ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດ ກຳລັງດຳເນີນງານ ເພື່ອປ່ອຍ ກັບຕັນເຮືອ ທີ່ຖືກ ພວກໂຈນທະເລ ຈັບເປັນໂຕປະກັນ


ໂຊມາເລັຽ - ໂຈນທະເລ: ເຈົ້າໜ້າທີ່ ສະ ຫະຣັດ ກ່າວວ່າ ຕົນກຳລັງດຳເນີນງານ ເພື່ອ ປ່ອຍກັບຕັນ ຄົນອະເມຣິກັນ ຂອງກຳປັ່ນຂົນສົ່ງ ຊຶ່ງໄດ້ຖືກພວກໂຈນທະເລ ຈັບໄວ້ເປັນໂຕປະ ກັນເທິງເຮືອຊູຊີບ ຢູ່ນອກແຄມຝັ່ງໂຊມາເລັຽ. ກຳປັ່ນຣົບ BAINBRIDGE ຂອງສະຫະຣັດ ໄດ້ເດີນທາງ ໄປຍັງບໍຣິເວນ ທີ່ເກີດເຫດ ເພື່ອຕິດຕາມ ເຮືອຊູຊີບລຳນັ້ນ ແລະມີລາຍ ງານວ່າ ກຳລັງມີການ ສົ່ງກຳປັ່ນ ຂອງກອງທັບເຮືອ ສະຫະຣັດ ໄປຍັງບໍຣິເວນ ດັ່ງກ່າວ ເພີ້ມຕື່ມ. ຣັຖມຸນຕຣີການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວຕໍ່ ພວກນັກຂ່າວວ່າ ເປັນທີ່ປາກົດວ່າ ຈັກຂອງເຮືອຊູຊີບ ໄດ້ໝົດນ້ຳມັນເຊື້ອໄຟ ແລະເວົ້າວ່າ ກອງທັບເຮືອ ແລະເຈົ້າໜ້າທີ່ ສັນຕິບານກາງ FBI ຂອງສະຫະຣັດ ກຳລັງດຳເນີນງານ ເພື່ອເຮັດໃຫ້ ສະຖານະການ ຈັບໂຕປະກັນ ທີ່ວ່ານີ້ ສິ້ນສຸດລົງ. ຂະນະດຽວກັນ ພວກນັກວິເຄາະ ເວົ້າວ່າ ບໍ່ມີທ່າທາງວ່າ ກອງທັບເຮືອ ຂອງສະຫະຣັດ ຈະໃຊ້ກຳລັງ ທັງນີ້ກໍຍ້ອນ ອາດຈະເຮັດໃຫ້ ໂຕປະກັນ ອະເມຣິຣກັນ ຕົກຢູ່ໃນຄວາມສ່ຽງ. ທ່ານ ROBERT GIBBS ໂຄສົກຂອງທຳນຽບຂາວກ່າວວ່າ ປະທານາທິບໍດີ BARACK OBAMA ຕິດຕາມເບິ່ງສະຖານະການຢ່າງໃກ້ຊິດ.

ໄທ - ການປະທ້ວງ: ທີ່ປະເທດໄທ ພວກປະ ທ້ວງ ຕໍ່ຕ້ານຣັຖບານ ທີ່ໄດ້ບຸກຜ່ານ ກຳລັງ ຮັກສາ ຄວາມສະງົບ ໃນວັນສຸກມື້ນີ້ ແລະມຸ່ງໜ້າ ໄປສູ່ບ່ອນຈັດກອງປະຊຸມສຸດຍອດ ຂອງສະມາຄົມອາຊ່ຽນນັ້ນ ຂູ່ວ່າ ຈະຣົບກວນ ການປະຊຸມ ທີ່ແນໃສ່ ເພື່ອແກ້ໄຂ ວິກິຕການ ທາງດ້ານການເງິນຂອງໂລກ. ພວກປະທ້ວງ ທີ່ໃສ່ເສື້ອແດງ ແລະຮ້ອງຄຳຂວັນ ໄດ້ບຸກຜ່ານ ແນວປ້ອງກັນ ຂອງທະຫານ ປະມານ 200 ຄົນ ທີ່ຢູ່ໃນຊຸດ ປາບຈະລາຈົນ ໄປຍັງບໍຣິເວນ ຢູ່ນອກທາງເຂົ້າ ບ່ອນປະຊຸມ ທີ່ເມືອງພັທຍາ ແຄມທະເລຂອງໄທ. ພວກປະທ້ວງ ທີ່ສນັບສນຸນ ອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ໄດ້ຂູ່ວ່າ ຈະຣົບກວນ ການປະຊຸມ ຖ້ານາຍົກຣັຖມຸນຕຣີໄທ ຄົນປັດຈຸບັນ ທ່ານອະພິຊິດ ເວດຊາຊີວະ ຫາກບໍ່ລາອອກ ແລະຮຽກໃຫ້ມີ ການເລືອກຕັ້ງ ກ່ອນກຳນົດ. ພວກປະທ້ວງ ເວົ້າວ່າ ຕົນຕ້ອງການ ຢາກຈະຍື່ນໜັງສື ສະບັບນຶ່ງ ຕໍ່ພວກທີ່ເຂົ້າຮ່ວມ ກອງປະຊຸມ ສຸດຍອດ. ແຕ່ແນວໃດກໍຕາມ ເວລານີ້ ອົງການຂ່າວເອພີ ລາຍງານວ່າ ນຶ່ງໃນບັນດາ ຜູ້ນຳຂອງການປະທ້ວງ ກ່າວວ່າ ພວກປະທ້ວງ ໄດ້ຕົກລົງທີ່ຈະໂຈະ ການປິດລ້ອມ ແລະຖອນອອກໄປ ເປັນການຊົ່ວຄາວ.

ຈີນ - ການຄ້າ: ການສົ່ງອອກ ສິນຄ້າຂອງຈີນ ໄດ້ຫລຸດລົງ 17.1% ໃນເດືອນມີນາ ຜ່ານມາ ຈາກໄລຍະດຽວກັນ ຂອງປີທີແລ້ວ ຊຶ່ງເປັນການ ຫລຸດລົງ ຂອງເດືອນທີ 5 ລຽນຕິດ. ອົງການຂ່າວຊິນຫວາ ຂອງທາງການຈີນ ທີ່ອ້າງສະຖິຕິ ຈາກຜແນກພາສີ ຂອງຣັຖບານແຈ້ງວ່າ ການຫລຸດລົງ ໃນການສົ່ງອອກ ບໍ່ໄດ້ຮ້າຍແຮງ ທໍ່ກັນກັບເດືອນກຸມພາ ຊຶ່ງໄດ້ຫລຸດລົງ 25.7% ຖ້າສົມທຽບໃສ່ ໄລຍະດຽວກັນ ຂອງປີກາຍນີ້. ແນວໃດກໍຕາມ ຂະນະທີ່ ການຫລຸດລົງ ໃນການສົ່ງອອກ ໄດ້ຜ່ອນເບົາ ແບບໃດແບບນຶ່ງຢູ່ນັ້ນ ຜແນກພາສີ ຂອງຣັຖບານຈີນ ເວົ້າວ່າ ການນຳເຂົ້າ ທີ່ຫລຸດລົງ ຢ່າງຫລວງຫລາຍ ເຮັດໃຫ້ການໄດ້ປຽບ ໃນດຸນການຄ້າ ຂອງຈີນ ເພີ້ມຂຶ້ນເປັນ 18 ພັນ 560 ລ້ານໂດລາ ໃນເດືອນມີນາ ຈາກ 4 ພັນ 840 ລ້ານໂດລາ ໃນເດືອນກຸມພາ. ລາຍງານເວົ້າວ່າ ການສົ່ງອອກ ມີມູນຄ່າທັງໝົດ 90 ພັນ 290 ລ້ານ ໂດລາ ໃນເດືອນມີນາ ຜ່ານມາ ຂະນະທີ່ການນຳເຂົ້າ ຫລຸດລົງ 25.1% ຈາກຍອດຂອງປີກາຍ 71 ພັນ 730 ລ້ານໂດລາ.

ອິນໂດເນເຊັຽ - ການເລືອກຕັ້ງ: ຜົນການ ນັບຄະແນນສຽງ ທີ່ບໍ່ທັນເປັນທາງການ ໃນການເລືອກຕັ້ງ ສະພາແຫ່ງຊາດ ອິນໂດເນເຊັຽ ສະແດງໃຫ້ເຫັນວ່າ ພັກປະຊາທິປັດ ຂອງປະທານາທິບໍດີ SUSILO BAMBANG YUDHOYONO ໄດ້ຮັບໄຊຊະນະ ຢ່າງເຂັ້ມແຂງ ແຕ່ກໍຍັງບໍ່ພຽງພໍ ທີ່ຈະຫລີກລ້ຽງ ຕໍ່ການຈັດຕັ້ງ ຣັຖບານປະສົມໄດ້. ມີການ ຄາດຄະເນກັນວ່າ ພັກຂອງ ປະທານາທິບໍດີ YUDHOYONO ໄດ້ຮັບຄະແນນ ປະມານ 20% ຊຶ່ງເພີ້ມຂຶ້ນ ຢ່າງຫລວງຫລາຍ ຈາກການເລືອກຕັ້ງ ເທື່ອແລ້ວ ໃນປີ 2004. ຜົນການ ນັບຄະແນນສຽງ ໃນຂັ້ນຕົ້ນ ແຈ້ງວ່າ ພັກປະຊາທິປັດ ມີຄະແນນສຽງ ນຳໜ້າ ພັກຂອງອະດີດ ປະທານາທິບໍດີ MEGAWATI SUKARNOPUTRI ແລະພັກ GOLKAR ພາຄີສຳຄັນ ໃນຄະນະ ຣັຖບານປະສົມ ຊຶ່ງຄາດວ່າ ຈະໄດ້ຮັບຄະແນນສຽງ 14% ໃນການເລືອກຕັ້ງ ມື້ວານນີ້. ພວກນັກວິເຄາະ ກ່າວວ່າ ຜົນການ ນັບຄະແນນສຽງ ທີ່ວ່ານີ້ ເຮັດໃຫ້ທ່ານ YUDHOYONO ເປັນຜູ້ໄດ້ຮັບ ຄວາມນິຍົມ ນຳໜ້າໝູ່ ສຳລັບການເລືອກຕັ້ງ ປະທານາທິບໍດີ ທີ່ກຳນົດ ຈະຈັດຂຶ້ນ ໃນເດືອນກໍຣະກົດ ຈະມານີ້.

ເກົາຫລີເໜືອ: ຍີ່ປຸ່ນ ໄດ້ທຳການລົງໂທດ ຄືນໃໝ່ ຕໍ່ເກົາຫລີເໜືອ ເພື່ອເປັນການຕອບໂຕ້ ຕໍ່ການຍິງຈະຣວດ ທີ່ເປັນບັນຫາ ໂຕ້ແຍ້ງ ຂອງພຽງຢາງ ໃນມື້ວັນອາທິດແລ້ວ. ການລົງໂທດ ຕໍ່ເກົາຫລີເໜືອ ໄດ້ຂຍາຍອອກ ໃນວັນສຸກ ມື້ນີ້ ເພື່ອທຳການ ຄວບຄຸມ ເຄັ່ງຄັດກວ່າເກົ່າ ໃນການໂອນເງິນ ໄປໃຫ້ເກົາຫລີເໜືອ ຕລອດທັງ ການຈຳກັດຮັດແຄບ ກ່ຽວກັບການ ນຳເຂົ້າ ແລະສົ່ງອອກ ສິນຄ້າ. ໃນແລງວານນີ້ ສະມາຊິກ 5 ປະເທດ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ບວກຍີ່ປຸ່ນ ໄດ້ປະຊຸມກັນ ເປັນເວລາເຄິ່ງຊົ່ວໂມງ ເພື່ອປຶກສາຫາຣື ກ່ຽວກັບ ການຍິງຈະຣວດ ຂອງເກົາຫລີເໜືອ. ເອກອັຄຣັຖທູດ ສະຫະຣັດ ທ່ານນາງ SUSAN RICE ແລະ ເອກອັຄຣັຖທູດຍີ່ປຸ່ນ ທ່ານ YUKIO TAKASU ກ່າວຕໍ່ພວກນັກຂ່າວວ່າ ການປະຊຸມທີ່ວ່ານີ້ ໄດ້ມີໝາກມີຜົນ ແຕ່ບໍ່ໄດ້ ໃຫ້ການອະທິບາຍ ເພີ້ມຕື່ມ. ເອກອັຄຣັຖທູດ ຂອງຍີປຸ່ນ ກ່າວວ່າ ການປຶກສາຫາຣື ຈະດຳເນີນຕໍ່ໄປ.

ເກົາຫລີເໜືອ - ການເມືອງ: ປະທານາທິບໍດີ ເກົາຫລີເໜືອ ທ່ານ KIM JONG IL ໄດ້ຂຶ້ນຊັ້ນ ໃຫ້ແກ່ ນ້ອງເຂີຍ ຂອງທ່ານ ຄືທ່ານ JANG SONG THAEK ເປັນກັມມາທິການ ປ້ອງກັນຊາດ ອັນເປັນຕຳແໜ່ງ ທີ່ມີອິດທິພົນ ໃນເກົາຫລີເໜືອ ຊຶ່ງພາໃຫ້ ມີການຄາດຄະເນ ກັນວ່າ ທ່ານ KIM ກຳລັງກະກຽມ ການສືບທອດ ການຮັບຕຳແໜ່ງ ຕໍ່ຈາກທ່ານ. ການແຕ່ງຕັ້ງ ທີ່ວ່ານີ້ ແມ່ນເປັນການຢືນຢັນ ກ່ຽວກັບບົດບາດ ທີ່ບໍ່ເປັນ ທາງການ ຂອງທ່ານ JANG ໃນຖານະ ຜູ້ນຳໝາຍເລກ 2 ຮອງຈາກ ທ່ານ KIM. ທ່ານ JANG ວັຍ 63 ປີ ແມ່ນຖືກເບິ່ງກັນວ່າ ອາດຈະເປັນບຸກຄົນ ທີ່ຈະເຂົ້າຮັບຕຳແໜ່ງ ຖ້າທ່ານ KIM ຫາກເສັຽຊີວິດ ຢ່າງກະທັນຫັນ ແລະເປັນທີ່ປຶກສາ ໃຫ້ແກ່ລູກຊາຍ 3 ຄົນ ຂອງທ່ານ KIM ເພື່ອເຂົ້າຮັບຕຳແໜ່ງ ໃນທີ່ສຸດ. ການເຄື່ອນໄຫວ ທີ່ວ່ານີ້ ມີຂຶ້ນ ໃນຂະນະທີ່ ເກົາຫລີເໜືອ ຈັດກອງປະຊຸມ ສະພາແຫ່ງຊາດ ຊຶ່ງເປັນພຽງແຕ່ ຄັນຕາລະບັດ ເພື່ອຟື້ນຟູ ສິດອຳນາດ ຂອງທ່ານ KIM ບໍ່ເທົ່າໃດມື້ື້ ຫລັງຈາກ ເກົາຫລີເໜືອ ໄດ້ຕົກເປັນຂ່າວ ກ່ຽວກັບ ການຍິງຈະຣວດ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG