ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັຖບານໄທ ຍົກເລີກໜັງສືເດີນທາງ ຂອງອະດີດນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ


ໄທ - ການເມືອງ: ໄທ ໄດ້ຍົກເລີກ ໜັງສື ເດີນທາງ ຂອງອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ໃນຖານ ພົວພັນກັບ ການປະທ້ວງ ທີ່ເຮັດໃຫ້ ປະເທດໄທ ຕົກຢູ່ໃນ ວິກິຕການ ທາງດ້ານການເມືອງ ເລິກລົງໄປຕື່ມອີກ. ໂຄສົກ ຣັຖບານໄທ ທ່ານປະນິທານ ວັຕນະຍາກອນ ກ່າວວ່າ ກະຊວງ ການຕ່າງປະເທດ ໄດ້ຍົກເລີກ ໜັງສືເດີນທາງ ຂອງທ່ານທັກສິນ ຍ້ອນທ່ານ ໄດ້ຍຸແຍ່ ໃຫ້ພວກ ສນັບສນຸນທ່ານ ບຸກເຂົ້າໄປ ​ໃນກອງປະຊຸມ ສຸດຍອດອາຊ່ຽນ ທີ່ພັທຍາ ເມື່ອສັບປະດາແລ້ວ ຊຶ່ງເຮັດໃຫ້ ທາງ​ການ​ໄທ ຕ້ອງໄດ້ລົ້ມເລີກ ກອງປະຊຸມດັ່ງກ່າວ. ໄດ້ມີການອອກ ໝາຍຈັບ ທ່ານທັກສິນ ແລະ 14 ຜູ້ນຳ ພັກຝ່າຍຄ້ານ ໃນຂໍ້ຫາ ຈັດການ ໂຮມຊຸມນຸມ ປະທ້ວງ ແບບຜິດກົດໝາຍ ແລະຍຸແຍ່ ໃຫ້ມີການ ກະທຳ ທີ່ເປັນ ອາຊຍາກັມ. ອະດີດ ນາຍົກຣັຖມຸນຕຣີໄທ ທີ່ຖືກໂຄ່ນລົ້ມ ໃນການ ກໍ່ຣັຖປະຫານ ໂດຍພວກທະຫານ ໃນປີ 2006 ໄດ້ກ່າວຖແລງ ຕໍ່ພວກປະທ້ວງ ທຸກໆຄືນ ໂດຍຜ່ານ ທາງວີດີໂອ ແລະໂທຣະສັບ ຮຽກຮ້ອງໃຫ້ ທຳການປະຕິວັດ. ທ່ານທັກສິນ ໄດ້ໄປລີ້ພັຍ ດ້ວຍຄວາມສະມັກໃຈ ຢູ່ຕ່າງປະເທດ ເພື່ອຫລີີກລ່ຽງ ການຖືກໂທດ ຈຳຄຸກ ເປັນເວລາ 2 ປີ ໃນຂໍ້ຫາ ສໍ້ຣາດບັງຫລວງ.

ເກົາຫລີເໜືອ - ນິວເຄລັຽ: ເກົາຫລີເໜືອ ທຳການ ສເລີມສລອງ ເປັນການໃຫຍ່ ໃນວັນ ພຸດມື້ນີ້ ເນື່ອງໃນໂອກາດ ວັນເກີດ ຂອງຜູ້ນຳ ທີ່ກໍ່ຕັ້ງ ເກົາຫລີີເໜືອ ນຶ່ງມື້ ຫລັງຈາກ ທີ່ໄດ້ປະກາດວ່າ ຕົນ​ໄດ້ຂັບໄລ່ ຄະນະກວດກາ ນິວເຄລັຽ ຂອງອົງການ ສະຫະປະຊາຊາດ ແລະເລີ້ມ ໂຄງການ ສ້າງອາວຸດ ນິວເຄລັຽ ຄືນໃໝ່. ສື່ມວນຊົນ ຂອງທາງການ ເກົາຫລີເໜືອ ກ່າວວ່າ ການສເລີມສລອງ ວັນແຫ່ງ ດວງອາທິດ ຊຶ່ງເປັນວັນພັກ ເນື່ອງໃນໂອກາດ ວັນເກີດ ຂອງທ່ານກິມ ອິລ ຊຸງນັ້ນ ໄດ້ຈັດຂຶ້ນ ທີ່ນະຄອນຫລວງ ພຽງຢາງ. ຜູ້ຄົນ ຈຳນວນ ຫລາຍສິບພັນຄົນ ໄດ້ພາກັນເຂົ້າ ແຖວຍາວຢຽດ ເພື່ອໄປຢ້ຽມ ບ່ອນເກີດ ຂອງມື້ລາງ ຜູ້ນຳ ເກົາຫລີເໜືອ ທີ່ນະຄອນຫລວງ ພຽງຢາງ ແລະໂທຣະພາບ ຂອງທາງການ ກໍໄດ້ອອກອາກາດ ສາຣະຄະດີ ແລະລາຍການ ພິເສດຕ່າງໆ ກ່ຽວກັບ ຄວາມຊົງຈຳ ໃນໂຕທ່ານ. ນອກນັ້ນ ສື່ມວນຊົນ ຂອງທາງການ ຍັງໄດ້ຮຽກຮ້ອງ ໃຫ້ມີ ຄວາມຈົງຮັກພັກດີ ແບບບໍ່ມີ ການສັ່ນຄອນ ຕໍ່ລູກຊາຍ ຂອງທ່ານ ແລະຜູ້ນຳ ຂອງເກົາຫລີເໜືອ ໃນປັດຈຸບັນ ຄືທ່ານກິມ ຈົງ ອິລ.

ຈີນ - ເສຖກິດ: ຣັຖບານຈີນ ກ່າວວ່າ ການລົງທຶນ ໂດຍກົງ ຂອງຕ່າງປະເທດ ຢູ່ຈີນ ໄດ້ຫລຸດລົງ ໃນເດືອນ ມີນາ ຜ່ານມາ ນັບເປັນເດືອນ ທີ 6 ລຽນຕິດ. ກະຊວງ ການຄ້າ ຂອງຈີນ ປະກາດ ໃນວັນພຸດ ມື້ນີ້ວ່າ ຂະນະທີ່ ການລົງທຶນ ຂອງຕ່າງປະເທດ ໄດ້ຫຼຸດລົງ 9.5% ຈາກໄລຍະ ດຽວກັນ ຂອງປີທີ່ແລ້ວ ເປັນ 8 ພັນ 400 ລ້ານໂດລາ ໃນເດືອນມີນາ ກໍຈິງ ແຕ່ ການຫລຸດລົງ ທີວ່ານີ້ ກໍບໍ່ໄດ້ຮ້າຍແຮງ ຄືກັນກັບ ຫລາຍໆເດືອນ ກ່ອນໜ້ານັ້ນ. ໃນເດືອນມັງກອນ ຜ່ານມາ ການລົງທຶນ ໂດຍກົງ ຂອງຕ່າງປະເທດ ຢູ່ຈີນ ໄດ້ຫລຸດລົງ 32.7% ຈາກ​ເດືອນດຽວກັນ ຂອງປີ 2008 ຂະນະທີ່ ເດືອນກຸມພາ ໄດ້ຫລຸດລົງ 15.8% ທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ. ຈີນ ແມ່ນບ່ອນທີ່ ຕ່າງປະເທດ ໄປລົງທຶນ ຫຼາຍທີ່ສຸດ ແຕ່ບັນດາ ບໍຣິສັດ ຕ່າງໆ ໄດ້ພາກັນ ຍົກເລີກ ຫລືບໍ່ ກໍເລື່ອນ ການໃຊ້ຈ່າຍ ໃນການຕັ້ງ ໂຮງຈັກໂຮງງານ ແລະ ການຊື້ຊັບສິນ ອື່ນໆ ຍ້ອນການຄ້າ ທີ່ອ່ອນແອລົງ ແລະຄວາມວຸ້ນວາຍ ທາງດ້ານການເງິນ ຂອງໂລກ.

ໂຊມາເລັຽ - ໂຈນທະເລ: ກຳປັ່ນຂົນສົ່ງ LIBERTY SUN ຂອງສະຫະຣັດ ກຳລັງເດີນທາງ ໄປຍັງເມືອງ MOMBASA ປະເທດເຄນຢາ ຫລັງຈາກ ລອດພົ້ນຈ າກການໂຈມຕີ ໂດຍພວກ ໂຈນທະເລ ຢູ່ນອກ ແຄມຝັ່ງ ໂຊມາເລັຽ. ເວລານີ້ ກຳປັ່ນ ລຳ​ດັ່ງກ່າວ ຢູ່ພາຍໃຕ້ ການຄຸ້ມຄອງ ຂອງກອງທັບເຮືອ ສະຫະຣັດ ລຸນຫລັງທີ່ ພວກໂຈນທະເລ ໄດ້ພະຍາຍາມ ຈະຈີ້ເອົາໄປ ໃນຕອນແລງ ມື້ວານນີ້. ເຈົ້າຂອງ ກຳປັ່ນ ກ່າວວ່າ ກຳປັ່ນ LIBERTY SUN ໄດ້ຮັບ ຄວາມເສັຽຫາຍ ຈາກການຍິງ ໂຈມຕີ ດ້ວຍຣະເບີດມື ແລະປືນກົນ ແຕ່ບໍ່ມີຜູ້ໃດ ໄດ້ຮັບ ບາດເຈັບ. ພວກລູກເຮືອ ກ່າວວ່າ ພວກເຂົາເຈົ້າ ໄດ້ປິດປະຕູ ກັນໂຕເອງ ຢູ່ໃນ ຫ້ອງເຄື່ອງຈັກ ຣະຫວ່າງ ທີ່ຖືກໂຈມຕີ. ເຈົ້າໜ້າທີ່ ກອງທັບ ສະຫະຣັດ ກ່າວວ່າ ເຮືອພິຄາດ BAINBRIDGE ໄດ້ ຮັບຄຳສັ່ງ ໃຫ້ຊ່ອຍເຫຼືອ ກຳປັ່ນ LIBERTY SUN ແລະເວລານີ້ ກຳລັງ ໃຫ້ຄວາມຄຸ້ມກັນ ກຳປັ່ນລຳນີ້ຢູ່. ເຮືອພິຄາດ ຂອງກອງທັບເຮືອ ສະຫະຣັດ ລຳດຽວກັນນີ້ ໄດ້ມີສ່ວນພົວພັນ ໃນການຊ່ອຍ ກັບຕັນ ກຳປັ່ນບັນທຸກ ຂອງສະຫະຣັດ ທ່ານ RICHARD PHILLIPS ທີ່ຖືກຈັບ ເປັນໂຕປະກັນ ໂດຍພວກ ໂຈນທະເລ ໂຊມາເລັຽ ອອກມາ ໃນມື້ ວັນອາທິດແລ້ວ.

ສຣີລັງກາ: ລາຍງານຂ່າວ ຈາກສຣີລັງກາ ແຈ້ງວ່າ ກຳລັງທະຫານ ຣັຖບານ ໄດ້ເລີ້ມທຳການ ໂຈມຕີ ພວກກະບົດ ເສືອທະມິລ ຄືນອີກ ໃນວັນພຸດ ມື້ນີ້ ຂະນະທີ່ ການຢຸດຍິງ ເປັນເວລາ 2 ມື້ ສິ້ນສຸດລົງ. ເວັບໄຊທ໌ ທີ່ນິຍົມ ພວກກະບົດ ລາຍງານວ່າ ທັງສອງຝ່າຍ ໄດ້ຍິງຕໍ່ສູ້ກັນ ຢ່າງໜັກໜ່ວງ ດ້ວຍຈະຣວດ ແລະປືນ ໃກ້ໆເຂດປອດ ການສູ້ຣົບ ບ່ອນທີ່ ມີພົລເຮືອນ ຫຼາຍສິບພັນຄົນ ຕົກຄ້າງຢູ່. ໃນມື້ວັນຈັນ ຜ່ານມານີ້ ຣັຖບານ ສຣີລັງກາ ໄດ້ຕົກລົງ ຢຸດ​ເຊົາ​ທຳການ ບຸກໂຈມຕີ ເປັນເວລາ 2 ມື້ ເພື່ອອະນຸຍາດໃຫ້ ພົລເຮືອນ ຍົກຍ້າຍ ອອກໄປຈາກ​ ເຂດສູ້ຣົບກັນ ​ແຄບໆ ຢູ່ໃນພາກເໜືອ ຂອງປະເທດ. ລາຍງານຂ່າວ ແຈ້ງວ່າ ມີຜູ້ຄົນ ໃນຈຳນວນ ພຽງເລັກນ້ອຍ ເທົ່ານັ້ນ ໄດ້ຂ້າມເຂົ້າໄປ ໃນເຂດຄວບຄຸມ ຂອງຣັຖບານ. ຣັຖບານ ໄດ້ປະຕິເສດ ຕໍ່ການຮຽກຮ້ອງ ຂອງພວກ ກະບົດທະມິລ ທີ່ຢາກໃຫ້ ນາໆຊາດ ເປັນຜູ້ຈັດ​ແຈງ ໃຫ້ມີການ ຢຸດຍິງ ຢ່າງເປັນການ ຖາວອນ. ກ່ອນໜ້ານີ້ ເຈົ້າໜ້າທີ່ ກ່າວວ່າ ພວກກະບົດ ອາດຈະສວາຍໃຊ້ ການຢຸດຍິງ ເພື່ອເຕົ້າໂຮມ ກຳລັງກັນໃໝ່ ແລະທຳການ ສູ້ຣົບຕື່ມອີກ.

ການເລືອກຕັ້ງ - ອິນເດັຽ: ເຈົ້າໜ້າທີ່ ອິນເດັຽ ກ່າວວ່າ ມີ 7 ຄົນ ເສັຽຊີວິດ ໃນວັນ ພຸດມື້ນີ້ ຢູ່ໃນພາກ ຕາເວັນອອກ ຂອງປະເທດ ຍ້ອນການ ​ກໍ່ຄວາມຮຸນແຮງ ​ໂດຍກຸ່ມກະບົດ ນິຍົມເໝົາເຊຕຸງ ຂະນະທີ່ ອິນເດັຽ ພວມກະກຽມ ຈັດການເລືອກຕັ້ງ ທົ່ວໄປ. ພວກກະບົດ ໄດ້ໂຈມຕີ ດ້ວຍຣະເບີດ ຝັງດິນ ທີ່ແນໃສ່ ຕຳຣວດອິນເດັຽ ຊຶ່ງເຮັດໃຫ້ ມີຜູ້ເສັຽຊີວິດ 2 ຄົນ. ມີພວກກະບົດ 5 ຄົນ ຖືກຂ້າຕາຍ ໃນການ ຍິງຕໍ່ສູ້ກັນ ທີ່ຕິດຕາມມາ ກັບຕຳຣວດ. ສ່ວນໃນເຫດຮ້າຍ ທີ່ແຂວງ BIHAR ພວກກະບົດ ນິຍົມເໝົາເຊຕຸງ ໄດ້ໂຈມຕີ ຄ້າຍກຳລັງ ຮັກສາຄວາມສະງົບ ແຫ່ງນຶ່ງ ທີ່ຕັ້ງຂຶ້ນ ເພື່ອຮັກສາ ຄວາມເປັນຣະບຽບ ຮຽບຮ້ອຍ ໃນຣະຫວ່າງ ທີ່ມີການເລືອກຕັ້ງ ຊຶ່ງເຮັດໃຫ້ ທະຫານຄົນນຶ່ງ ໄດ້ຮັບບາດເຈັບ. ການໂຈມຕີ ທັງສອງບ່ອນນີ້ ໄດ້ມີຂຶ້ນ ໃນເຂດ ທີ່ມີກຳນົດວ່າ ຈະເລີ້ມທຳການ ປ່ອນບັດ ໃນມື້ອື່ນນີ້ ຊຶ່ງເປັນ ຂັ້ນທຳອິດ ຂອງການເລືອກຕັ້ງ ທົ່ວໄປ ຂອງອິນເດັຽ. ການປ່ອນບັດ ໃນມື້ອື່ນນີ້ ສ່ວນໃຫຍ່ແລ້ວ ແມ່ນຈະຢູ່ ໃນເຂດ ພາກຕາເວັນອອກ ແລະພາກເໜືອ ຂອງປະເທດ ຮວມທັງເຂດ ທີ່ທຸກຍາກ ທີ່ສຸດຂອງອິນເດັຽ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG