ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປປ ລາວ ຮັບປາກ ຈະຮ່ວມມືກັບສະຫະລັດຢ່າງເຕັມທີ່ ໃນການຊອກຄົ້ນຫາຊາກກະດູກຂອງທະຫານທີ່ຫາຍສາບສູນ


ຜູ້​ປະຈຳການ​ຄະ​ນະ​ລັດຖະບານ​ລາວ​ຢືນຢັນ​ວ່າ ທາງ​ການ​ລາວຈະ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ສະຫະລັດ​ອາ​ເມ​ລິ​ກາ​ຢ່າງ​ສຸດ​ກຳລັງ​ ​ໃນ​ການ​ຊອກຄົ້ນຫາ​ກະດູກ ​ແລະ ​ສິ່ງ​ເສດ​ເຫລືອ​ຂອງ​ບັນດາ​ທະຫານ​ອາ​ເມ​ລິ​ກັນ​ທີ່​ຫາຍ​ສາບ​ສູນ​ໄປ​ໃນ​ປາງສົງຄາມ​ອິນດູຈີນ​ຢູ່​ໃນ​ລາວ.

ທ່ານ​ ສົມສະຫວາດ ​ເລັ່ງ​ສະຫວັດ ຮອງ​ນາ​ຍົກ​ລັດ​ຖະມົນຕຣີ ຜູ້​ປະຈຳການ​ຄະນະ​ລັດຖະບານ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ໃນ​ໂອກາດ​ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຂອງ​ ທ່ານ​ນາງແອນ​ ມິລສ໌ ກຣິຟຟິທ ຜູ້​ອຳ​ນວຍ​ການ​ບໍລິຫານ​ສັນນິບາດ​ແຫ່ງ​ຊາດຂອງ​ຄວບ​ຄົວ​ນັກ​ໂທດ ​ແລະ ທະຫານ​ອາ​ເມ​ລິ​ກັນ ທີ່ ຫາຍ​ສາບ​ສູນ​ໄປ ​ໃນ​ພູມ​ມິ​ພາກ​ເອ​ເຊຍ​ຕາ​ເວັນ​ອອກຊຽງໃຕ້ ຊຶ່ງ​ໄດ້​ເດີນ​ທາງ​ໄປ​ຢ້ຽ​ມຢາມ​ລາວຢ່າງ​ ເປັນ​ທາງ​ການ​ເປັນ​ເວລາ 6 ວັນ ​ເມື່ອ​ບໍ່ນານ​ມານີ້​ ວ່າ​ລັດຖະບານ​ລາວ​ຈະ​ສືບຕໍ່​ດຳ​ເນີນ​ນະ​ໂຍບາຍ​ອັນ​ມີມະນຸດສະທຳ ​ແລະ ສະ​ເໝີ​ຕົ້ນສະ​ເໜີປາຍ​ໃນ​ການ​ຮ່ວມ​ມື​ກັບ​ລັດຖະບານສະຫະລັດ​ອາ​ເມ​ລິ​ກາ ​ເຂົ້າ​ໃນ​ວຽກ​ງານ​ຊອກ​ຫາ​ກະດູກ ​ແລະ ​ສິ່ງ​ເສດ​ເຫລືອ​ຂອງທະຫານ​ອາ​ເມ​ລິ​ກັນ​ທີ່​ຫາຍ​ສາບ​ສູນ​ໄປ​ໃນ​ປາງ​ສົງຄາມ​ອິນດູຈີນ​ຢູ່​ໃນເຂດ​ປະ​ເທດລາວຕໍ່​ໄປຢ່າງ​ສຸດ​ກຳລັງ. ​ໃນ​ໂອກາດ​ດຽວກັນນີ້ ທ່ານນາງ ​ແອນ ​ມິລສ໌ ກຣິຟຟິທ ກໍ​ໄດ້​ຕາງໜ້າ​ໃຫ້​ກັບ​ລັດຖະບານ ​ແລະ ຄອບຄົວ​ຂອງທະຫານ ອາ​ເມ​ລິ​ກັນທີ່​ຫາຍ​ສາບ​ສູນ​ໄປ​ ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຍິ່ງ ຕໍ່ການ​ຮ່ວມ​ມື​ດັ່ງກ່າວ​ຂອງ​ລັດຖະ ບານ​ລາວ ພ້ອມ​ທັງ​ຍັງ​ໄດ້​ຕີ​ລາຄາ​ສູງ ຈາກ​ຜົນ​ການ​ປະຕິ​ບັດ​ງານ​ຮ່ວມ​ກັນ ​ໃນ​ຕະຫລອດ​ໄລຍະ​ທີ່​ຜ່ານ​ມາ​ອີກ​ດ້ວຍ ຊຶ່ງມາ​ຮອດ​ປະຈຸ​ບັນ ກໍ​ປາກົດ​ວ່າ​ທາງ​ການ​ລາວ ​ແລະ ສະຫະລັດໄດ້​ຮ່ວມ​ກັນ​ຊອກ​ຫາ ​ແລະ ກໍ​ພົ້ນຄົບ​ກະດູກ ​ແລະ ​ເສດ​ເຫລືອ​ຂອງ​ທະຫານ​ອາ​ເມ​ລິ​ກັນ​ແລ້ວ ຈຳນວນ 229 ກໍລະນີ ຈາກ​ທັງໝົດ 572 ກໍລະນີ ຈຶ່ງ​ເຮັດ​ໃຫ້ຍັງ​ຄົງເຫລືອ​ອີກ 343 ກໍລະນີ ທີ່​ຍັງ​ຈະ​ຕ້ອງ​ຮ່ວມ​ມື​ກັນຊອກຄົ້ນຫາ​ຕໍ່​ໄປ.

ພ້ອມ​ກັນນີ້ ທ່ານ​ ສົມສະຫວາດ ຍັງ​ໄດ້​ຖະ​ແຫລ​ງຢືນຢັນ​ດ້ວຍ​ວ່າ ການ​ພົວພັນ​ຮ່ວມ​ມື​ລະ​ວ່າງ​ລາວ​ກັບ​ສະຫະລັດ ມີ​ການ​ຂະຫຍາຍຕົວ​ດີ​ຂຶ້ນນັບ​ມື້ ​ແລະ ກໍ​ຄອບ​ຄຸມ​ໄປ​ໃນ​ດ້ານຕ່າງໆຢ່າງຮອບດ້ານ​ອີກ​ດ້ວຍ ​ໂດຍ​ຫລ້າ​ສຸດ ທາງ​ການ​ສະຫະລັດກໍ​ໄດ້​ໃຫ້ຄວາມ​ຊ່ວຍ​ເຫລືອ​ແກ່​ລາວ ​ເຂົ້າ​ໃນ​ການ​ກະກຽມຄວາມ​ພ້ອມ​ໃນ​ດ້ານ​ຕ່າງໆ ​ເພື່ອທີ່​ຈະ​ເຂົ້າ​ໄປເປັນ​ສະ​ມາ​ຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ແລະ ກໍ​ຍັງ​ຄົງ​ສືບຕໍ່ໃຫ້ການ​ຊ່ອຍເຫລື​ອ​ໃນ​ດ້ານ​ການ​ເກັບ​ກູ້​ລະ​ເບີດ​ບໍ່ທັນ​ແຕກ ​ຫລື UXO ຢູ່​ໃນ​ລາວ ​ໂດຍ​ໃນໄລຍະ​ທີ່​ຜ່ານ​ມາ ກໍ​ຄືນັບ​ຈາກ​ປີ 1998 ນັ້ນ ກໍ​ປາກົດ​ວ່າ ສະຫະລັດອາ​ເມ​ລິ​ກາ ​ໄດ້​ໃຫ້​ຄວາ​ມຊ່ອຍເຫລືອ​ແກ່​ລາວ ​ໃນ​ດ້ານ​ການ​ເກັບ​ກູ້​ລະ​ເບີດ​ແລ້ວ ຄຶດ​ເປັນ​ມູນ​ຄ່າ​ລວມຫລາຍ​ກວ່າ 25 ລ້ານ​ໂດ​ລ້າ​ສະຫະລັດ.

ຊົງຣິດ ລາຍງານຈາກບາງກອກ ເມື່ອວັນທີ 3 ເດືອນເມສາ 2009. ກົດປຸ່ມຂ້າງເທິງເບື້ອງຂວາມື ເພື່ອຟັງສຽງ.

XS
SM
MD
LG