ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

Thailand Puts More Pressure on Huay Namkhao Hmongs


ໂດຍການ​ກົດ​ດັນ​ດັ່ງກ່າວ ກໍ​ມີ​ທັງ​ການໃສ່​ໂຊ້​ໃຫ້ກັບ​ຂາ​ທັງ​ສອງ​ຂ້າງ ​ແລະ ການ​ໃຫ້​ຢູ່, ​ໃຫ້​ກິນ, ​ໃຫ້​ນອນ ແລະ ​ໃຫ້​ກັບທ່າ​ຍທັງໜັກ ​ແລະ ​ເບົາ ຢູ່​ໃນ​ບ່ອນ​ດຽວກັນ, ຍິ່ງ​ໄປ​ກວ່າ​ນັ້ນ ຍັງ​ມີ​ຮອງ​ຮອຍ​ມີ​ການ​ຖືກທຸບ​ຕີ​ຢູ່​ຕາມ​ຮ່າງກາຍ ​ແລະ ຫົວ​ຂອງ​ຜູ້ກ່ຽວອີກ​ດ້ວຍ. ທ້າວ ​ເຢັຽ ປໍ​ລໍ ຍັງ​ໃຫ້ການ​ຢືນຢັນ​ດ້ວຍ​ອີກວ່າ ຜູ້​ເປັນພໍ່​ຂອງ​ຕົນ ຊຶ່ງ​ມີ​ອາຍຸ​ເຖິງ 58 ປີ ​ແລ້ວນັ້ນ ບໍ່​ໄດ້​ກະທຳ​ຄວາມ​ຜິດຕາມ​ການ​ກ່າວ​ຫາ​ຂອງ​ທາງ​ການ​ລາວ​ກ່ຽວກັບ​ການ​ຄ້າ​ຢາ​ເສບ​ຕິດ ​ແລະ ຂ້າ​ຄົນ​ຕາຍ​ຢູ່​ໃນ​ລາວ​ກ່ອນ​ທີ່​ຈະ​ພາ​ຄອບຄົວ​ອົບ​ພະ​ຍົກ​ເຂົ້າ​ໄປ​ພັກ​ອາໃສ​ຢູ່​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ ນັບ​ຕັ້ງ​ແຕ່​ປີ 2004 ​ເປັນຕົ້ນມາ ຫາກ​ແຕ່​ສາ​ເຫດ​ທີ່​ເຮັດ​ໃຫ້​ຕ້ອງ​ອົບ​ພະ​ຍົກ​ຈາກ​ລາວ ​ແລະ ​ເຂົ້າ​ໄປ​ຢູ່ໃນ ບ້ານ​ຫ້ວຍ ນ້ຳຂ າວນັ້ນ ກໍ​ຍ້ອນ​ວ່າ​ຖືກ​ທາງ​ການ​ລາວ​ທຳ​ການ​ປິດ​ລ້ອມ ​ແລະ ປາບ​ປາມ​ຢ່າງໜັກ ​ແລະ ຢ່າງ​ຕໍ່​ເນື່ອງ​ນັບ​ຕັ້ງ​ແຕ່​ປີ 1975 ​ເປັນຕົ້ນມາ​ແລ້ວ. ສ່ວນ​ທາງ​ດ້ານ​ ທ້າວ ລີ​ສື ​ແກ່​ນຳ​ຄົນ​ສຳ​ຄັນ​ຂອງ​ຊາວ​ມົ້ງຢູ່​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ​ດັ່ງກ່າວ​ນັ້ນ ກໍ​ໄດ້​ໃຫ້ການ​ຢືນຢັນ​ກັບ VOA ວ່າ: ທາງ​ການ​ໄທ ບໍ່ພຽງ​ແຕ່​ຈະ​ໃຊ້​ມາດ​ຕະການ​ກົດ​ດັນ​ຕໍ່ຊາວ​ມົ້ງຢ່າງໜັກ​ເທົ່າ​ນັ້ນ ຫາກ​ແຕ່​ຍັງ​ໄດ້​ພະຍາຍາມປະຕິມາ​ນປະຕິ​ບັດການ​ດ້ານ​ຈິດຕະວິ​ຍາ​ຕ່າງໆ ນາໆ ຕໍ່ຊາວ​ມົ້ງອີກ​ດ້ວຍ, ຊຶ່ງ​ກໍລະນີ​ຕົວຢ່າງ​ກໍ​ຄື ການ​ນຳ​ເຜີຍ​ແຜ່ຂໍ້​ມູນ​ຂ່າວສານ ທີ່​ກ່ຽວກັບ​ມາດ​ຕະການເບິ່ງ​ແຍງ​ທີ່​ດີ ທີ່​ທາງ​ການ​ລາວ​ໄດ້​ປະຕິ​ບັດ​ຕໍ່ບັນດາ​ຊາວ​ມົ້ງທີ່​ຖືກ​ສົ່ງ​ກັບ​ຄືນ​ໄປ​ລາວ​ໃນ​ໄລຍະ​ກ່ອນໜ້ານີ້ຈຳນວນ​ຫລາຍ​ກວ່າ 2,000 ຄົນ.

ຫາກ​ແຕ່​ວ່າ​ສຳລັບ​ຊາວ​ມົ້ງສ່ວນ​ໃຫຍ່​ທີ່​ຍັງ​ຄົງ​ພັກ​ອາໃສ​ຢູ່ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ ຈຳນວນ​ຫລາຍ​ກວ່າ 5,000 ຄົນ ​ໃນ​ປະຈຸ​ບັນນີ້ ກໍ​ຍັງ​ຄົງ​ບໍ່​ເຊື່ອ​ຖື ​ແລະ ບໍ່​ເຊື່ອ​ວ່າຂໍ້​ມູນ ​ແລະ ຂ່າວສານ​ດັ່ງກ່າວ​ຈະ​ເປັນຄວາມ​ຈິງ ດັ່ງ​ທີ່ ທ້າ​ວ ລີ​ສື ​ໄດ້​ກ່າວ​ຊີ້​ແຈງ​ກັບ VOA ວ່າ:

ຕອນ​ນີ້ ຢົງ ຈັນທະ​ລັງສີ ກັບ​ນາຍ​ພົນ ບົວ​ສ້ຽງນີ້ ​ເຂົາ​ກ່າວ​ວ່າ ​ເຂົາ​ຈະ​ຮັບ​ໄປ​ຢູ່ໃຫ້ມີໄຮ່ມີນາໃຫ້ຢູ່ໃຫ້​ກິນ. ອັນ​ນີ້ ລີ​ສື ​ໄມ່​ເຊື່ອ​ເລີຍ ກັບ​ໄປ​ກໍ​ກັບ​ໄປ​ຕາຍ​ຢ່າງ​ດຽວ ຢູ່​ຫ້ວຍນ້ໍາ ຂາວ​ນີ້ກໍ​ຈະ​ຕາຍ ​ໄປ​ລາວ​ກໍ​ສິຕາຍ ກໍ​ຍັງແໜງຕາຍຢູ່​ປະ​ເທດ​ເສລີນີ້ດີກ​ວ່າ.

​ແຕ່ຢ່າງ​ໃດ​ກໍ​ຕາມ ທາງ​ການ​ລາວ ​ແລະ ​ໄທ ກໍ​ໄດ້​ຕົກລົງ​ຮ່ວມ​ກັນ​ຢ່າງ​ຄັກ​ແນ່ແລ້ວ​ວ່າ ຈະ​ດຳ​ເນີນ​ມາດ​ຕະການ​ໃນ​ທຸກວິທີ​ທາງ ​ເພື່ອ​ທີ່​ວ່າ​ຈະ​ໄດ້​ສົ່ງ ​ແລະ ຮັບ​ເອົາ​ຊາວ​ມົ້ງຈາກ​ບ້ານ​ຫ້ວຍ​ນ້ຳຂາວ​ກັບ​ຄືນ​ໄປ​ລາວ​ໃຫ້​ໄດ້​ທັງໝົດ​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ປະຕິ​ບັດ​ໄດ້ ​ໂດຍ​ຈະ​ບໍ່ຍອມ​ອະນຸ​ຍາດ​ໃຫ້​ພາກສ່ວນ​ທີ່​ສາມ​ ​ເຂົ້າມາ​ຫຍຸ້ງ​ກ່ຽວຢ່າງເດັດຂາດ ​ເພາະ​ຊາວ​ມົ້ງ​ເຫລົ່າ​ນີ້ ບໍ່​ແມ່ນ​ບັນຫາ​ອົບ​ພະ​ຍົບ ຫາກ​ແຕ່​ເປັນ​ພຽງຄົນ​ເຂົ້າ​ເມືອງ​ໄທ​ໂດຍ​ຜິດ​ກົດໝາຍ​ເທົ່າ​ນັ້ນ.
ຍິ່ງ​ໄປ​ກວ່າ​ນັ້ນ ທາງ​ການ​ລາວ ​ແລະ ​ໄທ ຍັງ​ໄດ້​ຢືນຢັນ​ຢ່າງໜັກ​ແໜ້ນດ້ວຍ​ວ່າ ບໍ່ມີ​ປະ​ເທດ​ໃດ​ທີ່​ຈະ​ຮັບ​ເອົາ​ຊາວ​ມົ້ງ​ເຫລົ່າ​ນີ້ອີກແລ້ວ ຈຶ່ງ​ມີ​ພຽງ​ແຕ່​ການເດີນທາງ​ກັບ​ຄືນ​ໄປ​ລາວ​ເທົ່າ​ນັ້ນ ທີ່​ເປັນ​ທາງ​ເລືອກ​ດຽວທີ່​ເຫລືອ​ຢູ່​ສຳລັບ​ຊາວ​ມົ້ງ ​ແລະ ​ໃນ​ຊ່ວງ​ທີ່​ທ່ານ ພົນ​ພັດ​ຕະວາ​ບົວ​ສ້ຽງ ຈຳປາ​ພັນ ຮອງ​ຫົວໜ໊າກົມ​ໃຫຍ່ເສ​ນາ​ທິການ​ ກອງ ທັບ​ປະຊາຊົນ​ລາວ ​ໄດ້​ເດີນທາງ​ໄປ​ໃນ​ສູນ​ຮອງ​ຮັບ​ຊົ່ວຄາວ​ບ້ານ​ຫ້ວຍ​ນ້ຳຂາວ​ເມື່ອ​ທ້າຍ​ເດີນ​ກຸມພາ​ທີ່​ຜ່ານ​ມານັ້ນ ທ່ານ​ກໍ​ໄດ້​ຢືນຢັນ​ວ່າ ບໍ່ມີ​ການ​ປິດ​ລ້ອມ ​ແລະ ປາບ​ປາມ​ຊາວ​ມົ້ງຢູ່​ໃນ​ປະ​ເທດ​ລາວ​ແຕ່​ຢ່າງ​ໃດ ​ຫາກ​ແຕ່​ເປັນ​ການ​ໃສ່​ຮ້າຍ​ປາຍ​ສີຕໍ່ທາງ​ການ​ລາວ​ໂດຍ​ກຸ່ມ​ຄົນ​ບໍ່ດີ​ຢູ່​ໃນ​ຕ່າງປະ​ເທດ.



XS
SM
MD
LG