ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມອະນຸລັກທຳມະຊາດ ຈັດຕັ້ງກັນເປັນພັນທະມິດ ຄັດຄ້ານການສ້າງເຂື່ອນ ຕາມລຳແມ່ນ້ຳຂອງ


ກຸ່ມອົງ​ການອານຸລັກຊັບພະຍາກອນທຳມະ ຊາດລະດັບນາໆ ຊາດຮ່ວມກັນຈັດຕັ້ງ ເປັນພັນທະມິດ ເພື່ອປົກປ້ອງແມ່ນ້ຳ ຂອງໂດຍມີເປົ້າໝາຍທີ່ຈະລົນນະ ລົງ ແລະເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ໃນລະດັບສາກົນເພື່ອ ຄັດຄ້ານຕໍ່ໂຄງການກໍ່ສ້າງເຂື່ອນ ໃນ ຕະຫລອດສາຍແມ່ນ້ຳຂອງ.

ທ່ານ​ນາງ ​ເປັມຣືດີ​ ດາວ​ເຣືອງ ​ຜູ້​ປະສານ​ງານ​ຂອງ​ໂຄງການ​ຟື້ນຟູ​ຂອງ​ລະບົບ​ນິ​ເວດ​ໃນພູມມີພາກ​ແມ່​ນ້ຳ ຂອງ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ ກຸ່ມ​ອົງການ​ອານຸລັກ​ຊັບພະ​ຍາກ​ອນທຳ​ມະ​ຊາດ ທັງ​ທີ່ຢູ່​ໃນ​ປະ​ເທດ​ໄທ ​ແລະ ​ໃນ​ລະດັບ​ສາ​ກົນ ​ໄດ້​ຮ່ວມ​ກັນ​ຈັດຕັ້ງ​ເປັນ​ພັນທະ​ມິດເພື່ອ​ປົກ​ປ້ອງ​ແມ່ນ້ຳຂອງ ຂຶ້ນມາ​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ຂະນະ​ນີ້ ພາຍ​ໃຕ້ເ​ປົ້າໝາຍທີ່​ຈະ​ຮ່ວມ​ກັນ​ລົນ​ນະ​ລົງ ​ແລະເຜີຍ​ແຜ່​ບັນດາ​ຂໍ້​ມູນ ​ແລະຂ່າວສານ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ແມ່ນ້ຳຂອງ ອອກ​ໄປ​ສູ່​ການ​ຮັບ​ຮູ້​ຂອງ​ປະຊາກອນ​ໂລກ ​ເພື່ອ​ໃຫ້​ຮ່ວມ​ກັນ​ຄັດ​ຄ້ານ​ຕໍ່ບັນດາ​ໂຄງການ​ກໍ່ສ້າງ​ເຄື່ອນ​ໃນ​ຕະຫລອດແນວ​ແມ່ນ້ຳຂອງຕໍ່​ໄປ.


ຮູບ​ແບບ​ຂອງ​ການ​ລົນ​ນະ​ລົງ​ໃນ​ຕະຫລອດ​ໄລຍະ​ເດືອນ​ມີນາເປັນຕົ້ນ​ໄປ​ຈົນ ​ເຖິງ​ເດືອນເມສາປີນີ້ ກໍ​ຈະ​ມີ​ການ​ລ່າ​ລາຍ​ຊື່​ຂອງ​ປະຊາຊົນໃນ​ທົ່ວ​ໂລກ ​ເພື່ອ​ໃຫ້​ໄດ້​ຫລາຍ​ທີ່​ສຸດ​ເທົ່າ​ທີ່​ຈະ​ຫລາຍ​ໄດ້ ຊຶ່ງ​ກໍ​ຈະ​ເປັນ​ການ​ເຊັນ​ຊື່ລົງ​ໃນໂພສະຄາດ ​ເພື່ອ​ສົ່ງເຖິງ​ລັດຖະບານ​ຂອງ​ທັງ 6 ປະ​ເທດ ຢູ່​ໃນເຂດ​ລຸ່ມ​ແມ່ນ້ຳຂອງ​ດ້ວຍ​ກັນ ກໍ​ຄື ຈີນ, ພະມ້າ, ລາວ, ​ໄທ, ກຳປູເຈຍ ​ແລະ ຫວຽດນາມ ​ເພື່ອ​ຮຽກຮ້ອງ​ຂໍ​ໃຫ້​ຢຸດຕິ​ໂຄງການ​ກໍ່ສ້າງ​ເຂື່ອນ​ຢູ່​ເທິງ​ແນວ​ແມ່ນ້ຳຂອງ ​ແລະ ປ່ອຍ​ໃຫ້​ກະ​ແສນ້ຳ​ໃນ​ແມ່ນໍ້າ ສາມາດ​ທີ່​ຈະ​ໄຫລ​ໄດ້​ຕາມ​ທຳ​ມະ​ຊາດ​ໂດຍ​ອິດ​ສະລະ ລວມ​ໄປ​ເຖິງການ ສະ​ແຫວ​ງ ຫາ​ທາງ​ເລືອກ​ໃໝ່ຮ່ວມ​ກັນ ​ໃນ​ການ​ພັດທະນາ​ທາງ​ດ້ານ​ພະລັງງານ ທີ່​ບໍ່​ແມ່ນ​ການ ກໍ່ສ້າງ​ເຂື່ອນ​ອີກ​ດ້ວຍ.

ທັງນີ້ ຖ້າ​ຫາກ​ຈະ​ນັບ​ຈາກ​ມົນ​ທົນ​ຢູ່ຕາມທາງ​ພາກ​ໃຕ້​ຂອງ​ຈີນ ລົງ​ມາ​ຈົນ​ເຖິງ​ເຂດ​ສາມ​ຫລ່ຽມ​ປາກ​ແມ່ນ້ຳ ຂອງ ຢູ່​ໃນ​ເຂດ​ພາກໃຕ້​ຂອງຫ​ວຽດນາມ​ນັ້ນ ກໍ​ປະກົດ​ວ່າ ຈະ​ມີ​ແຜນການ​ກໍ່ສ້າງ​ເຄື່ອນ​ເທິງແນວ​ແມ່ນ້ຳຂອງ ຈຳນວນ​ທັງໝົດ 19 ໂຄງການ ​ໂດຍ​ມີ​ຢູ່​ໃນ​ຈີນ 8 ​ໂຄງ ການ ຊຶ່ງ​ໃນ​ປະຈຸ​ບັນ ​ໄດ້​ກໍ່ສ້າງ​ສຳເລັດແລ້ວ ​ແລະກໍ​ນຳ​ໃຊ້​ປະ​ໂຫຍ​ດ​ໃນ​ການ​ຜະຫລິດ​ກະ​ແສ​ໄຟຟ້າ​ແລ້ວຈຳນວນ​ 3 ​ໂຄງການ, ສ່ວນ 5 ​ໂຄງ ການ​ທີ່​ເຫລືອ​ນັ້ນ ກໍ​ມີ​ແຜນການ​ທີ່ຈະ​ກໍ່ສ້າງ​ໃຫ້​ແລ້ວ​ພາຍ​ໃນ 10 ປີ ຂ້າງໜ້າ. ສ່ວນ​ສຳລັບອີກ 11 ໂຄງການທີ່ເຫລືອ​ນັ້ນ ກໍ​ຢູ່​ໃນ​ເຂດລາວ 7 ໂຄງການ ແລະ ​ໃນ​ເຂດ​ຕິດຕໍ່ ຊາຍແດນ​ລະຫວ່າງ​ລາວ​ກັບ​ໄທ​ອີກ 2 ໂຄງ ການ ​ແລະອີກ 2 ໂຄງການ​ທີ່ເຫລືອ ຢູ່​ໃນ​ປະ​ເທດ​ກຳປູ​ເຈຍ ຊຶ່ງ​ໃນ​ປະຈຸ​ບັນກຳລັງ​ຢູ່​ໃນ​ຂັ້ນຕອນໂຄງການ ​ສຶກສາ​ສຳ​ຫລວດ​ຄວາມ​ເປັນ​ໄປ​ໄດ້​ຂອງ​ແຕ່ລະ​ໂຄງການ ​ໂດຍ​ສະ​ເພາະ​ແມ່ນ 9 ​ໂຄງການ​ຢູ່​ໃນ​ລາວແລະ ໄທນັ້ນ ຕ່າງ​ກໍ​ມີ​ເປົ້າໝາຍທີ່​ຈະ​ຂາຍ​ກະ​ແສ​ໄຟຟ້າ​ໃຫ້​ໄທ​ເປັນ​ດ້ານ​ຫລັກ ຈຶ່ງ​ເຮັດ​ໃຫ້​ກຸ່ມ​ພັນທະ​ມິດ​ເພື່ອ​ປົກ​ປ້ອງ​ແມ່ນ້ຳຂອງ ​ໄດ້​ວາງ​ເປົ້າ ໝາຍທີ່​ຈະ​ຮ່ວມ​ກັນ​ລົນ​ນະ​ລົງ​ ໃຫ້​ຄົນ​ໄທ​ຮ່ວມ​ກັນ​ຄັດຄ້ານ​ແຜນການ​ຮັບ​ຊື້ ກະ​ແສ​ໄຟຟ້າ​ຈາກ​ລາວ​ອີກ​ດ້ວຍ.


ສ່ວນ​ທາງ​ດ້ານ​ ທ່ານ ສຸເທບ ກິ​ດສະໜາວາຣິ​ນ ນັກຖ່າ​ຍພາບ​ລະດັບ​ແນວໜ້າຂອງ​ໄທ ຊຶ່ງ​ໄດ້​ໃຊ້​ເວລາ​ເຖິງ 3 ປີ ຕິດຕໍ່ກັນ ​ໃນ​ການທ່ຽວ​ໄປ​ບັນທຶກ​ພາບ​ກ່ຽວກັບ​ວີ​ຖີຊີວິດ​ຂອງ​ຊາວ​ປະ​ໂມງລາວ​ຢູ່​ໃນ​ ເຂດສີ່ພັນ​ດອນ ​ໃນ​ແຂວງ​ຈຳ​ປະ​ສັກ ທາງ​ພາກ​ໃຕ້​ຂອງ​ລາວ​ນັ້ນ ກໍ​ໄດ້​ສະ​ແດງ​ຄວາມ​ກັງວົນ​ໃຈ​ວ່າ ທຳ​ມະ​ຊາດ​ທີ່​ສວຍ​ງາມ ​ແລະຄວາມ​ອຸດົມສົມບູນຂອງ​ສັດ​ນ້ຳນາໆພັນ ອັນ​ລວມ​ໄປ​ເຖິງ​ປາ​ຂ່າ ຫລື ປາ​ໂຣມາ​ນ້ຳຈືດ ຢູ່​ໃນ​ເຂດ​ສີ່ພັນ​ດອນ​ນັ້ນ ຈະຕ້ອງ​ຖືກ​ທຳລາຍ​ໄປ​ຢ່າງ​ແນ່ນອນ ຖ້າ​ຫາກ​ວ່າ​ທາງ​ການ​ລາວອານຸມັດ​ໃຫ້​ກຸ່ມ​ລົງ​ທຶນ​ຂ້າມ​ຊາດ​ດຳ​ເນີນ​ ໂຄງການ​ກໍ່ສ້າງ​ເຄື່ອນ​ຢູ່​ເທິງ​ແມ່ນນ້ຳ ຂອງຢູ່​ໃນ​ເຂດ​ປະ​ເທດ​ລາວ ດັ່ງ​ທີ່​ທ່ານສຸເທບ ​ໄດ້​ໃຫ້​ຄວາມ​ເຫັນ​ໃນ​ຕອນໜຶ່ງ ວ່າ:


ເຂື່ອນໃນແມ່ນ້ຳໂຂງນີ້​ ຜົມຄິດວ່າ ມັນ​ຄວນຈະ​ຢຸດໄ​ດ້​ແລ້ວເພາະວ່າ ມັນ​ ໄມ່ໄດ້ກະທົບ​ແຄ່​ໄຟຟ້າ​ ວ່າ​ເຣົາຈຳ​ເປັນ​ຕ້ອງ​ໃຊ້​ແຄ່ໄໜ, ​ແຕ່ຈຸດ​ສຳ​ຄັນ​ກໍຄືປາ​ທີ່ຄົນ​ເຖິງ 6 ລ້ານຄົນທີ່ຕ້ອງອາ​ໃສ​ນີ້ ຊຶ່ງເຂົາ​ໄມ່ມີ​ທາງເລືອກໂດຍ​ສະ​ເພາະ​ລາວ​ນີ້ ​ເປັນ​ປະ​ເທດ​ທີ່​ປິດ ແລະ ຖ້າປາໝົດປະເທດ​ທີ່​ເດືອດຣ້ອນທີ່​ສຸດ​ ກໍ​ຄືປະ​ເທດ​ລາວ.

​ສຳລັບ 9 ​ໂຄງການ​ເຄື່ອນ​ຢູ່​ເທິງ​ແນວ​ແມ່ນ້ຳຂອງທີ່​ລັດຖະບານ​ລາວ ຊຶ່ງ​ລວມ​ເຖິງ 2 ໂຄງການ ທີ່​ໄດ້​ຮ່ວມ​ກັນ​ກັບ​ລັດຖະບານ​ໄທ ​ໃຫ້ການ​ອະນຸຍາດ​ຕໍ່ກຸ່ມ​ບໍລິສັດເອກະ​ຊົນ​ຈາກ​ໄທ ​ແລະຈາກ​ຕ່າງປະ​ເທດ ດຳ​ເນີນ​ການ​ສຶກສາ​ສຳ​ຫລວດ​ຄວາມ​ເປັນ​ໄປ​ໄດ້​ຂອງໂຄງການ​ຢູ່​ໃນ​ເວລາ​ນີ້ກໍ​ປະກອບ​ດ້ວຍ ​ໂຄງການ​ເຄື່ອນ​ຢູ່​ຫລວງ​ພະ​ບາງ,​ ປາກ​ແບງ, ປາກ​ລາຍ, ໄຊ​ຍະ​ບູລີ, ສາ​ນະ​ຄາມ, ປາກ​ຊົມ, ບ້ານ​ກຸ່ມ, ລາດ​ຊັບ ​ແລະ ດອນ​ສະ​ໂຫງ.

ຊົງຣິດລາຍ​ງານ​ຈາກ​ບາງກອກ ​ເມື່ອ​ວັນ​ທີ 21 ມີນາ 2007.

XS
SM
MD
LG