ທາງການລາວຍົກເວັ້ນຄ່າທຳນຽມໃນການຕໍ່ວີຊ້າໃຫ້ກັບບັນດານັກທ່ອງທ່ຽວຊາວຕ່າງຊາດ ທີ່ມີອາຍຸຕໍ່າກວ່າ 15 ປີ ແລະ ອາຍຸເກີນກວ່າ 65 ປີ ຂຶ້ນໄປ. ສ່ວນຄົນລາວທີ່ຢູ່ໃນຕ່າງ ປະເທດນັ້ນ ຖ້າຫາກວ່າຕ້ອງການທີ່ຈະກັບຄືນໄປຢູ່ໃນລາວ ຫລື ຕ້ອງການທີ່ຈະໄດ້ຮັບສັນຊາດລາວກັບຄືນ ກໍສາມາດທີ່ຈະປະກອບຄຳຮ້ອງໄດ້ເຊັ່ນດຽວກັນ.
ທາງການກະຊວງການເງິນຂອງລາວ ໄດ້ລາຍງານວ່າ ທ່ານ ຈຸມມະລີ ໄຊຍະສອນ ປະ ທານປະເທດລາວ ໄດ້ລົງນາມໃນເອກະສານສຳຄັນ ເພື່ອດັດແກ້ດຳລັດປະທານປະເທດ ສະບັບເລກທີ່ 3 ຢ່າງເປັນທາງການນັບຕັ້ງແຕ່ ເດືອນ ພຶດສະຈິກາ ປີກາຍເປັນຕົ້ນມາແລ້ວ ໂດຍການລົງນາມດັ່ງກ່າວ ກໍໄດ້ເປັນຜົນເຮັດໃຫ້ຊາວຕ່າງຊາດທີ່ເດີນ ທາງເຂົ້າໄປທ່ອງທ່ຽວຢູ່ໃນລາວ ທີ່ມາອາຍຸບໍ່ເກີນ 15 ປີ ແລະ ອາຍຸເກີນກວ່າ 65 ປີ ຂຶ້ນໄປນັ້ນ ຈະໄດ້ຮັບການຍົກເວັ້ນຄ່າທຳນຽມໃນການຂໍຕໍ່ວີຊ້າ ເພື່ອຂະຫຍາຍໄລຍະເວລາ ຢູ່ໃນລາວໃຫ້ໄດ້ອີກຕໍ່ໄປ. ໂດຍໃນປະຈຸບັນນີ້ ຊາວຕ່າງຊາດທີ່ເດີນທາງເຂົ້າໄປໃນລາວ ຈະຕ້ອງເສຍຄ່າທຳນຽມວີຊ້າ ໃນອັດຕາລະຫວ່າງ 30 ໂດລ້າສະຫະຣັດ ຫາ 42 ໂດລ້າສະຫະຣັດ ຕໍ່ຄົນ ໂດຍຂຶ້ນຢູ່ກັບສັນຊາດຂອງນັກທ່ອງທ່ຽວເປັນສຳຄັນ ແລະ ການທີ່ຈະຂໍຕໍ່ວີຊ້າຢູ່ໃນລາວ ໃຫ້ຢູ່ເກີນກວ່າໄລຍະເວລາທີ່ໄດ້ຮັບອານຸຍາດນັ້ນ ກໍຍັງຈະຕ້ອງເສຍຄ່າທຳນຽມໃນອັດຕາດຽວກັນກັບຄັ້ງທຳອິດ, ສ່ວນນັກທ່ອງທ່ຽວທີ່ຢູ່ໃນລາວເກີນກຳນົດ ໂດຍບໍ່ມີການຂໍຕໍ່ວີຊ້າ ນັ້ນ ກໍຈະຖືກປັບໄໝໃນອັດຕາ 2 ໂດລ້າ ສະຫະຣັດ ຕໍ່ວັນ.
ຫາກແຕ່ໃນໄລຍະຕໍ່ໄປນີ້ ສຳລັບຊາວຕ່າງປະເທດທີ່ມີອາຍຸຕໍ່າກວ່າ 15 ປີ ຫລື ເກີນກວ່າ 65 ປີ ຂຶ້ນໄປນັ້ນ ກໍຈະບໍ່ມີຄວາມຈຳເປັນທີ່ຈະຕ້ອງເສຍຄ່າທຳນຽມໃນການຂໍຕໍ່ວີຊ້າຢູ່ໃນລາວອີກຕໍ່ໄປແລ້ວນັ້ນເອງ. ແຕ່ຢ່າງໃດກໍຕາມ ສຳ ລັບນັກທ່ອງທ່ຽວ ທີ່ເປັນພົນລະເມືອງຂອງຍີ່ປຸນ, ເກົາຫລີໃຕ້, ຣັດເຊຍ ແລະ ບັນດາປະເທດສະມາຊິກສ່ວນໃຫຍ່ໃນກຸ່ມອາຊຽນດ້ວຍກັນກັບລາວນັ້ນ ໃນປະຈຸບັນນີ້ ກໍໄດ້ຮັບການຍົກເວັ້ນ ການຂໍອະນຸຍາດວີຊ້າເຂົ້າໄປໃນລາວແລ້ວ ໂດຍສາມາດທີ່ຈະເດີນທາງເຂົ້າໄປໃນລາວດ້ວຍການຖືໜັງສືເດີນທາງ ຫລື ປາສປອດ ເທົ່ານັ້ນ ກັບທັງຍັງບໍ່ມີການເສຍຄ່າທຳນຽມແຕ່ຢ່າງໃດອີກດ້ວຍ.
ຫາກແຕ່ວ່າ ດ້ວຍການຍົກເວັ້ນວີຊ້າ ແລະ ການຍົກເວັ້ນຄ່າທຳນຽມໃນການຂໍຕໍ່ວີຊ້າ ດັ່ງ ກ່າວນີ້ ໄດ້ສົ່ງຜົນກະທົບຕໍ່ລະດັບລາຍຮັບຂອງທາງການລາວຫລາຍພໍສົມຄວນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ທາງການລາວ ໄດ້ວາງແຜນການໄວ້ວ່າ ຈະເກັບຄ່າທຳນຽມເພີ້ມຕື່ມຈາກຊາວຕ່າງຊາດທຸກຄົນ ທີ່ເດີນທາງເຂົ້າໄປໃນລາວ ໂດຍຈະເປັນການຈັດເກັບໃນອັດຕາ 2 ໂດລ້າສະຫະລັດຕໍ່ຄົນ ສຳລັບນັກທ່ອງທ່ຽວທີ່ຖື ພາສປອດ ແລະ 1 ໂດລ້າສະຫະລັດ ຕໍ່ຄົນ ສຳລັບນັກທ່ອງທ່ຽວຈາກປະເທດເພື່ອນບ້ານ ທີ່ຖືໜັງສືຜ່ານແດນ ຫລື border-pass ເຂົ້າໄປໃນປະເທດລາວ.
ແຕ່ສຳລັບຄົນລາວທີ່ຢູ່ໃນຕ່າງປະເທດນັ້ນ ນອກຈາກຈະປະຕິບັດຕາມເງື່ອນໄຂອັນດຽວ ທີ່ກ່າວມາຂ້າງເທິງແລ້ວ ຄົນລາວໃນຕ່າງປະເທດກໍຍັງມີສິດທີ່ຈະຂໍຢູ່ໃນປະເທດລາວຢ່າງຖາວອນ ແລະ ຍັງສາມາດທີ່ຈະປະກອບຄຳຮ້ອງຂໍກັບຄືນມາຖືສັນຊາດລາວໄດ້ອີກດ້ວຍ. ທັງນີ້ ໂດຍມີເງື່ອນໄຂວ່າ ຄົນລາວທີ່ຢູ່ຕ່າງປະເທດ ທີ່ຕ້ອງການຈະກັບຄືນໄປຢູ່ລາວຢ່າງຖາວອນ ຫລື ຕ້ອງການຢາກຈະໄດ້ຮັບສັນຊາດລາວກັບຄືນນັ້ນ ຈະຕ້ອງເປັນບຸກຄົນທີ່ບໍ່ມີບັນຫາທີ່ກ່ຽວກັບການກະທຳຜິດກົດໝາຍຕ່າງໆ ທັງທີ່ຢູ່ໃນລາວ ແລະ ຢູ່ໃນຕ່າງປະເທດໂດຍພາກສ່ວນທີ່ຈະເປັນຜູ້ອະນຸມັດຕາມການຮ້ອງຂໍດັ່ງກ່າວໃນຂັ້ນສຸດທ້າຍນັ້ນ ກໍຄືສະພາແຫ່ງຊາດລາວ ຊຶ່ງຕາມປົກກະຕິແລ້ວ ຈະໃຊ້ເວລາໃນການພິຈາລະນາເພື່ອອະນຸມັດ ບໍ່ເກີນສາມເດືອນ ດັ່ງທີ່ ທ່ານ ຕິ່ງ ສຸກສັນ ເລຂານຸການເອກ ແລະ ຫົວໜ້າພະແໜກກົງສຸນ ປະຈຳສະຖານທູດລາວຢູ່ບາງກອກ ໄດ້ໃຫ້ການຊີ້ແຈງກັບ VOA ວ່າ:
ຄົນລາວຢາກກັບຄືນ ກໍມີແຕ່ປະກອບເອກະສານວ່າ ຜູ້ກ່ຽວຫັ້ນຢາກກັບຄືນປະເທດລາວ ຄືນ ແລະ ອີງໃສ່ເງື່ອນໄຂທີ່ວ່າອັນໃດນໍ ຕ້ອງອ້າງເຫດອ້າງຜົນ ອັນສອງມານີ້ ປະກອບເອກະສານຕາມຂັ້ນຕອນທີ່ເຂົາອະທິບາຍ. ຕາມປົກກະຕິ ກໍປະມານ 3 ເດືອນ ເພາະວ່າ ເອກະສານໂຕນີ້ ມັນໄປຜ່ານທາງສະພາແຫ່ງຊາດ ນໍ, ສະພາແຫ່ງຊາດ ເປັນຜູ້ທີ່ຕັດສິນຕົກລົງ. ຄຸນສົມບັດກໍມີແຕ່ວ່າ ໃນໄລຍະເບື້ອງຕົ້ນທີ່ວ່າຜູ້ກ່ຽວຢູ່ລາວ ນໍ ມັນມີບັນຫາຫຍັງ, ຖ້າວ່າ ບໍ່ມີບັນຫາຫຍັງ ແລະ ອອກໄປແລ້ວ ໄປຢູ່ປະເທດເຂົາແລ້ວ ບໍ່ມີບັນຫາຫຍັງ ຕ້ອງໄດ້ເກັບກຳສະພາບໂຕນັ້ນ. ຖ້າວ່າ ຕອນຢູ່ລາວກໍບໍ່ມີບັນຫາ ແລະ ກໍໄປຢູ່ປະເທດທີສອງກໍບໍ່ມີບັນຫາ ກັບຄືນມາກໍຖືວ່າ ເຂົາກໍພິຈາລະນາເລີຍ. ຖ້າວ່າຜູ້ໃດບໍ່ມີຄະດີໃດຖືວ່າບໍ່ມີບັນຫາ.ຊົງຣິດ ໂພນເງິນ ລາຍງານຈາກບັງກອກ ເມື່ອວັນທີ 26 ກຸມພາ 2009
ນຳສະເໜີ ໂດຍ ບົວສວັນ ສິມມາລາ