ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການນາໂຕ້ ໄດ້ສະແດງອອກ ຊຶ່ງຄວາມເປັນສັນຍາລັກ


ນາໂຕ້ - ກອງປະຊຸມສຸດຍອດ: ພວກຜູ້ນຳ ຂອງອົງການນາໂຕ້ ກຳລັງ ໄປເຕົ້າໂຮມກັນ ໃນບໍຣິເວນ ຊາຍແດນຝຣັ່ງ ທີ່ຕິດກັບ ເຢັຽຣະມັນ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ໃນວັນເສົາ ມື້ນີ້ ເນື່ອງໃນໂອກາດ ວັນຄົບຮອບ 60 ປີ ໃນການສ້າງຕັ້ງ ກຸ່ມພັນທະມິດ ດັ່ງກ່າວ. ໃນພິທີ ຊຶ່ງຈັດຂຶ້ນ ໃນຕອນເລີ້ມຕົ້ນ ກອງປະຊຸມນັ້ນ ປະທານາທິບໍດີ ສະຫະ ຣັດທ່ານ BARACK OBAMA ພ້ອມກັບ ນາຍົກຣັຖມຸນຕຣີ ເຢັຽຣະມັນ ທ່ານນາງ ANGELA MERKEL ແລະປະມຸກ ຂອງປະເທດອື່ນໆ ທີ່ຢູ່ອີກຝັ່ງນຶ່ງ ຂອງແມ່ນ້ຳ RHINE ໃນດິນເຢັຽຣະມັນ ໄດ້ພາກັນຍ່າງຂ້າມຂົວ ເພື່ອເປັນສັນຍາລັກ ໄປຍັງປະເທດຝຣັ່ງ. ສ່ວນປະທານາທິບໍດີຝຣັ່ງ ທ່ານ NICOLAS SARKOZY ທີ່ມາຈາກຝັ່ງ ຂອງຝຣັ່ງ ກໍເຂົ້າຮ່ວມ ຄະນະຜູ້ນຳ ຂອງປະເທດຕ່າງໆ ຢູ່ທີ່ກາງຂົວ. ການເຈຣະຈາ ໃນມື້ນີ້ ແມ່ນຈັດຂຶ້ນ ທີ່ເມືອງ STRASBOURG ຂອງຝຣັ່ງ. ເປັນທີີ່ ຄາດກັນວ່າ ການສົນທະນາ ຫາຣືກັນ ໃນມື້ນີ້ ແມ່ນຈະເພັ່ງເລັງ ໃສ່ຍຸທສາດໃໝ່ ໃນການຮັບມື ກັບພັຍຂົ່ມຂູ່ ຂອງກຸ່ມກໍ່ການຮ້າຍ AL-QAIDA ໃນອັຟການິສຖານ ແລະປາກິສຖານ ຕລອດທັງ ການເລືອກເອົາ ເລຂາທິການ ຄົນໃໝ່ ຂອງອົງການນາໂຕ້.

ເກົາຫລີເໜືອ - ລູກສອນໄຟ: ສື່ມວນຊົນ ເກົາຫລີໃຕ້ ລາຍງານວ່າ ເປັນທີ່ປາກົດວ່າ ເກົາຫລີເໜືອ ໄດ້ພາດໂອກາດ ອັນທຳອິດ ກ່ຽວກັບການສົ່ງ ທີ່ເປັນບັນຫາໂຕ້ແຍ້ງ ໃນອັນທີ່ເກົາຫລີເໜືອເອີ້ນວ່າ ເປັນດາວທຽມ ສື່ສານຄົມມະນາຄົມນັ້ນ. ລາຍງານຂ່າວ ຈາກກຸງໂຊລ ທີ່ອ້າງຄຳເວົ້າ ຂອງພວກເຈົ້າໜ້າທີ່ ແລະພວກນັກພະຍາກອນອາກາດ ທີ່ກ່າວວ່າ ສະພາບລົມແຮງ ແລະອາກາດປັ່ນປ່ວນ ເຊື່ອວ່າ ເຮັດໃຫ້ເກົາຫລີເໜືອ ບໍ່ສາມາດດຳເນີນການໄດ້ ໃນການສົ່ງ ຕາມທີ່ ໄດ້ວາງແຜນໄວ້. ແຕ່ແນວໃດກໍຕາມ ພຽງຢາງ ຍັງມີເວລາອີກ 4 ມື້ ທີ່ຈະດຳເນີນການ ຕາມທີ່ໄດ້ ປະກາດໄປ ກ່ຽວກັບ ການສົ່ງລູກສອນໄຟ ຂຶ້ນສູ່ຫ້ວງອະວະກາດ. ເກົາຫລີເໜືອ ເວົ້າວ່າ ຕົນຈະສົ່ງ ລູກສອນໄຟ ໃນຣະຫວ່າງວັນເສົາມື້ນີ້ ຫາວັນພຸດຈະມາ ໃນຣະຫວ່າງ ຕອນເຊົ້າໄປ ຫາຕອນບ່າຍ. ເກົາຫລີເໜືອກ່າວວ່າ ຕົນໄດ້ເສັດສິ້ນ ການກະກຽມແລ້ວ ແລະການສົ່ງ ຈະມີຂຶ້ນ ໃນໄວໆນີ້. ບັນດາ ປະເທດເພື່ອນບ້ານ ຂອງເກົາຫຼີເໜືອ ແລະສະຫະຣັດ ເຊື່ອວ່າ ການສົ່ງ ດາວທຽມທີ່ວ່ານີ້ ທີ່ຈິງແລ້ວ ແມ່ນເປັນພຽງ ສາກບັງໜ້າ ເພື່ອໃຊ້ ສຳລັບທົດລອງ ຄວາມອາດສາມາດ ທາງດ້ານລູກສອນໄຟ ຂີປະນາວຸດ ໄລຍະໄກ ຂອງເກົາຫລີເໜືອ ໃນເມື່ອວ່າ ເທັກໂນໂລຈີ ກ່ຽວກັບວຽກງານ ທັງສອງນີ້ ແມ່ນຄ້າຍຄືກັນ.

ປາກິສຖານ - ຄວາມວຸ້ນວາຍ: ເຈົ້າໜ້າທີ່ ຮັກສາຄວາມສະງົບ ປາກິສຖານ ກ່າວວ່າ ການໂຈມຕີ ດ້ວຍລູກສອນໄຟ ທີ່ສົງສັຍວ່າ ເປັນຂອງສະຫະຣັດ ໃນເຂດ ພາກຕາເວັນຕົກສຽງເໜືອ ຂອງປາກິສຖານ ເຮັດໃຫ້ມີ ຜູ້ເສັຽຊີວິດ ຢ່າງນ້ອຍ 13 ຄົນ ຮວມທັງ ພວກຫົວຮຸນແຮງ ຕ່າງດ້າວ ຈຳນວນນຶ່ງ. ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີ ໃນວັນເສົາມື້ນີ້ ແມ່ນຍິງມາຈາກ ອັນທີ່ສົງສັຍວ່າ ເປັນເຮືອບິນ ທີ່ບໍ່ມີຄົນຂັບ ຂອງສະຫະຣັດ ໃນເຂດຊົນເຜົ່າ WAZIRISTAN ເໜືອໃກ້ໆ ຊາຍແດນ ອັຟການິສຖານ. ເປົ້າໝາຍ ໃນການໂຈມຕີຄັ້ງນີ້ ແມ່ນເຮືອນຫລັງນຶ່ງ ໃນເຂດດັ່ງກ່າວ ຊຶ່ງຮູ້ກັນວ່າ ເປັນບ່ອນຫລົບລີ້ ຂອງພວກຫົວຮຸນແຮງ ທາລີບານ ແລະກຸ່ມກໍ່ການຮ້າຍ AL-QAIDA. ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນແລ້ວ ໃນມື້ນີ້ ຍັງມີການໂຈມຕີ ດ້ວຍຣະເບີດສະລະຊີບ ໃສ່ດ່ານກວດແຫ່ງນຶ່ງ ຂອງເຈົ້າໜ້າທີ່ ຮັກສາຄວາມສະງົບ ທີ່ເມືອງ MIRAN SHAH. ສື່ມວນຊົນ ລາຍງານວ່າ ມີທະຫານ ຢ່າງນ້ອຍ 3 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີ ທີ່ວ່ານີ້. ເຈົ້າໜ້າທີ່ ກ່າວວ່າ ການບໍ່ມີກົດໝາຍ ຄຸ້ມຄອງ ເຮັດໃຫ້ເຂດຊົນເຜົ່າ ໃນພາກຕາເວັນຕົກ ຂອງປາກິສຖານ ກາຍເປັນບ່ອນ ຫລົບລີ້ ຂອງພວກກໍ່ການຮ້າຍ AL-QAIDA ແລະພວກຫົວຮຸນແຮງ ທາລີບານ ທີ່ຮັບຜິດຊອບ ໃນການໂຈມຕີ ຢູ່ໃນອັຟການິສຖານ ແລະປາກິສຖານ.

ອັຟການິສຖານ - ຄວາມຮຸນແຮງ: ກອງທັບ ສະຫະຣັດ ກ່າວວ່າ ທະຫານ ອັຟການິສຖານ ແລະກຳລັງປະສົມ ພາຍໃຕ້ ການນຳພາ ຂອງສະຫະຣັດ ໄດ້ສັງຫານ ພວກກະບົດ 20 ຄົນ ໃນການສູ້ຣົບ ທາງພາກພື້ນດິນ ແລະການໂຈມຕີ ທາງອາກາດ ຢູ່ທີ່ແຂວງ HELMAND ຊຶ່ງເປັນແຂວງ ທີ່ມີຄວາມວຸ້ນວາຍ ໃນພາກໃຕ້ອັຟການິສຖານ. ຖແລງຂ່າວ ຂອງກອງທັບ ສະຫະຣັດ ແຈ້ງວ່າ ການປະທະກັນ ໄດ້ເກີດຂຶ້ນ ໃນມື້ວານນີ້ ເວລາກຳລັງ ລາຕເວນຮ່ວມ ໄດ້ຖືກດັກສະກັດ ໂຈມຕີ ຢູ່ໃນເຂດເມືອງ KAJAKI. ຖແລງຂ່າວ ເວົ້າວ່າ ພວກກະບົດ ໄດ້ຖືກຂ້າຕາຍ ຫລັງຈາກ ທະຫານ ອັຟການິສຖານ ແລະກຳລັງປະສົມ ໄດ້ຍິງຕອບໂຕ້ ແລະຮ້ອງຂໍ ການສນັບສນຸນ ທາງອາກາດ. ຖແລງຂ່າວ ເວົ້າວ່າ ເປັນທີ່ຮູ້ກັນດີວ່າ ພວກກະບົດ ໃນເຂດເມືອງ KAJAKI ຍັງມີການພົວພັນ ນຳການເຮັດຣະເບີດ ການລັກລອບອາວຸດ ການຄ້າຢາເສບຕິດ ແລະການໂຈມຕີ ທະຫານຣັຖບານ ແລະກຳລັງປະສົມ. ການສູ້ຣົບກັນ ຢ່າງດຸເດືອດ ໃນມື້ວານນີ້ ແມ່ນນຶ່ງ ໃນການສູ້ຣົບກັນ ຫລາຍໆຄັ້ງ ຢູ່ໃນແຂວງ HELMAND ທີ່ກອງທັບ ສະຫະຣັດ ໄດ້ແຈ້ງໃຫ້ຊາບ ໃນຮອບສັບປະດາ ຜ່ານມາ.

ສະໂລວາເກັຽ - ເລືອກຕັ້ງ: ຊາວສະໂລວາເກັຽ ກຳລັງ ພາກັນໄປປ່ອນບັດ ໃນການເລືອກຕັ້ງ ປະທານາທິບໍດີ ຮອບສອງ ໃນວັນເສົາມື້ນີ້ ຊຶ່ງເປັນການແຂ່ງຂັນ ຣະຫວ່າງ ປະທານາທິບໍດີ ຄົນປັດຈຸບັນ ທີ່ມີຄວາມນິຍົມສູງ ແລະຜູ້ທ້າທາຍ ທີ່ເຂັ້ມແຂງ ຈາກພັກຝ່າຍຄ້ານ. ປະທານາທິບໍດີ IVAN GASPAROVIC ໄດ້ຮັບຄະແນນເກືອບ 47% ໃນການເລືອກຕັ້ງ ຮອບທຳອິດ ໃນເດືອນແລ້ວ. ທ່ານກຳລັງ ປະເຊີນໜ້າ ກັບຜູ້ສະມັກ ຂອງພັກຝ່າຍຄ້ານ ທີ່ໄດ້ຮັບຄະແນນ ຫຼາຍກວ່າໝູ່ ຄືນັກສັງຄົມສາດ ແລະອະດີດ ຣັຖມຸນຕຣີ ສັງຄົມສົງເຄາະ ທ່ານນາງ IVETA RADICOVA ທີ່ໄດ້ຮັບ ຄະແນນທັງໝົດ 38%. ທ່ານ GASPAROVIC ເປັນຜູ້ທີ່ໄດ້ປຽບ ຍ້ອນໄດ້ຮັບການສນັບສນຸນ ຈາກນາຍົກຣັຖມຸນຕຣີ ROBERT FICO ທີ່ໄດ້ຮັບ ຄະແນນສຽງນິຍົມ ຈາກປະຊາຊົນສູງ ແລະພັກຂວາຈັດ ຄືພັກແຫ່ງຊາດສະໂລວັກ ກໍໃຫ້ການສນັບສນຸນທ່ານ. ບົດບາດ ສ່ວນໃຫຍ່ ຂອງປະທານາທິບໍດີ ສະໂລວັກວາເກັຽ ແມ່ນໃນທາງພິທີການ ເທົ່ານັ້ນ ຢູ່ໃນປະເທດ ທີ່ປົກຄອງໂດຍ ຣະບອບ ປະຊາທິປະໄຕ ພາຍໃຕ້ສະພາແຫ່ງຊາດ ຊຶ່ງໄດ້ຕັ້ງຂຶ້ນ ໃນປີ 1993 ຫລັງຈາກ ໄດ້ມີການແຍກ ເຊັກໂກສະໂລວາເກັຽ ອອກເປັນ 2 ປະເທດ.

ສະຫະຣັດ - ຄິວບາ: ສະມາຊິກ ສະພາຕ່ຳ ສະຫະຣັດ 7 ຄົນ ໄດ້ເດີນທາງ ໄປເຖິງ ນະຄອນຫລວງ ຮາວານາ ໃນມື້ວານນີ້ ເພື່ອພົບປະ ກັບພວກເຈົ້າໜ້າທີ່ ຄິວບາ. ສະມາຊິກ ສະພາຕ່ຳ BARBARA LEE ຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມ ຄັ້ງນີ້ ກ່າວວ່າ ຫົວຂໍ້ ໃນການສົນທະນາຣື ຂອງຄະນະ ຂອງທ່ານນາງ ຍັງບໍ່ທັນ ໄດ້ມີການກຳນົດ ຢ່າງຄົບຖ້ວນເທື່ອ ແຕ່ພວກທ່ານ ໄດ້ເດີນທາງ ໄປຄິວບາ ເພື່ອຮຽນຮູ້ ແລະເຈຣະຈາຫາຣື ກ່ຽວກັບບັນຫາຕ່າງໆ ຮວມທັງການຄ້າ ການພານິດ ການທ່ອງທ່ຽວ ແລະການກະສິກັມ. ສະມາຊິກ ສະພາຕ່ຳ ສັງກັດພັກເດໂມແຄຣັທ ທ່ານນີ້ ເຄີຍເປັນຜູ້ຮ່ວມສເນີ ຮ່າງກົດໝາຍ ທີ່ຈະຍົກເລີກ ການຈຳກັດ ການເດີນທາງ ໄປຄິວບາ ຂອງປະຊາຊົນ ອະເມຣິກັນ. ໃນຕົ້ນອາທິດນີ້ ສະມາຊິກ ສະພາສະຫະຣັດ ໄດ້ນຳສເນີ ຮ່າງກົດໝາຍ ແບບດຽວກັນນີ້ ຢູ່ໃນສະພາສູງ ຂອງສະຫະຣັດ. ໜັງສືພິມ WALL STREET JOURNAL ລາຍງານ ໃນມື້ນີ້ວ່າ ປະທານາທິບໍດີ BARACK OBAMA ຕັ້ງໃຈ ທີ່ຈະຍົກເລີກ ການຫ້າມ ບໍ່ໃຫ້ຄອບຄົວ ເດີນທາງ ແລະສົ່ງເງິນ ກັບຄືນໄປຍັງ ປະເທດຄອບມູນິສ ຄິວບາ.

ໄທ - ກຳປູເຈັຽ: ໄທ ກ່າວວ່າ ທະຫານຂອງຕົນ 2 ຄົນ ໄດ້ເສັຽຊີວິດ ໃນການສູ້ຣົບກັນ ຢ່າງໜັກ ກັບທະຫານ ກຳປູເຈັຽ ໃນບໍຣິເວນຊາຍແດນ ທີ່ມີການຂັດແຍ້ງກັນ. ທະຫານ ໄດ້ຍິງປືນກົນ ຈະຣວດ ແລະປືນໃຫຍ່ ໂຈມຕີກັນ ໃນມື້ວານນີ້ ໃກ້ໆບໍຣິເວນ ວັດເຂົາພຣະວິຫານ ຊຶ່ງເປັນຈຸດສູນກາງ ໃນການປະເຊີນໜ້າ ທີ່ດຳເນີນມາ ເປັນເວລານຶ່ງເດືອນ ທີ່ພາໃຫ້ມີການ ເປີດການເຈຣະຈາ ທາງດ້ານການທູດ ຣະດັບສູງ. ທັງສອງຝ່າຍ ຕ່າງກໍຖິ້ມໂທດ ໃສ່ອີກຝ່າຍນຶ່ງວ່າ ເປັນຜູ້ຍິງໂຈມຕີກ່ອນ ໃນມື້ວານນີ້. ແຫຼ່ງຂ່າວ ທາງທະຫານ ຂອງກຳປູເຈັຽ ອ້າງວ່າ ມີທະຫານໄທ ຢ່າງນ້ອຍ 4 ຄົນ ໄດ້ເສັຽຊີວິດ ແຕ່ສະຖານທູດໄທ ທີ່ນະຄອນຫລວງ ພະນົມເປັນ ໃຫ້ການຢືນຢັນວ່າ ມີແຕ່ 2 ຄົນ ເທົ່ານັ້ນຕາຍ. ເຈົ້າໜ້າທີ່ກຳປູເຈັຽ ກໍລາຍງານ ແບບມີການຂັດແຍ້ງກັນ ກ່ຽວກັບການ ບາດເຈັບລົ້ມຕາຍ ຂອງຝ່າຍຕົນ. ທ່ານຂຽວ ຄັນນະຣິດ ໂຄສົກ ຂອງຣັຖບານ ກຳປູເຈັຽ ກ່າວຕໍ່ VOA ວ່າ ບໍ່ມີທະຫານກຳປູເຈັຽ ບາດເຈັບລົ້ມຕາຍ. ແຕ່ຜູ້ບັນຊາການ ກອງທັບບົກ ກຳປູເຈັຽ ນາຍພົນ POL SAREOUN ເວົ້າວ່າ ມີທະຫານກຳປູເຈັຽ 2 ຄົນ ເສັຽຊີວິດ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG