ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ: ຮ່ອງຮອຍຂອງຄວາມກ້າວໜ້າ ໃນເສຖກິດຂອງສະຫະຣັດ


ໂອບາມາ - ສລຸບ: ປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ໄດ້ພະຍາຍາມຊອກ ຫາທາງສຽງສນັບສນຸນຕໍ່ນະໂຍບາຍເສຖກິດແລະ ຮ່າງງົບປະມານຂອງທ່ານ ໃນຕອນແລງ ຂອງມື້ວານນີ້ ໂດຍແຈ້ງໃຫ້ປະເທດຊາດ ຊາບວ່າ ມີຮ່ອງ ຮອຍຂອງຄວາມກ້າວໜ້າ ໃນການຟື້ນໂຕຄືນ ຈາກສະພາບເສຖກິດ ຫລຸດຖອຍ ທີ່ໄດ້ສ້າງຄວາມເຈັບປວດທໍຣະມານ. ປະທານາທິບໍດີສະຫະຣັດ ກ່າວຕໍ່ກອງປະຊຸມ ຖແລງຂ່າວທີ່ທຳນຽບຂາວວ່າ ຣັຖບານຂອງທ່ານ ກຳລັງດຳເນີນງານ ເພື່ອເຮັດໃຫ້ ເສຖກິດເຕີບໂຕ ໃນໄລຍະຍາວ ແຕ່ທ່ານກໍເຕືອນວ່າ ຈະບໍ່ມີການແກ້ໄຂໄດ້ຢ່າງວ່ອງໄວ ຕໍ່ບັນຫາເສຖກິດຂອງປະເທດ. ທ່ານ OBAMA ໄດ້ກ່າວຢ້ຳ ໃນການໃຫ້ຄຳໝັ້ນສັນຍາ ຂອງທ່ານ ທີ່ຈະຕັດການຂາດດຸນ ງົບປະມານ ຈຳນວນມະຫາສານ ໃຫ້ຫລຸດລົງ ເຫຼືອແຕ່ພຽງເຄິ່ງນຶ່ງ ພາຍໃນຕອນທ້າຍຂອງສມັຍທຳອິດ ໃນການດຳຣົງຕຳແໜ່ງ ຂອງທ່ານ ແຕ່ກໍເວົ້າວ່າ ນັ້ນແມ່ນຈຳເປັນທີ່ສະຫະຣັດ ຕ້ອງໄດ້ເຮັດການຕັດສິນໃຈ ທີ່ສຳຄັນໆ. ຄຳຖາມຕ່າງໆ ກ່ຽວກັບເຣື່ອງເສຖກິດ ໄດ້ຄອບງຳ ກອງປະຊຸມຖແລງຂ່າວ. ທ່ານ OBAMA ເວົ້າວ່າ ຕ້ອງໄດ້ເປັນ ການດຳເນີນຄວາມພະຍາຍາມ ຂອງນາໆຊາດ ເພື່ອປົວແປງເສຖກິດຂອງໂລກ.

ຍີ່ປຸ່ນ - ເສຖກິດ: ເຈົ້າໜ້າທີ່ກະຊວງການເງິນ ຍີ່ປຸ່ນ ກ່າວວ່າ ການສົ່ງອອກ ສິນຄ້າຂອງຍີ່ປຸ່ນ ໃນເດືອນກຸມພາຜ່ານມານີ້ໄດ້ຫລຸດລົງເກືອບ 50% ຈາກໄລຍະດຽວກັນຂອງປີຜ່ານມາຊຶ່ງເປັນ ການຫລຸດລົງຫລາຍທີ່ສຸດ ໃນການສົ່ງອອກຂອງ ຍີ່ປຸ່ນ ໃນໄລຍະສອງທົສວັດກວ່າໆ. ການສົ່ງອອກຂອງຍີ່ປຸ່ນ ໄດ້ຫລຸດລົງ 49.4% ໃນເດືອນແລ້ວ ຈາກໄລຍະດຽວກັນ ຂອງປີຜ່ານມາ ຂະນະທີ່ສະພາບເສຖກິດຫລຸດຖອຍ ໃນສະຫະຣັດ ແລະຢູໂຣບ ເຮັດໃຫ້ຄວາມຕ້ອງການ ໃນດ້ານເຄື່ອງໃຊ້ອີເລັກໂທຣນິກ ແລະຣົດຂອງຍີ່ປຸ່ນ ຫລຸດນ້ອຍລົງ. ອີງຕາມສະຖິຕິ ຂອງທາງການຍີ່ປຸ່ນແລ້ວ ການສົ່ງຣົດໂອໂຕມາຂາຍໃນສະຫະຣັດ ຊຶ່ງເປັນຕລາດຣົດ ທີ່ໃຫຍ່ທີ່ສຸດຂອງຍີ່ປຸ່ນນັ້ນ ໄດ້ຫລຸດລົງ 58.4% ໃນປີກາຍນີ້ ຂະນະທີ່ການສົ່ງອອກ ໄປຍັງບັນດາປະເທດ ໃນສະຫະພາບຢູໂຣບ ໄດ້ຫລຸດລົງ 55%. ພວກນັກເສຖກິດເວົ້າວ່າ ມີທ່າທາງວ່າ ການສົ່ງອອກຂອງຍີ່ປຸ່ນ ຈະບໍ່ຟື້ນໂຕຄືນ ໃນໄວໆນີ້. ນາຍົກຣັຖມຸນຕຣີຍີ່ປຸ່ນ ທ່ານ TARO ASO ກຳລັງກະກຽມ ແຜນການກະຕຸກຊຸກຍູ້ເສຖກິດ ສະບັບທີ 3 ສຳລັບ ປະເທດຂອງທ່ານ ຂະນະທີ່ບໍຣິສັດໃຫຍ່ໆ ບາງບໍຣິສັດ ນັບແຕ່ໂຕໂຢຕາ ໄປຫາພານາໂຊນິກ ໄດ້ປົດຄົນງານຫຼາຍໆພັນຄົນ. ການຫລຸດລົງ ໃນການສົ່ງອອກຂອງຍີ່ປຸ່ນ ໃນເດືອນແລ້ວນີ້ ແມ່ນຫຼາຍທີ່ສຸດ ນັບແຕ່ຣັຖບານຍີ່ປຸ່ນ ໄດ້ເລີ້ມເກັບກຳຂໍ້ມູນໃນປີ 1980.

ເສຖກິດໂລກ: ປະທານາທິບໍດີສະຫະຣັດທ່ານ BARACK OBAMA ແລະນາຍົກຣັຖມຸນຕຣີ ອອສເຕຣເລັຽ ທ່ານ KEVIN RUDD ໄດ້ຮຽກ ຮ້ອງໃຫ້ບັນດາປະເທດ ທີ່ມີເສຖກິດ ສຳຄັນໆ ຂອງໂລກ ຊອກຫາແນວເສຖກິດໃໝ່ ເພື່ອທົດ ແທນຂົງເຂດທີ່ພາໃຫ້ ເກີດວິກິຕການທາງດ້ານ ເສຖກິດຂອງໂລກ ຢູ່ໃນເວລານີ້. ຜູ້ນຳທັງສອງ ໄດ້ພົບປະສົນທະນາຫາຣືກັນ ທີ່ທຳນຽບຂາວ ໃນມື້ວານນີ້. ທ່ານ OBAMA ກ່າວວ່າ ພວກທ່ານທັງສອງ ໄດ້ເຫັນພ້ອມນຳກັນວ່າ ພະລັງງານສະອາດ ສາມາດເປັນແຫລ່ງ ຂອງການເຕີບໂຕເສຖກິດໃໝ່ ທີ່ມີຄວາມບົ່ມຊ້ອນມະຫາສານ. ນອກນັ້ນ ທ່ານຍັງໄດ້ສະແດງ ຄວາມເຊື່ອໝັ້ນວ່າ ຣັຖບານຂອງທ່ານ ສາມາດດຳເນີນງານ ຮ່ວມກັບບັນດາປະເທດ ທີ່ມີເສຖກິດສຳຄັນໆ ໃນກອງປະຊຸມສຸດຍອດ ທີ່ກຸງລອນດອນ ໃນເດືອນໜ້າ ເພື່ອສ້າງຄວາມທຸ່ນທ່ຽງ ໃຫ້ແກ່ຣະບົບການເງິນຂອງໂລກ. ທ່ານ OBAMA ເວົ້າວ່າ ທ່ານຄາດວ່າ ກອງປະຊຸມສຸດຍອດ ຂອງກຸ່ມ 20 ປະເທດ ຈະສາມາດຕົກລົງກັນໄດ້ ກ່ຽວກັບຂອບການປະຕິບັດງານໃໝ່ ເພື່ອຄວບຄຸມຣະບຽບການ ທາງດ້ານການເງິນ ທີ່ພາໃຫ້ເກີດຄວາມສ່ຽງ ຕໍ່ຕລາດການເງິນໃນໂລກ. ແຕ່ຂະນະດຽວກັນ ທ່ານກໍກ່າວວ່າ ບັນຫາກ່ຽວກັບຣະບຽບການຕ່າງໆ ແມ່ນເປັນເຣື່ອງທາງດ້ານເທັກນິກ ທີ່ບໍ່ອາດສາມາດຕົກລົງກັນໄດ້ ໃນທັນທີ.

ສະຫະຣັດ - ຣັຖມຸນຕຣີການຄ້າ: ສະພາສູງ ຂອງສະຫະຣັດ ໄດ້ລົງຄະແນນສຽງ ໃຫ້ການອະ ນຸມັດຕໍ່ການແຕ່ງຕັ້ງອະດີດຜູ້ປົກຄອງຣັດວໍຊິງຕັນ ທ່ານ GARY LOCKE ເປັນຣັຖມຸນຕຣີກະຊວງ ການຄ້າສະຫະຣັດ ຊຶ່ງເປັນຕຳແໜ່ງ ທີ່ໄດ້ປະສົບ ກັບຄວາມຍຸ່ງຍາກ ສຳລັບປະທານາທິບໍດີ BARACK OBAMA ໃນການແຕ່ງຕັ້ງຣັຖມຸນ ຕຣີເຂົ້າຮັບໜ້າທີ່. ສະພາສູງສະຫະຣັດ ໄດ້ໃຫ້ການອະນຸມັດ ຕໍ່ການແຕ່ງຕັ້ງດັ່ງກ່າວ ໃນມື້ວານນີ້. ໄດ້ມີການອ້າງຄຳເວົ້າ ຂອງທ່ານ LOCKE ຊຶ່ງເປັນສະມາຊິກຂອງພັກເດໂມແຄຣັທ ທີ່ກ່າວວ່າ ທ່ານຈະດຳເນີນນະໂຍບາຍ ການຄ້າແບບຍຸຕິທັມ ກັບບັນດາປະເທດຕ່າງໆ ເຊັ່ນຈີນແລະເກົາຫລີໃຕ້ ຖ້າການແຕ່ງຕັ້ງທ່ານ ຫາກໄດ້ຮັບການອະນຸມັດ. ທ່ານ LOCKE ຊຶ່ງເປັນລູກຊາຍ ຂອງຄົນເຂົ້າເມືອງຊາວຈີນ ເຄີຍຮັບໜ້າທີ່ ເປັນຜູ້ປົກຄອງຣັດວໍຊິງຕັນ 2 ສມັຍ ແຕ່ປີ 1997 ຫາປີ 2004. ທ່ານເປັນຄົນອະເມຣິກັນເຊື້ອສາຍຈີນ ຄົນທຳອິດ ທີ່ໄດ້ເປັນຜູ້ປົກຄອງຣັດ ຢູ່ໃນສະຫະຣັດອະເມຣິກາ. ທ່ານໄດ້ຊຸກຍູ້ຢ່າງແຂງຂັນ ໃຫ້ມີການຄ້າຂາຍກັບຈີນ ໃນຣະຫວ່າງທີ່ທ່ານ ຍັງຢູ່ໃນຕຳແໜ່ງ ໂດຍໄດ້ນຳພາຄະນະຜູ້ແທນການຄ້າ ໄປຢ້ຽມຢາມຈີນ ຫລາຍໆເທື່ອ. ທ່ານ LOCKE ແມ່ນຜູ້ຖືກແຕ່ງຕັ້ງ ຄົນທີ 3 ເພື່ອໃຫ້ເຂົ້າຮັບຕຳແໜ່ງ ເປັນຣັຖມຸນຕຣີກະຊວງການຄ້ານີ້.

ຊູດານ: ປະທານາທິບໍດີຊູດານ ທ່ານ OMAR AL-BASHIR ໄດ້ເດີນທາງ ໄປເຖິງນະຄອນ ຫລວງໄຄໂຣຊຶ່ງເປັນການເດີນທາງໄປຢ້ຽມຢາມ ຕ່າງປະເທດ ຄັ້ງທີ 2 ນັບແຕ່ສານອາຊຍາກັມ ນາໆຊາດ ໄດ້ມີຄຳສັ່ງໃຫ້ຈັບໂຕທ່ານ ໃນຂໍ້ຫາ ກໍ່ອາຊຍາກັມສົງຄາມ ຢູ່ໃນເຂດ DARFUR. ເປັນທີ່ຄາດກັນວ່າທ່ານ BASHIR ຈະໄດ້ພົບປະ ກັບປະທານາທິບໍດີອີຈິບ ທ່ານ HOSNI MUBARAK ໃນວັນພຸດມື້ນີ້. ສານອາຊຍາກັມ ນາໆຊາດ ໄດ້ຮຽກຮ້ອງ ໃຫ້ປະເທດຕ່າງໆ ຈັບທ່ານ BA-SHIR ແຕ່ມີທ່າທາງວ່າ ອີຈິບຄົງຈະບໍ່ຈັບທ່ານ. ອີີຈິບບໍ່ໄດ້ເປັນພາຄີ ຂອງສານອາຊຍາກັມນາໆຊາດ ແລະຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ເລື່ອນການດຳເນີນຄະດີ ຂອງສານອາຊຍາກັມນາໆຊາດ ຕໍ່ທ່ານ BASHIR. ໃນມື້ວັນຈັນຜ່ານມາ ປະທານາທິບໍດີຊູດານ ໄດ້ເດີນທາງໄປຢ້ຽມຢາມ ປະເທດ ERITREA. ຄະນະໄອຍະການ ຂອງສານອາຊຍາກັມນາໆຊາດ ໄດ້ກ່າວຫາຜູ້ນຳຂອງຊູດານວ່າ ເປັນຜູ້ວາງແຜນ ໃນການປຸກຣະດົມ ໃຫ້ມີການຂົ່ມຂືນ ຄາຕກັມ ແລະກໍ່ອາຊຍາກັມອື່ນໆ ຕໍ່ພົລເຮືອນຢູ່ໃນເຂດ DARFUR.

ຟີລິບປິນ - ລັກພາໂຕ: ພວກມຸສລິມຫົວຮຸນ ແຮງ ທີ່ຈັບພະນັກງານສະພາກາແດງ 3 ຄົນ ໄວ້ເປັນໂຕປະກັນນັ້ນ ກ່າວວ່າ ຕົນຈະຕັດຫົວ ຄົນນຶ່ງ ຂອງໂຕປະກັນ 3 ຄົນ ຖ້າທະຫານ ຣັຖບານຟີລິບປິນ ຫາກບໍ່ຍອມຖອຍອອກໄປ ຈາກເຂດທີ່ໝັ້ນ ຂອງພວກຫົວຮຸນແຮງທີ່ເກາະ JOLO ໃນພາກໃຕ້ ຂອງຟີລິບປິນ. ເຈົ້າໜ້າທີ່ ຟີລິບປິນກ່າວວ່າ ນາຍ ALBADER PARAD ຜູ້ບັນຊາການຂອງກຸ່ມອາບູຊາຢັບ ໄດ້ທວງໃຫ້ທະຫານ ຣັຖບານຟີລິບປິນ ຖອນອອກໄປ ພາຍໃນທ້າຍເດືອນນີ້ ຈາກບໍຣິເວນເກາະ JOLO ບ່ອນທີ່ພວກເຂົາ ໄດ້ມີຄວາມວິຕົກກັງວົນ. ໂຄສົກ ຂອງກອງທັບຟີລິບປິນ ພັນໂທ ERNESTO TORRESO ກ່າວວ່າ ກອງທັບຮູ້ດີ ກ່ຽວກັບການຂູ່ຂອງຫົວຮຸນແຮງ ແຕ່ບໍ່ສາມາດທີ່ຈະຖອນອອກໄປ ຈາກເກາະ JOLO. ນີ້ບໍ່ແມ່ນເທື່ອທຳອິດ ທີ່ກຸ່ມຫົວຮຸນແຮງ ອາບູຊາຢັບ ທີ່ເປັນເຄືອຂ່າຍ ຂອງກຸ່ມກໍ່ການຮ້າຍ AL-QAIDA ໄດ້ຂູ່ວ່າ ຈະຕັດຫົວນຶ່ງໃນໂຕປະກັນ 3 ຄົນ ທີ່ພວກເຂົາໄດ້ຈັບໄວ້ ນັບແຕ່ກາງເດືອນມັງກອນ ເປັນຕົ້ນມາ. ໃນສັບປະດາແລ້ວ ພວກຫົວຮຸນແຮງ ກໍໄດ້ຂູ່ທີ່ຈະຕັດຫົວໂຕປະກັນ ແຕ່ຕໍ່ມາ ໄດ້ຕົກລົງປ່ອຍໂຕປະກັນຄົນນຶ່ງ ຫລັງຈາກກອງທັບ ໄດ້ຕົກລົງທີ່ຈະເຄື່ອນຍ້າຍ ກຳລັງທະຫານ.

ສິງກະໂປ - ອົພຍົບມຽນມາ: ສິງກະໂປ ກ່າວວ່າ ຕົນຈະບໍ່ສາມາດ ຮັບເອົາພວກອົພຍົບ ເຜົ່າໂຣຮິງຢາ ຖ້າພວກຊົນກຸ່ມນ້ອຍຈາກມຽນມາ ຈຸນີ້ ເດີນທາງໄປເຖິງ ແຄມຝັ່ງທະເລຂອງຕົນ. ຣັຖມຸນຕຣີອະວຸໂສ ຮັບຜິດຊອບກິຈການຕ່າງ ປະເທດ ຂອງສິງກະໂປ ທ່ານ BALAJI SADASIVAN ກ່າວໃນມື້ວານນີ້ວ່າ ສິງກະໂປ ບໍ່ມີດິນພຽງພໍ ຫລືຊັພຍາກອນທັມມະຊາດ ທີ່ຈະຮັບເອົາ ພວກຂໍລີ້ພັຍໄດ້. ທ່ານກ່າວຕື່ມວ່າ ນີ້ແມ່ນນະໂຍບາຍ ຂອງສິງກະໂປ ມາໄດ້ຫລາຍທົສວັດແລ້ວ. ທ່ານ SADASIVAN ໄດ້ຕອບຄຳຖາມ ຢູ່ໃນສະພາແຫ່ງຊາດ ກ່ຽວກັບວິກິຕການອົພຍົບ ເຜົ່າໂຣຮິງຢາ. ພວກຊົນກຸ່ມນ້ອຍ ເຜົ່າໂຣຮິງຢາ ທີ່ນັບຖືສາສນາອິສລາມ ໄດ້ພາກັນຫລົບໜີທາງເຮືອ ເປັນຈຳນວນຫລາຍໆພັນ ຄົນຈາກບໍຣິເວນຊາຍແດນມຽນມາ ທີ່ຕິດກັບບັງກລາແດສ. ສະພາບການ ຂອງພວກອົພຍົບເຜົ່າໂຣຮິງຢາ ໄດ້ຮັບຄວາມສົນໃຈຫຼາຍຂຶ້ນ ໃນໄລຍະ ບໍ່ເທົ່າໃດເດືອນຜ່ານມານີ້ ຫລັງຈາກມີລາຍງານວ່າ ກຳລັງຮັກສາ ຄວາມສະງົບຂອງໄທ ໄດ້ບັງຄັບໃຫ້ເຮືອ ທີ່ເຕັມໄປດ້ວຍອົພຍົບ ເຜົ່າໂຣຮິງຢາ ກັບຄືນອອກສູ່ທະເລ. ແຕ່ປະເທດໄທ ໄດ້ປະຕິເສດ ຕໍ່ຂໍ້ຫາດັ່ງກ່າວນີ້.

ອົງການສະຫະປະຊາຊາດ - ການຂໍລີ້ພັຍ: ລາຍງານສະບັບໃໝ່ ຂອງອົງການສະຫະປະຊາຊາດ ແຈ້ງວ່າ ຈຳນວນພວກທີ່ຂໍລີ້ພັຍ ຢູ່ໃນບັນດາປະເທດ ທີ່ຮັ່ງມີ ໄດ້ເພີ້ມຂຶ້ນເປັນປີທີ 2 ລຽນຕິດ ໃນ ປີ 2008 ໂດຍມີຊາວອີຣັກ ແລະຊາວໂຊມາລີ ນຳໜ້າໝູ່ ໃນບັນຊີລາຍຊື່. ອົງການຂ້າຫລວງໃຫຍ່ ອົພຍົບຂອງສະຫະປະຊາຊາດ ກ່າວວ່າ ມີອົພຍົບ ຫລາຍກວ່າ 380 ພັນຄົນ ຈາກປະເທດຕ່າງໆ ທີ່ປະສົບກັບສົງຄາມ ແລະຄວາມທຸກຍາກໄດ້ຂໍລີ້ພັຍ ຢູ່ໃນ 51 ປະເທດທີ່ຮັງມີດ້ານອຸສາຫະກັມ ປີກາຍນີ້. ສ່ວນໃຫຍ່ແລ້ວ ແມ່ນຕ້ອງການ ຢາກມາຢູ່ສະຫະຣັດ. ໂຄສົກຂອງອົງການຂ້າຫລວງໃຫຍ່ ອົພຍົບສະຫະປະຊາຊາດ ທ່ານ RON REDMOND ກ່າວວ່າ ພວກທີ່ຂໍລີ້ພັຍສ່ວນໃຫຍ່ ໃນປີ 2008 ແມ່ນມາຈາກອີຣັກ ທັງໆທີ່ໃນປີ 2007 ໄດ້ມີຈຳນວນຫລຸດລົງ. ແຕ່ທ່ານເວົ້າວ່າ ຜູ້ຄົນທີ່ຕ້ອງການຫລົບໜີຈ າກຄວາມອຶດຢາກໃນໂຊມາເລັຽ ໄດ້ມີຈຳນວນເພີ້ມຂຶ້ນ ໃນປີກາຍນີ້. ໂຄສົກເອີ້ນ ການເພີ້ມຂຶ້ນຂອງຊາວອັຟການິສຖານ ທີ່ຕ້ອງການຢາກຍົກຍ້າຍໄປອາສັຍຢູ່ບ່ອນອື່ນນັ້ນວ່າ ເປັນການເຕືອນ ໃຫ້ປະຊາຄົມນາໆຊາດ ຕ້ອງໄດ້ສົ່ງການຊ່ອຍເຫລືອເພີ້ມຕື່ມ ໄປຍັງປະເທດດັ່ງກ່າວ.

ເຊີນຟັງຂ່າວລາຍລະອຽດໂດຍຄລິກບ່ອນສຽງ.

XS
SM
MD
LG