ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ - ໄທ ເປີດຂະບວນລົດໄຟເຊື່ອມຕໍ່ທ່ານາແລ້ງ ກັບໜອງຄາຍ


ລາວ ກັບ ​ໄທ ປະ​ກອບພິທີ​ເປີດຂະ​ບວນລົດ​ໄຟ​ເຊື່ອມຕໍ່ລະຫວ່າງ​ທ່າ​ນາ​ແລ້ງ ​ກັບໜອງຄາຍ​ຢ່າງ ເປັນ​ທາງ​ການ​ແລ້ວ ​ຫາກ​ແຕ່​ວ່າ ກໍ​ຍັງ​ຄົງ​ບໍ່ສາມາດ​ທີ່​ຈະ​ເປີດ​ໃຫ້ບໍລິການກັບ​ປະຊາຊົນ​ທົ່ວ​ໄປ​ໄດ້ ​ເພາະ​ທາງ​ການ​ຂອງ​ທັງ​ 2 ຝ່າຍຍັງ​ຄົງ​ບໍ່ສາມາດ​ຕົກລົງ​ກັນ​ໄດ້​ໃນ​ບາງ​ບັນຫາ.

ທ່ານ ບຸນ​ຍັງ ວໍລະ​ຈິດ ຮອງປະທານ​ປະ​ເທດລາວ ພ້ອມ​ດ້ວຍສົມ​ເດັດ​ພະເທບ ຣັດ​ຕະ​ນະຣາຊ​ສຸດາ ສະ​ຢາມ​ບູຣົມ ຣາ​ຊະ​ກຸມມາຣີ ​ແຫ່ງ​ຣາຊອານາ​ຈັກ​ ​ໄດ້​ຮ່ວມ​ກັນ​ເປັນ​ປະທານ​ໃນ​ພິທີ​ເປີດ​ການ​ເຊື່ອມຕໍ່ການ​ເດີນ ຂອງຂະ​ບວນ​ລົດ​ໄຟ​ລະ​ຫວ່າງ​ສະຖານ​ນີທ່າ​ນາ​ແລ້ງ ​ກັບ​ສະ​ຖາ​ນີຈັງຫວັດ ໜອງຄາຍ ​ໂດຍ​ຂ້າມ​ຂົວ​ມິດ ຕະພາບ​ລາວ-​ໄທ ​ແຫ່ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ ​ໃນ​ຕອນ​ເຊົ້າຂອງ ວັນ​ທີ 5 ມີນາທີ່​ຜ່ານ​ມານີ້. ​ໂດຍ​ການ​ເຂົ້າຮ່ວມ​ໃນ​ພິທີ​ດັ່ງ​ກ່າວ ຍັງ​ປະກອບ​ດ້ວຍ​ ທ່ານ ​ອະພິສິດ ​ເວດ​ຊາ​ຊີວະ ນາ​ຍົກ​ລັດຖະມົນຕີ​ໄທ ​ແລະ ບັນດາ​ລັດຖະມົນຕີ​ ກະຊວງ​ຄົມ​ນະ​ຄົມ​ຂົນ​ສົ່ງຂອງ​ທັງ​ສອງຝ່າຍ ພ້ອມ​ທັງ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ​ທັງ ສອງປະ​ເທດ ຈຳນວນ​ຫລາຍ​ຮ້ອຍ​ຄົນ. ການ​ເດີນ ຂອງ​ຂະ​ບວນລົດ​ໄຟ​ຕາມ​ເສັ້ນທາງດັ່ງກ່າວ​ນີ້ ​ໄດ້​ມີ​ການ​ກຳນົດ​ຮ່ວມ​ກັນ​ວ່າ ຈະ​ມີ​ການ​ເດີນຂອງ​ຂະ​ບວນລົດ​ໄຟ​ໄປ​ມາ​ລະຫວ່າງ ທ່າ​ນາ​ແລ້ງ ກັບໜອງຄາຍ ​ແລະ ໜອງຄາຍ ກັບ ທ່ານາ​ແລ້ງ ມື້ລະ 2 ຖ້ຽວ ​ເຊົ້າ ​ແລະ ​ແລງ ດ້ວຍ​ອັດຕາ​ຄ່າ​ໂດຍສານ 50 ບາດ ສຳ​ລັບ ຕູ້ນອນ, 30 ບາດ ສຳລັບ ຕູ້ມີເຄື່ອງປັບ​ອາກາດ ​ແລະ 2​0 ບາດ ສຳລັບຕູ້​ທຳ​ມະ​ດາ. ​

ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ ຫລັງ​ຈາກ​ພິທີການ​ເປີດ​ການ​ເດີນ​ຂອງຂະ​ບວນລົດ​ໄຟ​ໄດ້ສຳເລັດລົງແລ້ວ​ນັ້ນ ກໍ​ປາກົດ​ວ່າ ອົງການ​ລົດ​ໄຟ​ຂອງ​ທັງສອງປະ​ເທດ ກໍ​ຍັງ​ຄົງ​ບໍ່ສາມາດ​ທີ່​ຈະ​ເປີດ​ໃຫ້​ບໍລິການ​ແກ່​ປະຊາຊົນ​ທົ່ວ​ໄປ​ໄດ້ ​ເນື່ອງ​ຈາກ​ວ່າ ທັງສອງຝ່າຍ ຍັງ​ຄົງ​ບໍ່ສາມາດ​ຕົກລົງ​ກັນ​ໄດ້​ໃນ​ບັນຫາ​ບາງ​ປະການ ທີ່​ກ່ຽວຂ້ອງ​ກັບ​ລະບຽບການ​ເດີນ​ລົດ​ໄຟ ​ແລະ ການ​ກວດ​ຄົນ​ເຂົ້າ​ເມືອງ ຊຶ່ງ​ກໍໝາຍ ຄວາມ​ວ່າ ​ການ​ໃຫ້​ບໍລິການ​ພາກ​ຕົວ​ຈິງ​ນັ້ນ ຈະສາມາດ​ປະຕິບັດ​ໄດ້​ກໍ​ຕໍ່​ເມື່ອວ່າ ທາງ​ການ​ຂອງ ທັງສອງຝ່າຍ ສາມາດ​ຕົກລົງ​ໃນ​ບັນຫາ​ຕ່າງໆ ຮ່ວມ​ກັນໄດ້​ຢ່າງ​ເປັນ​ທາງ​ການແລ້ວນັ້ນເອງ. ທັງນີ້ ​ໂດຍ​ສາເຫດ​ທີ່​ສຳຄັນປະການໜຶ່ງທີ່​ເຮັດ​ໃຫ້​ທາງ​ການ​ລາວ​-ໄທ ຍັງ​ຄົງ​ບໍ່ສາມາດ​ເປີດ​ໃຫ້​ບໍລິການ​ຂົນ​ສົ່ງ​ໂດຍສານ​ລົດ​ໄຟ​ໄດ້​ໃນ​ໄລຍະ​ນີ້ກໍ​ຄື ການ​ທີ່​ທາງ​ການ​ໄທ​ຍັງ​ຄົງຈະຕ້ອງນຳ​ສະ​ເໜີ ບັນດາ​ຂໍ້​ຕົກລົງ​ລະບຽບຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ການ​ເດີນຂອງ​ຂະ​ບວນລົດ​ໄຟ​ເຊື່ອມ ຕໍ່ກັບ​ລາວ​ນັ້ນ ​ໃຫ້​ລັດຖະສະ​ພາ​ໄທ​ລົງມະຕິ​ຮັບຮອງ ​ແລະ ອະນຸມັດ​ຢ່າງ​ເປັນ​ທາງ​ການ​ເສຍ​ກ່ອນ ຊຶ່ງທັງ​ລວມ​ໄປ​ເຖິງ ລະບຽບປະຕິບັດ​ກ່ຽວກັບ​ການ​ກວດ​ຄົນ​ເຂົ້າ​ເມືອງ​ທີ່​ທາງ​ການ​ໄທ​ຍັງ​ຄົງ​ກໍ່ສ້າງ ສຳນັກ​ງາ​ນ ກວດຄົນ​ເຂົ້າ​ເມືອງ​ຢູ່​ສະຖານ​ນີລົດ​ໄຟ ຈັງ​ຫວັດໜອງຄາຍ​ຍັງບໍ່ທັນ​ແລ້ວເທື່ອອີກ ດ້ວຍ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳລັບ​ທາງ​ຝ່າຍ​ລາວ​ແລ້ວ ກໍ​ໄດ້​ຢືນຢັນເຖິງ​ຄວາມ​ພ້ອມ​ໃນ​ທຸກໆດ້ານ ​ໃນ​ການ​ທີ່​ຈະ​ເລີ້ມ​ເປີດການເດີນຂອງ​ຂະ​ບວນລົດ​ໄຟ​ເຊື່ອມຕໍ່ກັບ​ໄທ​ໄດ້​ທຸກ​ເມື່ອ ທີ່​ທາ​ງການ​ໄທ​ມີ​ຄວາມ​ພ້ອມ ​ໂດຍ​ເຖິງ​ແມ່ນ​ວ່າ ​ເສັ້ນທາງ​ລົດ​ໄຟ​ຢູ່ໃນ​ເຂດ​ປະ​ເທດ​ລາວ ຈະ​ມີ​ລະຍະ​ທາງ​ຍາວ​ພຽງ​ແຕ່ 3 ກິ​ໂລກ​ເມັດເຄິ່ງເທົ່ານັ້ນກໍ​ຕາມ ຫາກ​ແຕ່​ທາງ​ການ​ລາວ​ກໍ​ເຊື່ອໝັ້ນວ່າ ຈະ​ສົ່ງ​ຜົນ​ດີ​ຕໍ່ການ​ພັດທະນາ​ທາງ​ເສດຖະກິດ​ຂອງ​ລາວ ​ໂດຍ​ສະ​ເພາະ​ແມ່ນ​ຈະ​ເຮັດ​ໃຫ້ຄ່າ​ຂົນ​ສົ່ງ​ສິນຄ້າ ​ແລະ ​ໂດຍສານຫລຸດ​ລົງ​ຈາກ​ເດີມ​ເຖິງ​ເຄິ່ງໜຶ່ງ ​ເມື່ອ​ທຽບ​ໃສ່​ກັບ ການ​ຂົນ​ສົ່ງ​ທາງ​ລົດຍົນ ລວມທັງ​ຍັງ​ຈະ​ເປັນ​ການ​ຊ່ອຍ​ຍືດອາຍຸ​ໃນ​ການ​ໃຊ້​ງານ​ຂອງຖະໜົນ ​ໃນ​ເຂດ​ນະ ຄອນຫລວງ​ວຽງຈັນ​ອີກ​ດ້ວຍ ດັ່ງ​ທີ່​ ທ່ານ ສອນ​ສັກ ນໍ​ຍານ​ຊະ​ນະ ຮອງ​ຜູ້ອຳ​ນວຍ​ການ​ອົງການ ​ການ​ລົດ​ໄຟ​ຂອງ​ລາວ ​ໄດ້​ໃຫ້ການ​ຊີ້​ແຈງວ່າ:

ມັນ​ກໍ​ມີ​ 2 ດ້ານ ເນ໋າະ: ດ້ານໜຶ່ງ ກໍແມ່ນ​ດ້ານ​ການ​ຂົນ​ສົ່ງສິນຄ້າ​ຈະ​ໄດ້​ວ່ອງ​ໄວ ​ເນ໋າະ ​ແລ້ວ ລາ ຄາກໍ​ຈະ​ຖືກ​ລົງ ​ຢ່າງໜ້ອຍກໍ​ຫລຸດ​ໄປ​ຫາ 50% ເພາະຂົນເທື່ອດຽວມັນ​ໄດ້​ຫລາຍໂຕນນ໊ະ ​ແລ້ວ ທາງ​ເຮົາ​ກໍ​ຈະບໍ່ເພ​ອີກ ທາງ​ເຂົ້າວຽງຈັນ ​ເພາະວ່ານ້ຳໜັກຂອງ​ລົດ​ກໍ​ບໍ່​ໃຊ້​ລົດ​ຂົນ​ສົ່ງ​ຫລາຍ ກໍຈະ ມາທາງຂະ​ບວນລົດ​ໄຟ​ນີ້ກໍຈະ​ເປັນ​ການ​ດີ.

ສຳລັບ​ກ່ຽວການ​ເຊື່ອມຕໍ່ທາງ​ລົດ​ໄຟອີກ 9 ກິ​ໂລ​ແມັດ ​ເຂົ້າ​ໄປ​ໃນ​ເຂດ​ນະຄອນ​ຫລວງ​ວຽງຈັນນັ້ນ ກ່ອນໜ້ານີ້ ທ່ານ ອະພີ​ສິດ ​ເວ​ຊາ​ຊີ​ວະ ນາຍ​ຍົກ​ລັດຖະມົນຕີ​ຂອງ​ໄທ ກໍ​ໄດ້​ໃຫ້ການ​ຢືນຢັນ​ກັບ​ທ່ານ​ ບົວ​ສອນ ບຸບຜາ​ວັນ ນາຍ​ຍົກ​ລັດຖະມົນຕີ​ລາວ​ວ່າ ລັດຖະບານ​ໄທ​ຈະ​ໃຫ້​ຄວາມ​ຊ່ວຍ​ເຫລືອ​ແກ່​ລາວ​ໃນ​ອານາ​ຄົດ​ບໍ່​ໄກ​ນີ້ ​ໂດຍ​ຈະ​ຕ້ອງ​ລໍຖ້າ ​ແຜນການ​ງົບປະມານ​ໃໝ່ຂອງ​ລັດຖະບານ​ໄທ ທີ່​ຈະ​ນຳ​ສະ​ເໜີ​ເຂົ້າສູ່​ລັດຖະສະພາ​ໄທ​ໃນ​ໄຕ​ມາດ​ທີ 3 ຂອງ​ປີນີ້ອີກ​ຕໍ່​ໄປ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງ​ກອກ ເມື່ອວັນທີ 06 ມີນາ 2009
ຟັງສຽງພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ
XS
SM
MD
LG