ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກວດການິວເຄລັຽສະຫະປະຊາຊາດ ເດີນທາງອອກຈາກ ເກົາຫລີເໜືອ


ເກົາຫລີເໜືອ - ນິວເຄລັຽ: ຄະນະກວດກາ ນິວເຄລັຽ ຂອງອົງການ ສະຫະປະຊາຊາດ ໄດ້ເດີນທາງອອກ ຈາກເກົາຫລີເໜືອ ໃນມື້ນີ້ ຫຼັງຈາກ ພຽງຢາງ ໄດ້ມີຄຳສັ່ງ ຂັບໄລ່ ພວກເຂົາເຈົ້າ ອອກຈາກປະເທດ ແລະປະກາດ ກ່ຽວກັບແຜນການ ທີ່ຈະເລີ້ມ ຜລິດທາດ ປລູໂຕນຽມ ຊຶ່ງສາມາດ ນຳໄປສ້າງ ອາວຸດນິວເຄລັຽ ໄດ້ນັ້ນ ຄືນໃໝ່. ຄະນະ ກວດກາ ຂອງອົງການ ພະລັງງານ ປະຣະມະນູ ສາກົນ ໄດ້ເດີນທາງ ໄປເຖິງ ນະຄອນຫລວງ ປັກກິ່ງ ໃນມື້ນີ້ ໂດຍຖ້ຽວບິນ ຈາກພຽງຢາງ ແຕ່ບໍ່ຍອມ ຖແລງໃດໆ ຕໍ່ພວກນັກຂ່າວ. ອົງການ ພະລັງງານ ປະຣະມະນູ ສາກົນ ກ່າວວ່າ ຄະນະກວດກາ ຂອງຕົນ 4 ຄົນ ໄດ້ເດີນທາງ ອອກຈາກ ເກົາຫລີເໜືອ ຫລັງຈາກ ໄດ້ຖອນປ້າຍຫ້າມ ແລະເຄື່ອງຖ່າຍຮູບ ທີ່ໂຮງໄຟຟ້າ YONGBYON ອອກ​ໄປ. ກະຊວງ ການຕ່າງປະເທດ ສະຫະຣັດ ກ່າວວ່າ ນັກຊ່ຽວຊານ ອະເມຣິກັນ 4 ຄົນ ທີ່ຕິດຕາມ ການເຄື່ອນໄຫວ ຢູ່ໂຮງໄຟຟ້າ YONGBYON ຄືກັນນັ້ນ ກໍໄດ້ກະກຽມ ທີ່ຈະເດີນທາງ ອອກຈາກ ເກົາຫລີເໜືອ ຫລັງຈາກ ປະເທດດັ່ງກ່າວ ໄດ້ອອກຄຳສັ່ງ. ໃນຕົ້ນອາທິດນີ້ ສະພາ ຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ໄດ້ອອກ ຖແລງການ ສະບັບນຶ່ງ ປະນາມພຽງຢາງ ທີ່ໄດ້ຍິງຈະຣວດ ໄລຍະໄກ.

ໄທ - ການເມືອງ: ຄະນະ ຣັຖບານໄທ ຈະຈັດ ກອງປະຊຸມ ນັດພິເສດ ໃນມື້ອື່ນນີ້ ເພື່ອປຶກສາ ຫາຣື ກ່ຽວກັບ ບັນຫາຕ່າງໆ ຮວມທັງ ການປະທ້ວງ ຕໍ່ຕ້ານຣັຖບານ. ທ່ານປະນິທານ ວັຕນະຍາກອນ ໂຄສົກ ຣັຖບານໄທ ກ່າວວ່າ ການປະຊຸມ ທີ່ວ່ານີ້ ຈະມີຂຶ້ນ ໃນສະຖານທີ່ ແຫ່ງນຶ່ງ ທີ່ບໍ່ເປີດເຜີຍ​ ໃຫ້​ຊາບວ່າ ​ບ່ອນ​ໃດ ຍ້ອນມີ ຄວາມວິຕົກກັງວົນ ໃນເຣື່ອງ ຄວາມປອດພັຍ. ທ່ານເວົ້າວ່າ ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ຈະສົນທະນາ ຫາຣື ກ່ຽວກັບ ຄວາມວຸ້ນວາຍ ເມື່ອໄວໆມານີ້ ແລະ ແຜນການ ກູ້ຢືມ ຂອງຣັຖບານ ໃນຈຳນວນ ບັນຫາຕ່າງໆ. ໃນການ ໃຫ້ສຳພາດ ແກ່ໂທຣະພາບ BLOOMBERG ທ່ານອະພິຊິດ ກ່າວວ່າ ທ່ານກຳລັງ ຊອກຊ່ອງທາງ ເພື່ອໃຫ້ມີການ ບັນລຸ ການຕົກລົງ ກ່ຽວກັບ ການປະຕິຮູບ ທາງດ້ານ ການເມືອງ. ທ່ານອະພິຊິດ ເວົ້າວ່າ ທ່ານຈະຮຽກ ໃຫ້ມີ ການເລືອກຕັ້ງ ເວລາໃດ ສະເຖັຽຣະພາບ ໃນໄທ ກັບຄືນມາ ແລະ ທ່ານແນ່ໃຈວ່າ ບໍ່ມີພັຍ ຂົ່ມຂູ່ ທີ່ຈະເກີດ ຄວາມຮຸນແຮງ. ປະເທດໄທ ໄດ້ປະກາດ ພາວະສຸກເສີນ ຫຼັງຈາກ ພວກປະທ້ວງ ທີ່ສນັບສນຸນ ທ່ານທັກສິນ ຊິນນະວັດ ໄດ້ກໍ່​ຄວາມ​ຮຸນ​ແຮງ ທີ່ບັງຄັບໃຫ້ ມີການຍົກເລີກ ກອງປະຊຸມ ສຸດຍອດ ອາຊ່ຽນ ທີ່ພັທຍາ ເມືອງຕາກອາກາດ ແຄມທະເລ ຂອງໄທ.

ອີຣັກ - ຄວາມຮຸນແຮງ: ເຈົ້າໜ້າທີ່ ກອງທັບອີຣັກ ກ່າວວ່າ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ເຮັດໃຫ້ ມີຜູ້ເສັຽຊີວິດ 15 ຄົນ ແລະບາດເຈັບ ອີກຢ່າງນ້ອຍ 40 ຄົນ ທີ່ຄ້າຍທະຫານ ແຫ່ງນຶ່ງ ທາງກ້ຳ ຕາເວັນຕົກ ຂອງນະຄອນຫຼວງ ແບັກແດັດ. ການໂຈມຕີ ໃນມື້ນີ້ ແມ່ນເປັນຄັ້ງທີ 2 ພາຍໃນໄລຍະ 2 ມື້. ໃນມື້ວານນີ້ ຣະເບີດຣົດ ໄດ້ແຕກຂຶ້ນ ທີ່ເມືອງ KIRKUK ໃນພາກເໜືອ ປະເທດອີຣັກ ເຮັດໃຫ້ຍາມ ຢ່າງນ້ອຍ 10 ຄົນ ເສັຽຊີວິດ ແລະໄດ້ຮັບ ບາດເຈັບອີກ 22 ຄົນ.

ໂຊມາເລັຽ - ໂຈນທະເລ: ກັບຕັນ ຄົນອະເມຣິກັນ ທີ່ຖືກຈັບ ເປັນໂຕປະກັນ ເປັນເວລາ ຫລາຍໆມື້ ໂດຍພວກ ໂຈນທະເລ ຢູ່ນອກ ແຄມຝັ່ງໂຊມາເລັຽ ໄດ້ເດີນທາງ ຢ່າງປອດພັຍ ໄປເຖິງເມືອງ MOMBASA ຂອງ KENYA ແລ້ວ ໃນວັນພະຫັດ ມື້ນີ້. ທ່ານ RICHARD PHILIPS ໄດ້ເດີນທາງ ໄປນຳ ກຳປັ່ນຣົບ BAINBRIDGE ຂອງສະຫະຣັດ ທີ່ໄດ້ຊ່ອຍ ຊີວິດທ່ານໄວ້ ເວລາ ພວກມືປືນ ຂອງກອງທັບເຮືອ ສະຫະຣັດ ໄດ້ຍິງ ພວກໂຈນທະເລ 3 ຄົນ ທີ່ຈັບທ່ານໄວ້.​ ແຕ່ທ່ານໄປ ຮອດ ຊ້າໜ້ອຍນຶ່ງ ຈຶ່ງບໍ່ທັນ ໄດ້ພົບພໍ້ ກັບພວກລູກເຮືອ ຂອງທ່ານ ທີ່ໄດ້ເດີນທາງ ກັບຄືນມາ ຍັງສະຫະຣັດແລ້ວ ບໍ່ເທົ່າໃດ ຊົ່ວໂມງ ກ່ອນໜ້ານັ້ນ ທັງ​ນີ້​ ກໍ​ຍ້ອນ​ວ່າ ກຳປັ່ນຣົບ BAINBRIDGE ຕ້ອງໄດ້ໄປ ຊ່ອຍກູ້​ພັຍ ຫລັງຈາກ ໄດ້ຮັບສັນຍານ ຂໍຄວາມຊ່ອຍເຫລືອ ຈາກກຳປ່ັນຂົນສົ່ງ LIBERTY SUN ຊຶ່ງເປັນ ກຳປັ່ນລຳທີ 2 ຂອງສະຫະຣັດ ທີ່ໄດ້ຖືກ ພວກໂຈນທະເລ ໂຊມາເລັຽ ໂຈມຕີ ພາຍໃນ ເວລານຶ່ງອາທິດ. ລູກເຮືອ ຂອງກຳປັ່ນ LIBERTY SUN ໄດ້ຕ້ານຢັນ ການໂຈມຕີ ຂອງພວກໂຈນ ທະເລ ດ້ວຍຄວາມສຳເຣັດຜົນ ແລະໄດ້ເດີນທາງ ຢ່າງປອດພັຍ ໄປເຖິງເຄນຢາ ພ້ອມດ້ວຍ ການຊ່ອຍເຫລືອ ທາງດ້ານອາຫານ ໃນມື້ວານນີ້.

ອິນເດັຽ - ການເລືອກຕັ້ງ: ຜູ້ມີສິດ ປ່ອນບັດ ຊາວອິນເດັຽ ພາກັນ ໄປລົງ ຄະແນນສຽງ ໃນການເລືອກຕັ້ງ ທົ່ວໄປ ມື້ທຳອິດ ຂະນະທີ່ ພວກກະບົດ ນິຍົມເໝົາເຊຕຸງ ທຳການ ໂຈມຕີ ໃນເຂດເລືອກຕັ້ງ ບາງເຂດ. ການປ່ອນບັດ ໄດ້ເລີ້ມຂຶ້ນ ໃນມື້ນີ້ ສຳລັບ ການເລືອກ ຕັ້ງຮອບທຳອິດ ຂອງຈຳນວນ ທັງໝົດ 5 ຮອບ ໃນການເລືອກຕັ້ງ ສະພາແຫ່ງຊາດ ທີ່ໃຫຍ່ທີ່ສຸດໃນ ໂລກ. ພວກກະບົດ ນິຍົມເໝົາເຊຕຸງ ຊຶ່ງຮູ້ຈັກກັນ ໃນນາມກຸ່ມ NAXALITES ໄດ້ຣົບກວນ ການປ່ອນບັດ ຢູ່ໃນບາງເຂດ ດ້ວຍການໂຈມຕີ ກຳລັງ ຮັກສາ ຄວາມສະງົບ ແລະ ເຈົ້າໜ້າທີ່ປ່ອນບັດ ເຮັດໃຫ້ ມີຜູ້ເສັຽຊີວິດ ຢ່າງນ້ອຍ 14 ຄົນ. ການຮັກສາ ຄວາມປອດພັຍ ແມ່ນເປັນ ຄວາມວິຕົກກັງວົນ ທີ່ສຳຄັນ ສຳລັບເຈົ້າໜ້າທີ່ ເລືອກຕັ້ງ. ມີການສົ່ງ ກຳລັງທະຫານ ຫລາຍກວ່າ 2 ລ້ານຄົນ ໄປຮັກສາ ຄວາມສະງົບ ໃນການປ່ອນບັດ ເປັນເວລາ 4 ອາທິດ.

ທ່ານໂອບາມາ - ອະເມຣິກາລາຕິນ: ປະທາ ນາທິບໍດີ ສະຫະຣັດ ທ່ານ BARACK OBAMA ເດີນທາງ ໄປຢ້ຽມຢາມ ເມັກຊິໂກ ໃນມື້ນີ້ ເພື່ອເຈຣະຈາ ຫາຣື ທີ່ມີ ທ່າທາງວ່າ ຈະຄອບງຳ ໂດຍເຣື່ອງ ຄວາມໝັ້ນຄົງ ໃນເຂດຊາຍແດນ ແລະສົງຄາມ ຕໍ່ຕ້ານຢາເສບຕິດ ທີ່ທະວີ ຄວາມຮ້າຍແຮງຂຶ້ນ ໃນເມັກຊິໂກ. ທ່ານ OBAMA ຈະພົບປະ ກັບປະທາ ນາທິບໍດີ FELIPE CALDERON ໃນຣະຫວ່າງ ການຢ້ຽມຢາ ມເມັກຊິໂກ ເປັນເວລາສັ້ນໆ ກ່ອນຈະເດີນທາງ ຕໍ່ໄປຍັງ ໝູ່ເກາະ TRINIDAD ແລະ TOBAGO ເພື່ອເຂົ້າຮ່ວມ ກອງປະຊຸມ ສຸດຍອດ ທະວີອະເມຣິກາ. ທຳນຽບຂາວ ກ່າວວ່າ ປະທາ ນາທິບໍດີ OBAMA ມີຄວາມວິຕົກ ກັງວົນ ກ່ຽວກັບ ຄວາມຮຸນແຮງ ທີ່ເພີ້ມທະວີຂຶ້ນ ໃນເມັກຊິໂກ ແລະຜົນກະທົບ ທີ່ມີຕໍ່ ທັງສອງປະເທດ. ໃນມື້ວານນີ້ ສະຫະຣັດ ໄດ້ຈັດກຸ່ມ ຄ້າຢາເສບຕິດ ເມັກຊິໂກ 3 ກຸ່ມ ເຂົ້າໄວ້ ໃນບັນຊີ ລາຍຊື່ ພວກທີ່ ສົງສັຍວ່າ ເປັນອົງການ ຄ້າຢາເສບຕິດ ທີ່ສຳຄັນ ຂອງນາໆຊາດ. ນອກຈາກເຣື່ອງ ຢາເສບຕິດແລ້ວ ມີທ່າທາງວ່າ ທ່ານ OBAMA ແລະປະທານາທິບໍດີ CALDERON ຍັງຈະ ສົນທະນາ ຫາຣືກັນ ກ່ຽວກັບ ຄວາມວິຕົກ ກັງວົນ ໃນດ້ານ ຄົນເຂົ້າເມືອງ ແລະສະພາບ ເສຖກິດ ຫລຸດຖອຍ ຂອງໂລກ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG