ທາງການລາວຍອມຮັບວ່າ
ບັນຫາພະຍາດອາດຍາສິດໃນວົງການລັດຖະບານມີທ່າອ່ຽງຂະຫຍາຍກ້ວາງເປັນບັນຫາທີ່ໃຫຍ່ຂຶ້ນ
ໂດຍມີສາເຫດສຳຄັນມາຈາກການປະຕິບັດໜ້າທີ່ຂອງບັນດາພະນັກງານຂອງລັດທີ່ບໍ່ຕອບສະໜອງຕາມການຮຽກຮ້ອງຕ້ອງການຂອງປະຊາຊົນລາວຢ່າງແທ້ຈິງ.
ພະຍາດອາດຍາສິດນີ້ ສະແດງອອກຢູ່ໃນກົງຈັກຂອງພວກເຮົາ ນັບມື້ນັບໃຫຍ່ໂຕອອກ ແບບແຜນວິທີເຮັດວຽກ ກໍນັບມື້ນັບຫ່າງເຫີນຈາກຕົວຈິງ ຫ່າງເຫີນຈາກປະຊາຊົນ. ທັດສະນະທ່າທີ ໃຫ້ການບໍລິການແກ່ປະຊາຊົນກໍບໍ່ຄືເກົ່າ. ແລ້ວເຮັດແນວໃດຈະໃຫ້ປະຊາຊົນມີຄວາມເຫລື້ອມໃສຕໍ່ພັກຕໍ່ລັດເຮົາ. ທາດແທ້ຂອງລັດເຮົາ ກໍຢູ່ໃນສະພາບຖືກຂົມຂູ່ ລັດຖະທຳມະນູນໄດ້ຂຽນວ່າ ລັດເຮົາແມ່ນລັດປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ແຕ່ວ່າ ລັດຖະກອນຈັກວ່າແມ່ນເຮັດອີ່ຫຍັງ, ປະຊາຊົນຮຽກຮ້ອງຕ້ອງ ການຢາກຂໍສະເໜີຂໍ້ຂ້ອງໃຈອັນນີ້ ຢາກຮັບຄຳແນະນຳຈາກເຈົ້າໜ້າທີ່ເຮົາ, ແຕ່ເຈົ້າໜ້າທີ່ເຮົາຖືວ່າໂຕເປັນອາດຍາເຈົ້ານາຍ ບໍ່ໄດ້ສົນກັບປະຊາຊົນ. ສະນັ້ນ ບັນຫາອັນນີ້ ແມ່ນພວກເຮົາພວມປະເຊີນໜ້າ.
ນີ້ກໍແມ່ນການປະກອບຄວາມເຫັນຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍຍົກລັດຖະມົນຕີ, ຜູ້ປະຈຳການຄະນະລັດຖະບານລາວ ຊຶ່ງທ່ານໄດ້ກ່າວຕໍ່ບັນດາເຈົ້າໜ້າທີ່ຂັ້ນສູງໃນວົງການ ການປົກຄອງຂອງລາວ ຈຳນວນຫລາຍກວ່າ 100 ຄົນ ທີ່ໄດ້ເຂົ້າຮ່ວມໃນກອງປະຊຸມສຳມະນາເພື່ອສະຫລຸບຜົນ ແລະ ຖອດຖອນບົດຮຽນກ່ຽວກັບການທົດລອງປັບປຸງອົງການບໍລິຫານຂອງລັດໃນລະດັບເມືອງ ຊຶ່ງໄດ້ຈັດຂຶ້ນ ໂດຍຖະບວງການປົກຄອງ ແລະ ຄຸ້ມຄອງລັດຖະກອນ ພາຍໃຕ້ໃນການເປັນປະທານໃນກອງປະຊຸມໂດຍ ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈຳສຳນັກງານນາຍຍົກລັດຖະມົນຕີລາວ ໃນຖານະຫົວໜ້າ ຖະບວງການປົກຮອງ ແລະ ຄຸ້ມຄອງລັດຖະກອນດັ່ງກ່າວ. ໂດຍການປະກອບຄວາມເຫັນຂອງ ທ່ານ ສົມ ສະຫວາດ ໃນຄັ້ງນີ້ ທ່ານບໍ່ພຽງແຕ່ຈະໄດ້ໃຫ້ການຍອມຮັບວ່າ ບັນຫາພະຍາດອາດຍາສິດ ໄດ້ເປັນບັນຫາທີ່ໃຫຍ່ຂຶ້ນ ແລະ ກໍໄດ້ເກີດຂຶ້ນຢ່າງກ້ວາງຂວາງໃນວົງການການປົກຄອງຂອງລັດຖະບານລາວເທົ່ານັ້ນ ຫາກແຕ່ທ່ານຍັງໄດ້ຍອມຮັບດ້ວຍວ່າ ບັນຫາດັ່ງກ່າວນີ້ ໄດ້ເຮັດໃຫ້ການຍອມຮັບຂອງປະຊາຊົນທີ່ມີຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານລາວດ້ວຍນັ້ນ ນັບມື້ນັບຫລົດໜ້ອຍຖອຍລົງເລື້ອຍໆ.
ທັງນີ້ກໍເນື່ອງຈາກວ່າ ບັນດາພະນັກງານຂອງລັດຖະບານນັ້ນ ບໍ່ໄດ້ໃຫ້ຄວາມສຳຄັນທີ່ຈະຕອບສະໜອງຕາມກະແສສຽງການຮຽກຮ້ອງຕ້ອງການຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງເລີຍ ຊຶ່ງກໍນັບໄດ້ວ່າ ເປັນສະພາບການຂອງບັນຫາທີ່ພັກ ແລະ ລັດກຳລັງປະເຊີນຢູ່ໂດຍກົງ ໃນເວລານີ້ ແລະ ກໍມີແນວໂນ້ມ ທີ່ຈະໜັກໜ້າຂຶ້ນເລື້ອຍໆ ຖ້າຫາກວ່າຍັງຄົງບໍ່ມີການແກ້ໄຂ ແລະ ປັບປຸງໃຫ້ດີຂຶ້ນ ທັງໃນດ້ານການບໍລິຫານອົງການປົກຄອງ ແລະ ການພັດທະນາປະຊສິດທິພາບໃນການປະຕິບັດວຽກງານຂອງບັນດາພະນັກງານລັດຖະບານທຸກລະດັບໃນທົ່ວປະເທດຢ່າງຮີບດ່ວນທີ່ສຸດ.
ຍິ່ງໄປກວ່ານັ້ນ ບັນດາພະຍາດອາດຍາສິດໃນວົງການລັດຖະບານລາວ ກໍຍັງຖືອີກເປັນປັດໃຈນຶ່ງທີ່ສຳຄັນ ທີ່ເຮັດໃຫ້ເກີດບັນຫາການສໍ້ລາດບັງຫລວງຂຶ້ນຢ່າງກ້ວາງຂວາງໃນວົງການລັດຖະບານລາວອີກດ້ວຍ ໂດຍເຖິງແມ່ນວ່າ ໃນຕະຫລອດໄລຍະກວ່າ 33 ປີມານີ້ທາງການພັກ ແລະ ລັດ ຖະບານລາວ ຈະໄດ້ໃຫ້ຄວາມສຳຄັນກັບບັນຫາດັ່ງກ່າວນີ້ ບໍ່ໜ້ອຍກໍຕາມ ຫາກແຕ່ວ່າພັກ ແລະ ລັດຖະບານລາວ ກໍບໍ່ເຄີຍກວດວັດ ແລະ ສະແດງໃຫ້ເຫັນເຖິງລະດັບຂອງຄວາມຮຸນແຮງຂອງການສໍ້ລາດບັງຫລວງຢູ່ໃນລາວ ໄດ້ຢ່າງເປີດເຜີຍມາກ່ອນເລີຍ. ແຕ່ຢ່າງໃດກໍຕາມ ຖ້າຫາກອີງ ຕາມການສຳຫລວດຂອງອົງການເພື່ອຄວາມໂປ່ງໃສລະຫວ່າງປະເທດ ຫລື Transparency International ນັ້ນ ກໍໄດ້ຈັດໃຫ້ລາວຢູ່ໃນອັນດັບທີ່ 151 ຈາກທັງໝົດ 180 ປະເທດໃນທົ່ວໂລກ ໂດຍປະເທດທີ່ຖືກຈັດໃຫ້ເປັນອັນດັບສຸດທ້າຍກໍຄືປະເທດທີ່ມີການສໍ້ລາດບັງຫລວງ ໃນວົງການລັດຖະບານຫລາຍທີ່ສຸດໃນໂລກ ຊຶ່ງກໍໝາຍຄວາມວ່າ ລາວນັ້ນໄດ້ຖືກຈັດໃຫ້ຢູ່ໃນກຸ່ມປະເທດທີ່ມີການສໍ້ລາດບັງຫລວງ ໃນລະດັບທີ່ສູງທີ່ສຸດໃນໂລກເຊັ່ນດຽວກັນ. ທັງນີ້ກໍເພາະ ວ່າ ລະດັບຄະແນນທີ່ລາວໄດ້ຮັບນັ້ນ ໄດ້ພຽງແຕ່ 2 ຄະແນນ ຈາກຄະແນນເຕັມ 10 ຄະແນນນັ້ນເອງ. ສ່ວນກ່ຽວກັບການດຳເນີນມາດຕະການແກ້ໄຂບັນຫາດັ່ງກ່າວນີ້ ທາງການລາວກໍໄດ້ລິເລີ້ມທົດລອງປັບປຸງອົງການບໍລິຫານລັດໃນເຂດ 6 ເມືອງ ນັ້ນກໍຄື ເມືອງຫລວງນ້ຳທາໃນແຂວງຫລວງນ້ຳທາ, ເມືອງຫລາ ໃນແຂວງອຸດົມໄຊ, ເມືອງມື່ນ ໃນແຂວງວຽງຈັນ ເມືອງເຊບັ້ງໄຟ ໃນແຂວງຄຳມ່ວນ, ເມືອງນະຄອນເພັງ ໃນແຂວງສາລະວັນ ແລະ ເມືອງພູວົງໃນແຂວງອັດຕະປື ໂດຍໄດ້ເລີ້ມທົດລອງນັບຈາກປີ 2008 ເປັນຕົ້ນມາແລ້ວ ດ້ວຍຄວາມຊ່ວຍເຫລືອຈາກອົງການສາຫະປະຊາຊາດ ແລະ ຫວຽດນາມ ໂດຍຖ້າຫາກວ່າ ປະສົບຜົນສຳເລັດເປັນຢ່າງດີ ກໍຈະຂະຫຍາຍໄປຍັງເມືອງອື່ນໆ ໃນທົ່ວປະເທດລາວຕໍ່ໄປອີກດ້ວຍ.
ຊົງຣິດ ໂພນເງິນ ລາຍງານຈາກບາງກອກ ເມື່ອວັນທີ 02 ມີນາ 2009
ຟັງສຽງພາສາລາວໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ