ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສວນຜັກປອດສານເຄມີຢູ່ທຳນຽບຂາວ


ເມື່ອຕົ້ນເດືອນແລ້ວນີ້ ທ່ານນາງ Michelle Obama ​ແລະເດັກ ນັກຮຽນ 23 ຄົນ ​ໄດ້ຊ່ວຍກັນກະກຽມດິນ​ແລະເນື້ອ​ທີ່​ ເພື່ອເຮັດສວນຜັກປອດ​ສານ​ເຄມີ ​ຢູ່ໃນ​ບໍລິ​ເວນ​ເດີ່ນກ້ຳ​ໃຕ້ຂອງທຳນຽບຂາວ. ສັດຕຣີໝາຍເລກນຶ່ງ ຂອງ​ສຫະຣັຖ ໄດ້ສະ​ແດງ​ໃຫ້​ພວກເດັກນັກຮຽນ ຮູ້ຈັກວິທີຂຸດຊ້ວນດິນຂື້ນ​ມາ​ແບບ​ໃດ​ເພື່ອຈະກຽມເຮັດສວນໃນ​ເນື້ອ​ທີ່​ກວ້າງ 100 ແມັດມົນທົນ.

ພວກເດັກນັກຮຽນ ຊື່​ງມາ​ຈາກໂຮງຮຽນປະຖົມ Bancroft Elementary School ທີ່ຢູ່ໃກ້ທຳນຽບຂາວ ຈະຊ່ວຍທ່ານ ນາງ Obama ປູກຜັກ, ສະໝຸນໄພ ແລະ ໝາກໄມ້ເປັນເຄືອ ຕ່າງໆ ​ໃນ​ຈຳນວນ​ທັງ​ໝົດ 55 ປະເພດເຊິ່ງ ພວກເຂົາເຈົ້າ ຈະ​ເອົາ​ພວກ​ເບັ້ຍພືດປອດສານເຄມີ ທີ່​ກ້າ​ແລ້ວນັ້ນ ລົງ​ປູກ​ໃນ​ສວນ​ແຫ່ງ​ນີ້ໃນເວລາ​ອາກາດ​ອົບ​ອຸ່ນ​ຂຶ້ນ. ທາງທຳນຽບຂາວຈະເອົາຝຸ່ນປຸຍທຳມະຊາດໃຫ້ເພື່ອໃສ່ສວນ. ຜັກທີ່ຈະປູກມີລວມທັງ​ຜັກສະລັດ, ຜັກຫົມ, ບຣ໋ອກເກີ ລີ ຫລື ດອກຜັກກາດນາ​, ໝາກຖົ່ວແປ, ຜັກບົ່ວ ແລະ ໝາກ ໄມ້​ປະ​ເພດ ເຄືອຕ່າງໆ. ທ່ານນາງ Michelle ເວົ້າວ່າຮັງເຜີ້ງສອງຮັງຈະສະໜອງນ້ຳເຜີ້ງ​ໃຫ້. ຄອບຄົວ Obama ທຸກ ຄົນລວມທັງ ທ່ານປະທານາທິບໍດີຈະເປັນ ຜູ້ຫລົກຫຍ້າ. ຄ່າແກ່ນຜັກ ແລະ ຝຸ່ນໃຊ້ໃນການເຮັດ ສວນນີ້ຕົກເປັນ​ເງິນ​ທັງ​ໝົດ 200$.

ຜັກແລະໝາກໄມ້ໃນສວນນີ້ ຈະເອົາມາເປັນອາຫານ ໃຫ້ແກ່ຄອບຄົວ ປະທານາທິບໍດີ ໂອບາມາ, ພະນັກງານ ເຮັດ ວຽກໃນທໍານຽບຂາວ ແລະ ແຂກທີ່ມາຢ້ຽມຢາມອີກດ້ວຍ. ນອກ​ນັ້ນ​ແລ້ວ ທາງ​ທຳນຽບ ຂາວ​ຍັງ​ຈະຜັກຈາກ​ສວນ​ນີ້ ໄປໃຫ້ສູນລ້ຽງ ຄົນຂາດທີ່ພັກອາໃສ ຢູ່ໃກ້ທຳນຽບ ຂາວອີກ​ນຳ.

ທ່ານນາງ Michelle Obama ເວົ້າວ່າ ເປົ້າໝາຍ ຕົ້ນຕໍຂອງການເຮັດສວນຄົວນີ້ ​ແມ່ນເພື່ອ ສອນເດັກນ້ອຍ ແລະເຮັດໃຫ້ເປັນແບບຢ່າງແກ່ຊຸມຊົນເພື່ອ​ໃຫ້​ເຂົາ​ເຈົ້າຮູ້ ຈັກເລືອກເອົາ ແລະ ປຸງແຕ່ງອາຫານທີ່ມີທາດບຳລຸງສູງ ​ເປັນ​ປະ​ໂຫຍ​ດຕໍ່​ສຸຂະພາບ​ອະນາ​ໄມ.ສວນຄົວທີ່​ວ່າ​ນີ້ ຈະ ເປັນແຫ່ງທຳອິດທີ່ເຮັດຂຶ້ນຢູ່ໃນບໍລິ​ເວນເດີ່ນທຳນຽບຂາວ ນັບຕັ້ງແຕ່ ສົງຄາມໂລກຄັ້ງທີ່ 2 ​ເປັນຕົ້ນມາ ​ເຊິ່ງ​ໃນ​ສະ​ໄຫມ​ນັ້ນ ທ່ານນາງ Eleanor ພັນລະຍາຂອງປະ ທານາທິບໍດີ Franklin Rooseveltໄດ້ເຮັດສວນປູກຜັກ ທີ່ເອີ້ນວ່າ "ສວນແຫ່ງໄຊຊະນະ"ຫລື "Victory Garden" ເພື່ອໃຫ້ເປັນສິ່ງເພີ້ມກຳລັງ ໃຈໃນການຕໍ່ສູ້ໃຫ້ຊະນະສົງຄາມ ໃນປີ 1943.

ທ່ານນາງ Eleanor Roosevelt ໄດ້ສະໜັບສະໜູນໃຫ້ຊາວອາເມ ຣິກັນທຸກຄົນ ປູກຜັກ ແລະ ໝາກໄມ້ກິນເອງ. ພືດ​ຜົນທີ່ໄດ້ມາຈາກສວນທີ່​ເຮັດ​ກັນ​ໃນ​ທົ່ວປະເທດໃນເວລານັ້ນຈຳນວນ​ຫລາຍ ​ແມ່ນໄດ້ໃຊ້ ລ້ຽງປາກ​ລ້ຽງ​ທ້ອງທະຫານອາເມຣິກັນ. ​ແລະ​ເມື່ອ​ບໍ່ນານມານີ້ ປະທານາທິ ບໍດີ Bill Clinton ແລະ ພັນ​ລະ​ຍາ ທ່ານນາງ Hilary Clinton ກໍ​ໄດ້​ເຮັດສວນນ້ອຍໆ ແຫ່ງ ນຶ່ງ ແຕ່ວ່າພວກ​ເພິ່​ນ​ໄດ້ປູກຜັກໃສ່ໃນຖັງຢູ່ເທິງຫລັງຄາຂອງທຳນຽບຂາວ.

ການ​ເຮັດສວນຢູ່ໃນທຳນຽບຂາວ ​ແມ່ນ​ເປັນຂີດໝາຍໄຊຊະນະ ຂອງປະຊາຊົນ ເຊັ່ນສາ​ສະ​ດາ​ຈານ Michael Pollan ອາຈານ​ທີ່ມະຫາວິທະຍາໄລຣັຖ California ສາຂາ​ເມືອງ Berkeley​ ເຊິ່ງເປັນນັກຂຽນ ແລະ ນັກຊ່ຽວຊານດ້ານອາຫານທີ່ໄດ້ພະຍາຍາມ ເພີ້ມການສຶກ ສາອົບຮົມປະຊາຊົນ ໃຫ້ຮູ້ຈັກການກິນອາຫານທີ່ດີ. ທ່ານເວົ້າວ່າ ສວນແບບທີ່ເຮັດຢູ່ໃນທຳນຽບ ຂາວ ຈະຊ່ວຍໃຫ້ປະຊາຊົນເອົາ​ໃຈ​ໃສ່ຕໍ່ອາຫານການກິນທີ່ມີຄຸ​ນະ​ປະ​ໂຫຍ​ດຕໍ່​ສຸຂະພາບ ​ແລະ​ ກັບ​ຄືນ​ໄປ​ບໍລິ​ໂພ​ກອາຫານ​ທີ່ໃຫ້ທາດບຳລຸງສູງກວ່າເກົ່າ.

ທ່ານ Michael Pollan ໄດ້ເວົ້າຢູ່ໃນຈົດໝາຍເປີດຊອງທີ່ສົ່ງ ເຖິງທ່ານ ໂອບາມາ​ ເມື່ອຫລາຍໆ ເດືອນກ່ອນວ່າ ການ​ປູກສວນຜັກຢູ່ທຳນຽບຂາວ ຈະເປັນ​ການ​ປະຕິວັດແບບຢ່າງຂອງການບໍລິ​ໂພ​ກອາຫານ ໃຫ້ຜູ້ຄົນໃນ ທົ່ວປະເທດ ພາກັນກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍສູງ ແລະ ການເຮັດຮົ້ວ​ເຮັດສວນຢູ່ໃນ​ເຂດ​ທ້ອງ​ຖິ່ນບ້ານເມືອງຂອງຕົນ.

ຟັງສຽງໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ

XS
SM
MD
LG