ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງປະຊຸມສຸດຍອດອົງການນາໂຕ້ ຈະເພັ່ງເລັງໃສ່ ເຣື່ອງອັຟການິສຖານ


Click here for English version

ກອງປະຊຸມສຸດຍອດນາໂຕ້: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກຳລັງ ພົບປະກັບປະທານາທິບໍດີ ຂອງຝຣັ່ງ ທ່ານ NICOLAS SARKOZY ໃນວັນສຸກ ມື້ນີ້ ຢູ່ທີ່ເມືອງ STRASBOURG ປະເທດຝຣັ່ງ ກ່ອນໄປຮ່ວມ ກອງປະຊຸມສຸດຍອດ ອົງການ ນາໂຕ້ ເພື່ອສເລີມສລອງ ວັນຄົບຮອບ 60 ປີ ໃນການສ້າງຕັ້ງ ກຸ່ມພັນທະມິດ ດັ່ງກ່າວ. ນອກນັ້ນ ທ່ານ OBAMA ຍັງໄດ້ພົບປະ ກັບນາຍົກຣັຖມຸນຕຣີ ເຢັຽຣະມັນ ທ່ານນາງ ANGELA MERKEL ກ່ອນໄປຮ່ວມ ກອງປະຊຸມສຸດຍອດ ຊຶ່ງຈະມີຂຶ້ນ ໃນມື້ນີ້ ແລະມື້ອື່ນ ໃນບໍຣິເວນຊາຍແດນ ຝຣັ່ງ ຕິດກັບ ເຢັຽຣະມັນ. ໃນຣະວ່າງການເຈຣະຈາ ຫາຣືກັນນັ້ນ ເປັນທີ່ຄາດກັນວ່າ ທ່ານ OBAMA ຈະຊອກສແວງຫາ ການສນັບສນຸນ ຈາກກຸ່ມພັນທະມິດ ນາໂຕ້ ກ່ຽວກັບແຜນການ ຍຸທສາດໃໝ່ ຂອງທ່ານ ໃນອັຟການິສຖານ. ຣັຖມຸນຕຣີ ການຕ່າງປະເທດ ສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ການສົນທະນາຫາຣື ແມ່ນຈະຮວມທັງ ເຣື່ອງອົງການນາໂຕ້ ຈະສາມາດ ສນອງຕອບໄດ້ ແບບໃດ ຕໍ່ຄວາມຮຽກຮ້ອງຕ້ອງ ທາງດ້ານຊັພຍາກອນ ຢູ່ໃນອັຟການິສຖານ ຕາມທີ່ ໄດ້ຣະບຸໄວ້ ໃນການທົບທວນເບິ່ງ ຍຸທສາດຂອງສະຫະຣັດ.

ກອງປະຊຸມສຸດຍອດ ຈີ 20: ປະທານາທິບໍດີ ສະຫະຣັດທ່ານ BARACK OBAMA ກ່າວວ່າ ກອງປະຊຸມສຸດຍອດ ຂອງກຸ່ມ ຈີ 20 ຫຼືຊາວ ປະເທດ ທີ່ມີເສຖກິດ ໃຫຍ່ທີ່ສຸດໃນໂລກ ທີ່ຫາກໍ ສິ້ນສຸດລົງໄປນັ້ນ ຈະເປັນບາດລ້ຽວ ໃນການຟື້ນ ໂຕຄືນ ຂອງເຖສກິດໂລກ ແຕ່ກໍເຕືອນວ່າ ຜົນຮັບ ຈະບໍ່ມີຂຶ້ນຢ່າງໄວວາ. ທ່ານ OBAMA ເວົ້າວ່າ ພວກຜູ້ນຳຂອງກຸ່ມ 20 ປະເທດ ທັງຮັ່ງມີ ແລະ ກຳລັງພັທນາ ສາມາດຜ່ານຜ່າ ການມີຄວາມເຫັນ ທີ່ບໍ່ລົງຮອຍກັນ ແລະປັດຈຸບັນ ມີຄວາມໝາຍໝັ້ນ ຕັ້ງໃຈ ທີ່ຈະເສີມຂຍາຍ ການເຕີບໂຕ ການສ້າງວຽກເຮັດ ງານທຳ ແລະອະນຸມັດເງິນ ຫລາຍກວ່າ 1 ພັນຕື້ໂດລາ ໃຫ້ແກ່ ສະຖາບັນ ກູ້ຢືມ ຣະຫວ່າງປະເທດ ເພື່ອຊ່ອຍເຫລືອ ປະເທດຕ່າງໆ ທີ່ກຳລັງປະສົບບັນຫາ. ນອກນັ້ນແລ້ວ ພວກຜູ້ນຳ ຂອງກຸ່ມຈີ 20 ຍັງໄດ້ຕົກລົງ ຮັບເອົາຣະບຽບການ ທີ່ເຄັ່ງຄັດກວ່າເກົ່າ ສຳລັບອຸສາຫະກັມ ການເງິນຂອງໂລກ ເພື່ອຈຳກັດ ການລົງທຶນ ທີ່ມີຄວາມສ່ຽງ ໂດຍທະນາຄານຕ່າງໆ. ກຸ່ມຕິດຕາມ ຈະສັງເກດເບິ່ງ ຮ່ອງຮອຍຕ່າງໆ ທີ່ໄດ້ເຕືອນ ເຖິງພັຍອັນຕະລາຍ ຕໍ່ຣະບົບການເງິນ ເຊັ່ນວິກິຕການ ທາງດ້ານທະນາຄານ ທີ່ໄດ້ພາໃຫ້ເກີດ ສະພາບເສຖກິດ ຫລຸດຖອຍ ໃນເວລານີ້.

ສະຫະຣັດ - ເສຖກິດ: ຣັຖສະພາ ສະຫະຣັດ ໄດ້ຮັບຜ່ານ ຮ່າງງົບປະມານ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນມີລັກສະນະ ຄ້າຍຄືກັນ ກັບແຜນການ ຂອງປະທານາທິບໍດີ BARACK OBAMA ເພື່ອແກ້ໄຂບັນຫາ ການຮັກສາສຸຂພາບແກ່ປະ ຊາຊົນ ແລະ ການປ່ຽນແປງ ຂອງດິນຟ້າອາ ກາດ. ສະພາຕ່ຳ ສະຫະຣັດ ໄດ້ຮັບຜ່ານ ຮ່າງງົບປະມານ ມູນຄ່າ 3 ພັນ 500 ຕື້ໂດລາ ໃນຕອນເຊົ້າ ຂອງມື້ວານນີ້ ໂດຍບໍ່ໄດ້ຮັບ ການສນັບສນຸນ ຈາກສະມາຊິກ ຂອງພັກຣີພັບຣີກັນ ແມ່ນແຕ່ຄົນດຽວ. ສ່ວນສະພາສູງ ສະຫະຣັດ ກໍໄດ້ຮັບຮອງເອົາ ຮ່າງງົບປະມານ ໃນລັກສະນະດຽວກັນ ໃນຕອນບ່າຍ ຂອງມື້ວານນີ້ ຊຶ່ງເປັນການ ລົງຄະແນນສຽງ ທີ່ແບ່ງກັນ ຕາມສາຍພັກ. ສະພາຕ່ຳ ແລະສະພາສູງ ຍັງຈຳເປັນ ຈະຕ້ອງໄດ້ ປະນີປະນອມກັນ ກ່ຽວກັບ ຮ່າງງົບປະມານ ທີ່ພວກເຂົາເຈົ້າ ໄດ້ຮັບຜ່ານ ກ່ອນຈະສົ່ງ ໄປໃຫ້ ປະທານາທິບໍດີເຊັນ. ໃນຖແລງຂ່າວ ທີ່ນຳອອກເຜີຍແຜ່ນັ້ນ ທ່ານ OBAMA ໄດ້ຊົມເຊີຍ ສະມາຊິກຣັຖສະພາ ສະຫະຣັດ ທີ່ໄດ້ຮັບຮອງເອົາ ຮ່າງງົບປະມານ ໂດຍໃຫ້ຂໍ້ສັງເກດວ່າ ພວກທ່ານ ໄດ້ເອົາບາດກ້າວ ສຳຄັນ ໄປສູ່ການຟື້ນຟູ ເສຖກິດ ທີ່ກຳລັງມີບັນຫາ ຂອງສະຫະຣັດ.

ໄທ - ກຳປູເຈັຽ: ມີທະຫານໄທ ຢ່າງນ້ອຍ 2 ຄົນເສັຽຊີວິດ ໃນການປະທະກັນຢ່າງຮຸນ ແຮງ ໃນມື້ວັນສຸກນີ້ ຣະຫວ່າງ ທະຫານກຳ ປູເຈັຽ ແລະທະຫານໄທ ຢູ່ໃນບໍຣິເວນຊາຍ ແດນ ທີ່ມີການຂັດແຍ້ງກັນ. ເຈົ້າໜ້າທີ່ ຂອງທັງສອງຝ່າຍ ກ່າວວ່າ ທະຫານໄທ ແລະກຳປູເຈັຽ ໄດ້ປະທະກັນ 2 ຄັ້ງແລ້ວ ໂດຍໄດ້ຍິງປືນກົນ ແລະຈະຣວດ ໂຈມຕີກັນ. ນອກນັ້ນ ຍັງມີທະຫານໄທ ບໍ່ຕ່ຳກວ່າ 7 ຄົນ ໄດ້ຮັບບາດເຈັບ ໃນການປະທະກັນ ທີ່ວ່ານີ້. ເຈົ້າໜ້າທີ່ ກຳປູເຈັຽ ກ່າວວ່າ ການສູ້ຣົບກັນ ຊຶ່ງມີຂຶ້ນໃກ້ໆ ວັດເຂົາພຣະວິຫານ ທີ່ສ້າງ ໃນສັຕວັດທີ 11 ນັ້ນ ເລີ້ມຂຶ້ນ ຫລັງຈາກ ທະຫານໄທ ໄດ້ຂ້າມເຂົ້າໄປ ໃນດິນແດນ ກຳປູເຈັຽ. ທະຫານກຳປູເຈັຽ ຄົນນຶ່ງ ໃນບໍຣິເວນຊາຍແດນ ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ຜູ້ບັງຄັບບັນຊາການ ຂອງລາວ ໄດ້ສັ່ງໃຫ້ ພວກທະຫານ ທຳການຍິງໄດ້ ຖ້າທະຫານໄທ ຫາກຍັງຂ້າມເຂົ້າໄປ ໃນດິນແດນກຳປູເຈັຽ. ທ່ານຮຸນເຊນ ນາຍົກຣັຖມຸນຕຣີ ກຳປູເຈັຽ ເຕືອນໃນມື້ ວັນອັງຄານ ຜ່ານມານີ້ວ່າ ຈະມີການສູ້ຣົບກັນ ເກີດຂຶ້ນ ຖ້າທະຫານໄທ ຫາກຍັງຂ້າມ ເຂົ້າໄປ ໃນດິນແດນ ກຳປູເຈັຽ.

ມາເລເຊັຽ - ການເມືອງ: ນາຍົກ ຣັຖມຸນຕຣີ ຄົນໃໝ່ ຂອງມາເລເຊັຽ ທ່ານ NAJIB RAZAK ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ ໃນວັນສຸກມື້ນີ້ ໃນພິທີ ທີ່ມີການອອກອາກາດສົດ ທາງໂທຣະ ພາບແຫ່ງຊາດ. ທ່ານ NAJIB ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງຕໍ່ໜ້າພຣະພັກກະສັດມາເລເຊັຽ ແລະໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດຄວາມ ຮັບຜິດຊອບ ຂອງທ່ານ ດີທີ່ສຸດ ເທົ່າທີ່ທ່ານ ສາມາດກະທຳໄດ້. ເປັນທີ່ຄາດກັນວ່າ ນາຍົກຣັຖມຸນຕຣີ ຄົນໃໝ່ ຂອງມາເລເຊັຽ ຈະປະກາດ ກ່ຽວກັບຣັຖບານ ຊຸດໃໝ່ ຂອງທ່ານ ໃນອາທິດໜ້າ ແລະທ່ານ ຈະປະເຊີນກັບ ບັນຫາທ້າທາຍ ຫຼາຍໆຢ່າງ ຮວມທັງ ການຮຳບາດແຜ ທາງດ້ານການເມືອງ ສັງຄົມ ແລະເສຖກິດ ຊຶ່ງຄາດວ່າ ຈະມີການຫລຸດຖອຍ 1% ໃນປີ 2009 ນີ້. ທ່ານ NAJIB ອາຍຸ 55 ປີ ທີ່ໄດ້ຮັບການສຶກສາ ຈາກປະເທດອັງກິດ ໄດ້ເຂົ້າຮັບຕຳແໜ່ງ ແທນທ່ານ ABDULLAH AHAMAD BADAWI ເປັນນາຍົກ ຣັຖມຸນຕຣີ ຄົນທີ 6 ຂອງມາເລເຊັຽ. ທ່ານ ABDULLAH ໄດ້ລາອອກ ໃນມື້ວານນີ້ ຕາມທີ່ໄດ້ ໃຫ້ຄຳໝັ້ນສັນຍາໄວ້ ຫລັງຈາກ ໄດ້ນຳພາພັກ ຂອງທ່ານ ໄປສູ່ການປລາຊັຍ ຢ່າງໜັກ ໃນການເລືອກຕັ້ງ ສະພາແຫ່ງຊາດ ປີກາຍນີ້.

ມຽນມາ - ການຊ່ອຍເຫລືອສະຫະຣັດ: ນັກການທູດ ສະຫະຣັດທ່ານນຶ່ງ ໃນມຽນມາ ກ່າວວ່າ ສະຫະຣັດ ໄດ້ບໍຣິຈາກເຂົ້າ 16 ພັນ ໂຕນ ໃຫ້ແກ່ ພວກເຄາະຮ້າຍ ຈາກລົມພາຍຸ ໄຊໂຄລນ ຮ້າຍແຮງ ໃນປີກາຍນີ້. ທ່ານ LARRY DINGER ກ່າວຕໍ່ ພວກທີ່ໄດ້ຮັບ ເຄາະ ຈາກລົມພາຍຸໄຊໂຄລນ ໃນເຂດ ສາມຫລ່ຽມ ປາກແມ່ນ້ຳອີຣະວະດີ ໃນມື້ວານນີ້ ວ່າ ປະຊາຊົນ ອະເມຣິກັນ ຍັງສືບຕໍ່ ມີຄວາມວິຕົກກັງວົນ ກ່ຽວກັບສວັດດີການ ຂອງພວກເຂົາເຈົ້າ. ທ່ານ DINGER ເດີນທາງ ໄປຢ້ຽມເຂດດັ່ງກ່າວ ຮ່ວມກັບ ຜູ້ຕາງໜ້າ ຂອງໂຄງການອາຫານໂລກ ຊຶ່ງເປັນຜູ້ປະສານງານ ການຊ່ອຍເຫລືອ ທາງດ້ານອາຫານ ຂອງນາໆຊາດ ທີ່ແນໃສ່ ເພື່ອໃຫ້ຕົກໄປເຖິງ ມືຂອງພວກເຄາະຮ້າຍ ຈາກພັຍພິບັດ ລົມພາຍຸ ປະມານ 750 ພັນຄົນ. ສະຫະຣັດ ໄດ້ບໍຣິຈາກ ການຊ່ອຍເຫລືອ ທາງດ້ານອາຫານ ທີ່ມີຄ່າປະມານ 29 ລ້ານໂດລາ ໃຫ້ແກ່ ໂຄງການອາຫານ ສະຫະປະຊາຊາດ ຊຶ່ງເຮັດໃຫ້ວໍຊິງຕັນ ເປັນຜູ້ບໍຣິຈາກ ລາຍໃຫຍ່ທີ່ສຸດ.

ເຮົາຍັງມີຂ່າວອື່ນໆອີກ ເຊັນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG