ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໄກເນີ ຈະສເນີໃຫ້ຂຍາຍ ການກຳກັບເບິ່ງແຍງນຳ ຕລາດການເງິນ ຂອງຣັຖບານສະຫະຣັດ


ທ່ານໂອບາມາ - ເສຖກິດ: ຣັຖບານປະທານາ ທິບໍດີ OBAMA ມີແຜນການ ທີ່ຈະນຳສເນີໃຫ້ເພີ້ມ ການຄວບຄຸມຂອງຣັຖບານ ໃນຣະບຽບການລົງທຶນບາງຢ່າງ ທີ່ມີການສ່ຽງແລະການ ແຂ່ງຂັນຢ່າງຂຸ້ນຂ້ຽວ ທີ່ຖືກຖິ້ມໂທດໃສ່ວ່າ ເປັນສາເຫດ ພາໃຫ້ເກີດວິກິຕການ ທາງດ້ານການເງິນທີ່ຮ້າຍແຮງສຸດ ໃນຮອບຫລາຍໆທົສວັດ. ເປັນທີ່ຄາດກັນວ່າ ຣັຖມຸນຕຣີ ກະຊວງການເງິນຂອງສະຫະຣັດ ທ່ານ TIMOTHY GEITHNER ຈະແຈ້ງໃຫ້ຊາບ ກ່ຽວກັບຂໍ້ສເນີຂອງຣັຖບານ ເພື່ອດັດແປງແກ້ໄຂ ແລະເພີ້ມຄວາມເຄັ່ງຄັດຫລາຍຂຶ້ນ ໃຫ້ແກ່ຣະບຽບການ ທາງດ້ານການເງິນ. ເຈົ້າໜ້າທີ່ກ່າວວ່າ ແຜນການດັ່ງກ່າວນີ້ ຍັງຈະຮວມທັງມາຕການ ເພື່ອໃຫ້ອຳນາດເພີ້ມຂຶ້ນ ແກ່ຣັຖບານສຳລັບຄວບຄຸມ ສະຖາບັນການເງິນຕ່າງໆ ທີ່ບໍ່ແມ່ນທະນາຄານ ທີ່ພວມຈະລົ້ມລະລາຍ ເຊັ່ນບໍຣິສັດປະກັນພັຍໃຫຍ່ໆ ຄືກັນກັບບໍຣິສັດ AMERICAN INTERNATIONAL GROUP ທີ່ເອີ້ນຫຍໍ້ວ່າ AIG. ໃນມື້ວານນີ້ ປະທານາທິບໍດີ BARACK OBAMA ໄດ້ພົບປະກັບ ບັນດາສະມາຊິກສະພາສູງ ພັກເດໂມແຄຣັທ ເພື່ອໃຫ້ການສນັບສນຸນ ແກ່ຮ່າງງົບປະມານມູນຄ່າ 3 ພັນ 550 ຕື້ໂດລາ ທີ່ໄດ້ຖືກຕຳໜິຕິຕຽນ ໂດຍສະມາຊິກ ພັກຣີພັບຣີກັນ ແລະສະມາຊິກບາງຄົນ ຂອງພັກເດໂມແຄຣັທ.

ເກົາຫລີເໜືອ - ນິວເຄລັຽ: ກະຊວງປ້ອງກັນ ປະເທດເກົາຫລີໃຕ້ ເຕືອນເກົາຫລີເໜືອ ບໍ່ໃຫ້ຍິງລູກສອນໄຟ ໄລຍະໄກ ຂຶ້ນສູ່ຫ້ວງອະວະກາດ ໂດຍເວົ້າວ່າ ມັນຈະເປັນບັນຫາທ້າທາຍຢ່າງຮ້າຍແຮງ ແລະຍຸແຍ່ໃຫ້ເກີດຄວາມໂກດແຄ້ນ ໃນດ້ານຄວາມໝັ້ນຄົງ ໃນເຂດເອເຊັຽຕາເວັນອອກສຽງເໜືອ. ໃນການຖແລງຕໍ່ພວກນັກຂ່າວ ໃນມື້ນີ້ ໂຄສົກກະຊວງປ້ອງກັນປະເທດເກົາຫລີໃຕ້ ທ່ານ WON TAE-JAE ຮຽກຮ້ອງໃຫ້ເກົາຫລີເໜືອ ຢຸດເຊົາໂດຍທັນທີ ໃນການກະກຽມ ເພື່ອຈະຍິງລູກສອນໄຟດັ່ງກ່າວ. ເກົາຫລີເໜືອກ່າວວ່າ ຕົນມີແຜນການ ທີ່ຈະຈັດສົ່ງດາວທຽມ ສື່ສານຄົມມະນາຄົມ ຂຶ້ນສູ່ວົງໂຄຈອນ ຣະຫວ່າງວັນທີ 4 ຫາວັນທີ 8 ເມສາ. ແຕ່ສະຫະຣັດ, ຍີ່ປຸ່ນ ແລະເກົາຫລີໃຕ້ ກ່າວວ່າ ພຽງຢາງຕັ້ງໃຈທີ່ຈະສວຍໃຊ້ ການຈັດສົ່ງດັ່ງກ່າວ ເພື່ອທົດສອບເບິ່ງຄວາມສາມາດ ຂອງລູກສອນໄຟຂອງຕົນ. ເປັນທີ່ເຊື່ອກັນວ່າ ລູກສອນໄຟຂີປະນາວຸດ TAEPODONG 2 ສາມາດຍິງໄດ້ເຖິງຣັດ ALASKA ຂອງສະຫະຣັດ. ໃນມື້ວານນີ້ ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ເອີ້ນການຍິງລູກສອນໄຟ ດັ່ງກ່າວນີ້ວ່າ ເປັນບາດກ້າວຂອງການຍຸແຍ່ທ້າທາຍ ແລະເວົ້າວ່າ ຈະມີຜົນທີ່ຕິດຕາມມາ ຢ່າງຮ້າຍແຮງ ຖ້າເກົາຫລີເໜືອ ຫາກດຳເນີນການ ຕາມທີ່ໄດ້ວາງແຜນໄວ້.

ສະຫະຣັດ - ຈີນ - ກອງທັບ: ຈີນຮຽກຮ້ອງ ໃຫ້ຣັຖບານສະຫະຣັດ ຢຸດເຊົາ ການອອກລາຍງານປະຈຳປີ ກ່ຽວກັບກອງທັບຈີນ ໂດຍເວົ້າວ່າ ລາຍງານສະບັບລ່າສຸດ ທີ່ອອກໄປນັ້ນ ແມ່ນບໍ່ມີມູນຄວາມຈິງ ແລະເປັນທີ່ຈະແຈ້ງ ແຊກແຊງເຂົ້າໃນກິຈການພາຍໃນ ຂອງຈີນ. ທ່ານ QIN GANG ໂຄສົກກະຊວງການຕ່າງປະເທດຈີນ ກ່າວຕໍ່ພວກນັກຂ່າວ ທີ່ກຸງປັກກິ່ງໃນມື້ນີ້ວ່າ ລາຍງານຍັງສືບຕໍ່ ເນັ້ນໃຫ້ເຫັນ ໃນອັນທີ່ທ່ານເອີ້ນວ່າ ການອ້າງເຫດຜົນທີ່ຜິດໆກ່ ຽວກັບພັຍຂົ່ມຂູ່ ທາງດ້ານທະຫານຂອງຈີນ. ທ່ານເຕືອນວ່າ ຖ້າສະຫະຣັດ ຫາກຍັງສືບຕໍ່ ບໍ່ຢຸດເຊົາການພິມເຜີຍແຜ່ ລາຍງານນີ້ແລ້ວ ມັນຈະມີຜົນກະທົບ ຕໍ່ຄວາມສັມພັນຣະຫວ່າງສະຫະຣັດ ກັບຈີນ. ບັນຫານຶ່ງ ທີ່ລາຍງານໄດ້ຍົກຂຶ້ນມາເວົ້າ ໂດຍສະເພາະເຈາະຈົງກໍຄື ການເສີມຂຍາຍການຕິດຕັ້ງລູກສອນໄຟໃນຈີນ ທີ່ແນໃສ່ໃຕ້ຫວັນ. ທ່ານ QIN ກ່າວຢ້ຳວ່າ ໃຕ້ຫວັນ ເປັນບັນຫາທີ່ຫລໍ່ແຫລມທີ່ສຸດ ໃນຄວາມສັມພັນຣະຫວ່າງສະຫະຣັດກັບຈີນ ແລະຮຽກຮ້ອງໃຫ້ວໍຊິງຕັນ ເອົາບາດກ້າວ ໃນທາງບວກ ເພື່ອສນັບສນຸນການເຄື່ອນໄຫວ ແບບສະງົບໃນຄວາມສັມພັນ ຣະວ່າງໃຕ້ຫວັນກັບຈີນ. ຈີນໄດ້ໂຈະ ການຕິດຕໍ່ຣະຫວ່າງກອງທັບ ກັບກອງທັບ ກັບສະຫະຣັດ ໃນເດືອນຕຸລາປີກາຍນີ້ ເພື່ອປະທ້ວງ ຕໍ່ການຂາຍອາວຸດ ຂອງສະຫະຣັດ ໃຫ້ແກ່ໃຕ້ຫວັນ.

ໃຕ້ຫວັນ - ການສໍ້ຣາດບັງຫຼວງ: ການດຳເນີນຄະດີ ກ່ຽວກັບການສໍ້ຣາດບັງຫລວງ ຂອງອະດີດປະທານາທິບໍດີ ໃຕ້ຫວັນ ທ່ານ CHEN SHUI-BIAN ໄດ້ເລີ້ມຂຶ້ນແລ້ວ ທີ່ນະຄອນຫຼວງໄທເປ ໃນວັນພະຫັດມື້ນີ້ ອັນເປັນຂີດໝາຍ ໃນການເລີ້ມຕົ້ນ ຂອງການຕໍ່ສູ້ຄະດີໃນສານ ທີ່ທ່ານອາດຈະໄດ້ຮັບໂທດ ຈຳຄຸກຕລອດຊີວິດກໍເປັນໄດ້. ທ່ານ CHEN ໄດ້ຖືກໃສ່ກັບມື ຂະນະທີ່ມີການນຳໂຕທ່ານ ໄປຍັງສານໃນນະຄອນຫລວງໄທເປ ທີ່ແອອັດໄປດ້ວຍຜູ້ຄົນ ແລະທ່ານ ເປັນອະດີດປະທານາທິບໍດີ ຄົນທຳອິດຂອງໃຕ້ຫວັນ ທີີ່ໄດ້ຖືກນຳໂຕຂຶ້ນສານ. ທ່ານ CHEN ໄດ້ປະເຊີນກັບການກ່າວຫາ ລັກລອບເອົາເງິນ ຈາກກອງທຶນປະທານາທິບໍດີ ຮັບເງິນສິນບົນ ແລະຟອກເງິນ. ທ່ານກ່າວຕໍ່ສານວ່າ ທ່ານບໍ່ມີຄວາມຜິດ ແລະອ້າງວ່າ ທ່ານເປັນຜູ້ຮັບເຄາະ ຈາກການຕາມລ່າ ທາງການເມືອງ. ທ່ານ CHEN ໄດ້ກ່າວຫາ ຜູ້ທີ່ສືບອຳນາດຕໍ່ຈາກທ່ານ ຄືປະທານາທິບໍດີ MA YING-JEOU ວ່າ ດຳເນີນຄະດີນີ້ ກໍເພື່ອເອົາໃຈຈີນ. ແຕ່ທ່ານ MA ໄດ້ປະຕິເສດ ຕໍ່ຂໍ້ຫາດ່ັງກ່າວ. ໃນຣະຫວ່າງການຟັງຄຳໃຫ້ການ ກ່ອນການດຳເນີນຄະດີນັ້ນ ພວກທະນາຍຄວາມ ທີ່ຕໍ່ສູ້ຄະດີີໃຫ້ທ່ານ ກ່າວອ້າງວ່າ ທະນາຍຄວາມຂອງຣັຖບານ ໄດ້ພະຍາຍາມຊັກຊວນໃຫ້ພວກພະຍານຕົວະລ່າຍໃ ນການໃຫ້ການເພື່ອກ່າວຫາທ່ານ.

ມາເລເຊັຽ - ການເມືອງ: ພັກການເມືອງ ທີ່ໃຫຍ່ ທີ່ສຸດໃນຣັຖບານປະສົມ ທີ່ປົກຄອງມາເລເຊັຽໃນເວລານີ້ ໄດ້ເລືອກເອົາ ຮອງນາຍົກຣັຖມຸນຕຣີ NAJIB RAZAK ເຂົ້າຮັບຕຳແໜ່ງ ເປັນປະທານຄົນໃໝ່ ຂອງພັກ. ທ່ານ NAJIB ໄດ້ສະມັກ ເອົາຕຳແໜ່ງດັ່ງກ່າວ ໂດຍບໍ່ມີຄູ່ແຂ່ງ ແລະທ່ານຈະເຂົ້າຮັບໜ້າທີ່ ແທນນາຍົກຣັຖມຸນຕຣີ ABDULLAH BADAWI ເປັນຜູ້ນຳ ຂອງອົງການແນວໂຮມແຫ່ງຊາດຊາວມາເລຍ ທີ່ເອີ້ນຫຍໍ້ UMNO. ຜູ້ທີ່ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງ ເປັນປະທານອົງການ UMNO ຈະໄດ້ເປັນນາຍົກຣັຖມຸນຕຣີ ຂອງມາເລເຊັຽພ້ອມ. ທ່ານ ABDULLAH ລົງຈາກຕຳແໜ່ງ ຜູ້ນຳຂອງອົງການ UMNO ໃນມື້ນີ້ ແລະທ່ານ NAJIB ຈະເຂົ້າຮັບຕຳແໜ່ງ ເປັນນາຍົກຣັຖມຸນຕຣີມາເລເຊັຽ ໃນອາທິດໜ້າ. ຣັຖບານປະສົມ ຂອງມາເລເຊັຽ ແມ່ນນຳພາໂດຍອົງການ UMNO ແລະໄດ້ປົກຄອງປະເທດມາ ແຕ່ປີີ 1957. ແຕ່ແນວໃດກໍຕາມ ໃນການເລືອກຕັ້ງ ເມື່ອເດືອນມີນາປີກາຍນີ້ ພັກຂອງຣັຖບານປະສົມ ໄດ້ສູນເສັຽການກຳຄະແນນສຽງ ສອງສ່ວນສາມ ຢູ່ໃນສະພາແຫ່ງຊາດ ເປັນເທື່ອທຳອິດ ໃນຮອບ 40 ປີ.

ປະເທດໄທ - ການເມືອງ: ພວກປະທ້ວງເສື້ອ ແດງຫລາຍກວ່າ 20 ພັນຄົນ ໄດ້ພາກັນເດີນຂະບວນ ໄປຍັງທຳນຽບ ນາຍົກຣັຖມຸນຕຣີ ອະພິຊິດ ເວດຊາຊີວະ ທີ່ບາງກອກ ຮຽກຮ້ອງໃຫ້ຣັຖບານ ທີ່ມີອາຍຸໄດ້ 3 ເດືອນ ຂອງທ່ານ ລາອອກ. ການເດີນຂະບວນປະທ້ວງ ໄດ້ເລິ້ມຂຶ້ນໃນມື້ນີ້ ບໍ່ດົນຫລັງຈາກຣັຖບານທ່ານອະພິຊິດ ເລີ້ມແຈກຢາຍເຊັກ ມູນຄ່າ 55 ໂດລາ ໃຫ້ແກ່ປະຊາຊົນຊາວໄທ ຈຳນວນຫລາຍລ້ານຄົນ ເພື່ອກະຕຸກຊຸກຍູ້ເສຖກິດ ທີ່ໄດ້ປະສົບກັບບັນຫາ ຍ້ອນວິກິຕການ ທາງດ້ານການເງິນຂອງໂລກ. ພວກຜູ້ນຳໃນການປະທ້ວງ ໄດ້ກ່າວຫາຣັຖບານວ່າ ໃຊ້ແຜນການກະຕຸກຊຸກຍູ້ເສຖກິດ ເພື່ອຊື້ຫາງສຽງສນັບສນຸນ ຂອງປະຊາຊົນ ແລະພວກເຂົາເຈົ້າ ຈະບໍ່ເລີກລາ ຈົນກວ່າຣັຖບານ ຂອງທ່ານອະພິຊິດ ຈະລາອອກ ແລະຮຽກໃຫ້ມີການເລືອກຕັ້ງໃໝ່. ການປະທ້ວງໃນມື້ນີ້ ມີຂຶ້ນບໍ່ເທົ່າໃດມື້ ຫລັງຈາກນາຍົກຣັຖມຸນຕຣີອະພິຊິດ ໄດ້ລອດພົ້ນ ຈາກການລົງມະຕິ ບໍ່ໄວ້ວາງໃຈ ຢູ່ໃນສະພາແຫ່ງຊາດ. ການປະທ້ວງເທື່ອນີ້ ແມ່ນນຶ່ງໃນການປະທ້ວງ ທີ່ໃຫຍ່ທີ່ສຸດ ໂດຍພວກສນັບສນຸນ ອະດີດນາຍົກຣັຖມຸນຕຣີທັກສິນ ຊິນນະວັດ ນັບແຕ່ທ່ານອະພິຊິດ ໄດ້ເຂົ້າຮັບຕຳແໜ່ງ ເປັນນາຍົກຣັຖມຸນຕຣີ ໃນເດືອນທັນວາປີກາຍ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໂດຍຄລິກບ່ອນສຽງ.


XS
SM
MD
LG