ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ຫລາຍສິບພັນຄົນ ໂຮມຊຸມນຸມປະທ້ວງ ຕໍ່ຕ້ານ ນາຍົກຣັຖມຸນຕຣີໄທ


ໄທ - ປະທ້ວງ: ພວກປະທ້ວງ ຈຳນວນ ຫລາຍສິບພັນຄົນ ໄປໂຮມຊຸມນຸມກັນ ຢູ່ບາງກອກ ໃນວັນພຸດ ມື້ນີ້ ຮຽກຮ້ອງໃຫ້ ນາຍົກຣັຖມຸນຕຣີ ອະພິສິດ ເວດຊາຊີວະ ລາອອກ. ພວກປະທ້ວງ ທີ່ພາກັນໃສ່ເສື້ອ ແດງໄດ້ໄປໂຮມ ຊຸມນຸມກັນ ຢູ່ນອກ ທຳນຽບ ນາຍົກຣັຖມຸນຕຣີ ແລະຢູ່ນອກບ້ານພັກ ຫົວໜ້າທີ່ປຶກສາ ຂອງກະສັດພູມີພົນ ອະດຸນຍະເດດ. ພວກເຂົາເຈົ້າ ໄດ້ກ່າວຫາ ທ່ານເປຣມ ຕິສຸລານົນ ຫົວໜ້າທີ່ປຶກສາ ຂອງກະສັດໄທວ່າ ເປັນຜູ້ຢູ່ເບື້ອງຫລັງ ການກໍ່ຣັຖປະຫານ ໃນປີ 2006 ທີ່ຂັບໄລ່ ອະດີດ ນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ອອກຈາກອຳນາດ. ຕຳຣວດກ່າວວ່າ ມີຢ່າງນ້ອຍ 40 ພັນຄົນ ໄດ້ເຂົ້າຮ່ວມ ການໂຮມຊຸມນຸມ ຊຶ່ງພວກປະທ້ວງ ເວົ້າວ່າ ອາດຈະດຳເນີນໄປ ຈົນຮອດມື້ວັນສຸກ. ການໂຮມຊຸມນຸມ ທີ່ວ່ານີ້ ແມ່ນການທ້າທາຍ ທີ່ໃຫຍ່ທີ່ສຸດ ຕໍ່ຣັຖບານ ທີ່ມີອາຍຸ 4 ເດືອນ ຂອງນາຍົກຣັຖມຸນຕຣີ ອະພິສິດ. ທ່ານອະພິຊິດ ໄດ້ປະຕິເສດ ຕໍ່ການຮຽກຮ້ອງ ໃຫ້ທ່ານລາອອກ ແລະເວົ້າວ່າ ເຈົ້າໜ້າທີ່ ຈະພະຍາຍາມ ຫລີກລ້ຽງ ບໍ່ໃຫ້ມີການປະທະກັນ ກັບພວກປະທ້ວງ ຕໍ່ຕ້ານຣັຖບານ. ໃນມື້ວານນີ້ ການປະທ້ວງ ຕໍ່ຕ້ານຣັຖບານ ທີ່ພັທຢາ ຊຶ່ງເປັນເມືອງຕາກອາກາດ ແຄມທະເລຂອງໄທ ໄດ້ກາຍເປັນຄວາມຮຸນແຮງ ເວລາພວກປະທ້ວງ ທຳ​ການໂຈມຕີ ຣົດນາຣັຖມຸນຕຣີ ແຕ່ທ່ານອະພິຊິດ ບໍ່ໄດ້ຮັບບາດເຈັບ.

ວຽດນາມ - ແມັກເຄນ: ສະມາຊິກ ສະພາສູງ JOHN McCAIN ໄດ້ເດີນທາງ ກັບໄປວຽດນາມ ເພື່ອ ຢ້ຽມຢາມຄຸກ ບ່ອນທີ່ຄັ້ງນຶ່ງ ທ່ານເຄີຍຖືກ ຄຸມຂັງ ເປັນຊະເລີຍເສິກ. ອະດີດຜູ້ສະມັກ ເປັນປະ ທານາທິບໍດີ ສະຫະຣັດ ກຳລັງຢູ່ໃນຣະຫວ່າງ ການເດີນທາງ ໄປຢ້ຽມຢາມ ທາງດ້ານການທູດ ​ໃນເຂດເອເຊັຽ ຕາເວັນອອກ ສຽງໃຕ້ ຮ່ວມກັບສະມາຊິກ ສະພາສູງອີກ 2 ທ່ານ ຄືທ່ານ LINDSEY GRAHAM ແລະທ່ານນາງ AMY KLOBUCHAR. ສະມາຊິກ ສະພາສູງ McCAIN ໄດ້ກັບ ໄປຢ້ຽມຄຸກ HOA LO ໃນວັນພຸດ ມື້ນີ້ ຊຶ່ງເປັນ ທີ່ຮູ້ກັນ ສຳລັບ ພວກຊະເລີຍເສິກ ອະເມຣິກັນ ທີ່ຖືກຄຸມຂັງ ຢູ່ທີ່ນັ້ນວ່າ HILTON ຂອງຮ່າໂນ່ຍ. ຄຸກ HAO LO ແມ່ນນຶ່ງ ໃນຈຳນວນ ຄຸກສອງບ່ອນ ທີ່ທ່ານ McCAIN ອະດີດນັກບິນ ກອງທັບເຮືອ ສະຫະຣັດ ໄດ້ຖືກ ຄຸມຂັງ ເປັນເວລາ 5 ປີ ຫລັງຈາກ ໄດ້ຖືກຍິງຕົກ ໃນປີ 1967. ທ່ານ McCAIN ​ໄດ້​ຊີ້​ໄປ​ໃສ່​ບ່ອນ ​ທີ່​ທ່ານ​ ໄດ້​ຖືກ​ຄຸມ​ຂັງ​ໄວ້ ​ແລະກ່າວວ່າ ປັດຈຸບັນນີ້ ຄຸກດັ່ງກ່າວ ໄດ້ກາຍເປັນ ພິພິທພັນແລ້ວ. ທ່ານ McCAIN ທີ່ ບໍ່ຕ່າງຫຍັງ ກັບພວກຊະເລີຍເສິກ ຄົນອື່ນໆນັ້ນ ກ່າວວ່າ ທ່ານໄດ້ຖືກທໍຣະມານ ໂດຍພວກ ທະຫານຍາມ ວຽດນາມ ແຕ່ຮູບພາບ​ ທີ່ວາງສະແດງ ແມ່ນສະແດງໃຫ້ເຫັນວ່າ ຊາວວຽດນາມ ໄດ້ປະຕິບັດ ຕໍ່ພວກນັກໂທດ ເປັນຢ່າງດີ.

ເກົາຫລີເໜືອ - ລູກສອນໄຟ: ຍີ່ປຸ່ນ ກ່າວວ່າ ການຍິງຈະຣວດ ຂອງເກົາຫລີເໜືອ ໃນຕົ້ນອາທິດນີ້ ສະແດງ ໃຫ້ເຫັນວ່າ ພຽງ ຢາງ ໄດ້ປະສົບກັບ ຄວາມກ້າວໜ້າ ໃນການພັທນາ ເທັກໂນໂລຈີ ລູກສອນໄຟ. ທ່ານ TAKEO KAWAMURA ຣັຖມຸນຕຣີ ປະຈຳສຳນັກງານ ນາຍົກຣັຖມຸນຕຣີ ຂອງຍີ່ປຸ່ນ ກ່າວຕໍ່ພວກນັກຂ່າວ ໃນມື້ນີ້ວ່າ ຂະນະທີ່ ຍັງບໍ່ທັນເປັນທີ່ຈະ ແຈ້ງເທື່ອວ່າ ຈະຣວດ ຂອງເກົາຫລີເໜືອ ໄດ້ບັນທຸກ ດາວທຽມ ຫຼືບໍ່ນັ້ນ ການຍິງ​ໃນ​ຄັ້ງນີ້ ​ແມ່ນ​ໄດ້ມີຂຶ້ນ ໃນວິທີ ທີ່ມີຄວາມກ້າວໜ້າ ກວ່າຄັ້ງກ່ອນໆ. ໃນການຍິງ ລູກສອນໄຟ TAEPODONG-2 ຂອງເກົາຫລີເໜືອ ເມື່ອປີ 2006 ນັ້ນ ຈະຣວດ ໄດ້ຣະເບີດຂື້ນ ບໍ່ເທົ່າໃດວິນາທີ ຫລັງຈາກ ຖືກຍິງຂື້ນ​ໄປ. ໃນປີ 1998 ເກົາຫລີເໜືອ ກໍໄດ້ຍິງ ລູກສອນໄຟ TAEPODONG-1 ຊຶ່ງເປັນ ລູກສອນໄຟ ທີ່ມີຣັສມີ ໄລຍະໃກ້ກວ່າ ຂື້ນ​ສູ່​ເຂດ​ອາກາດ​ເ ໜືອປະ​ເທດ​ຍີ່​ປຸ່ນ​ ອັນເປັນພາກສ່ວນນຶ່ງ ຂອງການສົ່ງດາວທຽມ ທີ່ບໍ່ປະສົບຜົນສຳເຣັດ. ໃນການຍິງ ຄັ້ງນີ້ ຈະຣວດ ຂອງເກົາຫລີເໜືອ ໄດ້ບິນຜ່ານ ຍີ່ປຸ່ນ ແລະ​ໄປຕົກໃສ່ ມະຫາສະມຸດ ປາຊີຟິກ. ພວກນັກວິເຄາະ ທາງທະຫານ ກ່າວວ່າ ການຍິງຈະຣວດ ຂອງເກົາຫຼີເໜືອ ໃນວັນອາທິດ​ແລ້ວ ເປັນການທົດລອງ ລູກສອນໄຟ ຂີປະນາວຸດ ທີ່ມີປະສິດທິຜົນ ທີ່ແນໃສ່ ເພື່ອບັນທຸກ ຫົວຣະເບີດ ​ແລະ​ຍິງ​ໄປໄດ້ ໄກເຖິງຣັດ ALASKA ຂອງສະຫະຣັດ.

ອີຕາລີ - ແຜ່ນດິນໄຫວ: ເຈົ້າໜ້າທີ່ ອີຕາລີ ກ່າວວ່າ ຈຳນວນ ຜູ້ເສັຽຊີວິດ ຈາກແຜ່ນດິນໄຫວ ໃນມື້ວັນຈັນ ຜ່ານມາ ໄດ້ເພີ້ມຂຶ້ນ ເປັນ 250 ຄົນແລ້ວ ຂະນະທີ່ ແຜ່ນດິນໄຫວ ຂນາດນ້ອຍ ທີ່ຕິດຕາມມາ ໄດ້ສ້າງຄວາມຢ້ານກົວ ຫລາຍ ຂຶ້ນ ໃຫ້ແກ່ປະຊາຊົນ ທີ່ພາກັນອາສັຍ ຢູ່ຕາມຕູບຜ້າເຕັ້ນ. ພວກຄົນງານ ແລະ ພວກລອດ ຊີວິດມາໄດ້ ທີ່ເມືອງ L’AQUILA ໄດ້ພາກັນ ຊອກຄົ້ນຫາ ພວກເຄາະຮ້າຍ ຢູ່ຕາມ ຊາກຫັກພັງ. ນາຍົກຣັຖມຸນຕຣີ SILVIO BERLUSCONI ກ່າວວ່າ ການປະຕິບັດງານ ກູ້ພັຍ ຈະດຳເນີນຕໍ່ໄປ ອີກ​ຫລາຍມື້ ຂ້າງໜ້າ. ສ່ວນພຣະສັນຕະປະປາ BENEDICT ຊົງກ່າວ ວ່າ ພຣະອົງ ມີີແຜນການ ທີ່ຈະສະເດັດ ໄປຍັງເຂດ ທີ່ປະສົບພັຍ ໂດຍໄວ ເທົ່າທີ່ຈະໄວໄດ້. ເຈົ້າໜ້າທີ່ ສຳນັກວາຕິກັນ ກ່າວວ່າ ພະ​ສັນຕະປາປາ ​ຈະສະເດັດ​ໄປ ບໍ່ດົນ ຫລັງຈາກບຸນອິສເຕີ້ ໃນມື້ວັນອາທິດ. ຊາວອີຕາລີ ຫຼາຍໆຄົນ ໃນເຂດ ABRUZZO ທີ່ປະສົບກັບພັຍ ແຜ່ນດິນໄຫວ ໄດ້ພາກັນນອນ ຢູ່ຕາມຕູບຜາເຕັ້ນ ແລະຣົດ ທ່າມກາງ ອາກາດທີ່ໜາວເຢັນ ເປັນຄືນທີ 2. ໄດ້ມີການຕັ້ງບ້ານ ຕູບຜາເຕັ້ນຂຶ້ນ ປະມານ 20 ບ່ອນ ເພື່ອໃຫ້ປະຊາຊົນ ຫລາຍ​ກ່ວາ 14,000 ຄົນ ໃນເຂດພູຜາ ດັ່ງກ່າວ ພັກ​ເຊົາຢູ່ ແລະມີການຕັ້ງ ເຮືອນຄົວກາງແຈ້ງຂຶ້ນ ເພື່ອເຮັດອາຫານ ແຈກຢາຍ. ໂຮງແຮມບາງແຫ່ງ ໄດ້ໃຫ້ພວກ ທີ່ບໍ່ມີບ່ອນອາສັຍ ແລະພະນັກງານ ກູ້ພັຍສຸກເສີນ ເຂົ້າໄປຢູ່ລ້າ.

ໂອບາມາ - ການເດີນທາງ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ກັບ ຄືນ ມາເຖິງສະຫະຣັດແລ້ວ ຫລັງຈາກ ໄດ້ເດີນ ທາງໄປຢ້ຽມຢາມຕ່າງປະເທດ ເປັນເທື່ອທຳອິດ ນັບແຕ່ທ່ານ ໄດ້ເຂົ້າຮັບຕຳແໜ່ງ ເມື່ອເດືອນມັງ ກອນ ຜ່ານມາ. ໃນມື້ວານນີ້ ທ່ານ OBAMA ໄດ້ເດີນທາງ ໄປຢ້ຽມຢາມ ອີຣັກ ແບບບໍ່ມີການ ປະກາດໃຫ້ຊາບ ລ່ວງໜ້າ ແລະຄ້າຍ VICTORY ຊຶ່ງເປັນຄ້າຍ ທະຫານອະເມຣິກັນ ໃນເຂດຊານເມືອງ ຂອງນະຄອນຫຼວງ ແບັກແດັດ. ທ່ານໄດ້ກ່າວ​ ສະ​ແດງ​ຄວາມຮູ້ບຸນຄຸນ ແລະ ການສນັບສນຸນ ຂອງ​ທ່ານ ຕໍ່ພວກທະຫານ ທີ່ຮ້ອງເຊັຽ ທີ່ປະຈຳການ ຢູ່ໃນຄ້າຍດັ່ງກ່າວ ແລະບອກ ພວກ​ເຂົາ​ເຈົ້າວ່າ ໄລຍະນຶ່ງປີເຄິ່ງ ຂ້າງໜ້າ ອາດຈະເປັນເວລາ ທີ່ມີຄວາມຫລໍ່ແຫລມ ສຳຄັນ ສຳລັບ ການປະຕິບັດງານ ທາງທະຫານ ຂອງສະຫະຣັດ ຢູ່ໃນອີຣັກ. ທ່ານເວົ້າວ່າ ມັນເຖິງເວລາແລ້ວ ທີ່ຊາວອີຣັກ ຈະຕ້ອງຮັບເອົາ ຄວາມຮັບຜິດຊອບ ໃນການປົກປັກຮັກສາ ປະເທດ ຂອງພວກເຂົາເຈົ້າ. ປະທານາທິບໍດີ OBAMA ໄດ້ພົບປະ ກັບນາຍພົນ RAY ODIERNO ຜູ້ບັນຊາການ ກຳລັງສະຫະຣັດ ໃນອີຣັກ ທີ່ຄ້າຍ VICTORY ແລະນາຍົກ ຣັຖມຸນຕຣີອີຣັກ ທ່ານ NOURI AL-MALIKI ຕລອດທັງ ປະທານາທິບໍດີ JALAL TALABANI.

ໂມລໂດວາ - ປະທ້ວງ: ອົງການຂ່າວຂອງ ຣັດເຊັຽ ລາຍງານວ່າ ປະທານາທິບໍດີ ຂອງ MOLDOVA ໄດ້ກ່າວຫາ ROMANIA ວ່າ ມີສ່ວນພົວພັນໃນການປະທ້ວງທີ່ນະຄອນຫຼວງ CHISINAU. ລາຍງານຂ່າວ ແຈ້ງວ່າ ປະທານາ ທິບໍດີ VLADIMIR VORONIN ໄດ້ປະກາດ ໃຫ້ເອກອັຄຣັຖທູດ ROMANIA ປະຈຳ MOLDOVA ເປັນບຸກຄົນ ທີ່ບໍ່ເພິ່ງປາຖນາ ໃນວັນພຸດ ມື້ນີ້ ແລະຮຽກໂຕ ເອກອັຄຣັຖທູດ MOLDOVA ປະຈຳ ROMANIA ກັບຄືນປະເທດ. ຕຳຣວດ ປາບຈະລາຈົນ ໃນ MOLDOVA ໄດ້ເຂົ້າຄວບຄຸມ ທຳນຽບ ປະທານາທິບໍດີ ແລະຕຶກຫໍຣັຖສະພາ ຄືນແລ້ວ ຫລັງຈາກ ພວກປະທ້ວງ ທີ່ໄດ້ ກໍ່ຄວາມວຸ້ນວາຍຂຶ້ນ ຢູ່ນະຄອນຫລວງ ໃນມື້ວັນອັງຄານ ໄດ້ພາກັນ ກັບ​ເມືອ​ບ້ານ​ເຮືອນ ໃນຕອນ​ຄ່ຳ. ກະຊວງພາຍໃນ MOLDOVA ກ່າວວ່າ ຕຳຣວດໄດ້ຈັບ 193 ຄົນ ຮວມທັງ ພວກເດັກນ້ອຍ ຕ່ຳກວ່າ ກະສຽນ 8 ຄົນ ໃນຂໍ້ຫາ ເປັນອັນທະພານ ແລະລັກຂະໂມຍ ເຄື່ອງຂອງ. ໃນມື້ວານນີ້ ພວກປະທ້ວງ ຊຶ່ງສ່ວນໃຫຍ່ແລ້ວ ເປັນພວກ ໜຸ່ມນ້ອຍ ໄດ້ບຸກ ຜ່ານຕຳຣວດ ເຂົ້າໄປໃນຕຶກ ຫໍຣັຖສະພາ ແລະທຳນຽບ ປະທານາທິບໍດີ. ພວກນັກສຶກສາ ໄດ້ພາກັນປະທ້ວງ ຕໍ່ຜົນການເລືອກຕັ້ງ ໃນມື້ວັນອາທິດ ຊຶ່ງພວກເຂົາເຈົ້າ ເວົ້າວ່າ ໄດ້ມີການສໍ້ໂກງຄະແນນ ເພື່ອໃຫ້ພັກຄອມມູນິສ ເປັນຜູ້ ໄດ້ຮັບໄຊຊະນະ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG