ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດ ໃຫ້ການສນັບສນຸນ ຕໍ່ການສ້າງຄວາມປອງດອງຊາດ ກັບພວກຫົວຮຸນແຮງຈຳນວນນຶ່ງ ໃນອັຟການິສຖານ


ກອງປະຊຸມ ອັຟການິສຖານ: ສະຫະຣັດ ໃຫ້ການສນັບສນຸນ ຕໍ່ການຮຽກຮ້ອງ ໃຫ້ສ້າງຄວາມປອງດອງຊາດ ຂອງຣັຖບານອັຟການິສຖານ ກັບສະມາຊິກຈຳນວນນຶ່ງຂ ອງພວກທາລີບານ ແລະກຸ່ມກໍ່ການຮ້າຍ AL-QAIDA. ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ກ່າວວ່າ ພວກທີ່ເຂົ້າຮ່ວມຖັນແຖວ ຂອງກຸ່ມກໍ່ການຮ້າຍ ບໍ່ແມ່ນຍ້ອນຄວາມເຊື່ອໝັ້ນ ແຕ່ຍ້ອນຄວາມຈຳເປັນນັ້ນ ຄວນໄດ້ຮັບໂອກາດ ໃຫ້ປະຖິ້ມກຸ່ມຫົວຮຸນແຮງທີ່ວ່ານີ້. ທ່ານນາງ CLINTON ກ່າວ ໃນຕອນເປີດກອງປະຊຸມ ເປັນເວລານຶ່ງມື້ ທີ່ນະຄອນ HAGUE ໃນມື້ນີ້ ໂດຍແຈ້ງໃຫ້ຜູ້ຕາງໜ້າ ຂອງ 80 ກວ່າປະເທດ ແລະອົງການຈັດຕັ້ງຕ່າງໆຊາບວ່າ ສິ່ງທີ່ເກີດຂຶ້ນໃນອັຟການິສຖານນັ້ນ ເປັນເຣື່ອງສຳຄັນ ສຳລັບທຸກໆຄົນ. ປະທານາທິບໍດີອັຟການິສຖານ ທ່ານ HAMID KARZAI ກໍໄດ້ກ່າວຄຳປາສັຍ ຕໍ່ກອງປະຊຸມດັ່ງກ່າວ ໂດຍເວົ້າວ່າ ປະເທດຂອງທ່ານ ກຳລັງມາຮອດທາງແຍກທີ່ສຳຄັນ. ທ່ານຮຽກຮ້ອງໃຫ້ປະຊາຄົມນາໆຊາດ ຊ່ອຍປະເທດຂອງທ່ານ ຈັດຕັ້ງກຳລັງຮັກສາຄວາມສະງົບ ໂດຍເວົ້າວ່າ ມັນເປັນສິ່ງທີ່ແນ່ນອນທີ່ສຸດ ແລະເປັນວິທີທີ່ໃຊ້ທຶນຕ່ຳທີ່ສຸດ ເພື່ອເອົາຊະນະ ພັຍຂົ່ມຂູ່ຈາກພວກກໍ່ການຮ້າຍ. ປະເທດເພື່ອນບ້ານຂອງອັຟການິສຖານ ເຊັ່ນອີຣ່ານ ປາກິສຖານ ແລະຈີນ ແມ່ນຮວມຢູ່ໃນ ບັນດາປະເທດທີ່ເຂົ້າຮ່ວມ ກອງປະຊຸມໃນເທື່ອນີ້.

ປາກິສຖານ - ທາລີບານ: ພວກທາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີທີ່ຮ້າຍແຮງ ຕໍ່ສູນຝຶກອົບຮົມຕຳຣວດ ໃນປາກິສຖານ. ນາຍ BAITULLAH MESHUD ຜູ້ນຳພວກທາລີບານປາກິສຖານ ກ່າວວ່າ ລາວເປັນຜູ້ຢູ່ເບື້ອງຫຼັງ ການໂຈມຕີ ທີ່ນະຄອນລາຮໍ ໃນມື້ວານນີ້ ທີ່ເຮັດໃຫ້ນັກຮຽນຕຳຣວດ 8 ຄົນເສັຽຊີວິດ. ນາຍ MESHUD ກ່າວໃນການໂອ້ລົມ ກັບອົງການຂ່າວ ຫລາຍໆອົງການ ໃນມື້ນີ້ວ່າ ການປະຕິບັດງານ ທີ່ນະຄອນລາຮໍ ແມ່ນເພື່ອເປັນການຕອບໂຕ້ການ ໃຫ້ຄວາມສນັບສນຸນ ຂອງຣັບຖານປາກິສຖານ ຕໍ່ການໂຈມຕີ ໂດຍເຮືອບິນທີ່ບໍ່ມີຄົນຂັບຂອງສະຫະຣັດ ໃສ່ພວກຫົວຮຸນແຮງທາລີບານ ໃນເຂດຊົນເຜົ່າ ບໍຣິເວນຊາຍແດນປາກິສຖານ ຕິດກັບອັຟາການິສຖານນັ້ນ. ນອກນັ້ນນາຍ MESHUD ກໍບໍ່ໄດ້ໃຫ້ຄວາມສຳຄັນ ກ່ຽວກັບການຕັ້ງເງິນຄ່າຫົວ 5 ລ້ານໂດລາ ໃນການຈັບກຸມລາວ ແລະເວົ້າວ່າ ຈະມີການໂຈມຕີເພີ້ມຕື່ມ ໃນອະນາຄົດ ແລະສະຫະຣັດອາດຈະແມ່ນເປົ້າໝາຍ. ນາຍ MESHUD ກ່າວຕໍ່ອົງການຂ່າວເອພີວ່າ ການໂຈມຕີວໍຊິງຕັນ ຈະມີຂຶ້ນໃນໄວໆນີ້ ແລະຈະສ້າງຄວາມປລາດໃຈ ໃຫ້ແກ່ໂລກ. ເຈົ້າໜ້າທີ່ປາກິສຖານກ່າວວ່າ ການໂຈມຕີສູນຝຶກອົບຮົມຕຳຣວດ ໃນມື້ວານນີ້ ເລີ້ມຂຶ້ນເວລາພວກມືປືນຍິງບຸກເຂົ້າໄປທາງໃນ ຣະຫວ່າງທີ່ມີການຝຶກແອບ ໃນຕອນເຊົ້າ ແລ້ວກໍຈັບເອົາໂຕປະກັນ ແລະຍິງປືນເຂົ້າໃສ່ນັກຮຽນຕຳຣວດ

ຈີ 20 - ກອງປະຊຸມສຸດຍອດ: ປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ຮຽກຮ້ອງຢ່າງແຂງຂັນ ໃຫ້ມີຄວາມປຸ້ມລຸມ ສາມັກຄີກັນ ທີ່ກອງປະຊຸມສຸດຍອດ ຂອງ 20 ປະເທດ ທີ່ມີເສຖກິດໃຫຍ່ທີ່ສຸດໃນໂລກ ຢູ່ທີ່ກຸງລອນດອນ ໃນສັບປະດານີ້. ທ່ານອອກເດີນທາງໄປຍັງກຸງລອນດອນ ໃນມື້ນີ້ ເພື່ອທຳການຢ້ຽມຢາມຢູໂຣບ ເປັນເທື່ອທຳອິດ ນັບແຕ່ໄດ້ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີ ສະຫະຣັດ ເມື່ອ 10 ອາທິດ ຜ່ານມາ. ໃນຂະນະທີ່ທ່ານ OBAMA ພວມກະກຽມອອກເດີນທາງນັ້ນ ທ່ານກໍໄດ້ປະເຊີນກັບຄວາມຍຸ່ງຍາກ ທີ່ກຳລັງເກີດຂຶ້ນກ່ຽວກັບວ່າ ຈະແກ້ໄຂວິກິຕການ ທາງດ້ານການເງິນຂອງໂລກ ແບບໃດ. ປະທານາທິບໍດີຝຣັ່ງ ທ່ານ NICOLAS SARKOZY ໄດ້ກ່າວເຖິງຄວາມເປັນໄປໄດ້ ໃນມື້ວານນີ້ວ່າ ທ່ານອາດຈະຍ່າງອອກ ຈາກກອງປະຊຸມສຸດຍອດ ໂດຍເວົ້າວ່າ ທ່ານຈະບໍ່ຍອມຮັບເອົາກອງປະຊຸມສຸດຍອດ ທີ່ບໍ່ໄດ້ສ້າງຜົນງານຫຍັງ ຫລາຍໄປກວ່າອັນທີ່ທ່ານເອີ້ນວ່າ “ຄວາມສຳເຣັດທີ່ບໍ່ຖືກຕ້ອງ” ຝຣັ່ງ ພ້ອມກັບບາງປະເທດໃນຢູໂຣບ ທວງໃຫ້ອອກຣະບຽບການ ທີ່ເຄັ່ງຄັດກວ່າເກົ່າ ທາງດ້ານການເງິນ ຂະນະທີ່ສະຫະຣັດ ແລະອັງກິດເຕືອນປະເທດຕ່າງໆ ໃຫ້ເພີ້ມການໃຊ້ຈ່າຍ ເພື່ອຊ່ອຍກະຕຸກຊຸກຍູ້ ໃຫ້ເສຖກິດຟື້ນໂຕຄືນ.

ລີເບັຽ - ພວກຍົກຍ້າຍຕັ້ງຖິ່ນຖານ: ອົງການ ວ່າດ້ວຍການຍົກຍ້າຍຖິ່ນຖານນາໆຊາດ ກ່າວວ່າ ມີ 300 ຄົນ ໄດ້ຫາຍສາບສູນ ແລະເຊື່ອວ່າ ໄດ້ຈົມນ້ຳຕາຍ ຢູ່ນອກແຄມຝັ່ງທະເລຂອງລີເບັຽ ຫລັງຈາກເຮືອຂອງພວກເຂົາເຈົ້າໄດ້ຫລົ້ມ. ອົງການນາໆຊາດ ວ່າດ້ວຍຍົກຍ້າຍຖິ່ນຖານ ທີ່ເອີ້ນຫຍໍ້ວ່າ IOM ກ່າວໃນມື້ນີ້ວ່າ ເຈົ້າໜ້າທີ່ລີເບັຽ ລາຍງານວ່າ ໃນລະຍະບໍ່ເທົ່າໃດມື້ ຜ່ານມານີ້ ມີເຮືອຫຼາຍເຖິງ 3 ລຳໄດ້ຫລົ້ມ. ເຮືອເຫຼົ່ານີ້ ໄດ້ບັນທຸກພວກອົພຍົບ ຫຼາຍຮ້ອຍຄົນ ຊຶ່ງບາງທີອາດຈະເດີນທາງ ໄປຍັງອີຕາລີ. ໂຄສົກຂອງອົງການ IOM ກ່າວວ່າ ລົມແຮງ ຫລືບັນທຸກຜູ້ຄົນກາຍກຳນົດ ອາດເປັນສາເຫດ ພາໃຫ້ເຮືອຫລົ້ມ. ເຈົ້າໜ້າທີ່ເວົ້າວ່າ ໜ່ວຍຍາມຝັ່ງຂອງລີເບັຽ ໄດ້ຊ່ອຍຊີວິດ ປະມານ 350 ຄົນໄວ້ໄດ້ ຈາກເຮືອລຳນຶ່ງ ທີ່ຫລົ້ມ ແລະແກ່ເອົາເຮືອລຳດັ່ງກ່າວ ໄປຍັງນະຄອນຫລວງ TRIPOLI. ຈຳນວນພວກຜູ້ຄົນ ທີ່ຫາຍສາບສູນແທ້ຈິງນັ້ນ ຍັງບໍ່ທັນເປັນທີ່ຮູ້ຈັກກັນເທື່ອ.

ກຳປູເຈັຽ - ການດຳເນີນຄະດີ: ບຸກຄົນຜູ້ທີ່ຖືກກ່າວຫາວ່າ ເປັນຫົວໜ້າຄຸມຄຸກ ທີ່ມີຊື່ສຽງບໍ່ດີ ຂອງພວກຂເມນແດງ ໃນຣະຫວ່າງການປົກຄອງ ທີ່ໂຫດຮ້າຍປ່າເຖື່ອນຂອງເຂົານັ້ນ ໄດ້ຮັບເອົາຄວາມຮັບຜິດຊອບ ກ່ຽວກັບການທາຣຸນກັມຕ່າງໆ ຢູ່ທີ່ຄຸກດັ່ງກ່າວ. ນາຍ KAING KUEK EAV ຊຶ່ງຮູ້ກັນໃນອີກຊື່ນຶ່ງວ່າ DUCH ນັ້ນ ໄດ້ຍອມຮັບ ໃນວັນອັງຄານມື້ນີ້ ຊຶ່ງເປັນມື້ທີ 2 ໃນການ ດຳເນີນຄະດີ ຂອງສານອາຊຍາກັມ ຂ້າລ້າງເຊື້ອຊາດເຜົ່າພັນ ທີ່ໄດ້ຮັບການໜຸນຫລັງ ຈາກອົງການສະຫະປະຊາຊາດ ຢູ່ນະຄອນຫລວງພະນົມເປັນ. ນາຍ DUCH ອາຍຸ 66 ປີ ຖືກກ່າວຫາວ່າ ໄດ້ກໍ່ໂທດກັມ ຕ້ານມະນຸສຊາດ, ກໍ່ອາຊຍາກັມສົງຄາມ, ທຳການທໍຣະມານ ແລະຄາຕກັມ. ລາວເປັນຫົວໜ້າຄຸມຄຸກ TOUL SLENG ທີ່ຮູ້ກັນໃນອີກຊື່ນຶ່ງວ່າ ຄຸກ S21 ໃນຣະຫວ່າງການປົກຄອງ ທີ່ໂຫດຮ້າຍປ່າເຖື່ອນ ຂອງພວກຂເມນແດງ ເປັນເວລາ 4 ປີ ຊຶ່ງໄດ້ເລີ້ມຂຶ້ນໃນປີ 1975. ເປັນທີ່ເຊື່ອກັນວ່າ ມີຊາຍຍິງນ້ອຍໃຫຍ່ ຫລາຍກວ່າ 15 ພັນຄົນ ໄດ້ຖືກທໍຣະມານທີ່ຄຸກດັ່ງກ່າວ ກ່ອນຈະຖືກຂ້າຕາຍ. ມີນັກໂທດບໍ່ຮອດ 10 ຄົນໄດ້ລອດຊີວິດມາໄດ້.

ໄທ - ການເມືອງ: ຣັຖບານໄທ ໄດ້ຍົກເລີກກອງປະຊຸມຄະນະຣັຖບານ ປະຈຳສັບປະດາ ໃນວັນອັງຄານມື້ນີ້ ຂະນະທີ່ພວກປະທ້ວງ ຈົງຮັກພັກດີ ຕໍ່ອະດີດນາຍົກຣັຖມຸນຕຣີທັກສິນ ຊິນນະວັດ ໄດ້ປິດລ້ອມຕຶກໂຮງການຣັຖບານ ທີ່ບາງກອກເປັນມື້ທີ 6. ຮອງນາຍົກຣັຖມຸນຕຣີສຸເທບ ເທືອກສຸບັນກ່າວວ່າ ກອງປະຊຸມໄດ້ຖືກຍົກເລີກ ເພື່ອຫລີກລ້ຽງ ບໍ່ຢາກໃຫ້ເກີດການປະທະກັນ ກັບພວກປະທ້ວງ. ໃນມື້ວັນເສົາແລ້ວ ທ່ານທັກສິນ ໄດ້ກ່າວຕໍ່ພວກສນັບສນຸນ ຫຼາຍສິບພັນຄົນ ໂດຍການປາກົດໂຕ ແບບມີການສົ່ງຮູບພາບສົດ ເພື່ອເລີ້ມການປະທ້ວງຢ່າງສັນຕິ ໃນທົ່ວປະເທດ ແລະໃນອັນທີ່ທ່ານເອີ້ນວ່າ “ການຟື້ນຟູປະຊາທິປະໄຕ”. ໃນການສົ່ງຮູບພາບສົດ ໃນມື້ວັນສຸກຜ່ານມາ ທ່ານທັກສິນ ໄດ້ກ່າວຫາທີ່ປຶກສາ ພຣະມະຫາກະສັດໄທ ຄືພົນເອກເປຣມ ຕິສູລານົນ ແລະນາຍພົນສຸຣະຢຸດ ຈຸລານົນວ່າ ເປັນຜູ້ຢູ່ເບື້ອງຫລັງ ການກໍ່ຣັຖປະຫານ ໃນປີ 2006 ທີ່ໂຄ່ນລົ້ມ ຣັຖບານຂອງທ່ານ. ນາຍົກຣັຖມຸນຕຣີອະພິຊິດ ເວດຊາຊີວະ ໄດ້ປະຕິເສດຕໍ່ການກ່າວອ້າງ ຂອງ ມະຫາເສດຖີີພັນລ້ານ ທີ່ລີ້ພັຍຢູ່ຕ່າງປະເທດຄົນນີ້ ໃນວັນອາທິດຜ່ານມາ ໂດຍເວົ້າວ່າ ທ່ານທັກສິນ ພະຍາຍາມຈະສ້າງຄວາມວຸ້ນວາຍຂຶ້ນ ໃນປະເທດໄທ ເພື່ອຜົນປໂຍດ ສ່ວນໂຕຂອງຜູ້ກ່ຽວ.

ເຮົາຍັງມີຂ່າວອື່ນໆ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG