​ໄຮ່ນາ​ໃຫ້​ເຂົາ​ເຈົ້າ ເພາະວ່າມັນເປັນອັນຕະລາຍຕໍ່ຊີວິດ ຂອງເຂົາເຈົ້າ."

ອົງການອາ​ນະ​ໄມ​ໂລກ ຫລື WHO ​ເວົ້າວ່າ ພົນລະ​ເມືອງ​ໂລກ​ປະມານຫ້າ​ລ້ານ​ຄົນ ​ໄດ້​ຖືກງູ​ຕອດໃນແຕ່ລະປີ, ​ແລະ ມີຫລາຍ ​ເຖິງ 2​ ແສນ​ຄົນ ເສັຽຊີວິດ ​ແລະ 4 ​ແສນ​ຄົນເສັຽ​ແຂນເສັຽຂາ. ສ່ວນ​ຫລາຍຜູ້ທີ່​ຖືກ​ເຄາະ​ຮ້າຍ ​ແມ່ນ​ອາໃສ​ຢູ່​ປະ​ເທດ​ກຳລັງພັດທະນາ ​ຢູ່ໃນທະວີບ​ເອ​ເຊັຽ ​ແລະ ອາ​ຟຣິກາ.

ອົງການ WHO ​ເວົ້າວ່າ ຜູ້​ທີ່ຖືກ​ງູ​ຕອດໃນ​ປະ​ເທດ​ກຳລັງພັດທະນາ ເຊິ່ງ​ຈຳນວນ​ຫລາຍແມ່ນ​ເດັກນ້ອຍນັ້ນ ເສັຽຊີວິດ​ໄປກໍຍ້ອນວ່າ ພວກ​ເຂົາ​ອາໃສ​ຢູ່ໄກ​ຈາກບ່ອນທີ່​ມີແພດໝໍ ທີ່ສາມາດຊ່ວຍ​ເຫລືອໄດ້ ​ແລະ ຍ້ອນ​ມີ ການຂາດເຂີນ​ຢາຕ້ານພິດງູ ຢູ່ໃນ​ທົ່ວ​ໂລກ.

ທ່ານໝໍ ວີ​ສິທ ສິດ​ພຣີຈາ (Visith Sitprija) ​ເປັນ​ຫົວໜ້າສູນ​ກາງ​ປະສານງານດ້ານ ການສຶກສາ ແລະຄົ້ນຄວ້າພິດງູ ຂອງ​ອົງການ WHO ຢູ່ບາງກອກ. ​ທ່ານ​ເວົ້າວ່າ ລາຄາໃນ​ການ​ຜະ ຫລິດ​ຢາ​ປິ່ນປົວພິດ​ງູ ທີ່​ແພງນັ້ນ ກໍໝາຍຄວາມ​ວ່າປະ​ເທດ​ທີ່ ທຸກຍາກ​ ເຊັ່ນປະ​ເທດກໍາປູເຈັຽ ​ແລະມຽນມ້າ, ບໍ່ສາມາດໄດ້ ຮັບຢຸກຢາທີ່​ວ່າ​ນີ້ຢ່າງພຽງພໍ.

Dr. ວິສິທ (Visith) ​ເວົ້າວ່າຢາຕ້ານພິດງູ ຫລື antivenin ບໍ່ຄື​ກັບຢາ​ປິ່ນ​ປົວຊະນິດ​ອື່ນ​ທີ່​ສາມາດ​ຜະຫລິດ​ເປັນ​ຈຳນວນ​ຫລາຍ​ໄດ້ເພາະວ່າຢານີ້ ສ່ວນ​ຫລາຍແມ່ນ​ຕ້ອງໄດ້​ສັ່ງຜະຫລິດພິ​ເສດເພື່ອປົວພິດ​ງູ​ ຢູ່ໃນ​ເຂດໃດ​ເຂດນຶ່ງ ໂດຍສະເພາະ ຊື່​ງທ່ານ​ຊີ້​ແຈງ​ວ່າ

“ເຖິງ​ແມນ​ວາ ຕົວ​ຢາ​ສຳ​ຫລັບ​ແກ​ພິດ​ງ​ນນ ອາດ​ຈະ​ມີ​ສວນ​ຜະສົມ​ຂອງ​ສານ toxin ຄື​ກັບ​ຕົວ​ຢາ​ຊະນິດ​ອນໆ​ກໍ​ຈິງ ​ແຕ​ຜົນ​ຂາງ​ຄຽງ​ດານ​ຊີວະ​ວິທະຍາ​ນນ​ອາດ​ແຕກ​ຕາງ​ກັນ​ໄປ ຂຶ້ນຢູ​ກັບ​ວາ​ງ​ພິດ​ເຫລາ​ນນ ຢູ​ໃນ​ສະພາບ​ແວດ​ລອມ​ຢາງ​ໃດ ບວກ​ກັບ​ໃນເຂດ​ພັນ​ພືດທ​ມັນຢູ​ອາ​ໃສ ​ແລະ​ອາຫານ​ທ​ມັນ​ກິນ​ນນ​ຢາງ​ໃດ."

ນີ້ກໍໝາຍຄວາມ​ວ່າຢາສຳລັບປົວພິດງູ​ເຫົ່າ ຢູ່ຟີລິບປິນອາດ​ຈະ​ໃຊ້ການບໍ່ໄດ້ ສຳລັບປິ່ນປົວ​ບຸກຄົນ​ໃດ​ນຶ່ງທີ່ຖືກງູ​ທີ່​ຄ້າຍ​ຄືກັນກັບງູເຫົ່າຢູ່ໃນເຂດອາຟຣິກາ​ຕາ​ເວັນ​ຕົກ ຕອດ.

ຢູ່​ສວນ​ງູທີ່​ບາງ​ກອກ​ນັ້ນ ​ມີການ​ແນະນຳແລະ​ສິດສອນໃຫ້​ພວກ ເດັກນ້ອຍ​ ຮູ້ຈັກ​ກ່ຽວ​ກັບ​ງູ​ຫລາຍໆ​ປະ​ເພດ ເຊິ່ງ ພວກເຂົາຮຽນຮູ້ວ່າ ສ່ວນ​ຫລາຍງູ​ຈະ​ຕອດ​ຄົນ​ໂດຍ​ບັງ​ເອີນ​ເທົ່າ​ນັ້ນ ​ແລະ ພວກເຂົາ​ໄດ້​ຮຽນວິທີປ້ອງກັນບໍ່ໃຫ້​ງູຕອດ ເຊັ່ນວ່າໃສ່ເກີບ​ບູດ ຢາງ ​ເວລາ​ເຂົ້າປ່າຫລື​ເຂົ້າ​ໄປ​ໃນ​ບໍລິ​ເວນ​ທີ່​ອາດມີ​ງູ​.

ນັກ​ຊ່ຽວຊານ​ເວົ້າວ່າ ສຳລັບ​ເວລາປັດຈຸບັນນີ້ ວິທີ​ທີ່​ດີ​ທີ່​ສຸດ​ເພື່ອຫລຸດ​ຜ່ອນການ​ບາດເຈັບລົ້ມຕາຍ ຍ້ອນ​ການ​ຖືກງູຕອດ ລົງ​ນັ້ນ​ແມ່ນ​ການໄຊ້ວິທີລະມັດລະວັງ​ແລະປ້ອງ​ກັນຕົວ​ເອງ​ ​ແລະການ​ສຶກສາຮຽນ​ຮູ້ກ່ຽວກັບ​ງູ.

ຟັງສຽງເປັນພາສາລາວໄດ້ໂດຍການກົດປຸ່ມຂ້າງເທິງ

XS
SM
MD
LG