ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໂອບາມາ ເວົ້າວ່າ ກຸ່ມຈີ 20 ຕ້ອງຊອກຫາຊ່ອງທາງ ເພື່ອດຳເນີນງານ ຮ່ວມກັນ


ກອງປະຊຸມສຸດຍອດ ກຸ່ມຈີ 20: ພວກຜູ້ນຳ ຂອງກຸ່ມ 20 ປະເທດ ທີ່ມີເສຖກິດໃຫຍ່ທີ່ສຸດ ໃນໂລກ ກຳລັງພົບປະກັນ ທີ່ກຸງລອນດອນ ໃນ ກອງປະຊຸມສຸດຍອດທີ່ແນໃສ່ ເພື່ອຈະຮ່າງການ ແກ້ໄຂວິກິຕການ ທາງດ້ານເສຖກິດຂອງໂລກ. ນາຍົກຣັຖມຸນຕຣີອັງກິດ ທ່ານ GORDON BROWN ໄດ້ທຳການຕ້ອນຮັບ ຜູ້ນຳຣັຖບານ ຂອງປະເທດຕ່າງໆ ຂະນະທີ່ ພວກທ່ານ ເດີນທາງໄປເຖິງ ບ່ອນຈັດກອງປະຊຸມສຸດຍອດ ໃນວັນພະຫັດ ມື້ນີ້. ທັງທ່ານ BROWN ແລະ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຕ່າງກໍ ສະແດງຄວາມເຊື່ອໝັ້ນວ່າ ພວກຜູ້ນຳ ຂອງກຸ່ມຊາວປະເທດ ທີ່ມີເສຖກິດ ໃຫຍ່ທີ່ສຸດໃນໂລກ ຈະສາມາດ ບັນລຸການຕົກ ລົງທີ່ເຂັ້ມແຂງ. ສະຫະຣັດ ແລະອັງກິດ ຢາກໃຫ້ຣັຖບານ ຂອງປະເທດຕ່າງໆ ໃຊ້ຈ່າຍເງິນເພີ້ມຂຶ້ນ ເພື່ອກະຕຸກຊຸກຍູ້ ໃຫ້ເສຖກິດເຕີບໂຕ ແຕ່ຝຣັ່ງ ແລະເຢັຽຣະມັນ ຊ້ຳພັດຢາກໃຫ້ ຖືເອົາເຣື່ອງ ການເຮັດໃຫ້ ຣະບຽບການ ທາງດ້ານການເງິນ ເຄັ່ງຄັດກວ່າເກົ່າ ເປັນເຣື່ອງສຳຄັນຕົ້ນຕໍ.

ຈີນ - ສະຫະຣັດ: ສື່ມວນຊົນ ຂອງທາງການຈີນ ລາຍງານວ່າ ການພົບປະ ລະຫວ່າງປະທານ ປະເທດຈີນ ທ່ານ HU JINTAO ແລະ ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ໃນມື້ວານນີ້ ໄດ້ກຳນົດພື້ນຖານ ໃນການ ຮ່ວມມືກັນຫລາຍຂຶ້ນ ສຳລັບ ປະເທດທັງສອງ. ບົດຄວາມເຫັນ ທີ່ພິມເຜີຍແຜ່ໂດຍ ອົງການຂ່າວຊິນຫວາ ຂອງທາງການຈີນ ໃນວັນພະຫັດ ມື້ນີ້ ໃຫ້ຂໍ້ສັງເກດວ່າ ໃນຂະນະທີ່ ວິກິຕການ ທາງດ້ານການເງິນ ລະຫວ່າງປະເທດ ຍັງສືບຕໍ່ ແຜ່ຂຍາຍຢູ່ນີ້ ສະຫະຣັດ ແລະຈີນ ຈຳເປັນຕ້ອງ ໄດ້ດຳເນີນງານ ຮ່ວມກັນ ເພື່ອຜ່ານຜ່າ ພາຍຸທີ່ວ່ານີ້. ໃນມື້ວານນີ້ ທຳນຽບຂາວ ປະກາດວ່າ ທ່ານ OBAMA ໄດ້ຮັບເອົາ ການເຊື້ອເຊີນ ຂອງປະທານປະເທດຈີນ ເພື່ອເດີນທາງ ໄປຢ້ຽມຢາມ ປະເທດດ່ັງກ່າວ ພາຍໃນປີນີ້. ຜູ້ນຳທັງສອງ ໄດ້ພົບປະກັນ ທີ່ກຸງລອນດອນ ກ່ອນໜ້າ ກອງປະຊຸມສຸດຍອດ ຂອງກຸ່ມຈີ 20 ຫລືຊາວປະເທດ ທີ່ມີເສຖກິດ ໃຫຍ່ທີ່ສຸດໃນໂລກ.

ເກົາຫລີເໜືອ - ລູກສອນໄຟ: ສະຫະຣັດ ແລະເກົາຫລີໃຕ້ ກ່າວວ່າ ຕົນຈະຮຽກຮ້ອງໃຫ້ ມີການເອົາມາຕການ ຕອບໂຕ້ ແບບແຂງແຮງ ແລະເປັນເອກກະພາບ ຈາກປະຊາຄົມນາໆຊາດ ຖ້າເກົາຫລີເໜືອ ຫາກດຳເນີນການ ຕາມແຜນ ທີ່ໄດ້ວາງໄວ້ ໃນການທົດລອງ ຍິງລູກສອນໄຟ ໃນໄລຍະ ສອງ-ສາມມື້ ຂ້າງໜ້ານີ້. ເຈົ້າໜ້າ ທີ່ກ່າວວ່າ ປະທານາທິບໍດີ BARACK OBAMA ແລະ ປະທານາທິບໍດີ ເກົາຫລີໃຕ້ ທ່ານ LEE MYUNG-BAK ໄດ້ຕົກລົງກັນ ໃນຣະຫວ່າງ ການເຈຣະຈາ ທີ່ກຸງລອນດອນ ໃນມື້ນີ້ ເພື່ອດຳເນີນງານ ຮ່ວມກັນ ຢ່າງໃກ້ຊິດ ໃນການຕອບໂຕ້ ຢູ່ທີ່ອົງການ ສະຫະປະຊາຊາດ. ເກົາຫລີເໜືອ ກ່າວວ່າ ຕົນມີແຜນການ ທີ່ຈະສົ່ງດາວທຽມ ຂຶ້ນສູ່ວົງໂຄຈອນ ເພື່ອຈຸດປະສົງ ໃນທາງສັນຕິ. ແຕ່ສະຫະຣັດ ເກົາຫລີໃຕ້ ແລະຍີ່ປຸ່ນ ມອງເຫັນການສົ່ງ ໃນຄັ້ງນີ້ວ່າ ເປັນແຜນການປິດບັງ ການຍິງທົດລອງ ລູກສອນໄຟ ຂີປະນາວຸດ ໄລຍະໄກ. ເຈົ້າໜ້າທີ່ ສະຫະຣັດ ກ່າວວ່າ ການຍິງທົດລອງ ລູກສອນໄຟຂີປະນາວຸດ ໄລຍະໄກ ຊຶ່ງຄາດວ່າ ຈະມີຂຶ້ນນັ້ນ ຈະເປັນການລະເມີດ ຕໍ່ມະຕິ ຂອງສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ.

ມາເລເຊັຽ - ການເມືອງ: ນາຍົກຣັຖມຸນຕຣີ ມາເລເຊັຽ ທ່ານ ABDULLAH AHMAD BADAWI ໄດ້ລາອອກຈາກຕຳແໜ່ງ ເພື່ອແຜ້ວ ທາງໃຫ້ຮອງນາຍົກຣັຖມຸນຕຣີ NAJIB RA ZAK ສາບານໂຕເຂົ້າຮັບໜ້າທີ່ເປັນຜູ້ນຳຄົນໃໝ່ ຂອງປະເທດ. ທ່ານ ABDULLAH ໄດ້ຍື່ນ ໃບລາອອກ ຕໍ່ກະສັດ ຂອງມາເລເຊັຽ ໃນວັນພະຫັດ ມື້ນີ້ ແລະພຣະອົງ ກໍຊົງຮັບເອົາ ການລາອອກ ຂອງທ່ານ. ຫຼັງຈາກ ການເຂົ້າເຝົ້າກະສັດ ເປັນເວລານຶ່ງຊົ່ວໂມງແລ້ວ ທ່ານ ABDULLAH ກໍໄດ້ອອກມາ ຈາກພຣະຣາຊວັງ ດ້ວຍຄວາມຍິ້ມແຍ້ມ ແຈ່ມໃສ ແລະໂບກມື ໃຫ້ພວກນັກຂ່າວ. ທ່ານ NAJIB ກ່າວ ໃນມື້ວານນີ້ວ່າ ທ່ານຮູ້ດີ ເຖິງຄວາມຮັບຜິດຊອບ ອັນໜັກໜ່ວງ ກ່ຽວກັບຕຳແໜ່ງດັ່ງກ່າວ ແລະຄວາມຈຳເປັນ ທີ່ຕ້ອງໄດ້ຮັກສາໄວ້ ຊຶ່ງ ຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ. ການນຳພາຂອງທ່ານ ຈະປະເຊີນ ກັບການທົດສອບ ໃນຕອນຕົ້ນໆ ດ້ວຍການເລືອກຕັ້ງ ພິເສດ 3 ບ່ອນ ຊຶ່ງຈະມີຂຶ້ນ ໃນວັນ ທີ 7 ເມສານີ້. ມີການເບິ່ງກັນວ່າ ທ່ານ NAJIB ເປັນລູກນ້ອງ ຂອງອະດີດ ນາຍົກຣັຖມຸນຕຣີ MAHATHIR MOHAMAD ຜູ້ທີ່ຄາດວ່າ ນາຍົກຣັຖມຸນຕຣີ ຄົນໃໝ່ຂອງມາເລເຊັຽ ຈະປົກຄອງ ດ້ວຍຄວາມໝັ້ນຄົງ ກວ່ານາຍົກຣັຖມຸນຕຣີ ຄົນກ່ອນ.

ມຽນມາ - ຊາທີ່ມີສານເຄມີ: ມາເລເຊັຽ ກ່າວວ່າ ຕົນໄດ້ເລີ້ມ ທຳການກັກແລະກວດສອບ ເບິ່ງ ຜລິຕພັນຂອງມຽນມາ ທີ່ເຮັດຈາກໃບຊາ ຫລັງຈາກ ມີການເອີ້ນຄືນ ສິນຄ້າປະເພດດັ່ງກ່າວ ໃນສິງກະໂປ ແລະໃນມຽນມາເອງ. ຫົວໜ້າ ຜແນກຄວາມປອດພັຍອາຫານ ຂອງກະຊວງ ສາທາຣະນະສຸກ ມາເລເຊັຽ ທ່ານ NOORAINI MOHD OTHMAN ກ່າວໃນມື້ວານນີ້ວ່າ ການກວດສອບ ໄດ້ເລີ້ມຂຶ້ນ ຫລັງຈາກສິງກະໂປ ຄົ້ນພົບວ່າ ຜລິຕພັນໃບຊາ ຂອງມຽນມາ ມີສານເຄມີ AURAMINE O ເຈືອປົນຢູ່. ອົງການຂ່າວ BERNAMA ຂອງທາງການ ມາເລເຊັຽ ແຈ້ງວ່າ ຣະບຽບການ ວ່າດ້ວຍ ຄວາມປອດພັຍ ດ້ານອາຫານ ຂອງມາເລເຊັຽ ໄດ້ຫ້າມ ບໍ່ໃຫ້ມີການນຳໃຊ້ ສານເຄມີຍ້ອມສີ ໃນອາຫານ. ໃນຕົ້ນອາທິດນີ້ ຄະນະກວດກາ ອາຫານ ຂອງສິງກະໂປ ໄດ້ສັ່ງໃຫ້ທຳການ ກວດກາເບິ່ງ ການນຳເຂົ້າໃບຊາ ຈາກມຽນມາທັງໝົດ ແລະຮຽກຮ້ອງໃຫ້ ຜູ້ບໍຣິໂພກ ໂຍນຖິ້ີ້ມຜລິຕພັນ ໃບຊາດອງ 20 ຊະນິດດ້ວຍກັນ.

ສະຫະຣັດ - ອິສຣາແອລ - ອີຣ່ານ: ຣັຖ ມຸນຕຣີກະຊວງປ້ອງກັນປະເທດສະຫະຣັດ ທ່ານ ROBERT GATES ກ່າວວ່າ ທ່ານຈະມີຄວາມ ປລາດໃຈ ຖ້າອິສຣາແອລ ຫາກທຳການໂຈມຕີ ທາງທະຫານ ຕໍ່ປະເທດອີຣ່ານ ໃນປີນີ້. ໃນການໃຫ້ສຳພາດ ແກ່ໜັງສືພິມ FINANCIAL TIMES ນັ້ນ ທ່ານ GATES ກ່າວວ່າ ຍັງມີເວລາເຫລືອຢູ່ ຢ່າງນ້ອຍ ຕື່ມອີກ 3 ປີ ເພື່ອຊັກຊວນ ໃຫ້ອີຣ່ານ ປະຖິ້ມ ການດຳເນີນຄວາມພະຍາຍາມ ເພື່ອຈະສ້າງ ອາວຸດນິວເຄລັຽ. ບັນດາ ປະເທດມະຫາອຳນາດ ຕາເວັນຕົກ ແລະອິສຣາແອລ ເຊື່ອວ່າ ອີຣ່ານ ກຳລັງຊອກສແວງຫາ ເທັກໂນໂລຈີນິວເຄລັຽ ເພື່ອມາເຮັດອາວຸດ ເຖິງແມ່ນວ່າ ບັນດາປະເທດເຫລົ່ານີ້ ຍັງມີຄວາມເຫັນ ບໍ່ລົງຮອຍກັນ ກ່ຽວກັບວ່າ ຍັງອີກດົນປານໃດ ອີຣ່ານ ຈຶ່ງຈະສາມາດ ຜລິດອາວຸດ ນິວເຄລັຽໄດ້. ເຈົ້າໜ້າທີ່ ຈາກໜ່ວຍສືບລັບ ອິສຣາແອລ ກ່າວວ່າ ປັດຈຸບັນ ອີຣ່ານ ມີຄວາມສາມາດ ໃນການຜລິດ ອາວຸດນິວເຄລັຽແລ້ວ ແລະພວກຜູ້ນ ຳຂອງອິສຣາແອລ ບໍ່ໄດ້ປະຕິເສດ ເຖິງຄວາມເປັນໄປໄດ້ ທີ່ຈະທຳການ ປະຕິບັດງານທາງທະຫານ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ ໂດຍຄລິກບ່ອນສຽງ.

XS
SM
MD
LG