ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ປັບອັດຕາຄ່າຈ້າງຂັ້ນຕໍ່າໃຫ້ເພີ້ມຂຶ້ນ


ອັດ​ຕາ​ຄ່າ​ຈ້າງ​ຂັ້ນຕໍ່າຂອງລາວ ເພີ້ມຂຶ້ນ


ລັດຖະບານ​ລາວ​ອານຸມັດ​ໃນ​ຫລັກ​ການ​ໃຫ້​ປັບ​ຂຶ້ນອັດ​ຕາ​ຄ່າ​ຈ້າງ​ຂັ້ນຕໍ່າ ໃຫ້​ແກ່ບັນດາ​ແຮງ​ງານ​ລາວ ​ໃນ​ອັນ​ຕາສະ​ເລ່ຍ 20% ຈາກ​ເດີມ. ຫາກ​ແຕ່ກໍ​ຍັງ​ເປັນ​ອັດຕາ​ຄ່າ​ຈ້າງ​ທີ່​ຕໍ່າ​ກວ່າ​ລະດັບ​ຄວາມ​ຕ້ອງການທີ່​ເປັນ​ຈິງ​ຂອງ​ແຮງ​ງານ​ລາວ ​ໃນ​ລະດັບ​ທີ່​ເກີນ​ກວ່າ 50%, ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ເຊື່ອ​ວ່າ ບັນດາແຮງ​ງານລາວ​ສ່ວນ​ໃຫຍ່ຈະ​ຍັງ​ຄົງພາກັນ​ລັກລອບ​ທຳ​ງານ​ໂດຍ​ຜິດ​ກົດໝາຍຢູ່​ໃນ​ເມືອງ​ໄທ​ຫລາຍ​ຂຶ້ນ.

ຄະນະ​ເລຂາທິການ ​ປະຈຳ​ສຳນັກງານ​ນາຍ​ຍົກ​ລັດຖະມົນຕີ​ລາວ​ລາຍ​ງານ​ວ່າ ຄະນະ​ລັດຖະບານ​ລາວ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ​ທ່ານ ​ບົວ​ສອນ​ ບຸບຜາ​ວັນ ນາຍ​ຍົກ​ລັດຖະມົນຕີ​ລາວ​ນັ້ນ ​ໄດ້​ອາ​ນຸມັດ​ໃຫ້​ປັບ ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າ ສຳລັບ​ແຮງ​ງານ​ລາວ​ຈາກ​ເດີມ 290.000 ກີບ ຕໍ່​ເດືອນ ​ເປັນ 348.000 ກີບ ຕໍ່​ເດືອນ ຢ່າງ​ເປັນ​ທາງ​ການ​ແລ້ວ ນັບ​ຕັ້ງ​ແຕ່​ວັນ​ທີ 18 ກຸມພາ ​ເປັນຕົ້ນມາ ​ແລະ ກໍ​ໄດ້​ມອບໝາຍ​ໃຫ້​ກະ ຊວງ​ແຮງ​ງານ ​ແລະ ສະຫວັດດີ​ການສັງຄົມ​ຂອງ​ລາວ ​ໂດຍ​ລັດຖະມົນຕີ​ວ່າການ​ກະ​ຊວງ​ດັ່ງກ່າວ ​ເປັນ​ພາກ ສ່ວນ​ຮັບຜິດຊອບ​ໃນ​ການ​ກຳນົດ​ໃຫ້​ມີ​ການ​ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າໃນ​ຄັ້ງນີ້ ມີ​ຜົນ​ບັງຄັບ​ໃຊ້​ຕໍ່​ໄປ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ມາ​ຮອດ​ປະຈຸ​ບັນ ກໍ​ຍັງ​ຄົງ​ບໍ່ມີ​ຄວາມ​ຊັດເຈນ​ວ່າ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຂອງ​ລາວ ຈະ​ກຳນົດ​ໃຫ້​ມີ​ການ​ບັງຄັບ​ໃຊ້​ມັດ​ຕິ​ອານຸມັດ​ໃນ​ຄັ້ງຫລ້າ​ສຸດ​ຂອງ​ຄະ ນະ​ລັດຖະບານ​ລາວ​ເມື່ອ​ໃດ​ແທ້ ​ເນື່ອງ​ຈາກ​ວ່າ ຍັງ​ຄົງ​ຕ້ອງມີການ​ໃຫ້​ໄລຍະ​ເວລາ​ໄລຍະ​ນຶ່ງ ​ເພື່ອ​ໃຫ້​ບັນດາ​ນາຍ​ຈ້າງໃນ​ລາວ​ນັ້ນ​ໄດ້​ຕັ້ງຕົວ ​ເພື່ອ​ທີ່​ວ່າ​ຈະ​ເຮັດ​ໃຫ້​ສາມາດປະຕິບັດ​ຕາມ​ມັດ​ຕິ​ການ​ອານຸມັດ​ຂອງ​ລັດຖະ ບານ​ລາວ​ໄດ້​ຢ່າງ​ແທ້​ຈິງ. ກັບທັງ​ຍັງ​ເພື່ອ​ເປັນ​ການໃຫ້ເວລາ​ແກ່​ນາຍ​ຈ້າງ​ໃນ​ການ​ຫລຸດ​ຜ່ອນບັນຫາ​ຜົນ​ກະ ທົບຈາກ​ວິ​ກິ​ດ​ການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ​ອີກ​ດ້ວຍ.



ການ​ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າໃນ​ຄັ້ງຫລ້າ​ສຸດ​ນີ້ ​ເປັນ​ການ​ອານຸມັດ​ໃນ​ຫລັກ​ການ ​ແລະ ກໍ​ຖື​ວ່າ​ເປັນ​ການ​ປັບ​ຂຶ້ນ​ໃນ​ອັດຕາ​ສະເລ່່ຍ 20% ຈາກ​ອັດຕາ​ເດີມ. ຫາ​ກ​ແຕ່​ວ່າ ກ່ອນໜ້ານີ້ ສະຫະພັນ​ກຳມະການ​ລາວ ​ໄດ້​ສະ​ເໜີຂໍ​ປັບ​ຂຶ້ນອັດຕາ​ຄ່າ​ຈ້າງ​ຂັ້ນຕໍ່າ ຈາກ​ເດີມ 290.000 ກີບ​ ຕໍ່​ເດືອນ ​ເປັນ​ບໍ່ໜ້ອຍກວ່າ 700.000 ກີບ ຕໍ່​ເດືອນ ດ້ວຍ​ເຫດຜົນ​ທີ່​ວ່າ ອັດຕາ​ຄ່າ​ຄອງ​ຊີບ​ທີ່​ເປັນ​ຈິງ​ຢູ່​ໃນ​ລາວ​ນັ້ນ ​ໄດ້​ປັບ​ຕົວ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ ນັບ​ຈາກ​ປີ 1997 ​ເປັນຕົ້ນມາ ຊຶ່ງ​ກໍ​ເຮັດ​ໃຫ້​ມີ​ທາງ​ເລືອກ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ເຮັດ​ໃຫ້​ບັນດາ​ແຮງ​ງານ​ລາວ​ສາ ມາດ​ທີ່​ຈະ​ຄອງ​ຊີບ​ຢູ່ໄດ້ ດ້ວຍ​ການຮັບ​ຄ່າ​ຈ້າງ​ໃນ​ອັດຕາທີ່​ເປັນ​ຢູ່​ໃນ​ປະຈຸ​ບັນນີ້ ຊຶ່ງ​ກໍ​ຄື ການ​ທຳ​ງານ​ເກີນ​ເວ ລາ​ປົກກະຕິ ​ມື້​ລະ​ຫລາຍ​ຊົ່ວ​ໂມງ. ​ແຕ່ກໍ​ປາກົດ​ວ່າ ມີ​ພາກການ​ຜະ​ຫລິດ​ຢ່າງ​ຈຳກັດ​ຫລາຍ ທີ່​ຈະ​ເປີ​ດ​ໂອ ກາດ​ໃຫ້​ແຮງ​ງານ​ລາວ ໃຫ້ສາມາດ​ທີ່​ຈະ​ທຳ​ງານ​ເກີນ​ເວລາ​ປົກກະຕິ​ໄດ້ ຕົວຢ່າງ​ກໍ​ຄື ​ໂຮງງານ​ແປ​ຮູບ​ໄມ້ ຫລື ​ໂຮງງານ​ເລື່ອຍ​ໄມ້ ​ແລະ ​ໂຮງງານ​ຕັດ​ຫຍິບ​ເທົ່າ​ນັ້ນ.​ ດ້ວຍ​ເຫດ​ນີ້ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວສ່ວນ​ໃຫຍ່​ ຍັງ​ຄົງ​ພາກັນ​ເດີນ​ທາງ​ເຂົ້າ​ໄປ​ລັກລອບ​ທຳ​ງານ​ໂດ​ຍຜິດ​ກົດໝາຍຢູ່​ໃນ​ປະ​ເທດ​ໄທ ຫລາຍ​ຂຶ້ນນັບ​ມື້. ​ເຖິງ​ແມ່ນ​ວ່າ ຈະ​ໄດ້​ຮັບ​ອັດຕາ​ຄ່າ​ຈ້າງ​ຕໍ່າກວ່າ​ແຮງ​ງານ​ຄົນ​ໄທກໍ​ຕາມ ຫາກ​ແຕ່​ກໍ​ຍັງ​ຖື​ວ່າ​ເປັນ​ອັດຕາ​ຄ່າ​ຈ້າງທີ່​ສູງ​ກວ່າ​ຄ່າ​ຈ້າງ​ຂັ້ນ​ຕໍ່າຢູ່​ໃນ​ປະ​ເທດ​ລາວ ​ເຖິງສີ່​ເທົ້າຕົວ​ນັ້ນ​ເອງ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ​ແຮງ​ງານລາວ​ທີ່​ເດີນທາງ​ເຂົ້າ​ໄປ​ຊອກ​ຫາວຽກ​ເຮັດ​ງານ​ທຳ ຢູ່​ໃນ​ປະ​ເທດ​ໄທ​ສ່ວນ​ຫລາຍ ກໍ​ບໍ່ນິຍົມທີ່​ຈະ​ສະມັກງານໂດຍຜ່ານ​ບໍລິສັດຈັດ​ຫາ​ງານ​ທີ່ມີຢູ່ 9 ​ແຫ່ງ​ໃນ​ປະ​ເທ​ດລາວ ທີ່​ໄດ້​ຮັບ​ການ​ອາ​ນຸ ຍາດ​ຈາກ​ລັດຖະບານ​ລາວ​ແຕ່​ຢ່າງ​ໃດ ​ເນື່ອງຈາກ ຕ້ອງ​ເສຍອັດຕາ​ຄ່າ​ທຳນຽມຕ່າງ​ໆ ​ເຖິງ 20.000 ບາດ ກັບ​ທັງ​ຍັງ​ມີຂັ້ນຕອນ​ທີ່​ຈະ​ຕ້ອງ​ດຳ​ເນີນ​ການ​ຢ່າງ​ຫຍຸ້ງຍາກ ຈຶ່ງ​ເຮັດ​ໃຫ້​ແຮງ​ງານ​ລາວ​ສ່ວນໃຫຍ່ ນິຍົມທີ່​ຈະ​ເດີນທາງ​ໂດຍ​ຜ່ານນາຍໜ້າ ຈັດ​ຫາ​ງານ​ຢູ່​ຊາຍແດນ​ລາວ-​ໄທ ​ເປັນ​ຫລັກ ດັ່ງ​ທີ່ ທ່ານ ຄຳ​ປານ ອິນທະ​ວົງ ຜູ້​ອຳ​ນວຍ​ການ​ບໍລິຫານ ບໍລິສັດ​ສົ່ງ​ເສີມ​ແຮງ​ງານ​ລາວ​ຈຳກັດ​ ​ໄດ້​ກ່າວ​ຊີ້​ແຈງ​ເຖິງ​ສະພາບ​ການ​ທີ່​ເປັນ​ຢູ່ໃນ​ເວລາ​ນີ້ ວ່າ:

​ໃນໄລຍະ​ຜ່ານ​ມານີ້ ກ່ຽວກັບ​ຂໍ້​ຫຍຸ້ງຍາກ ​ແລະ ສິ່ງ​ແວດ​ລ້ອມ​ຕ່າງໆນີ້ ກໍ​ມີ​ຫລາຍ​ອັນ ​ເຮັດ​ໃຫ້​ບໍລິສັດ​ນີ້ທໍ້ຖອຍ​ໃຈ ແມ່ນ​ແຮງ​ງານ ທີ່​ລຽບຕາມ​ຝັ່ງ​ແມ່ນ້ຳຂອງ ​ຕັ້ງ​ແຕ່ແຂວງໄຊ​ຍະ​ບູລີ ລົງ​ເຖິງ​ຈຳປາ​ສັກ​ ສາລະ​ວັນ ​ແມ່ນ​ລັກ​ຂ້າມ​ໄປ​ແບບ​ຜິດ​ກົດໝາຍ, ​ເອີ້ນ​ວ່າ​ເປັນແຮງ​ງານ​ລະດູ​ການ ຍາມ​ເຮັດ​ນາ ກັບ​ມາ​ເຮັດ​ນາ, ຍາມ​ເຮັດ​ນາ​ກ່ຽວ​ເຂົ້າ​ແລ້ວ ​ໂຕນ​ຂ້າມ ໄປ​ເມືອງ​ໄທ​ເພື່ອ​ຮັບຈ້າງ ​ໂດຍ​ບໍ່​ໄດ້​ຜ່ານ​ພະນັກງານ​ການຈັດຕັ້ງຂອງພັກ​ຂອງ​ລັດ ຫລື ບໍລິສັດ​ທີ່​ກ່ຽວຂ້ອງ.


​ໂດຍ​ໃນ​ປະຈຸ​ບັນ​ເຊື່ອ​ວ່າ ມີ​ແຮງ​ງານ​ລາວ​ຜິດ​ກົດໝາຍ​ໃນ​ໄທ ຫລາຍ​ກວ່າ 400.000 ຄົນ ​ແລະ ກໍເພີ້ມຫລາຍ​ຂຶ້ນທຸກໆ ປີ​ອີກ​ດ້ວຍ.

ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບັງ​ກອກ ເມື່ອວັນທີ 02 ມີນາ 2009

ນຳສະເໜີ ໂດຍ ບົວສວັນ ສິມມາລາ

ຟັງສຽງພາສາລາວ ແລະ ອ່ານຂ່າວນີ້ເປັນພາສາອັງກິດໄດ້ ໂດຍການກົດປຸ່ມຢູ່ຂວາມືຂ້າງເທິງ

XS
SM
MD
LG