ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Laos-Vietnam to Finish Border Demarcation


ທາງ​ການລາວ ​ແລະ ຫວຽດນາມ ຈະ​ດຳ​ເນີນ​ການ​ປັກ​ລັກໝາຍ​ເຂດ​ແດນ​ໃໝ່ ​ແລະ ບູລະນະ​ລັກໝາຍ​ເກົ່າ ​ໃຫ້​ແລ້ວ​ເສດດຕະຫລອດ​ໃນ​ເຂດ​ທີ່​ຕໍ່ຊາຍແດນ​ລະຫວ່າງ​ກັນ​ພາຍ​ໃນ 4 ປີ ຂ້າງໜ້າ ​ໂດຍ​ຄາດໝາຍວ່າຈະ​ມີ​ຫລັກໝາຍທີ່​ມີ​ການ​ປັກ​ຫລັກ​ເພີ້ມຂຶ້ນອີກ​ເຖິງ 826 ຫລັກໝາຍ.

ທາງ​ການ​ລາວ​ໄດ້​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ວຽກງານໃນ​ໂຄງການ​ປັກ​ຫລັກໝາຍ​ເຂດ​ແດນ ​ແລະ ການ​ບູລະນະຫ​ລັກໝາຍເຂດ​ແດນລະຫວ່າງ ລາວ ກັບ​ຫວຽດນາມ​ຂຶ້ນ​ເມື່ອ​ບໍ່ນານ​ມານີ້ ພາຍ​ໃຕ້​ການ​ເປັນ​ປະທານ​ໃນກອງ​ປະຊຸມ​ໂດຍ​ ທ່ານ ທອງລຸນ ​ສີສຸ​ລິດ ຮອງ​ນາຍ​ຍົກລັດຖະມົນຕີ ​ແລະ ລັດຖະມົນຕີ​ວ່າ​ການ​ຕ່າງປະ​ເທດ​ຂອງ​ລາວ ຊຶ່ງໄດ້​ຖະ​ແຫລ​ງຊີ້​ແຈງ​ໃຫ້​ບັນດາ​ຫົວໜ້າກົມ ຮອງ​ເຈົ້າ​ແຂວງ ​ແລະ ພະນັກ ງານ​ວິຊາ​ການ​ທີ່​ກ່ຽວຂ້ອງ ​ແລະ ​ໄດ້​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ ​ໄດ້​ຮັບ​ຊາບ​ເຖິງ​ບົດວິ​ພາກ​ຂອງ​ໂຄງການ​ແຜນ​ການ​ງົບປະມານ​ໂຄງ​ປະກອບ​ການຈັດຕັ້ງ ​ແລະ ​ແຜນການ​ດຳ​ເນີນ​ງານ​ພ້ອມ​ທັງ​ບັນດາ​ຂໍ້ກຳນົດ​ຕ່າງໆ ທີ່​ທາງ​ການ​ລາວ ​ແລະ ຫວຽດນາມ ​ໄດ້​ຕົກລົງ​ຮ່ວມ​ກັນ ນັບ​ຕັ້ງ​ແຕ່​ປີ 2003 ​ເປັນ​ຕົ້ນມາ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າ ການ​ສຳ​ຫລວດ ​ແລະ ປັກ​ຫລັກໝາຍ​ເຂດ​ແດນ​ໃນ​ພາກ​ປະຕິບັດ​ຕົວ​ຈິງ​ນັ້ນ ທາງ​ການ​ຂອງ​ທັງສອງຝ່າຍ ກໍ​ຫາກໍ່ສາມາດ​ປັກຫ​ລັກໝາຍທຳ​ອິດ​ໄດ້​ຮ່ວມ​ກັນເມື່ອ​ກາງ​ປີ 2008 ທີ່​ຜ່ານ​ມາ ຊຶ່ງ​ກໍ​ຄື ການ​ປັກ​ຫລັກໝາຍ​ເຂດ​ຊາຍ​ແດນ​ໃໝ່ ຢູ່​ໃນ​ເຂດ​ຕິດຕໍ່ລະຫວ່າງ​ດານ​ຊາຍ​ແດນບ້ານ​ແດນ​ສະຫວັນ ​ໃນ​ແຂວງ​ສະຫວັນ​ນະເຂ​ດ ກັບ​ດ່ານ​ລາວ​ບາ​ວ ​ໃນແຂວງ​ກວາ​ງຈີ​ ທາງ​ພາກ​ກາງຂອງ​ຫວຽດນາມ. ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ຂອງ​ທັງ​ສອງ​ຝ່າ​ຍ ​ໄດ້​ກຳນົດຮ່ວມ​ກັນ​ໃໝ່ວ່າ ການ​ປັກຫ​ລັກໝາຍ​ໃໝ່ ​ແລະ ການບູ​ລະນະ​ເຂດ​ຫລັກໝາຍ ຊາຍ​ແດນ​ເກົ່າ​ນັ້ນ ຈະ​ໃຫ້​ແລ້ວ​ເສັດ​ພາຍ​ໃນ 4 ປີ ຂ້າງໜ້າ​ໃຫ້​ໄດ້​ເພື່ອ​ເຮັດ​ໃຫ້​ຊາຍ​ແດນ​ຂອງທັງ​ສອງ​ປະ​ເທດ ​ເປັນ​ຊາຍ​ແດນແຫ່ງສັນຕິພາບ, ມິດຕະພາບ, ​ແລະ ການ​ຮ່ວມ​ມື​ລະຫວ່າງ​ກັນ​ຕະຫລອດ​ໄປ.

ທັງນີ້ຊາຍ​ແດນ​ລາວ ​ແລະ ຫວຽດນາມ ​ມີ​ລະຍະ​ທາງ​ຍາວ​ກວ່າ 2.000 ກິ​ໂລ​ເມັດ ນັບ​ຈາກ​ພາກ​ເໜືອເຖິງ​ພາກ​ໃຕ້ ຫາກ​ແຕ່​ວ່າ ​ໃນ​ໄລຍະ​ທີ່​ຜ່ານ​ມາ ກໍປະກົດ​ວ່າ ​ໄດ້​ມີ​ການ​ປັກ​ຫລັກໝາຍ​ເຂດ​ແດນ​ແຕ່​ລະ​ຫລັກໝາຍນັ້ນຫ່າງກັນ​ຫລາຍ ຊຶ່ງ​ກໍ​ຄື ຫ່າງ​ກັນ​ຕັ້ງ​ແຕ່ 5 ກິ​ໂລ​ເມັດ ຈົນ​ເຖິງ 40 ກິ​ໂລ​ເມັດ ກໍ​ມີ. ​ເພາະ ສະ​ນັ້ນ ​ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຜິດ​ຖຽງກັນ​ເກີດ​ຂຶ້ນ​ໃນ​ອານາ​ຄົດ​ທີ່​ກ່ຽວຂ້ອງ​ກັບ​ເຂດ​ແດນ​ຕາມ​ທຳ​ມະ​ຊາດທີ່​ອາດ​ຈະ​ຖືກ​ທຳລາຍ​ໄປ​ຕາມ​ການ​ເວລາ​ນັ້ນ ທາງ​ການ​ລາວ ​ແລະ ຫວຽດນາມຈຶ່ງ​ເຫັນ​ພ້ອມ​ຮ່ວມ​ກັນ ​ໃນ​ການ​ທີ່​ຈະ​ເຮັດ​ໃຫ້​ເຂດ​ຊາຍ​ແດນ​ລະຫວ່າງສອງປະ​ເທດມີ​ຄວາມ​ຊັດ​ເຈນ​ຫລາຍ​ຂຶ້ນ ດ້ວຍ​ການ​ປັກ​ຫລັກໝາຍ​ເພີ້ມຂຶ້ນນັ້ນ​ເອງ. ດັ່ງ​ທີ່​ທ່ານ ທອງ​ລຸນ ​ໄດ້​ໃຫ້ການ​ຊີ້ແຈງ​ຕໍ່ກອງ​ປະຊຸມ​ຄັ້ງນີ້ວ່າ:
" ຖ້າພວກເຮົາບໍ່ປຶກສາຫາລືກັບຫວຽດນາມ ຫລືວ່າສອງຝ່າຍສອງຝ່າຍ​ບໍ່​ໄດ້​ຕົກລົງ​ກັນ​ວ່າ ຕັດ ສິນ​ໃຈ​ປັກຫ​ລັກໝາຍພື້ນທີ່​ນີ້ ຈັກໜ້ອຍກະບໍ່​ເຂົ້າ​ໃຈ​ກັນ​ອີກ​ລະ​ຫວ່າງ​ລູກ​ຫລານຂອງ​ພວກ​ເຮົາ, ​ເພາະວ່າ ປັກ​ຢູ່​ຈອມ​ພູນີ້ ກັບ​ຈອມພູນີ້ ວ່າເອີ​ເລັງ​ໄປ​ຊີ້ເນາະ, ມັນ​ໄປ​ຕາມ​ສາມ​ພູປັນ​ນ້ຳ​ເດີ້ ຊາຍ​ແດນນ໋ະ, ບັດ​ໄປ​ຮອດ​ຍ່ານໃດຍ່ານ​ໜຶ່ງ ພູປັນນ້ຳຜັດ​ມີ​ຫລາຍ​ແງ່ຫລາຍມູມ ຫ້ວຍຜັດ​ມີ ບັດນີ້​ທຳ​ມະ​ຊາດ​ຜັດປ່ຽນ​ແປງ​ໄປ. ມັນ​ປັນ​ຢູ່​ບ່ອນ​ໃດລະ ອັນ​ປັນນ້ຳ ພູ​ປັນນ້ຳນັ້ນກໍ​ຖຽງກັນ. ລາງ​ເທື່ອພູໜ່ວຍນີ້ກັບໜ່ວຍນີ້ ມັນ​ກໍ​ຜັດ ໃກ້​ຄຽງກັນນະ ອັນ​ຄວາມ​ສູງຄວາມ​ຕໍ່າຫັ້ນນ໋ະ ກໍ​ຖຽງກັນແລ້ວ ​ພໍ​ແຮງ​ແລ້ວ. ຜູ້ລະວ່າມາທາງນີ້ບໍ ຊີ້ມັນກໍ​ຖຽງກັນແລ້ວ​ພໍ​ແຮງ​ແລ້ວ. ດຽວນີ້ ເຮົາ​ຈະ​ປັກໃຫ້ມັນຖີ່​ເຂົ້າ​ນັ້ນ​ເພື່ອ​ເອົາ​ເປັນ​ຫລັກ​ຖານ​ອ້າງ​ອີງ​ດ້ວຍ​ກົດໝາຍ​ໄວ້​ໃຫ້​ລູກ​ໃຫ້​ຫລານ​ຂອງ​ພວກ​ເຮົາ ຕໍ່​ໄປ."

​ທາງການ​ລາວ ​ແລະ ຫວຽດນາມ​ ​ໄດ້​ວາງ​ແຜນການ​ເປົ້າໝາຍຮ່ວມ​ກັນ​ວ່າ ຈະດຳ​ເນີນກັນ​ປັກ​ລັກໝາຍ​ເຂດ​ແດນ​ເພີ້ມຂຶ້ນອີກ 826 ຫລັກໝາຍ​ໃຫ້ແລ້ວພາຍ​ໃນ 4 ປີ ຂ້າງໜ້າ ​ແລະ ສຳລັບ​ໃນປີ 2009 ນີ້ ກໍ​ຈະ​ຮ່ວມ​ກັນ​ປັກ​ຫລັກໝາຍ​ໃໝ່ ​ໃຫ້​ໄດ້​ບໍ່ໜ້ອຍກວ່າ 265 ຫລັກໝາຍ ຊຶ່ງ​ຈະ​ເປັນ​ການ​ປະຕິບັດ​ວຽກງານ​ຮ່ວມ​ກັນລະຫວ່າງ​ຄະນະ​ເຈົ້າໜ້າທີ່​ລາວ ​ແລະ ຫວຽດນາມ ຢູ່​ໃນ​ເຂດ 10 ​ແຂວງ​ຂອງ​ລາວ ​ແລະ ບັນດາ​ແຂວງ​ຂອງ​ຫວຽດນາມ ທີ່​ຕັ້ງຢູ່​ກົງກັນຂ້າມ​ກັບ 10 ​ແຂວງ​ຂອງ​ລາວ​ດັ່ງກ່າວ, ​ແລະ ​ເພື່ອ​ເປັນ​ການ​ປະຕິ ບັດ​ວຽກງານ​ໃຫ້​ໄດ້​ຕາມເປົ້າໝາຍ​ແຜນການ​ ທີ່​ວາງ​ອອກ​ດັ່ງກ່າວ ທາງ​ການ​ລາວ ​ແລະ ຫວຽດນາມ ກໍ​ໄດ້​ສະໜອງງົບປະມານ ​ແລະ ບັນດາ​ເຄື່ອງ​ໄມ້​ເຄື່ອງມື​ຕ່າງໆ ​ໃຫ້​ກັບ​ພາກສ່ວນ​ທີ່​ຮັບຜິດ​ຊອບ​ຢ່າງພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ແລ້ວ ຊຶ່ງ​ກໍ​ຄື ພາກສ່ວນ​ຮັບຜິດຊອບ​ໃນ​ແຕ່ລະ​ແຂວງ​ນັ້ນ ຈະ​ໄດ້​ຮັບ​ລົດຍົນ 2 ຄັນ, ​ເຄື່ອງ​ອັດ​ເອກະສານ, ​ເຄື່ອງ​ຄອມ​ພິວ​ເຕີ, ​ເຄື່ອງພິມ, ກ້ອງຖ່າຍ​ພາບ, ​ເຄື່ອງ​ປັ່ນ​ໄຟ, ກ້ອງ​ສ່ອງ​ທາງ​ໄກ, ​ແລະ ອຸປະກອນ​ທີ່​ຈຳ​ເປັນ​ອື່ນໆ ຢ່າງ​ຄົບ​ຊຸດ​ອີກ​ດ້ວຍ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກ ເມື່ອວັນທີ 06 ມີນາ 2009
ຟັງສຽງພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ
XS
SM
MD
LG