ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ກຸ່ມຈີຊາວ ເອົາມາຕການທີ່ກ້າຫານ ທາງເສຖກິດ


ເສຖກິດໂລກ: ປະທານາທິບໍດີສະຫະຣັດ ທ່ານ BARACK OBAMA ກຳລັງ ຮຽກຮ້ອງໃຫ້ພວກ ຜູ້ນຳຂອງໂລກ ເອົາມາຕການທີ່ “ກ້າຫານ, ກວ້າງຂວາງ ແລະແບບມີ ການປະສານງານກັນ” ເພື່ອກະຕຸ້ນໃຫ້ມີ ການຟື້ນໂຕທາງດ້ານເສຖກິດ ແລະປ້ອງກັນ ບໍ່ໃຫ້ເກີດ ວິກິຕການຕື່ມອີກ ໃນອະນາຄົດ. ໃນການ ສະແດງຄວາມເຫັນ ທີ່ພີມເຜີຍແຜ່ ໂດຍໜັງສືພິມ HERALD TRIBUNE ນາໆຊາດນັ້ນ ທ່ານ OBAMA ກ່າວວ່າ ກອງປະຊຸມ ທີ່ກຸງລອນດອນ ໃນເດືອນໜ້າ ຂອງພວກຜູ້ນຳ 20 ປະເທດ ທີ່ມີເສຖກິດ ໃຫຍ່ທີ່ສຸດໃນໂລກ ຈະພາໃຫ້ມີການເອົາ ມາຕການຮ່ວມກັນ. ທ່ານຮຽກຮ້ອງໃຫ້ກຸ່ມ 20 ປະເທດ ດຳເນີນຕາມ ການນຳພາຂອງວໍຊິງຕັນ ໃນການຈັດຕັ້ງປະຕິດບັດ ແຜນການກະຕຸ້ນເສຖກິດ ເພີ້ມຕື່ມ ເພື່ອຊຸກຍູ້ການເຕີບໂຕ. ທ່ານ OBAMA ກ່າວຕື່ມວ່າ ພວກຜູ້ນຳຂອງໂລກ ຄວນຮັບຮອງ ເອົາຂອບໃນການປະຕິບັດງານຮ່ວມ ເພື່ອຄ້ຳກັນຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນ ຣະບົບການເງິນຂອງໂລກ. ທະນາຄານກາງຂອງຈີນ ຍັງໄດ້ສເນີ ໃຫ້ມີ ການປ່ຽນແປງ ໃນຣະບົບການເງິນຂອງໂລກ ທີ່ຄອບງຳໂດຍ ເງິນໂດລາ ຂອງສະຫະຣັດ. ໃນບົດຂຽນ ທີ່ນຳອອກເຜີຍແຜ່ ໃນແລງວານນີ້ ຫົວໜ້າທະນາຄານກາງຂອງຈີນ ຮຽກຮ້ອງໃຫ້ ມີການຈັດຕັ້ງກອງທຶນ ເງິນຕຣາສຳຮອງໃໝ່ ທີ່ຄວບຄຸມໂດຍອົງ ການກອງທຶນສາກົນ IMF.

ອອສເຕຣເລັຽ - ສະຫະຣັດ: ນາຍົກຣັຖມຸນຕຣີອອສ ເຕຣເລັຽ ທ່ານ KEVIN RUDD ເດີນທາງມາ ຢ້ຽມຢາມທຳນຽບຂາວໃນມື້ນີ້ ເພື່ອປຶກສາຫາຣື ກ່ຽວກັບ ຄວາມກ້າວໜ້າ ໃນອັຟການິສຖານ ກັບປະທານາທິບໍດີສະຫະຣັດ ທ່ານ BARACK OBAMA. ການພົບປະສຸດຍອດ ທີ່ວ່ານີ້ ມີຂຶ້ນຂະນະທີ່ ອອສເຕຣເລັຽກ່າວວ່າ ຕົນຄັດຄ້ານ ຕໍ່ການເພີ້ມຂຶ້ນ ໃດໆກໍຕາມ ຂອງກຳລັງທະຫານອອສເຕຣເລັຽ ໃນອັຟການິສຖານ. ການຢັ່ງຫາງສຽງ ຜູ້ມີສິດປ່ອນບັດຊາວອອສເຕຣເລັຽ ທີ່ພິມເຜີຍແຜ່ ໂດຍໜັງສືພິມ AUSTRALIAN ໄດ້ປະຕິເສດຢ່າງຖ້ວມລົ້ນ ຕໍ່ການທີ່ຈະເພີ້ມ ກຳລັງທະຫານຕື່ມ ໃສ່ກຳລັງທະຫານອອສເຕຣເລັຽ ທີ່ມີຢູ່ແລ້ວ 1 ພັນຄົນ ໃນອັຟການິສຖານ ນັ້ນ. ຜົນການຢັ່ງຫາງສຽງ ທີ່ວ່ານີ້ ມີຂຶ້ນຫລັງຈາກ ການເສັຽຊີວິດ ຂອງທະຫານອອສເຕຣເລັຽ 2 ຄົນ ທີ່ອັຟການິສຖານ ໃນສັບປະດາແລ້ວ ຊຶ່ງເຮັດໃຫ້ຈຳນວນ ທະຫານອອສເຕຣເລັຽ ທີ່ເສັຽຊີວິດ ໃນອັຟການິສຖານ ເພີ້ມຂຶ້ນເປັນ 10 ຄົນ. ທ່ານ RUDD ບໍ່ຍອມເວົ້າສູ່ຟັງວ່າ ທ່ານຈະຕົກລົງ ຕໍ່ການຮ້ອງຂໍຂອງສະຫະຣັດ ຫລືບໍ່ ກ່ຽວກັບ ການສົ່ງທະຫານອອສເຕຣເລັຽ ໄປເພີ້ມຕື່ມ. ນອກນັ້ນ ໃນມື້ນີ້ ນາຍົກຣັຖມຸນຕຣີອອສເຕຣເລັຽ ຍັງມີກຳນົດທີ່ຈະພົບປະ ກັບ ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON.

ມຽນມາ - ສິດທິມະນຸດ: ຜແນກການນຶ່ງຂອງອົງການ ສະຫະປະຊາຊາດ ລົງຄວາມເຫັນວ່າ ການສືບຕໍ່ ຈັບກຸມຄຸມຂັງ ທ່ານນາງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕ ໂດຍຣັຖບານມຽນມານັ້ນ ແມ່ນເປັນການກະທຳ ທີ່ຜິດກົດໝາຍ ພາຍໃຕ້ກົດໝາຍ ຂອງມຽນມາເອງ ແລະກົດໝາຍ ຂອງນາໆຊາດ. ຄວາມເຫັນຂອງພວກນັກຊ່ຽວຊານ ທີ່ໄດ້ມີການບັນລຸກັນ ໂດຍກຸ່ມປະຕິບັດງານ ຂອງອົງການສະຫະປະຊາຊາດ ກ່ຽວກັບການຈັບກຸມຄຸມຂັງ ໂດຍພະລະການ ເວົ້າວ່າ ມຽນມາໄດ້ລະເມີດກົດໝາຍ ການໃຫ້ຄວາມຄຸ້ມຄອງຂອງຣັດ ສະບັບປີ 1975 ຂອງຕົນ ທີ່ອະນຸຍາດໃຫ້ ທຳການຈັບກຸມຄຸມ ໂດຍປາສຈາກຂໍ້ຫາ ຕໍ່ພວກ ທີ່ເປັນພັຍຂົ່ມຂູ່ ຕໍ່ຄວາມໝັ້ນຄົງຂອງປະເທດ ຫລືຕໍ່ຄວາມສະງົບຂອງບ້ານເມືອງ. ຄວາມເຫັນ ຂອງພວກນັກຊ່ຽວຊານດັ່ງກ່າວ ໂຕ້ແຍ້ງວ່າ ທ່ານນາງອອງຊານ ຊູຈີ ບໍ່ໄດ້ເປັນພັຍຂ່ົມຂູ່ ຕໍ່ຄວາມໝັ້ນຄົງຂອງມຽນມາ ແລະພ້ອມດຽວກັນ ກໍໃຫ້ຂໍ້ສັງເກດວ່າ ກົດໝາຍສະບັບນີ້ ອະນຸຍາດໃຫ້ມີການຕໍ່ອາຍຸ ຄຳສັ່ງການຈັບກຸມໄດ້ ຢ່າງຫລາຍສຸດ 5 ປີ. ໄລຍະການຈັບກຸມ ເປັນເວລາ 5 ປີ ຂອງທ່ານນາງອອງຊານ ຊູຈີ ໄດ້ສິ້ນສຸດລົງ ໃນເດືອນພຶສະພາປີກາຍ. ກຸ່ມດັ່ງກ່າວ ຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ທາງການມຽນມາ ປ່ອຍທ່ານນາງ ໃນທັນທີ.

ເກົາຫລີເໜືອ - ນິວເຄລັຽ: ຫົວໜ້າຄະນະເຈຣະຈາ ໃນດ້ານນິວເຄລັຽ ຂອງເກົາຫຼີໃຕ້ ກຳລັງຢູ່ທີ່ຈີນ ເພື່ອ ເຈຣະຈາຫາຣື ທີ່ຄາດວ່າ ຈະເພັ່ງເລັງໃສ່ ແຜນການ ຂອງເກົາຫລີເໜືອ ທີ່ຈະຍິງທົດລອງລູກສອນໄຟ ໃນຕົ້ນເດືອນໜ້າ ແລະການເຈຣະຈາ ເພື່ອຍຸຕິ ໂຄງການສ້າງອາ ວຸດນິວເຄລັຽ ຂອງເກົາຫລີເໜືອ ທີ່ຕົກຢູ່ ໃນສະພາບບໍ່ໄປບໍ່ມາ. ທ່ານ WI SUNG-LAC ໄດ້ເດີນທາງ ໄປເຖິງ ນະຄອນຫລວງປັກກິ່ງ ໃນມື້ນີ້. ທ່ານມີກຳນົດ ທີ່ຈະພົບປະ ກັບຮອງຣັຖມຸນຕຣີການຕ່າງປະເທດຈີນ WU DAWEI ໃນມື້ນີ້ ແລະມື້ອື່ນ ກ່ອນເດີນທາງ ມາຍັງກຸງວໍຊິງຕັນ ເພື່ອເຈຣະຈາຫາຣືເພີ້ມຕື່ມ. ກ່ອນເດີນທາງໄປເຖິງ ກຸງປັກກິ່ງນັ້ນ ທ່ານ WI ກ່າວຕໍ່ອົງການຂ່າວ YONHAP ຂອງເກົາຫລີໃຕ້ວ່າ ຂະນະທີ່ການເຈຣະຈາ ຈະເພັ່ງເລັງໃສ່ ມາຕການຕ່າງໆ ທີ່ຈະເອົາທັງກ່ອນ ແລະຫລັງ ການຍິງລູກສອນໄຟ ຂອງເກົາຫລີເໜືອ ຂະນະທີ່ວັນເວລາ ໃນການຍິງ ພວມຫຍັບໃກ້ເຂົ້າມາ ໄດ້ມີການໃຫ້ຄວາມສົນໃຈ ຫລາຍຂຶ້ນ ຕໍ່ການເອົາມາຕການ ຕໍ່ຕ້ານຫລັງຈາກນັ້ນ.

ປາກິສຖານ: ຫົວໜ້າຜູ້ພິພາກສາສານສູງສຸດຂອງ ປາກິສຖານ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ເຂົ້າຮັບຕຳແໜ່ງຄືນໃໝ່ນັ້ນ ໄດ້ຮຽກຮ້ອງໃຫ້ພວກ ນັກກົດໝາຍ ຊ່ອບລຶບລ້າງ ການສໍ້ຣາດບັງຫລວງ ຢູ່ໃນຂແນງຕຸລາການ ໃນການໃຫ້ທັສນະຄວາມເຫັນ ມື້ທຳອິດ ລຸນຫລັງທີ່ໄດ້ ກັບຄືນເຂົ້າມາຮັບໜ້າຮັບໜ້າທີ່ ໃນໄລຍະເວລາເກືອບ 2 ປີ. ທ່ານ IFTIKHAR MOHAMMED CHAUDHRY ກ່າວຢູ່ທີ່ສານແຫ່ງນຶ່ງ ຊຶ່ງແອອັດ ໄປດ້ວຍຜູ້ຄົນວ່າ ຂແນງຕຸລາການ ອັນແທ້ຈິງຂອງປາກິສຖານ ໄດ້ຮັບການຟື້ນຟູແລ້ວ ໃນປັດຈຸບັນນີ້. ທ່ານ CHAUDHRY ແລະຫົວໜ້າຜູ້ພິພາກສາອະວຸໂສອີກ 60 ທ່ານໄດ້ ຖືກປົດໂດຍອະດີດປະທານາທິບໍດີ PERVEZ MUSHARRAF ໃນປີ 2007. ທ່ານ CHAUDHRY ໄດ້ຖືກແຕ່ງຕັ້ງໃຫ້ເຂົ້າຮັບຕຳແໜ່ງຄືນໃໝ່ ໃນສັບປະດາ ແລ້ວນີ້ຫລັງຈາກໄດ້ມີການປະທ້ວງຄັ້ງໃໝ່ ທີ່ຂົ່ມຂູ່ວ່າ ຈະເຮັດໃຫ້ ຣັຖບານປາກິສຖານ ບໍ່ມີສະເຖັຽຣະພາບ. ອັງກິດ ແລະສະຫະຣັດ ຕ່າງກໍໄດ້ ສະແດງຄວາມຊົມເຊີຍ ຕໍ່ການກັບຄືນ ເຂົ້າຮັບໜ້າທີ່ໃນສານອີກ ຂອງທ່ານ CHAUDHRY ໂດຍເອີ້ນການເຄື່ອນໄຫວນີ້ວ່າ ເປັນບາດກ້າວອັນທຳອິດ ໄປສູ່ການສ້າງຄວາມປອງດອງຊາດ.

ອິສຣາແອລ - ການເມືອງ: ວິທຍຸອິສຣາແອລ ລາຍງານວ່າ ນາຍົກຣັຖມຸນຕຣີທີ່ຖືກ ແຕ່ງຕັ້ງໃໝ່ ທ່ານ BENJAMIN NETHANYAHU ແລະຜູ້ນຳ ນິຍົມແນວທາງປານກາງ ຂອງພັກແຮງງານ ທ່ານ EHUD BARAK ໄດ້ບັນລຸການຕົກລົງ ກ່ຽວກັບການຕັ້ງ ຣັຖບານປະສົມແລ້ວ ໃນມື້ນີ້. ລາຍງານຂ່າວແຈ້ງວ່າ ໃນໄວໆນີ້ ພັກແຮງງານ ຈະທຳການ ລົງຄະແນນສຽງ ກ່ຽວຂໍ້ຕົກລົງດັ່ງກ່າວ ຊຶ່ງຈະສືບຕໍ່ ອະນຸຍາດໃຫ້ ທ່ານ BARAK ເປັນຣັຖມຸນຕຣີປ້ອງກັນປະເທດ ຂອງອິສຣາແອລ ທີ່ເປັນສ່ວນນຶ່ງ ຂອງຂໍ້ຕົກລົງ. ສະມາຊິກ ຂອງພັກແຮງງານ ຫລາຍໆຄົນກ່າວວ່າ ພວກຕົນຄັດຄ້ານ ຕໍ່ການເຂົ້າຮ່ວມ ຣັຖບານປະສົມ ກັບທ່ານ NETHANYAHU ຊຶ່ງຈະມີຮວມທັງ ພັກຝ່າຍຂວາ LIKUD ພັກຊາດນິຍົມຈັດ YISRAEL BEITEINU ແລະພັກນິຍົມສາສນາຢິວ ແນວທາງດັ້ງເດີມ SHAS. ພວກນັກວິເຄາະ ໃນອິສຣາແອລກ່າວວ່າ ຣັຖບານປະສົມທີ່ວ່ານີ້ ເບິ່ງແລ້ວ ຈະເປັນທີ່ປາກົດວ່າ ມີຂອບເຂດກວ້າງຂວາງ ແລະມີນະໂຍບາຍ ນິຍົມແນວທາງປານກາງຫລາຍຂຶ້ນ ຖ້າຫາກມີພັກແຮງງານ ເຂົ້າຮ່ວມນຳ.

ເຮົາຍັງມີຂ່າວອື່ນໆອີກ ເຊີນຟັງລາຍລະອຽດໄດ້ໂດຍຄລິກບ່ອນສຽງ.

XS
SM
MD
LG