ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ຍົກຍ້າຍ ພວກຜູ້ນຳປະເທດຕ່າງໆ ອອກຈາກ ບ່ອນຈັດ ກອງປະຊຸມສຸດຍອດ ທີ່ພັທຍາ


ອາຊ່ຽນ: ເຈົ້າໜ້າທີ່ໄທ ກ່າວວ່າ ເຮືອບິນເຮ ຣີຄອບເຕີ້ ໄດ້ເລີ້ມຍົກຍ້າຍພວກຜູ້ນຳປະເທດ ຕ່າງໆຂອງເອເຊັຽ ອອກໜີ ຫລັງຈາກພວກປະ ທ້ວງຕໍ່ຕ້ານຣັຖບານ ໄດ້ບັງຄັບ ໃຫ້ມີ ການຍົກເລີກ ກອງປະຊຸມສຸດຍອດ ພູມີພາກ ທີ່ເມືອງພັທຍາ ຊຶ່ງເປັນ ເມືອງຕາກອາກາດ ແຄມທະເລຂອງໄທ. ພວກປະທ້ວງ ທີ່ໃສ່ເສື້ອແດງ ຈຳນວນຫລາຍຮ້ອຍຄົນ ທີ່ທວງໃຫ້ ນາຍົກຣັຖມຸນຕຣີໄທ ທ່ານອະພິຊິດ ເວດຊາຊີວະ ລາອອກນັ້ນ ໄດ້ບຸກຜ່ານ ແຖວຕຳຣວດ ແລະປະຕູແກ້ວ ເພື່ອເຂົ້າໄປ ໃນໂຮງແຮມ ບ່ອນທີ່ກອງປະຊຸມ ສຸດຍອດອາຊ່ຽນ ຈະເລີ້ມຂຶ້ນ. ນາຍົກຣັຖມຸນຕຣີ ອະພິຊິດ ໄດ້ປະກາດ ພາວະສຸກເສີນ ຢູ່ເມືອງພັທຍາ ແລະກ່າວໃນຄຳປາສັຍ ທາງໂທຣະພາບວ່າ ເວລານີ້ ໄດ້ມີການເພັ່ງເລັງໃສ່ ການຄ້ຳປະກັນ ຄວາມປອດພັຍ ຂອງພວກຜູ້ນຳ ປະເທດຕ່າງ ໃນການເດີນທາງ ກັບຄືນປະເທດ. ກອງປະຊຸມສຸດຍອດ ມີກຳນົດ ຈະສິ້ນສຸດລົງ ໃນວັນອາທິດ ມື້ອື່ນ. ພວກປະທ້ວງ ທີ່ໃຫ້ການສນັບສນຸນ ອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ຖືວ່າ ຣັຖບານ ຊຸດປັດຈຸບັນ ຂອງໄທ ເປັນຣັຖບານ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະຢາກໃຫ້ມີ ການເລືອກຕັ້ງໃໝ່.

ອີຣັກ: ຕຳຣວດອີຣັກ ກ່າວວ່າ ການໂຈມຕີ ດ້ວຍຣະເບີດສະລະຊີບ ໃນເຂດພາກໃຕ້ ຂອງນະຄອນຫລວງ ແບັກແດັດ ທີ່ແນໃສ່ ກຳລັງທະຫານບ້ານ ຊຸນນີ່ ທີ່ເປັນພັນທະມິດ ກັບສະຫະຣັດນັ້ນ ເຮັດໃຫ້ ມີຜູ້ເສັຽຊີວິດ 9 ຄົນ ແລະບາດເຈັບ ອີກຫລາຍກວ່າ 20 ຄົນ. ເຈົ້າໜ້າທີ່ ເວົ້າວ່າ ການໂຈມຕີ ໄດ້ມີຂຶ້ນ ໃນວັນເສົາມື້ນີ້ ຂະນະທີ່ ສະມາຊິກ ຂອງກຳລັງ ຮັກສາ ຄວາມສະງົບ ປະຊາຄົມ ຊຶ່ງເປັນທີ່ຮູ້ກັນ ໃນນາມ ສະພາເພື່ອການຟື້ນຟູ ພວມເຂົ້າແຖວ ເພື່ອຮັບເງິນເດືອນ ທີ່ກອງບັນຊາການ ທະຫານແຫ່ງນຶ່ງ. ກຳລັງທະຫານບ້ານ ຊຸນນີ່ ແມ່ນຮວມທັງ ພວກທີ່ເຄີຍເປັນ ກະບົດມາກ່ອນ ທີ່ປ່ຽນ ເປັນສັດຕຣູ ກັບກຸ່ມກໍ່ການຮ້າຍ AL-QAIDA ແລະກຸ່ມອື່ນໆ. ພວກເຂົາເຈົ້າ ໄດ້ຮັບ ການຍົກຍ້ອງວ່າ ເປັນຜູ້ຊ່ອຍ ເຮັດໃຫ້ ຄວາມຮຸນແຮງ ໃນອີຣັກ ໃນຮອບປີຜ່ານມາ ຫລຸດລົງ. ໃນມື້ວານນີ້ ການໂຈມຕີ ດ້ວຍຣະເບີດ ສະລະຊີບ ເຮັດໃຫ້ ທະຫານ ອະເມຣິກັນ 5 ຄົນ ເສັຽຊີວິດ ຢູ່ໃນພາກເໜືອ ຂອງປະເທດອີຣັກ ຊຶ່ງເປັນການ ເສັຽຊີວິດຊີວິດ ຂອງຊາວ ອະເມຣິກັນ ໃນຈຳນວນ ຫລາຍທີ່ສຸດ ພາຍໃນເວລານຶ່ງມື້ ໃນໄລຍະ ນຶ່ງປີກວ່າໆ.

ໂຊມາເລັຽ - ໂຈນທະເລ: ຫົວໜ້າໂຈນທະ ເລ ຄົນນຶ່ງ ທີ່ຢູ່ເທິງຝັ່ງ ໃນໂຊມາເລັຽ ໄດ້ເຕືອນ ກ່ຽວກັບຜົນ ທີ່ຈະຕິດຕາມມາ ຢ່າງຮ້າຍແຮງ ຖ້າສະຫະຣັດ ຫາກໃຊ້ກຳລັງ ບຸກເຂົ້າໄປຊ່ອຍ ໂຕປະກັນ ອະເມຣິກັນ ທີ່ຖືກພວກໂຈນທະເລ ຈັບໄວ້ ທີ່ເຮືອ ຊູຊີບ ນອກແຄມຝັ່ງ. ລາວເວົ້າວ່າ ພວກໂຈນທະເລ ທີ່ຈັບທ່ານ RICHARD PHILIPS ພວມລໍຖ້າ ການສົ່ງກຳລັງໄປໜູນ. ມີລາຍງານວ່າ ເຮືອຂອງ ພວກໂຈນທະເລ ກຳລັງ ຊອກຄົ້ນຫາ ເຮືອຊູຊີບ ແຕ່ກຳປັ່ນ ເຢັຽຣະມັນ ທີ່ຖືກຈີ້ ພ້ອມກັບ ໂຕປະກັນ 24 ຄົນ ໄດ້ເດີນທາງ ກັບຄືນໄປຈອດ ຫລັງຈາກ ບໍ່ສາມາດ ແລ່ນໄປຍັງ ບ່ອນເກີດເຫດໄດ້. ກຸ່ມເດີນເຮືອ ທາງທະເລ ຢູ່ໃນຂົງເຂດ ກ່າວວ່າ ຜູ້ນຳຊົນເຜົ່າ ອະວຸໂສ ຂອງໂຊມາເລັຽ ພະຍາຍາມ ທີ່ຈະເດີນທາງ ໄປຍັງບ່ອນທີ່ ມີການປະເຊີນໜ້າ ເພື່ອເຈຣະຈາ ໃຫ້ມີການ ປ່ອຍທ່ານ PHILIPS. ທ່ານ PHILIPS ໄດ້ຖືກຈັບໂຕໄວ້ ໂດຍພວກ ໂຈນທະເລ ເທິງເຮືອຊູຊີບ ຢູ່ນອກແຄມຝັ່ງທະເລ ໂຊມາເລັຽ ເລີ້ມແຕ່ວັນພຸດ ແລ້ວນີ້ ເປັນຕົ້ນມາ ເວລາພວກ ລູກເຮືອ ຂອງທ່ານ PHILIPS ຄົ້ນພົບ ແຜນການໂຈມຕີ ເຮືອຂອງພວກເຂົາເຈົ້າ.

ຟິຈິ - ການເມືອງ: ປະທາ ນາທິບໍດີ ຟິຈິ ທ່ານ RATU JOSEFA ILOILO ໄດ້ແຕ່ງຕັ້ງ ພົນເຮືອຈັຕວາ FRANK BAINIMARAMA ຜູ້ບັນຊາການ ກອງທັບ ໃຫ້ເຂົ້າຮັບ ຕຳແໜ່ງ ເປັນນາຍົກ ຣັຖມຸນຕຣີ ຮັກສາການ ຄືນໃໝ່ ເພື່ອຄ້ຳປະກັນວ່າ ກອງທັບ ຈະສືບຕໍ່ ເປັນຜູ້ປົກຄອງ ປະເທດດັ່ງກ່າວ ທັງໆທີ່ສານ ໄດ້ຕັດສິນ ໃນທາງກົງກັນຂ້າມ. ລາຍງານຂ່າວ ແຈ້ງວ່າ ເປັນທີ່ຄາດກັນວ່າ ທ່ານ BAINIMARAMA ຈະແຕ່ງຕັ້ງ ຄະນະຣັຖບານ ໃນວັນເສົາ ມື້ນີ້. ຄວາມວຸ້ນວາຍ ລ່າສຸດ ໃນຟິຈິ ໄດ້ເລີ້ມຂຶ້ນ ໃນມື້ ວັນພະຫັດ ຜ່ານມາ ໂດຍທີ່ ສານອຸທອນ ໄດ້ຕັດສິນວ່າ ຣັຖບານທະຫານ ທີ່ໄດ້ຕັ້ງຂຶ້ນ ໂດຍການກໍ່ ຣັຖປະຫານ ໃນປີ 2006 ນັ້ນ ເປັນຣັຖບານ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ. ການເຄື່ອນໄຫວ ທີ່ວ່ານີ້ ເຮັດໃຫ້ທ່ານ BAINIMARAMA ໄດ້ປະກາດ ລາອອກ ຈາກຕຳແໜ່ງ ນາຍົກຣັຖມຸນຕຣີ. ໃນມື້ວານນີ້ ປະທານາທິບໍດີ ILOILO ໄດ້ປະກາດ ລຶບລ້າງ ຣັຖທັມມະນູນ ແລະແຕ່ງຕັ້ງ ທ່ານເອງ ເປັນຜູ້ນຳ ຂອງປະເທດ ພາຍໃຕ້ ຣະບຽບການໃໝ່.

ໂອບາມາ - ປາສັຍ: ປະທາ ນາທິບໍດີ ສະຫະຣັດ ທ່ານ BARACK OBAMA ຮຽກຮ້ອງໃຫ້ ປະເທດຕ່າງໆ ສາມັກຄີກັນ ເພື່ອຕໍ່ສູ້ ກັບບັນຫາ ທ້າທາຍ ຕ່າງໆຂອງໂລກ ທີ່ທ່ານໄດ້ພົບເຫັນ ດ້ວຍໂຕທ່ານເອງ ໃນຣະຫວ່າງ ການເດີນທາງ ໄປຢ້ຽມຢາມ ຕ່າງປະເທດ ເມື່ອໄວໆມານີ້. ໃນຄຳປາສັຍ ປະຈຳສັບປະດາ ທີ່ອອກອາກາດ ໃນວັນເສົາ ມື້ນີ້ ທ່ານ OBAMA ໄດ້ຊີ້ໄປຍັງ ການສເລີມສລອງ ບຸນອີສເຕີ້ ຂອງຊາວຄຣິສຕຽນ ແລະບຸນແພສໂອເວີ ຂອງຊາວຢິວ ນັ້ນວ່າ ເປັນການ ສະທ້ອນຄືນ ເຖິງຄວາມສາມັກຄີ ແລະພັນທະ ຕໍ່ກັນແລະກັນ ບໍ່ວ່າຈະເປັນ ເຊື້ອຊາດເຜົ່າພັນ ຫລືໃນດ້ານ ຄວາມເຊື່ອ ກໍຕາມ. ທ່ານເວົ້າວ່າ ບໍ່ມີປະເທດໃດ ຕາມລຳພັງ ສາມາດ ແກ້ໄຂ ບັນຫາຕ່າງໆ ທີ່ເກີດຈາກ ການຫຼົ້ມສລາຍ ທາງດ້ານການເງິນ ການປ່ຽນແປງ ຂອງດິນຟ້າອາກາດ ບັນຫາ ອາວຸດນິວເຄລັຽ ຫລືບັນຫາ ການກໍ່ການຮ້າຍ. ທ່ານເວົ້າວ່າ ດ້ວຍເຫດນີ້ ປະເທດຕ່າງໆ ຈຶ່ງຈຳເປັນ ຕ້ອງໄດ້ປະຖິ້ມ ຄວາມຂັດແຍ້ງ ແລະຄວາມ ບໍ່ໄວ້ເນື້ອເຊື່ອໃຈ ທີ່ເຄີຍມີມາ ເພື່ອວ່າ ບັນຫາ ທີ່ຄ້າງຄາ ຂອງໂລກ ຈະສາມາດ ໄດ້ຮັບການແກ້ໄຂ ດ້ວຍວິທີ ທີ່ຮ່ວມມືກັນ.

ສະຫະປະຊາຊາດ - ລາວ: ທ່ານ BAN KI-MOON ເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ໄດ້ເດີນທາງ ໄປຢ້ຽມຢາມ ສປປ ລາວ ເປັນເວລາສັ້ນໆ ໃນວັນເສົາ ມື້ນີ້ ຊຶ່ງເປັນການ ຢ້ຽມຢາມລາວ ເທື່ອທຳອິດ ໃນຮອບ 24 ປີ ຂອງຜູ້ນຳ ອົງການ ສະຫະປະຊາຊາດ. ໃນພິທີເປີດ ສຳນັກງານໃໝ່ ຂອງອົງການ ສະຫະປະຊາຊາດ ທີ່ນະຄອນຫຼວງ ວຽງຈັນນັ້ນ ທ່ານ BAN ໄດ້ສະແດງ ຄວາມຫວັງ ອອກມາວ່າ ລາວ ຊຶ່ງເປັນນຶ່ງ ໃນບັນດາ ປະເທດ ທີ່ທຸກຍາກ ທີ່ສຸດໃນໂລກ ຈະປະສົບກັບ ຄວາມກ້າວໜ້າ ໃນການ ບັນລຸເປົ້າໝາຍ ສະຫັດສະວັດ ຂອງອົງການ ສະຫະປະຊາຊາດ. ເປົ້າໝາຍ ສະຫັດສະວັດ ແມ່ນເປົ້າໝາຍ ການພັທນາ ຣະຫວ່າງປະເທດ 8 ຂໍ້ທີ່ 192 ປະເທດ ສະມາຊິກ ຂອງອົງການ ສະຫະປະຊາຊາດ ແລະອົງການ ຈັດຕັ້ງນາໆຊາດ ຢ່າງນ້ອຍ 23 ອົງການ ໄດ້ຕົກລົງກັນ ທີ່ຈະໃຫ້ມີ ການບັນລຸພາຍ ໃນປີ 2015. ໃນນັ້ນ ແມ່ນຮວມທັງ ການຫຼຸດຜ່ອນ ຄວາມທຸກຍາກ ຢ່າງຮ້າຍແຮງ ຫລຸດຜ່ອນ ອັດຕຣາ ການເສັຽຊີວິດ ຂອງພວກເດັກນ້ອຍ ຕໍ່ສູ້ປາບປາມ ພະຍາດໂຣຄາຕ່າງໆ ເຊັ່ນໂຣກເອດສ໌ ດັ່ງນີ້ເປັນຕົ້ນ ແລະພັທນາ ພາຄີ ສຳລັບການ ພັທນາຂອງໂລກ.

ຄລິນຕັນ - ປີໃໝ່ລາວ: ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ອວຍພອນ ໃນໂອກາດ ວັນຂຶ້ນ ປີໃໝ່ລາວ. ໃນຖແລງຂ່າວ ທີ່ນຳອອກ ເຜີຍແຜ່ ໃນມື້ວັນສຸກ ວານນີ້ ທ່ານນາງ CLINTON ກ່າວວ່າ ເນື່ອງໃນໂອກາດ ການສເລີມສລອງ ວັນຂຶ້ນປີໃໝ່ລາວ ຕາມປະເພນີນີ້ ທ່ານນາງ ຂໍອວຍພອນ ໃຫ້ເປັນປີ ທີ່ສະງົບສຸກ ແລະອຸດົມຮັ່ງມີ ສຳລັບຣັຖບານ ແລະປະຊາຊົນ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ. ຖແລງ ຂ່າວເວົ້າວ່າ ໃນປີນີ້ ຊຶ່ງເປັນປີ ແຫ່ງການ ເລີ້ມຕົ້ນໃໝ່ນັ້ນ ທ່ານນາງຫວັງວ່າ ຈະໄດ້ສືບຕໍ່ ແລະເສີມຂຍາຍ ການຮ່ວມມື ຣະຫວ່າງ ສະຫະຣັດ ກັບລາວ ໃນຫລາຍໆດ້ານ ທີ່ຕ່າງຝ່າຍ ຕ່າງມີຜົນປໂຍດ. ການສເລີມສລອງ ເທສການ ປີໃໝ່ລາວ ໃນປີນີ້ ຊຶ່ງເປັນປີສລູ ຫລືປີງົວ ຈະເລີ້ມຂຶ້ນໃນວັນທີ 14 ຫາວັນທີ 16 ເມສາ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG