ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການກິນຊີ້ນແດງຫລາຍເກີນໄປເຮັດໃຫ້ຊີວິດສັ້ນ



ບັນດາທ່ານໝໍທັງຫລາຍຕ່າງກໍຮູ້ວ່າ ການຢາກມີອາຍຸຍືນນານ ເປັນພັນປີນັ້ນ ມັນຂຶ້ນກັບການການກິນອາຫານທີ່ເຮັດໃຫ້ມີ ສຸຂພາບສົມບູນດີ ເຊິ່ງໝາຍເຖິງອາຫານທີ່ທ່ານກິນບາງຢ່າງ ນັ້ນອາດເຮັດໃຫ້ທ່ານເຈັບປ່ວຍ ແຕ່ວ່າອາຫານອັນອື່ນຜັດເຮັດ ໃຫ້ທ່ານມີສຸຂພາບແຂງແຮງດີ. ປັດຈຸບັນນີ້ ນັກຄົ້ນຄວ້າໄດ້ ພົບວ່າ ເຫັນວ່າມີການພົວພັນກັນລະຫວ່າງການກິນຊີ້ນ ແລະ ການມີສຸຂພາບດີ ເຊິ່ງເຫັນວ່າ ທີ່ຈິງນັ້ນການກິນຊີ້ນບາງ ປະເພດສາມາດເຮັດໃຫ້ຊີວິດທ່ານສັ້ນລົງ.

ການສຶກສາຄົ້ນຄວ້າຫລາຍໆອັນກ່ອນໜ້ານີ້ ໄດ້ ພົບວ່າບຸກຄົນທີ່ກິນຊີ້ນປະເພດ ຊີ້ນແດງ ເປັນຈຳນວນຫລວງ ຫລາຍນັ້ນມັກຈະມີການກໍ່ຕົວຂອງ ມະເຮັງລຳໃສ້ໃຫຍ່ ແລະ ພະຍາດຫົວໃຈ. ສະນັ້ນ, ທ່ານນາງ Rashmi Sinha ເຊິ່ງເປັນນັກຄົ້ນຄວ້າ ຈາກ ສະຖາບັນມະເຮັງແຫ່ງຊາດ ຂອງສະຫະຣັດ ມີຄວາມສົນໃຈຢາກຮູ້ເພີ້ມເຕີມກ່ຽວກັບຊີ້ນ ເພື່ອຢາກຮູ້ວ່າມັນມີການພົວພັນ ແບບໃດກັບການຕາຍໄວກ່ອນ ເວລາອັນຄວນແບບໃດ ເຊິ່ງທ່ານນາງເວົ້າວ່າ:

"ຊີ້ນເປັນອາຫານຫຼັກອັນສໍາຄັນຂອງການບໍຣິໂພກໃນຊີວິດປະຈຳວັນຂອງພວກເຮົາຢູ່ແລ້ວແລະພວກເຮົາ ແມ່ນມີຄວາມສົນໃຈໃນຄວາມສັມພັນຂອງອາຫານຫຼາຍໆຢ່າງໃນການບໍຣິໂພກ, ຮວມທັງຄວາມແຕກ ຕ່າງຂອງອົງປະກອບຂອງການກິນຢູ່ແລະໂຣກພະຍາດນຳ."

ທ່ານນາງ Rashmi Sinha ໄດ້ຄົ້ນເບິ່ງຂໍ້ມູນຢູ່ໃນການຄົ້ນຄວ້າ ກ່ຽວກັບຄົນອາຍຸສູງມາເປັນເວລາ ນານເຖິງວ່າທົດສະວັດ ໂດຍທີ່ນັກຄົ້ນຄວ້າໄດ້ຖາມຜູ້ມີອາຍຸສູງໃນລະຫວ່າງ 50 ຫາ 60 ປີປະມານ 1 ລ້ານ ຄົນ ກ່ຽວກັບ ນິໃສ ແລະ ວິຖີດຳລົງ ຊີວິດຂອງເຂົາເຈົ້າ ລວມທັງຂໍ້ມູນເຊັ່ນວ່າ ຄວາມສູງ, ນ້ຳໜັກ ແລະ ປະຫວັດພະຍາດ ຂອງຄອບຄົວ. ຜູ້ທີ່ເຂົ້າຮ່ວມການສຶກ ສາຄົ້ນຄວ້າ ໄດ້ຕອບຄຳຖາມໃນຟອມສອບຖາມ ຢ່າງລະອຽດ ກ່ຽວກັບອາຫານການກິນ ຂອງເຂົາເຈົ້າ ຊຶ່ງທ່ານນາງ ກ່າວວ່າ

ສຽງ ຂອງ Sinha

ເມື່ອເບິ່ງຂໍ້ມູນທີ່ເກັບກຳມາເປັນ 10 ປີ ແລ້ວ, ທ່ານ ນາງ Rashmi Sinha ເຫັນວ່າຄົນຜູ້ທີ່ກິນຊີ້ນແດງ ແລະ ຊີ້ນທີ່ ໄດ້ປຸງແຕ່ງຫລືແບບສຳເລັດຮູບ ປະມານ 100 ກຣາມ ຕໍ່ມື້ ມີ ທ່າທີວ່າຈະຕາຍໄວກວ່າ ພວກທີ່ກິນ ຊີ້ນປະເພດນີ້ ໃນລະດັບ ປານກາງ. ແຕ່ທ່ານນາງ ເວົ້າວ່າ ທ່ານສືກສາເບິ່ງພຽງ ແຕ່ຂໍ້ມູນການຕາຍທີ່ເກີດ ຈາກ ພະຍາດຫົວໃຈ ແລະ ມະເຮັງເທົ່າ ນັ້ນ. ຖ້າຈະເວົ້າແລ້ວ ຊີ້ນແດງເຮັດໃຫ້ຜູ້ຊາຍສ່ຽງຕໍ່ການຕາຍທັງໝົດ ປະມານ 31% ແລະ ວກຜູ້ຍິງນັ້ນມີການສ່ຽງຫລາຍ ເຖິງ 36%. ໃນຂະນະທີ່ຜູ້ທີ່ກິນຊີ້ນຂາວນັ້ນ ທ່ານນາງ ເວົ້າ ວ່າທີ່ຈິງແທ້ ມີຄວາມສ່ຽງຕໍ່ການຕາຍຫລຸດລົງ.

ທ່ານນາງ Rashmi ກ່າວອີກວ່າທ່ານຍັງບໍ່ຮູ້ສາຍເຫດວ່າ ເປັນ ຫຍັງຊີ້ນແດງ ແລະ ຊີ້ນທີ່ໄດ້ຮັບການປຸງແຕ່ງ ສຳເລັດຮູບແລ້ວ ນັ້ນ ມີສ່ວນເຮັດໃຫ້ມີການເສັຽຊີວິດກ່ອນກຳໜົດ ແຕ່ທ່ານ ເຕືອນວ່າ ພວກເຮົາຄວນກິນຊີ້ນ ປະເພດແດງໜ້ອຍກວ່າເກົ່າ. ທ່ານນາງ ຍັງເວົ້້າອີກວ່າ ຜົນກະທົບໃນທາງ ທີ່ບໍ່ດີຂອງຊີ້ນ ແດງນີ້ຍັງມີໜ້ອຍ ຢູ່ເມື່ອທຽບໃສ່ປະເດັນອື່ນ ເຊັ່ນວ່າ ການສູບຢາເປັນຕົ້ນ.

ຟັງລາຍງານເປັນພາສາລາວໄດ້ ໂດຍ ກົດປຸ່ມຢູ່ຂວາມືຂ້າງເທິງ
XS
SM
MD
LG