ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາກ່າວວ່າ ຄວາມສັມພັນ ຣະຫວ່າງສະຫະຣັດ ກັບຄິວບາ ຈະບໍ່ອົບອຸ່ນຂຶ້ນ ໃນເວລາຂ້າມຄືນ


ໂອບາມາ - ຄິວບາ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກຳລັງ ອອກເດີນທາງ ໄປຍັງ ໝູ່ເກາະ TRINIDAD ແລະ TOBAGO ໃນເຂດ ທະເລ ຄາຣິບບຽນ ໃນວັນສຸກ ມື້ນີ້ ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ຂອງ 34 ປະເທດ ໃນທະວີບ ອະເມຣິກາ ບ່ອນທີ່ ທ່ານຈະປະເຊີນ ກັບຄວາມຮຽກຮ້ອງ ທີ່ມີເພີ້ມຂຶ້ນ ເພື່ອໃຫ້ ສະຫະຣັດ ປ່ຽນນະໂຍບາຍ ຕໍ່ຄິວບາ. ໃນບົດ ບັນນາທິການ ທີ່ພິມເຜີຍແຜ່ ໃນທົ່ວ ທະວີບ ອະເມຣິກາ ມື້ວານນີ້ ທ່ານ OBAMA ກ່າວວ່າ ກອງປະຊຸມ ສຸດຍອດ ທີ່ວ່ານີ້ ໄດ້ເປີດ ໂອກາດ ໃຫ້ມີ ການເລີ້ມຕົ້ນໃໝ່ ໃນຄວາມສັມພັນ ຣະຫວ່າງ ສະຫະຣັດ ກັບອະເມຣິກາ ລາຕິນ. ປະທານາທິບໍດີ ສະຫະຣັດ ໄດ້ກ່າວ ຊົມເຊີຍ ການຕັດສິນໃຈ ເມື່ອໄວໆມານີ້ ກ່ຽວກັບ ການຜ່ອນຜັນ ໃນການເດີນທາງ ແລະ ການໂອນເງິນ ຂອງຊາວ ອະເມຣິກັນ ເຊື້ອສາຍຄິວບາ ໄປໃຫ້ ຍາດພີ່ນ້ອງ ທີ່ປະເທດຄິວບາ ນັ້ນວ່າ ເປັນພາກສ່ວນນຶ່ງ ໃນການ ດຳເນີນ ຄວາມພະຍາຍາມ ເພື່ອຍຸຕິ ການອະພິປາຍເກົ່າ ໃນອະດີດຜ່ານມາ. ແຕ່ໃນຣະຫວ່າງ ກອງປະຊຸມ ຖແລງຂ່າວ ທີ່ເມັກຊິໂກ ມື້ວານນີ້ ປະທານາ ທິບໍດີ OBAMA ກ່າວວ່າ ທ່ານບໍ່ຄາດວ່າ ຄວາມສັມພັນ ຣະຫວ່າງວໍຊິງຕັນ ແລະຄິວບາ ຈະອົບອຸ່ນຂຶ້ນ ພາຍໃນ ເວລາຂ້າມຄືນ.

ໄທ - ການເມືອງ: ຕຳຣວດໄທ ກ່າວວ່າ ຜູ້ກໍ່ຕັ້ງ ໃນອັນທີ່ເອີ້ນວ່າ ຂະບວນການ ປະທ້ວງ ທີ່ນຸ່ງ ເສື້ອເຫລືອງ ຢູ່ໃນປະເທດໄທ ແລະນັກທຸຣະກິດ ທີ່ລ່ຳລວຍ ແລະມີອິດທິພົນ ທາງດ້ານ ສື່ມວນຊົນ ທ່ານສົນທິ ລິ້ມທອງກຸນ ໄດ້ຮັບບາດເຈັບ ໃນການໂຈມຕີ ຂອງພວກມືປືນ. ເຈົ້າໜ້າທີ່ ກ່າວວ່າ ຜູ້ຊາຍ 2 ຄົນ ໄດ້ຍິງປືນ ເຂົ້າໃສ່ຣົດ ຂອງທ່ານສົນທິ ໃກ້ໆປ້ຳນ້ຳມັນ ແຫ່ງນຶ່ງ ທີ່ບາງກອກ ໃນຕອນເຊົ້າມື້ນີ້. ລາຍງານຂ່າວ ທາງໂທຣະພາບ ໄດ້ສະແດງ ໃຫ້ເຫັນ ປະຕູປ່ອງຢ້ຽມ ດ້ານຫລັງ ຖືກຍິງແຕກ ແລະຮູລູກປືນ ຫລາຍໆຮູ ໃນທົ່ວໂຕຖັງຣົດ. ຕຳຣວດເວົ້າວ່າ ພວກໂຈມຕີ ໄດ້ຍິງປືນ ເຄິ່ງອັຕໂນມັດ ສາດເຂົ້າໃສ່ຣົດ ຫລາຍກວ່າ 50 ລູກ ໂດຍທີ່ລູກປືນ ໄດ້ຖືກບ່າທ່ານສົນທິ ແລະເຮັດໃຫ້ ອາຣັກຂາ ແລະຜູ້ຊ່ອຍ ຂອງທ່ານ ບາດເຈັບ. ຕໍ່ມາ ທ່ານໝໍ ໄດ້ຜ່າຕັດ ເອົາຊິ້ນສ່ວນ ຂອງລູກປືນ ອອກຈາກ ກະໂຫລກຫົວ ຂອງທ່ານສົນທິ ແລະເວົ້າວ່າ ທ່ານກຳລັງ ພັກຟື້ນ ໃນເວລານີ້. ທ່ານສົນທິ ເປັນຜູ້ກໍ່ຕັ້ງ ກຸ່ມພັນທະມິດ ປະຊາຊົນ ເພື່ອປະຊາທິປະໄຕ ຊຶ່ງໃຫ້ການ ສນັບສນຸນ ຕໍ່ນາຍົກ ຣັຖມຸນຕຣີ ຄົນປັດຈຸບັນ ຂອງໄທຄື ທ່ານອະພິຊິດ ເວດຊາຊີວະ.

ປາກິສຖານ - ການຊ່ອຍເຫລືອ: ກຸ່ມບໍຣິ ຈາກ ນາໆຊາດ ໄດ້ໃຫ້ຄຳໝັ້ນສັນຍາ ເປັນເງິນ ຫລາຍກວ່າ 5 ພັນລ້ານໂດລາ ເພື່ອຊ່ອຍເຫລືອ ປາກິສຖານ ຂະນະທີ່ ປະທານາທິບໍດີ ຂອງປະເທດ ດັ່ງກ່າວ ໃຫ້ຄຳໝັ້ນ ສັນຍາວ່າ ຈະເພີ້ມທະວີ ການປາບປາມ ພວກກໍ່ການຮ້າຍ. ພວກທີ່ ເຂົ້າຮ່ວມ ກອງປະຊຸມ ເພື່ອນມິດ ປາກິສຖານ ຊຶ່ງຈັດຂຶ້ນ ທີ່ປະເທດ ຍີ່ປຸ່ນ ໃນວັນສຸກ ມື້ນີ້ ກ່າວວ່າ ເງິນຈຳນວນດັ່ງກ່າວ ຈະຊ່ອຍໃຫ້ ການສນັບສນຸນ ໃນການ ພັທນາເສຖກິດ ຂອງປາກິສຖານ. ຍີ່ປຸ່ນ ແລະສະຫະຣັດ ຕ່າງກໍໃຫ້ຄຳ ໝັ້ນສັນຍາ ຈະຊ່ອຍ ຜູ້ລະ ນຶ່ງພັນລ້ານ ໂດລາ. ໃນການຖແລງ ຕໍ່ກອງປະຊຸມ ກ່ອນໜ້ານີ້ ປະທານາທິບໍດີ ປາກິສຖານ ທ່ານ ASIF ALI ZARDARI ກ່າວວ່າ ທ່ານພ້ອມແລ້ວ ທີ່ຈະເພີ້ມທະວີ ການປາບປາມ ພວກມຸສລິມ ຫົວຮຸນແຮງ ຢູ່ໃນປະເທດ ຂອງທ່ານ ຮວມທັງກຸ່ມ ກໍ່ການຮ້າຍ ອາລໄກດາ. ທ່ານໃຫ້ ເຫດຜົນວ່າ ການປາບປາມ ພວກກໍ່ການຮ້າຍ ຂອງປາກິສຖານ ແມ່ນມີຄວາມສຳຄັນ ຫລໍ່ແຫລມ ຕໍ່ຄວາມໝັ້ນຄົງ ຂອງນາໆຊາດ ໂດຍເວົ້າວ່າ ຖ້າປາກິສຖານ ຫາກປລາຊັຍ ໂລກກໍຈະ ປລາຊັຍຄືກັນ.

ອັຟການິສຖານ - ແຜ່ນດິນໄຫວ: ແຜ່ນ ດິນໄຫວ 2 ຄັ້ງ ໄດ້ເກີດຂຶ້ນ ໃນພາກ ຕາເວັນອອກ ຂອງ ອັຟການິສຖານ ໃນວັນສຸກ ມື້ນີ້ ແລະເຈົ້າໜ້າທີ່ ທ້ອງຖິ່ນ ກ່າວວ່າ ມີຜູ້ເສັຽຊີວິດ ຢ່າງນ້ອຍ 19 ຄົນ. ອົງການ ສຳຣວດທໍຣະນີ ວິທຍາ ຂອງສະຫະຣັດ ກ່າວວ່າ ແຜ່ນດິນໄຫວ ຄັ້ງທຳອິດ ທີ່ມີຄວາມແຮງ ແທກໄດ້ 5.5 ຣິກເຕີ້ ໄດ້ເກີດຂຶ້ນ ຢູ່ເຂດ HINDU KUSH ໃນແຂວງ NANGARHAR ໃກ້ໆ ຊາຍແດນ ປາກິສຖານ ໃນເວລາປະມານ 2 ໂມງເຊົ້າ ຕາມເວລາທ້ອງຖິ່ນ. ແຜ່ນດິນໄຫວ ຄັ້ງທີ 2 ທີ່ມີຄວາມແຮງ ຫລຸດເກົ່າ ໄດ້ເກີດຂຶ້ນ 2 ຊົ່ວໂມງຕໍ່ມາ. ລາຍງານຂ່າວ ແຈ້ງວ່າ ມີເຮືອນຊານ ຢ່າງນ້ອຍ 100 ຫລັງ ໄດ້ຖືກທຳລາຍ ຈາກແຜ່ນດິນໄຫວ ດັ່ງກ່າວ ແລະຊາວບ້ານ ເວົ້າວ່າ ພວກທີ່ເສັຽຊີວິດ ອາດຈະມີ ຈຳນວນເພີ້ມຂຶ້ນ ເຖິງ 40 ຄົນ. ພາກເໜືອ ຂອງອັຟການິສຖານ ແລະປາກິສຖານ ມັກເກີດແຜ່ນດິນໄຫວເລື້ອຍໆ ໂດຍສະເພາະ ແລ້ວໃນບໍຣິເວນ ອ້ອມແອ້ມ ສາຍພູ HINDU KUSH ບ່ອນທີ່ແຜ່ນໂລກ EURASIA ແລະອິນເດັຽ ມາພົບກັນ.

ເກົາຫລີີເໜືອ - ນິວເຄລັຽ: ນັກຊ່ຽວຊານ ໃນດ້ານນິວເຄລັຽ ຂອງສະຫະຣັດ 4 ຄົນ ເດີນທາງ ອອກຈາກ ເກົາຫລີເໜືອ ເພື່ອ ປະຕິບັດຕາມ ຄຳສັ່ງຂັບໄລ່ ຂອງອຳນາດ ການປົກຄອງ ຄອມມູນິສ ຕໍ່ຄະນະກວດກາ ທີ່ຕິດຕາມເບິ່ງ ມາຕການ ກ່ຽວກັບ ການປົດອາວຸດ ນິວເຄລັຽນັ້ນ. ໃນມື້ວານນີ້ ພວກນັກຊ່ຽວຊານ ອົງການ ສະຫະປະຊາຊາດ ກໍໄດ້ເດີນທາງ ອອກຈາກ ເກົາຫຼີເໜືອ ຫລັງຈາກ ໄດ້ຖອນປ້າຍຫ້າມ ແລະເຮັດໃຫ້ ກ້ອງຖ່າຍຮູບ ໃຊ້ການບໍ່ໄດ້ ຢູ່ທີ່ ໂຮງໄຟຟ້າ YONGBYON. ເກົາຫຼີເໜືອ ໄດ້ຂັບໄລ່ ຄະນະກວດກາ ຫຼັງຈາກ ອົງການ ສະຫະປະຊາຊາດ ໄດ້ຮັບຮອງເອົາ ມະຕິປະນາມ ອຳນາດ ການປົກຄອງ ເກົາຫລີເໜືອ ໃນການ ຍິງຈະຣວດ ເມື່ອວັນທີ 5 ເດືອນນີ້. ນອກນັ້ນ ພຽງຢາງ ຍັງໄດ້ຖອນໂຕ ອອກຈາກ ການເຈຣະຈາ 6 ຝ່າຍ ແລະປະກາດວ່ າຈະເລີ້ມຜລິດ ທາດປລູໂຕນຽມ ທີ່ສາມາດ ນຳໄປສ້າງອາວຸດນິວເຄລັຽໄດ້ນັ້ນ ຄືນໃໝ່. ໂຄສົກ ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ ເກົາຫລີເໜືອ ຈະປະເຊີນ ກັບຜົນ ທີ່ຕິດຕາມມາ ຢ່າງຮ້າຍແຮງ ໃນການຂັບໄລ່ ຄະນະກວດກາ.

ສະຫະຣັດ - ຕາເວັນອອກກາງ: ທູດພິເສດ ຂອງສະຫະຣັດ ຮັບຜິດຊອບ ກ່ຽວກັບ ພາກຕາເວັນອອກກາງ ທ່ານ GEORGE MITCHELL ໄດ້ສົນທະນາ ຫາຣື ກັບພວກຜູ້ນຳ ປາແລສໄຕນ໌ໃນ ເຂດຝັ່ງຕາ ເວັນຕົກ ຂອງແມ່ນ້ຳຈໍແດັນ ໃນວັນສຸກ ມື້ນີ້ ນຶ່ງມື້ ຫລັງຈາກ ໄດ້ພົບປະ ກັບເຈົ້າໜ້າທີ່ ອິສຣາແອລ. ທ່ານ MITCHELL ໄດ້ເຈຣະຈາ ຫາຣື ກັບປະທາ ນາທິບໍດີ ປາແລສໄຕນ໌ ທ່ານ MAHMOUD ABBAS ແລະເຈົ້າໜ້າທີ່ ຄົນອື່ນໆ ຂອງປາແລສໄຕນ໌ ທີ່ເຂດຝັ່ງ ຕາເວັນຕົກ ຂອງແມ່ນ້ຳ ຈໍແດັນ. ໃນມື້ວານນີ້ ທ່ານໄດ້ຊຸກຍູ້ ໃຫ້ມີການ ຮັບເອົາ ການແກ້ໄຂ ແບບມີສອງປະເທດ ຕໍ່ບັນຫາ ຂັດແຍ້ງ ອິສຣາແອລ ປາແລສໄຕນ໌ ທີ່ໄດ້ຮັບການ ສນັບສນຸນ ຈາກວໍຊິງຕັນ ໃນຣະຫວ່າງ ການພົບປະ ກັບຄະນະ ນຳພາໃໝ່ ຂອງອິສຣາແອລ ທີ່ກຸງ ເຈຣູຊາແລັມ. ນາຍົກຣັຖມຸນຕຣີອິສຣາແອລທ່ານ BANJAMIN NETANYAHU ກ່າວວ່າ ອິສຣາແອລ ບໍ່ຕ້ອງການ ທີ່ຈະປົກຄອງ ຊາວປາແລສໄຕນ໌ ແຕ່ທ່ານ ໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບ ການສ້າງຕັ້ງ ຣັດປາແລສໄຕນ໌ ທີ່ເປັນອິສຣະ. ທ່ານເວົ້າວ່າ ອິສຣາແອລ ໄດ້ແນ່ໃຈວ່າ ຂັ້ນຕອນທາງດ້ານການເມືອງທີ່ວ່ານີ້ຈະ ບໍ່ຂຍາຍອຳນາດຂອງກຸ່ມຫົວຮຸນແຮງ HAMAS ທີ່ປົກຄອງເຂດ GAZA.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້້ ໂດຍຄລິກບ່ອນສຽງ.

XS
SM
MD
LG