ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ມ້ວນທ້າຍການຢ້ຽມຢາມ ປະເທດເຕີກກີ


ໂອບາມາ - ເຕີກກີ: ປະທາ ນາທິບໍດີ ສະຫະຣັດ ທ່ານ BARACK OBAMA ໄດ້ສິ້ນສຸດ ການຢ້ຽມຢາມ ປະເທດ ເຕີກກີ ເປັນເວລາ 2 ມື້ ດ້ວຍການປະຊຸມ ແບບທາວຮອລລ໌ ກັບພວກນັກສຶກສາ ມະຫາວິທຍາລັຍ ບ່ອນທີ່ທ່ານ ໃຫ້ຄຳໝັ້ນສັນຍາ ກ່ຽວກັບບົດຕອນໃໝ່ ໃນການພົວພັນ ຂອງສະຫະຣັດ ກັບຊາວມຸສລິມ ແລະຊົນ​ຊາດ​ ອື່ນໆຂອງໂລກ. ທ່ານ OBAMA ຮຽກຮ້ອງ ໃຫ້ມີການ ເຂົ້າອົກ ເຂົ້າໃຈກັນ ຫຼາຍຂຶ້ນ ຣະຫວ່າງ ປະເທດຕ່າງໆ ແລະກ່າວຢ້ຳ ຕໍ່ການ ໃຫ້ຄຳໝັ້ນສັນຍາ ທີ່ຈະເສີມສ້າງ ຄວາມສັມພັນ ຣະຫວ່າງ ສະຫະຣັດ ແລະໂລກມຸສລິມ. ທ່ານເວົ້າວ່າ ຜ່ານ​ມາ ສະຫະຣັດ ກໍຄືກັບ ປະເທດອື່ນໆ ຄື​ໄດ້​ທຳ ຄວາມຜິດພາດ ມາ​ຫລາຍ​ຢ່າງ. ທ່ານ OBAMA ເວົ້າວ່າ ໂລກຈະຕ້ອງ​ ໄດ້ໃຊ້ເວລາ ເພື່ອທີ່ຈະ ມອງເຫັນວ່າ ທ່ານກຳລັງ ນຳພາສະຫະຣັດ ໄປໃນທິດທາງ ທີ່ແຕກຕ່າງ ໄປຈາກອະດີດ ປະທານາທິບໍດີ GEORGE W BUSH ແບບໃດ. ມື້ສຸດທ້າຍ ໃນການຢ້ຽມຢາມ ເຕີກກີ ຂອງທ່ານ OBAMA ແມ່ນຮວມທັງ ການພົບປະ ກັບພວກຜູ້ນຳ ຂອງຊາວມຸສລິມ ຊາວຄຣິສຕຽນ ແລະຊາວຢິວ. ຕໍ່ມາ ທ່ານໄດ້ໄປຢ້ຽມ ພິພິທພັນ ປະວັດສາດ HAGIA SOPHIA ຂອງເຕີກກີ ແລະໂບດສີຟ້າ ຂອງສາສນາອິສລາມ.

ໄທ - ປະທ້ວງ: ພວກປະທ້ວງ ຕໍ່ຕ້ານຣັຖບານ ໃນໄທ ໄດ້ໂຈມຕີ ຣົດຂອງ ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ໃນວັນອັງຄານ ມື້ນີ້ ຂະນະທີ່ ຄວາມເຄັ່ງຕຶງ ທາງດ້ານການເມືອງ ໄດ້ຣະເບີີດຂຶ້ນ ຢ່າງຮຸນແຮງ ຊື່​ງການປະທະກັນ ຄັງນີ້ ແມ່ນຮ້າຍແຮງສຸດ ນັບແຕ່ ພວກສນັບສນຸນ ອະດີດນາຍົກ ຣັຖມຸນຕຣີທັກສິນ ຊິນນະວັດ ​ເລີ້ມທຳ​ການ ປິດລ້ອມ ສຳນັກງານ ຂອງທ່ານອະພິຊິດ ໃນທ້າຍເດືອນແລ້ວນີ້. ພວກສນັບສນຸນ ທ່ານທັກສິນ ກ່າວວ່າ ຕົນຄາດວ່າ ພວກສນັບສນຸນ ຫລາຍຮ້ອຍພັນຄົນ ຈະໄປຮ່ວມ ການປະທ້ວງ ທີ່ບາງກອກ ໃນວັນພຸດມື້ອື່ນ ໃນການ ດຳເນີນ ຄວາມພະຍາຍາມ ເທື່ອລ່າສຸດ ເພື່ອບັງຄັບ ໃຫ້ນາຍົກ ຣັຖມຸນຕຣີ ຄົນປັດຈຸບັນ ລາອອກ. ພວກປະທ້ວງ ຢາກໃຫ້ທ່ານ ອະພິຊິດ ຍຸບຣັຖບານ ທີ່ມີອາຍຸມາໄດ້ 4 ເດືອນ ແລະຮຽກຮ້ອງ ໃຫ້ມີການເລືອກຕັ້ງ ກ່ອນກຳນົດ. ແຕ່ທ່ານ ອະພິຊິດ ເວົ້າວ່າ ທ່ານຕ້ອງ ຢູ່ໃນຕຳແໜ່ງ ຕໍ່ໄປ ແລະປະກາດວ່າ ຈະປ້ອງກັນ ບໍ່ໃຫ້ການປະທ້ວງ ຂອງພວກຝ່າຍຄ້ານ ໃນສັບປະດານີ້ ທະວີ ຄວາມຮຸນແຮງຂຶ້ນ ຈົນກາຍເປັນ ສົງຄາມກາງເມືອງ.

ເກົາຫລີເໜືອ - ລູກສອນໄຟ: ຈີນ ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ອົງການ ສະຫະປະຊາຊາດ ຕອບໂຕ້ ແບບຣະມັດຣະວັງ ຕໍ່ການຍິງຈະຣວດ ທີ່ເປັນບັນຫາໂຕ້ແຍ້ງ ຂອງເກົາຫລີເໜືອ ໂດຍເວົ້າວ່າ ບັນຫາດັ່ງກ່າວ ແມ່ນຍັງພົວພັນ ກັບສິດທິ ຂອງເກົາຫລີເໜືອ ໃນການນຳໃຊ້ ຫ້ວງອະວະກາດ ຢ່າງສັນຕິ ອີກດ້ວຍ. ທ່ານ​ນາງ JIANG YU ໂຄສົກຍິງ ກະຊວງ ການຕ່າງປະເທດຈີນ ກ່າວຕໍ່ພວກນັກຂ່າວ ໃນວັນອັງຄານ ມື້ນີ້ວ່າ ຂະນະ ທີ່ເທັກໂນໂລຈີ ລູກຈະຣວດ ແລະເທັກ ໂນໂລຈີ ລູກສອນໄຟ ມີຄວາມຄ້າຍຄືກັນ ແຕ່ການສົ່ງດາວທຽມ ຂຶ້ນສູ່ຫ້ວງອະວະກາດ ແມ່ນມີຄວາມແຕກຕ່າງ ໄປຈາກການ ຍິງລູກສອນ ໄຟຂີປະນາວຸດ. ການໃຫ້ທັສນະ ຄວາມເຫັນຂອງຈີນ ມີຂຶ້ນ ຂະນະທີ່ ຄາດກັນວ່າ ພວກນັກການທູດ ຈາກ 5 ປະເທດ ສະມາຊິກຖາວອນ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈະປະຊຸມກັນ ເປັນເທື່ອທີ 2 ໃນມື້ນີ້ ເພື່ອປຶກສາຫາຣືກ່ ຽວກັບການຕອບໂຕ້ ຕໍ່ການຍິງຈະຣວດ ຂອງເກົາຫລີເໜືອ. ສະຫະຣັດ ແລະອັງກິດ ແມ່ນຮວມຢູ່ໃນ ບັນດາ ປະເທດ ທີ່ຮຽກຮ້ອງໃຫ້ ເອົາມາຕການ ຕອບໂຕ້ ແບບແຂງແຮງ ຕໍ່ການຍິງຈະຣວດ ຂອງເກົາຫລີເໜືອ.

ຈີນ - ຄວາມຮຸນແຮງທາງການເມືອງ: ສາສດາຈານຈີນ ອາຍຸ 75 ປີ ທີ່ອອກບຳນານແລ້ວ ກ່າວວ່າ ທ່ານໄດ້ຖືກທຸບຕີ ຢ່າງໂຫດຮ້າຍ ປ່າເຖື່ອນ ຂະນະທີ່ພວມ ພະຍາຍາມ ໄປຢ້ຽມຄຳນັບ ສົບມື້ລາງ ຜູ້ນຳພັກ ຄອມມູນິສຈີນ ທ່ານ ZHAO ZIYANG. ສາສດາຈານ SUN WENGUANG ກ່າວວ່າ 5 ຄົນ ໄດ້ທຸບຕີທ່ານ ໃນມື້ວັນເສົາ ຜ່ານມາ ຂະນະທີ່ທ່ານ ພວມພະຍາຍາມ ໄປຢ້ຽມຄຳນັບ ຂຸມຝັງສົບ ທ່ານ ZHAO ທີ່ສຸສານ ຫຼືປ່າຊ້າແຫ່ງນຶ່ງ ໃນແຂວງ SHANDONG ທາງ ພາກຕາເວັນອອກ ຂອງຈີນ. ທ່ານ SUN ໄດ້ໄປຢ້ຽມ ຂຸມຝັງສົບ ໃນຣະຫວ່າງ ເທສການປະຈຳປີ ຈິງໝິງ ຫລື ວັນລ້າງປ່າຊ້າ ທີ່ຊາວຈີນ ໄວ້ອາລັຍ ໃຫ້ແກ່ຜູ້ ທີ່ລ່ວງລັບໄປແລ້ວ. ທ່ານ SUN ກ່າວວ່າ ການທຸບຕີ ຂອງພວກຜູ້ຊາຍ ຈຸນີ້ ເຮັດໃຫ້ກະດູກຂ້າງ ຂອງທ່ານ ຫັກ 3 ຊີກ ແລະ​ເວລາ​ນີ້ ທ່ານກຳລັງ​ເຂົ້າ ຮັບການປິ່ນປົວ ທີ່ໂຮງພະຍາບານ ແຫ່ງນຶ່ງ ຢູ່ທີ່ເມືອງ JINAN. ການໂຈມຕີ ໃນມື້ວັນເສົາ ມີຂຶ້ນ 2 ເດືອນ ກ່ອນວັນຄົບຮອບ 20 ປີ ໃນການທັບມ້າງ ພວກປະທ້ວງ ນິຍົມ ປະຊາທິປະໄຕ ທີ່ຈະຕຸຣັດທຽນອັນເໝິນ ໃນນະຄອນຫລວງປັກກິ່ງ.

ເອເຊັຽ - ທະນາຄານໂລກ: ທະນາຄານໂລກ ກ່າວວ່າ ຕົນໄດ້ຫລຸດ ການພະຍາກອນ ກ່ຽວກັບ ການເຕີບໂຕ ຂອງເສຖກິດ ສຳລັບ ບັນດາປະເທດ ທີ່ກຳລັງພັທນາ ໃນເຂດເອເຊັຽ ຕາເວັນອອກ ແຕ່ກ່າວຕື່ມວ່າ ຈີນມີທ່າທາງ ຈະເລີ້ມ ຟື້ນໂຕຄືນ ພາຍໃນທ້າຍປີນີ້. ໃນຖແລງຂ່າວ ທີ່ນຳອອກເຜີຍແຜ່ ມື້ນີ້ ທະນາຄານໂລກ ກ່າວວ່າ ການສົ່ງອອກ ທີ່ອ່ອນແອ ແລະຄວາມຕ້ອງການ ພາຍໃນປະເທດ ທີ່ຫລຸດນ້ອຍຖອຍລົງ ຈະເຮັດໃຫ້ ການເຕີບໂຕ ຫລຸດລົງເປັນ 5.3% ໝົດຕລອດທັງປີ. ຕົ້ນຕໍແລ້ວ ທະນາຄານໂລກ ໄດ້ທຳນາຍ ໃນທ້າຍປີກາຍນີ້ວ່າ ການເຕີບໂຕ ຂອງເສຖກິດ ສຳລັບ ປະເທດທີ່ກຳລັງພັທນາ ໃນເຂດເອເຊັຽ ຕາເວັນອອກ ຈະມີອັດຕຣາ 6.7% ໃນປີ 2009. ທະນາຄານໂລກ ຮຽກຮ້ອງໃຫ້ ປະເທດຕ່າງໆ ຢູ່ໃນຂົງເຂດດັ່ງກ່າວ ກະກຽມ ຮັບມືກັບ ອັດຕຣາຄົນຫວ່າງງານ ທີ່ຈະມີເພີ້ມຂຶ້ນ ແຕ່ຂະນະດຽວກັນ ກໍໃຫ້ຄວາມຫວັງ ບາງຢ່າງ ໂດຍເວົ້າວ່າ ການຟື້ນໂຕຄືນ ຂອງຈີນ ມີທ່າທາງວ່າ ຈະເລີ້ມຂຶ້ນ ພາຍໃນປີນີ້ ແລະ ຈະດຳເນີນຕໍ່ໄປ ໃນປີ 2010. ບັນດາປະເທດ ທີ່ກຳລັງພັທນາ ໃນເຂດເອເຊັຽ ຕາເວັນອອກ ຂອງທະນາຄານໂລກ ແມ່ນຮວມທັງ ຈີນ ອິນໂດເນເຊັຽ ຟີລິບປິນ ໄທ ວຽດນາມ ກຳປູເຈັຽ ລາວ ມົງໂກເລັຽ ປາປົວນິວກີເນັຽ ແລະບັນດາປະເທດ ເກາະດອນ ໃນເຂດ ມະຫາສະມຸດປາຊີຟິກ.

ມາເລເຊັຽ - ສື່ມວນຊົນ: ນາຍົກ ຣັຖມຸນຕຣີ ຄົນໃໝ່ ຂອງມາເລເຊັຽ ທ່ານ NAJIB RAZAK ກ່າວວ່າ ມາເລເຊັຽ ຈຳເປັນຕ້ອງ ມີສື່ມວນຊົນ ລະດັບໂລກ ທີ່ມີສິດເສຣີພາບ ໃນການຕຳໜິ ຕິຕຽນ ຣັຖບານໄດ້ ໂດຍບໍ່ຕ້ອງ ມີຄວາມຢ້ານກົວວ່າ ຈະຖືກລົງໂທດ. ທ່ານ NAJIB ກ່າວ ໃນມື້ວານນີ້ວ່າ ສື່ມວນຊົນ​ ໃນ​ແບບ​ດັ່ງ​ກ່າວ ແມ່ນເປັນສິ່ງຈຳເປັນ ສຳລັບການເສີມສ້າງ ຣະບອບ ປະຊາທິປະໄຕ ທີ່ສນອງຕອບ ຕໍ່ຄວາມຮຽກຮ້ອງ ຕ້ອງການ ຂອງປະຊາຊົນ. ນາຍົກຣັ ຖມຸນຕຣີ ຄົນໃໝ່ ຂອງມາເລເຊັຽ ກ່າວວ່າ ນັ້ນ​ແມ່ນ​ ເຫດຜົນ ​ທີ່​ພາ​ໃຫ້ທ່ານ​ ເອົາ​ບາດກ້າວນຶ່ງ ໃນບັນດາສິ່ງ ທີ່ທ່ານໄດ້ດຳເນີນການ ກ່ອນໝູ່ ຫລັງຈາກໄດ້ ເຂົ້າຮັບຕຳແໜ່ງ ໃນມື້ວັນສຸກ ຜ່ານມາ ຊື່ງກໍຄື ຍົກເລີກຄຳສັ່ງຫ້າມ ຕໍ່ໜັງສືພິມ ທີ່ພົວພັນ ກັບພັກຝ່າຍຄ້ານ 2 ສະບັບ. ນອກນັ້ນ ທ່ານຍັງໄດ້ປ່ອຍ 13 ຄົນ ທີ່ຖືກຈັບ ພາຍໃຕ້ກົດໝາຍ ວ່າດ້ວຍຄວາມໝັ້ນຄົງ ຊຶ່ງທ່ານເວົ້າວ່າ ຣັຖບານຂອງທ່ານ ຈະທຳການ ທົບທວນຄືນເບິ່ງນັ້ນ. ແຕ່ຂະນະດຽວກັນ ທ່ານ NAJIB ກໍໄດ້ ກ່າວຢ້ຳວ່າ ສື່ມວນຊົນ ຄວນມີ ຄວາມຮັບຜິດຊອບ.

ເຮົາຍັງມີຂ່າວອື່ນໆ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG