ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະທານາທິບໍດີກາຊາຍ ຕົບມືຊົມເຊີຍ ຍຸທສາດໃໝ່ຂອງສະຫະຣັດ ຕໍ່ອັຟການິສຖານ


ສະຫະຣັດ - ອັຟການິສຖານ: ປະທານາທິບໍດີອັຟການິສຖານ ທ່ານ HAMID KARZAI ໄດ້ໃຫ້ການສນັບ ສນຸນຢ່າງແຂງຂັນ ຕໍ່ຍຸທສາດໃໝ່ຂອງສະຫະຣັດ ສຳລັບອັຟການິສຖານ ແລະປາກິສຖານ ໂດຍເວົ້າວ່າ ນັ້ນຄືສິ່ງທີ່ປະຊາຊົນອັຟການິສຖານ ຕັ້ງຄວາມຫວັງໄວ້. ທ່ານ KARZAI ໄດ້ຊົມເຊີຍ ແຜນການຂອງສະຫະຣັດ ໃນຣະຫວ່າງກອງປະຊຸມຖແລງຂ່າວ ໃນວັນເສົາມື້ນີ້ ໂດຍກ່າວຕື່ມວ່າ ດີກວ່າ ທີ່ທ່ານໄດ້ຄາດການໄວ້. ການໃຫ້ທັສນະ ຂອງຜູ້ນຳອັຟການິສຖານ ມີຂຶ້ນນຶ່ງມື້ ຫຼັງຈາກປະທານາທິບໍດີ BARACK OBAMA ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະສົ່ງທະຫານໄປເພີ້ມຕື່ມ ແລະກ່າວຢ້ຳ ເຖິງການດຳເນີນຄວາມພະຍາຍາມ ທາງດ້ານການທູດ ເພື່ອເອົາຊະນະ ກຸ່ມກໍ່ການຮ້າຍ AL-QAIDA ແລະພັນທະມິດ ໂດຍເອີ້ນສະຖານະການ ໃນອັຟການິສຖານ ແລະປາກິສຖານວ່າ ຕົກຢູ່ໃນອັນຕະລາຍຫລາຍຂຶ້ນ. ສ່ວນນຶ່ງຂອງແຜນການ ກໍຄື ຈະມີການສົ່ງທະຫານອະເມຣິກັນ ຕື່ມອີກ 4 ພັນຄົນ ໄປຍັງອັຟການິສຖານເ ພື່ອໃຫ້ການຝຶກແອບ ກອງທັບອັຟການິສຖານ ເພີ້ມຈາກທະຫານຈຸໃໝ່ ຈຳນວນ 17 ພັນຄົນ ທີ່ຈະຖືກສົ່ງໄປປະຈຳການ ໃນເດືອນໜ້ານີ້.

ເກົາຫລີເໜືອ - ນິວເຄລັຽ: ສະຫະຣັດ ຍີ່ປຸ່ນ ແລະເກົາຫລີໃຕ້ ໄດ້ຕົກລົງກັນວ່າ ການຍິງລູກສອນໄຟ ໃດໆກໍຕາມ ຂອງເກົາຫລີເໜືອ ຈະຖືກນຳສເນີ ຕໍ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ. ທູດພິເສດ ໃນດ້ານນິວເຄລັຽຂອງຍີ່ປຸ່ນ ທ່ານ AKITAKA SAIKI ກ່າວຕໍ່ພວກນັກຂ່າວ ລຸນຫລັງການພົບປະ ຣະຫວ່າງປະເທດທັງ 3 ທີ່ກຸງວໍຊິງຕັນ ໃນມື້ວານນີ້ວ່າ ການຈັດສົ່ງ ຫລືຍິງລູກສອນໄຟໃດໆກໍຕາມ ຂອງເກົາຫລີເໜືອ ຈະເປັນການລະເມີດ ຕໍ່ມະຕິຂອງອົງການສະຫະປະຊາຊາດ ແລະຈະຖືກນຳສເນີ ຕໍ່ສະພາຄວາມໝັ້ນຄົງ ໃນທັນທີ. ປະເທດທັງ 3 ຕ່າງກໍກ່າວຫາເກົາຫລີເໜືອວ່າ ໃຊ້ແຜນການ ຈັດສົ່ງດັ່ງກ່າວນີ້ ເພື່ອທົດລອງຄວາມສາມາດ ລູກສອນໄຟຂີປະນາວຸດຂອງຕົນ. ເກົາຫລີເໜືອກ່າວວ່າ ຕົນຕັ້ງໃຈ ທີ່ຈະຈັດສົ່ງດາວທຽມ ຄົມມະນາຄົມ ຂຶ້ນສູ່ວົງໂຄຈອນ ໃນຣະຫວ່າງວັນທີ 4 ຫາວັນທີ 8 ເມສາ. ໃນມື້ວານນີ້ ຍີ່ປຸ່ນ ແລະ ສະຫະຣັດ ເລີ້ມທຳການເຄື່ອນຍ້າຍ ຣະບົບຕໍ່ຕ້ານລູກສອນໄຟຂອງຕົນ ກ່ອນຈະມີການຈັດສົ່ງ ຂອງເກົາຫລີເໜືອ.

ຈີນ - ທິເບດ: ຈີນເລີ້ມສເລີມສລອງ ວັນປົດປ່ອຍຂ້າທາດກະສິກັມ ເປັນເທື່ອທຳອິດ ໃນວັນເສົາມື້ນີ້ ເພື່ອເປັນຂີດໝາຍ 50 ປີ ໃນການທີ່ຣັຖບານຈີນຄອມມູນິສ ໄດ້ລົ້ມລ້າງຣະບອບການປົກຄອງ ແບບຂຸນນາງໃນທິເບດ. ໃນພິທີ ທີ່ມີການຖ່າຍທອດ ທາງໂທຣະພາບນັ້ນ ໄດ້ມີການຊັກທຸງຊາດຈີນ ຂຶ້ນສູ່ປາຍເສົາ ຕໍ່ໜ້າພຣະຣາຊວັງໂປຕາລາ ທີ່ນະຄອນຫລວງລາຊາ ຂອງທິເບດ ແລະຝູງຊົນປະມານ 13 ພັນຄົນ ໄດ້ຟັງ ການຂຶ້ນໄປກ່າວຂອງຊາວທິເບດ ເພື່ອຊົມເຊີຍຣັຖບານຈີນ ແລະປະນາມ ອົງດາໄລ ລາມະ ຜູ້ນຳທາງດ້ານຈິດໃຈ ຂອງຊາວທິເບດ. ອົງດາໄລ ລາມະ ໄດ້ຊົງຫລົບໜີ ຈາກບ້ານເກີດເມືອງນອນ ຂອງພຣະອົງ ຫລັງຈາກປັກກິ່ງ ໄດ້ປາບປາມການລຸກຮືຂຶ້ນ ຕໍ່ຕ້ານການປົກຄອງຂອງຈີນ ໃນ ປີ 1959. ຈີນກ່າວວ່າ ນັ້ນແມ່ນເວລາ ທີ່ຈີນໄດ້ນຳເອົາການປະຕິຮູບ ປະຊາທິປະໄຕໄປສູ່ທິເບດ. ແນວໃດກໍຕາມອົງດາໄລ ລາມະຊົງກ່າວວ່າ ໃນໄລຍະ 5 ທົສວັດ ຜ່ານມານີ້ ຈີນໄດ້ສັງຫານຊາວທິເບດ ຈຳນວນຫລາຍຮ້ອຍພັນຄົນ ແລະຫັນປ່ຽນຂົງເຂດດັ່ງກ່າວ ໃຫ້ກາຍເປັນ “ນະຣົກເທິງແຜ່ນດິນ”.

ຟີລິບປິນ - ຄວາມວຸ້ນວາຍ: ເຈົ້າໜ້າທີ່ ກອງທັບຟີລິບປິນ ກ່າວວ່າ ມີພວກກະບົດມຸສລິມ 20 ຄົນ ແລະທະຫານຣັຖບານ 7 ຄົນ ໄດ້ເສັຽຊີວິດ ໃນການປະທະກັນ ຢູ່ໃນເຂດພາກໃຕ້ຂອງປະເທດ. ພັນໂທ JONATHAN PONCE ໂຄສົກ ຂອງກອງທັບຟີລິບປິນ ກ່າວໃນມື້ນີ້ວ່າ ທະຫານຣັຖບານ ໄດ້ປະທະກັບພວກກອງໂຈນ ຈາກກຸ່ມແນວໂຮມປົດປ່ອຍ ສາສນາອິສລາມ ໂມໂຣ ປະມານ 80 ຄົນ ໃນມື້ວານນີ້ໃກ້ໆເມືອງ MAMASAPANO ໃນເກາະມິນດານາວ. ພັນໂທ PONCE ເວົ້າວ່າ ການປະຕິບັດງານກວດລ້າງ ກຳລັງດຳເນີນຢູ່ ໃນເວລານີ້ ແລະວ່າ ຍັງມີທະຫານອີກ 5 ຄົນ ໄດ້ຮັບບາດເຈັບ. ກອງທັບຟີລິບປິນ ກ່າວວ່າ ພວກກະບົດ ທີ່ເຊື່ອກັນວ່າ ຢູ່ພາຍໃຕ້ການບັງຄັບບັນຊາ ຂອງນາຍ AMERIL UMBRA KATO ນຶ່ງໃນຈຳນວນຜູ້ບັງຄັບບັນຊາ ທີ່ນຳພາໃນການສັງຫານໂຫດແບບນອງເລືອດ ພົລເຮືອນຫລາຍໆສິບ ຄົນ ໃນປະຊາຄົມຫລາຍໆ ບ່ອນລຸນຫຼັງທີ່ໄດ້ມີການຍົກເລີກ ຂໍ້ຕົກລົງສັນຕິພາບຂັ້ນຕົ້ນ ປີກາຍນີ້.

ມາເລເຊັຽ - ການເມືອງ: ນາຍົກຣັຖມຸນຕຣີມາເລເຊັຽ ກ່າວໃນວັນເສົາ ມື້ນີ້ວ່າ ທ່ານຈະເຂົ້າເຝົ້າ ກະສັດມາເລເຊັຽ ໃນວັນທີ 2 ເມສາ ຈະມານີ້ ເພື່ອຍື່ນໃບລາອອກ. ໃນຄຳປາສັຍ ຕໍ່ກອງປະຊຸມປະຈຳປີ ຂອງອົງການແນວໂຮມແຫ່ງຊາດຊາວມາເລຍ ຫລື UMNO ທີ່ເຕັມໄປດ້ວຍຄວາມໂສກເສົ້ານັ້ນ ນາຍົກຣັຖມຸນຕຣີ ABDULLAH AHMAD BADAWI ກ່າວວ່າ ພາຍໃຕ້ການນຳພາ ຂອງຮອງນາຍົກຣັຖມຸນຕຣີ NAJIB RAZAK ອົງການ UMNO ຈະໄດ້ຮັບການເສີມຂຍາຍ ໃຫ້ມີຄວາມເຂັ້ມແຂງ. ອົງການ UMNO ຊຶ່ງເປັນແກນນຳ ຂອງພັກຣັຖບານປະສົມມາເລເຊັຽ ໄດ້ເລືອກເອົາທ່ານ NAJIB ເປັນປະທານ ໃນມື້ວັນພະຫັດຜ່ານມາ. ທ່ານ NAJIB ໄດ້ລົງສະມັກ ເອົາຕຳແໜ່ງດັ່ງກ່າວ ແບບບໍ່ມີຄູ່ແຂ່ງ ແລະຈະໄດ້ເປັນ ນາຍົກຣັຖມຸນຕຣີມາເລເຊັຽ ເວລາທ່ານ ABDULLAH ລາອອກ. ພັກຣັຖບານປະສົມຂອງມາເລເຊັຽ ໄດ້ປົກຄອງປະເທດມາ ແຕ່ປີ 1957 ແຕ່ແນວໃດກໍຕາມ ໃນການເລືອກຕັ້ງ ເມື່ອເດືອນມີນາປີກາຍນີ້ ພັກຣັຖບານປະສົມ ໄດ້ສູນເສັຽການກຳ ຄະແນນສຽງສອງສ່ວນສາມ ຢູ່ໃນສະພາແຫ່ງຊາດ ເປັນເທື່ອທຳອິດ ໃນຮອບ 40 ປີ.

ອິນໂດເນເຊັຽ - ນ້ຳຖ້ວມ: ຈຳນວນຜູ້ເສັຽຊີວິດ ຈາກເຂື່ອນກັ້ນນ້ຳພັງ ຢູ່ນອກນະຄອນຫລວງຈາກາຕ້າ ຂອງອິນໂດເນເຊັຽ ໃນມື້ວານນີ້ ໄດ້ເພີ້ມຂຶ້ນ ເປັນ 77 ຄົນແລ້ວ ຂະນະທີ່ພວກກູ້ພັຍ ຍັງສືບຕໍ່ຊອກຄົ້ນຫາ 100 ກວ່າຄົນ ທີ່ຍັງຫາຍສາບສູນ ນັບແຕ່ນ້ຳໄດ້ຖ້ວມ ເຮືອນຊານບ້ານຊ່ອງ ຂອງພວກເຂົາເຈົ້າ. ເຂື່ອນທີ່ເຮັດດ້ວຍດິນ ໄດ້ພັງ ໃນຕອນເຊົ້າວານນີ້ ຢູ່ນອກ ນະຄອນຫລວງຈາກາຕ້າ ຫລັງຈາກມີຝົນຕົກໜັກ ເປັນເວລາຫລາຍໆຊົ່ວໂມງ. ການພັງລົງຂອງເຂື່ອນ ໄດ້ເຮັດໃຫ້ນ້ຳ ໃນປະຣິມານ 2 ລ້ານແມັດກ້ອນ ໄຫລສຸເຂົ້າຖ້ວມເຮືອນຊານ ຊຶ່ງເຮັດໃຫ້ຕຶກຈຳນວນຫລາຍຮ້ອຍຫຼັງ ຖືກນ້ຳຖ້ວມ. ພວກກູ້ພັຍໄດ້ໃຊ້ແພຢາງ ໄປຊ່ອຍພວກທີ່ລອດຊີວິດມາໄດ້ ຊຶ່ງໄດ້ປຽບທຽບຟອງນ້ຳຈາກເຂື່ອນ ໃສ່ສຶນາມິ. ຣະດັບນ້ຳ ຢູ່ໃນບາງເຂດ ແມ່ນສູງຫລາຍ ຊຶ່ງເຮັດໃຫ້ຜູ້ຄົນຈຳນວນຫລວງຫລາຍ ຕ້ອງໄດ້ປີນຂຶ້ນໄປຢູ່ຫລັງຄາ. ປະຊາຊົນສ່ວນໃຫຍ່ ກຳລັງພາກັນຫລັບນອນຢູ່ ເວລາເຂື່ອນແຕກ ເຮັດໃຫ້ເຂົາເຈົ້າ ມີໂອກາດໜ້ອຍທີ່ສຸດ ທີ່ຈະຫລົບໜີໄດ້.

ສະຫະຣັດ - ພັຍນ້ຳຖ້ວມ: ເປັນທີ່ປາກົດວ່າ ສະພາບອາກາດໜາວຈັດ ໄດ້ເຮັດໃຫ້ພັຍນ້ຳຖ້ວມ ທີ່ກຳລັງຂົ່ມຂູ່ 2 ຫົວເມືອງ ໃນເຂດພາກກາງ ຂອງສະຫະຣັດນັ້ນ ມີການຊັກຊ້າ. ອົງການພະຍາກອນອາກາດແຫ່ງຊາດ ຂອງສະຫະຣັດ ກ່າວວ່າ ອຸນຫະພູມທີ່ໜາວຈັດ ໄດ້ເຮັດໃຫ້ ການໄຫລຂອງແມ່ນ້ຳແດງ ທີ່ເຕັມໄປດ້ວຍນ້ຳກ້ອນນັ້ນ ຊັກຊ້າລົງ ພາໃຫ້ເຈົ້າໜ້າທີ່ ຕ້ອງໄດ້ປ່ຽນແປງການທຳນາຍ ກ່ຽວກັບວ່າເວລາໃດ ແມ່ນ້ຳດັ່ງກ່າວ ຈຶ່ງຈະລົ້ນຝັ່ງຂຶ້ນມາຖ້ວມ. ປັດຈຸບັນ ເຈົ້າໜ້າທີ່ເວົ້າວ່າ ມີທ່າທາງວ່າ ແມ່ນ້ຳແດງ ຈະຂຶ້ນສຸດຂີດ ໃນມື້ວັນອາທິດ ແລະອາດຈະສູງເຖິງຣະດັບ 13 ແມັດ. ແມ່ນ້ຳແດງ ຊຶ່ງໄດ້ຂຶ້ນເຖິງຣະດັບສູງສຸດ ໃນຮອບ 112 ປີ ເຮັດໃຫ້ເຈົ້າໜ້າທີ່ໃນ 2 ຫົວເມືອງ ທີ່ຕັ້ງຢູ່ໃກ້ຄຽງ ຄືເມືອງ MOORHEAD ໃນຣັດມິນເນໂຊຕ້າ ແລະເມືອງ FARGO ໃນຣັດດາໂກຕ້າເໜືອ ຕ້ອງໄດ້ຍົກຍ້າຍປະຊາຊົນ ອອກຈາກ 2600 ກວ່າຫລັງຄາເຮືອນ. ໃນຄຳປາສັຍ ປະຈຳສັບປະດາມື້ນີ້ ປະທານາທິບໍດີ BARACK OBAMA ກ່າວວ່າ ທ່ານກຳລັງຕິດຕາມເບິ່ງ ສະຖານະການຢ່າງໃກ້ຊິດ ແລະໃຫ້ຄຳໝັ້ນສັນຍາວ່າ ຣັຖບານຈະດຳເນີນການ ໃນສິ່ງທີ່ຕ້ອງໄດ້ ກະທຳເພື່ອໃຫ້ການຊ່ອຍເຫຼືອ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG