ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີດ້ວຍຣະເບີດສະລະຊີບ ໄດ້ທຳລາຍໂບດອິສລາມ ໃນປາກິສຖານ ແລະເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 48 ຄົນ


ປາກິສຖານ - ຄວາມຮຸນແຮງ: ເຈົ້າໜ້າທີ່ປາກິສຖານ ກ່າວວ່າ ການໂຈມຕີດ້ວຍຣະເບີດສະລະຊີບເຮັດໃຫ້ໂບດ ສາສນາອິສລາມ ແຫ່ງນຶ່ງ ທີ່ແອອັດໄປດ້ວຍຜູ້ຄົນ ກາຍ ເປັນກອງຊາກຫັກພັງ ທີ່ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 48 ຄົນ. ເວລານີ້ ຊາວປາກິສຖານກຳລັງພາກັນຊອກຫາ ຊາກສົບ ຢູ່ຕາມຊາກຫັກພັງຂອງໂບດທີ່ເມືອງ JAMRUD ໃກ້ໆຊາຍແດນອັຟການິສຖານ. ເຈົ້າໜ້າທີ່ປາກິສຖານກ່າວ ວ່າ ການໂຈມຕີມີຂຶ້ນໃນຂະນະທີ່ໂບດດັ່ງກ່າວ ພວມແອ ອັດໄປດ້ວຍຜູ້ຄົນ ທີ່ພາກັນມາສູດມົນພາວະນາ ໃນມື້ວັນສຸກ. ເຈົ້າໜ້າທີ່ເວົ້າວ່າ ນອກນັ້ນ ຍັງມີຫລາຍໆສິບຄົນ ໄດ້ຮັບບາດເຈັບ. ການ ໂຈມຕີທີ່ວ່ານີ້ ແມ່ນການກໍ່ຄວາມຮຸນແຮງ ເທື່ອລ່າສຸດ ໃນເຂດ KHYBER ທາງພາກຕາເວັນຕົກ ສຽງເໜືອ ຂອງປາກິສຖານ ບ່ອນທີ່ກຸ່ມກໍ່ການຮ້າຍ AL-QAIDA ແລະພວກຫົວຮຸນແຮງ ທາລີບານ ມີການເຄື່ອນໄຫວ ໃນເວລານີ້.

ສະຫະຣັດ - ອັຟການິສຖານ: ເຈົ້າໜ້າທີ່ສະຫະຣັດ ກ່າວວ່າ ປະທານາທິບໍດີ BARACK OBAMA ຈະສົ່ງ ທະຫານຕື່ມອີກ ໄປຍັງ ອັຟການິສຖານ ແລະເພີ້ມການ ໃຫ້ຄວາມຊ່ອຍເຫຼືອແລະການກົດດັນ ທາງດ້ານການທູດ ໃນປາກິສຖານ ອັນເປັນ ພາກສ່ວນນຶ່ງ ຂອງຍຸທສາດໃໝ່ ເພື່ອທຳລາຍ ກຸ່ມກໍ່ການຮ້າຍຂ້າມຊາດ AL-QAIDA ແລະພັນທະມິດ. ເຈົ້າໜ້າທີ່ທ່ານນຶ່ງ ຂອງຣັຖບານສະ ຫະຣັດ ກ່າວວ່າ ເປົ້າໝາຍສຳຄັນ ຂອງຍຸທສາດນີ້ ກໍແມ່ນກຳຈັດບ່ອນຫລົບລີ້ ຂອງກຸ່ມກໍ່ການຮ້າຍ AL-QAIDA ໃນປາກິສຖານ ແລະປ້ອງກັນບໍ່ໃຫ້ຄະນະນຳພາກຸ່ມກໍ່ການຮ້າຍດັ່ງກ່າວ ຍ້າຍກັບຄືນ ເຂົ້າໄປໃນອັຟການິສານໄດ້. ເຈົ້າໜ້າທີ່ເວົ້າວ່າ ປະທານາທິບໍດີ OBAMA ຈະທຳການປະກາດ ໃນວັນສຸກມື້ນີ້ວ່າ ທ່ານຈະສົ່ງທະຫານຕື່ມອີກ 4 ພັນຄົນ ໄປຝຶກແອບ ກຳລັງອັຟການິສຖານ ເພີ້ມຈາກຈຳນວນ 17 ພັນຄົນ ທີ່ໄດ້ມີການປະກາດໄປແລ້ວນັ້ນ. ທ່ານກ່າວວ່າ ຣັຖບານ ສະຫະຣັດ ຈະເພັ່ງເລັງໃສ່ເຣື່ອງການທູດ ກັບປາກິສຖານ ແລະໃຫ້ການສນັບສນຸນ ຕໍ່ຂໍ້ສເນີຂອງສະພາສູງ ທີ່ຈະເພີ້ມການຊ່ອຍເຫລືອ ຂອງສະຫະຣັດ ແກ່ປາກິສຖານ ຂຶ້ນເປັນ 3 ເທົ່າ ຕົກເປັນປະມານ 15 ພັນລ້ານໂດລາ.

ເກົາຫລີເໜືອ - ນິວເຄລັຽ: ຍີ່ປຸ່ນກ່າວວ່າ ຕົນໄດ້ອະ ນຸຍາດໃຫ້ ກອງທັບຂອງຕົນ ຍິງທຳລາຍຊາກເສດເຫລືອ ທີ່ເປັນອັນຕະລາຍ ຫລືສະກັດກັ້ນ ລູກສອນໄຟຂອງເກົາ ຫລີເໜືອ ຊຶ່ງຈະມີການສົ່ງຂຶ້ນສູ່ຫ້ວງອະວະກາດ ໃນໄວໆ ນີ້ ຖ້າຫາກມີທ່າທາງວ່າ ລູກສອນໄຟດັ່ງກ່າວ ຈະຕົກໃສ່ ດິນແດນຂອງຍີ່ປຸ່ນ. ຣັຖມຸນຕຣີ ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ທ່ານ YASUKAZU HAMADA ໄດ້ປະກາດໃຫ້ຮູ້ ກ່ຽວກັບຄຳສັ່ງດັ່ງກ່າວ ໃນວັນສຸກມື້ນີ້ ຫລັງຈາກກອງປະຊຸມສະພາຄວາມໝັ້ນຄົງ ຂອງຍີ່ປຸ່ນ ທີ່ກຸງໂຕກຽວ. ເຈົ້າໜ້າທີ່ກ່າວວ່າ ເປັນທີ່ຄາດກັນວ່າ ຍີ່ປຸ່ນຈະເຄື່ອນຍ້າຍ ລູກສອນໄຟທີ່ຍິງຈາກພາກພື້ນດິນ ຫາອາກາດ ຈຳນວນນຶ່ງ ໄປຍັງເຂດແຄມຝັ່ງທະເລ ທາງກ້ຳເໜືອ ຂອງໝູ່ເກາະຍີ່ປຸ່ນ ຕລອດທັງມີການຕິດຕັ້ງ ຣະບົບລູກສອນໄຟ ທີ່ຍິງຈາກທະເລ ຫາອາກາດ 2 ຣະບົບ ໃສ່ເຂດນ່ານນ້ຳ ທີ່ຕັ້ງຢູ່ໃກ້ຄຽງ ໃນວັນສຸກມື້ນີ້. ເກົາຫລີເໜືອກ່າວວ່າ ຕົນມີແຜນການ ທີ່ຈະສົ່ງດາວທຽມ ສື່ສານຄົມມະນາຄົມ ຂຶ້ນສູ່ວົງໂຄຈອນ ໃນຣະຫວ່າງວັນທີ 4 ຫາວັນທີ 8 ເມສາ. ເປັນທີ່ຄາດກັນວ່າ ລູກສອນໄຟຈະບິນຂ້າມ ໄປທາງພາກເໜືອ ຂອງດິນແດນປະເທດຍີ່ປຸ່ນ.

ຟິລິບປິນ - ໂຕປະກັນ: ຣັຖບານຟີລິບປິນ ກ່າວວ່າ ຕົນ ພ້ອມແລ້ວ ທີ່ຈະຖອນ ກຳລັງຮັກສາຄວາມສະງົບບາງສ່ວນ ຊຶ່ງໄດ້ຖືກສົ່ງໄປປະຕິບັດງານໃກ້ໆບ່ອນຫລົບລີ້ ຂອງພວກກະ ບົດມຸສລິມຫົວຮຸນແຮງ ທີ່ໄດ້ຈັບເອົາ ພະນັກງານສະພາກາ ແດງ 3 ຄົນ ໄວ້ເປັນໂຕປະກັນນັ້ນ. ກຸ່ມກະບົດອາບູຊາຢັບ ໄດ້ຂູ່ວ່າ ຈະຕັດຫົວຄົນນຶ່ງ ໃນຈຳນວນໂຕປະກັນ 3 ຄົນ ຖ້າກຳລັງຮັກສາຄວາມສະງົບ ບໍ່ຍອມຖອນອອກ ໄປຈາກເກາະ JOLO ທີ່ຕັ້ງຢູ່ໃນພາກໃຕ້ຟີລິບປິນ ພາຍໃນທ້າຍເດືອນນີ້. ຣັຖມຸນຕຣີ ກະຊວງພາຍໃນຟີລິບປິນ ທ່ານ RONALDO PUNO ກ່າວວ່າ ຣັຖບານພວມພິຈາຣະນາ ທີ່ຈະຖອນ ກຳລັງຕຳຣວດ ແລະໜ່ວຍປະຕິບັດງານ ພົລເຮືອນ ອອກຈາກບໍຣິເວນດັ່ງກ່າວ ໃນຄວາມພະຍາຍາມ ເພື່ອບໍ່ໃຫ້ມີການຂ້າ ໂຕປະກັນທັງ 3. ແຕ່ແນວໃດກໍຕາມ ທ່ານເວົ້າວ່າ ຈະບໍ່ມີການຖອນກຳລັງ ຮັກສາຄວາມສະງົບທັງໝົດ ອອກຈາກເກາະ JOLO ແຕ່ປະການໃດ. ພະນັກງານສະພາກາແດງ ທີ່ເປັນຄົນສວິສ, ອີຕາລີ ແລະຟີລິບປິນ ໄດ້ຖືກຈັບ ນັບແຕ່ວັນທີ 15 ມັງກອນເປັນຕົ້ນມາ ແລະເປັນທີ່ປາກົດວ່ າສະຖານະການໄດ້ກ້າວເຂົ້າສູ່ສະພາບ ທີ່ໝົດຫວັງຫລາຍຂຶ້ນນັບມື້.

ມຽນມາ - ປະຊາທິປະໄຕ: ຜູ້ນຳຣັຖບານທະຫານມຽນມາ ໄດ້ອອກຄຳເຕືອນ ຕໍ່ພັກການເມືອງຕ່າງໆ ທີ່ຈະເຂົ້າຮ່ວມ ການແຂ່ງຂັນ ໃນການເລືອກຕັ້ງແຫ່ງຊາດປີໜ້າ. ນາຍພົນ ອະວຸໂສ THAN SHWE ໄດ້ເຕືອນ ພັກການເມືອງຕ່າງໆ ໃນມື້ນີ້ວ່າ ໃຫ້ຫລີກລ້ຽງ ຈາກການໂຈມຕີສ່ວນບຸກຄົນ ການໂຄສະນາຫາສຽງ ໂຈມຕີກັນແລະກັນ ແລະລະເວັ້ນຈາກ ການຍຸແຍ່ ໃຫ້ເກີດຄວາມວຸ້ນວາຍ. ນອກນັ້ນແລ້ວ ຜູ້ນຳຂອງມຽນມາ ຍັງກ່າວວ່າ ປະຊາທິປະໄຕໃນມຽນມາ ຍັງຢູ່ໃນຂັ້ນບອບບາງ ແຕກຫັກງ່າຍ ດັ່ງນັ້ນ ຈຶ່ງຈຳເປັນ ຕ້ອງໄດ້ມີການຖນຸຖນອມ ດ້ວຍຄວາມອົດທົນ ແລະການ ເອົາໃຈໃສ່ ເປັນຢ່າງດີ. ໝາຍກຳນົດການ ເລືອກຕັ້ງດັ່ງກ່າວນີ້ ແມ່ນເປັນພາກສ່ວນນຶ່ງ ໃນອັນທີ່ກຸ່ມຜູ້ນຳທະຫານມຽນມາ ເອີ້ນວ່າ ແຜ່ນທີ່ເພື່ອກ້າວໄປສູ່ປະຊາ ທິປະໄຕ ທີ່ພວກຕຳໜິຕິຕຽນເວົ້າວ່າ ເປັນຂັ້ນຕອນ ຂອງການຫລອກລວງ ຊຶ່ງມີແຕ່ຈະຮັບໃຊ້ ການແກ່ຍາວ ການກຳອຳນາດຂອງພວກທະຫານ ຢູ່ໃນມຽນມາເທົ່ານັ້ນ. ນາຍພົນ THAN SHWE ໃຫ້ທັສນະດັ່ງກ່າວ ໃນວັນສເລີມສລອງ ກອງທັບແຫ່ງຊາດປະຈຳປີ ຊຶ່ງໄດ້ຈັດຂຶ້ນ ທີ່ເມືອງ NAYPYITAW ນະຄອນຫຼວງ ໃນການປົກຄອງຂອງມຽນມາ.

ຈີນ - ໂຣກປາກ-ມື-ຕີນເປື່ອຍ: ໂຄສົກ ກະຊວງສາ ທາຣະນະສຸກຂອງຈີນ ກ່າວວ່າ ໂຣກປາກ-ມື-ຕີນເປື່ອຍ ຊຶ່ງເປັນໂຣກຕິດຕໍ່ ຮ້າຍແຮງນັ້ນ ເຮັດໃຫ້ເດັກນ້ອຍ 18 ຄົນ ເສັຽຊີວິດແລ້ວ ຢູ່ທີ່ປະເທດຈີນໃນປີນີ້ ແລະມີຜູ້ຕິດ ແປດອີກເກືອບ 42 ພັນຄົນ. ໃນການຖແລງຕໍ່ພວກນັກ ຂ່າວມື້ນີ້ ທ່ານ DENG HAIHUA ກ່າວວ່າ ສະຖານະ ການແມ່ນຮ້າຍແຮງຫລາຍ ແລະໄລຍະການແຜ່ຣະບາດ ສູງສຸດ ຂອງໂຣກດັ່ງກ່າວນີ້ ຈະມີຂຶ້ນ ໃນຣະຫວ່າງເດືອນພຶສະພາ ຫາເດືອນມິຖຸນາ. ທ່ານ DENG ໄດ້ຈັດກອງປະຊຸມຖແລງຂ່າວ ເພື່ອແຈ້ງໃຫ້ຊາບ ກ່ຽວກັບຄວາມວິຕົກກັງວົນ ຢ່າງແຜ່ກວ້າງ ໃນການຣະບາດ ຂອງໂຣກດັ່ງກ່າວ. ທ່ານ DENG ເວົ້າວ່າ 94% ຂອງພວກທີ່ເປັນໂຣກ ແມ່ນພວກເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 5 ຂວບ ແລະນຶ່ງສ່ວນຫ້າ ຂອງກໍຣະນີການຕິດແປດ ແມ່ນຢູ່ໃນແຂວງ SHANDONG ແລະ HENAN ຕັ້ງຢູ່ໃນເຂດ ພາກກາງຂອງຈີນ. ອີງຕາມລາຍງານ ຂອງກະຊວງສາທາຣະນະສຸກແລ້ວ ໂຣກດັ່ງກ່າວນີ້ ໄດ້ເຮັດໃຫ້ມີຜູ້ເສັຽຊີວິດ ຫລາຍຜິດປົກກະຕິ ໃນປີກາຍ ຄືມີຜູ້ຕິດໂຣກທັງໝົດ 500 ພັນຄົນ ແລະເສັຽຊີວິດ 128 ຄົນ ໃນໄລຍະ 11 ເດືອນທຳອິດ ຂອງປີ.

ອິນໂດເນເຊັຽ - ນ້ຳຖ້ວມ: ທີ່ອິນໂດເນເຊັຽ ເຈົ້າໜ້າທີ່ ກ່າວວ່າ ມີ 50 ຄົນເສັຽຊີວິດ ເວລາເຂື່ອນ ທີ່ຕັ້ງຢູ່ນອກ ນະຄອນຫລວງຈາກາຕ້າໄດ້ແຕກແລະພາໃຫ້ເກີດນ້ຳຖ້ວມ ຄຸ້ມທີ່ມີປະຊາຊົນອາສັຍຢູ່ແຫ່ງນຶ່ງ. ເຂື່ອນຊຶ່ງໄດ້ກັ້ນນ້ຳ ຈາກທະເລສາບ SITU GINTUNG ບໍ່ໃຫ້ໄຫລເຂົ້າໄປ ຖ້ວມບາງເຂດຂອງເມືອງ TANGERANG ນັ້ນ ໄດ້ແຕກ ໃນຕອນເຊົ້າມື້ນີ້ ຫຼັງຈາກ ໄດ້ມີຝົນຕົກໜັກ ເປັນເວລາ ຫລາຍໆຊົ່ວໂມງ. ຫົວໜ້າສູນກາງຄຸ້ມຄອງພັຍພິບັດ ຂອງກະຊວງສາທາຣະນະສຸກ ອິນໂດເນເຊັຽ ກ່າວວ່າ ມີບ້ານເຮືອນ ຫຼາຍຮ້ອຍພັນຫລັງ ໄດ້ຖືກນ້ຳຖ້ວມ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG