ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາກ່າວປ້ອງກັນການຕັດສິນໃຈດ້ານຄວາມປອດໄພ


ໂອບາມາ-ຄວາມປອດໄພ: ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະຣັດ ​ໄດ້ກ່າວ​ປ້ອງ​ກັນ​ການ​ຕັດສິ​ນ​ໃຈ​ຂອງ​ທ່ານ​ທີ່​ຈະອັດ​ຄ້າຍ​ຄຸມ​ຂັງ​ທີ່​ອ່າວ Guantanamo ​ເທິງ​ເກາະ​ກຸຍ​ບານັ້ນ. ໃນ​ການ​ສຳພາດ​ຂ່າວ​ແກ່​ຕາໜ່າງ​ໂທລະ​ພາບ CBS ທ່ານ​ໂອ​ບາ​ມາ​ໄດ້ ກ່າວ​ປະນາມ​ນະ​ໂຍບາຍ​ການ​ກັກ​ຂັງ​ພວກ​ນັກ​ໂທດ​ໃນ​ຄຸກ​ດັ່ງກ່າວໂດຍຣັຖບານ​ຂຸດ​ກ່ອນ​ຂອງ​ທ່ານ George W. Bush.

​ທ່ານ​ໂອ​ບາ​ມາ​ກ່າວ​ວ່ານະ​ໂຍບາຍຂອງຣັຖບານ ​ທ່ານ​ບຸ​ຊ ທ່ີ​ຈະ​ເປີດ​ສູນ​ຄຸມ​ຂັງ​ທີ່ອ່າວ Guantanamo ໄວ້​ ໂດຍ​ບໍ່​ມີ​ກຳນົດ ເປັນ​ສິ່ງທີ່ຮັບ​ເອົາ​ບໍ່​ໄດ້ ​ແລະໄດ້​ກໍ່ໃຫ້​ເກີດຄວາມ​ຮູ້ສຶກ​ຕໍ່ຕ້ານ​ອະ​ເມຣິກັນຂື້ນ ​ໂດຍ​ບໍ່​ໄດ້​ເຮັດ​ໃຫ້​ສະຫະຣັດ​ເປັນ​ບ່ອນທ່ີ​ມີ​ຄວາມ​ປອດ​ໄພ​ຫລາຍ​ຂຶ້ນ​ກວ່າ​ເກົ່າ ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ​ໂອ​ບາ​ມາ​ໄດ້​ກ່າ​ວ​ເຊັ່ນ​ນັ້ນ ​ໃນ​ການຕອບຕໍ່ຄຳ​ຕຳ​ໜິຕິຕຽນ​ຫວ່າງ​ໄວໆມາ​ນີ້​ ຈາກ​ອະດີດ​ຮອງ​ປະທານາທິບໍດີ Dick Cheney ຊຶ່ງທ່ານ Cheney ​ໄດ້ກ່າວ​ໃນ​ວັນ​ອາທິດ​ຜ່ານ​ມາ​ວ່າ ການ​ຕັດສິນ​ໃຈ​ຕ່າງໆຂອງ​ທ່ານ​ໂອ​ບາ​ມາ​ເຣື່ອງຄວາມ​ປອດ​ໄພ​ແຫ່ງ​ຊາດ ອັນ​ຮວມທັງ​ການ​ອັດ​ຄ້າຍ​ຄຸມ​ຂັງ​ໃນ​ອ່າວ Guantanamo ເທິງ​ເກາະ Cuba ນັ້ນ ຈະ​ຍັງ​ຜົນ​ໃຫ້​ມີ​ການ​ສ່ຽງ​ຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ຕໍ່​ສະຫະຣັດຕື່ມ​ອີກ​ໄດ້.

ອັຟະການີສະຖານ: ຝ່າຍ​ກຳລັງ​ພັນທະ​ມິດ​ທ​ນຳ​ໂດຍ​ສະຫະຣັຖ ​ໃນ​ອັ​ຟະກາ​ນີສະຖານ ​ໄດ​ສັງຫານ​ພວກ​ທ​ສົງ​ໃສວ່າ​ເປັນ​ພວກຫົວ​ຮຸນ​ແຮງຫ້າ​ຄົນ ​ແລະ​ກັກໂຕ​ໄວ້ ອີກ​ສີ່ຄົນ​ໃນ​ການ​ບຸກກວດ​ຄນ​ ຢູ່​ໄກ​ໆ​ກັບຊາຍ​ແດນ​ອັຟະກາ​ນີສະຖານ ທ​ຕິດ​ກັບປະ​ເທດ​ຕາ​ຈີ​ກີ​ສະຖານ​ນນ. ກຳລັງ​ຝາຍ​ພັນທະ​ມິດ​ກາວ​ວາ ກຳລັງ​ທະຫານ​ຂອງ​ອັຟະກາ​ນີສະຖານໄດ​ຊວຍໃນ​ການ​ບຸກກວດ​ຄນ​ບານ​ໃນເຂດ​ພາກ​ເໜືອຂອງ​ແຂວງ​ຄັນ​ດູ​ຊ​ໃນ​ວັນ​ອາທິດ​ມນ.

​ເຈາໜາ​ທ​ທອງ​ຖນ​ຂອງ​ອັ​ຟກາ​ນີສຖານ​ບາງ​ຄົນ ໄດ​ໂຕ​ແຍ​ງກັບລາຍ​ງານຂາວນ ວາພວກ​ທ​ຖືກ​ສັງຫານ​ຫາ​ຄົນ​ນນ​ ແມນ​ພົນລະ​ເຮືອນ​ທ​ເຮັດ​ວຽກ​ໃຫ​ເຈາ​ເມືອງ​ໃນ​ເຂດ​ນນ. ຢາງ​ໃດ​ກໍ​ຕາມ​ ລາຍ​ງານ​ນີ້ຍັງ​ບ​ສາມາດ​ຢືນຢັນ​ໂດຍ​ແຫ​ລ່ງຂ່າວ​ອິສະລະ​ໄດ້ເທອ. ນອກຈາກ​ນ​ແລວ ​ເຈາໜາ​ທ​ກາວ​ວາ ​ລະ​ເບີດ​ລູກນງ​ໄດ​ລະ​ເບີດ​ໃສ​ລົດ ຄັນ​ນງ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ແຂວງ Ghost ​ເມອ​ວັນ​ອາທິດ​ມນ ຍັງ​ຜົນ​ໃຫ​ເສັຍ​ຊີວິດ 1 ຄົນ ​ແລະ​ບາດ​ເຈັບ​ອີກ 11 ຄົນ

ການ​ປະ​ທ້ວງ​ທີ່ທິ​ເບ​ດ

ອົງການ​ຂ່າວ​ທາງ​ການ​ຂອງຈີນ​ກ່າວ​ວ່າ ຕຳຫລວດໄດ້​ຈັບ​ກຸມ​ຜູ້​ຄົນ​ຢ່າງ ໜ້ອຍ 6 ຄົນ​ທ່ີ​ຖືກ​ຫາ​ວ່າ​ພົວພັນ​ນຳ​ການ​ກໍ່​ຄວາມ​ວຸ້ນວາຍ​ຂຶ້ນ ​ແລະ​ທຳ ການໂຈມ​ຕີ​ສະຖານີ​ຕຳຫລວດ​ແຫ່ງ​ນຶ່ງ​ໃນ​ເຂດ​ທິ​ເບ​ດ ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ. ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ປະຊາຊົນອີກ 89 ຄົນໄດ້ເຂົ້າມອບ​ໂຕ​ຕໍ່​ຕຳຫລວດ​ ຢູ່​ໃນ​ແຂວງ Qinghai(ຈິງ​ຫາຍ) ​ໃນ​ວັນ​ອາທິດ​ມື້​ນີ້.

ລາຍ​ງານ​ເວົ້າ​ວ່າ ພວກ​ທ່ີ​ຖືກ​ຈັບ​ກຸມເກືອບ​ທັງ​ໝົດ ນອກຈາກ2ຄົນ ເປັນ​ພະສົງຢູ່ໃນ​ວັດAmdo Golo Ragya ຢູ່​ໃກ້ໆ​ກັບ​ເມືອງ​ທ່ີ​ມີ​ການ ​ປະ​ທ້ວງ​ແລະ​ການໂຈມ​ຕີ​ເກີດ​ຂຶ້ນ​ໃນ​ວັນ​ເສົາວານ​ນີ້. ການ​ປະ​ທ້ວງ​ດັ່ງ ກ່າວ​ເກີດ​ຂຶ້ນ ຫລັງ​ຈາກ​ມີ​ລາຍ​ງານ​ແພ່​ກະຈາຍ​ໄປ​ວ່າ ພະ​ທິ​ເບ​ດອົງ​ນຶ່ງ​ໄດ້​ຂ້າ​ຕົວ​ຕາຍ​ ໃນ​ຂະນະ​ທ່ີ​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຈີນ​ ຊອກ​ຄົ້ນ​ຫາເພິ່ນ. ແຕ່ ອົງການ​ຂ່າວ​ຊິນ​ຫົວ​ລາຍ​ງານ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ຊາຍຄົນ​ນັ້ນໄດ້​ ແລ່ນ​ໜີ​ຈາກ​ສະຖານີ​ຕຳຫລວດ​ໃນ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກຜູ້ກ່ຽວໄປ ຂໍໃຊ້​ຫ້ອງ​ນ້ຳ ​ແລະ​ປາກົດ​ວ່າ​ຜູ້ກ່ຽວ​ໄດ້​ລອຍ​ຂ້າມແມ່ນ້ຳ​ສາຍ​ນຶ່ງເພື່ອຫລົບໜີ​ໄປ. ອົງ​ການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ຊາຍ​ຄົນ​ນີ້​ຍັງ​ຫາຍ​ສາບ​ສູນຢູ່.

ໄທແລະມຽນມ້າ: ານ​ກະ​ສິດ ພິຣົມ ຣັຖະມຸນຕຣີຕາງປະ​ເທດ​ໄທ ​ເດີນທາງ​ໄປ​ຢຽມຢາມ​ປະ​ເທດ​ມຽນມາ ຊງ​ທານ​ຄາດໝາຍວາ​ຈະ​ໄດ​ປືກສາ​ຫາລື​ກັນ​ກັບຣັຖະ ບານ​ທະຫານມຽນມາ​ ກຽວ​ກັບ​ບັນຫາ​ຊາວ​ມຽນມາ ທມັກ​ລົບ​ໜີ​ໂດຍ ທາງ​ເຮືອ​ ​ໄປສູ່​ຝງ​ທະ​ເລ​ຕອນ​ໃຕ​ຂອງໄທຣັຖມຸນຕຣີຕາງປະ​ເທດ​ກະ​ສິດ ພິຣົມ ​ອອກເດີນທາງໄປມຽນມາໃນ​ວັນ​ອາທິດ​ນ ​ເພອ​ຢຽມຢາມ​ຢາງ​ເປັນ​ທາງ​ການ​ເປັນ​ເວລາ​ສອງ​ວັນ. ໃນ​ລະ​ວາງ​ການ​ເດີນທາງ​ຂອງ​ທານ​ຄງ​ນ ທານ​ມີ​ກຳໜົດການ​ທ​ຈະພົບ​ປະ​ກັບຣັຖະມຸນຕຣີຕາງປະ​ເທດ​ Nyan Win​ ​ແລະ​ ນາຍ​ພົນ Thein Sein ນາຍົກຣັຖມຸນຕຣີມຽນມາ. ຣັຖບານ​ໄທ​ກາວໃນ​ຖະ​ແລງ​ການສະບັບ​ນື່ງເມອ​ວັນ​ເສົາ​ວານ​ນ​ວາ ​ທານ​ກະ​ສິດ ພິຣົມ ຈະໄດ​ປຶກສາ​ຫາລື​ໃ ບັນຫາ​ຕາງໆ​ຫລາຍ​ດານ​ກັບ​ເຈາໜາ​ທ​ມຽນມາ ຊງ​ໂຮມ​ທັງ​ບັນຫາຊາວມູສລິ​ມໂຣຮິງ​ຢາ ຈຳນວນ​ຫລວງຫລາຍ ທ​ມັກ​ພາກັນ​ໂຕນ​ໜີ​ອອກ​ຈາກ​ມຽນມາ ​ໄປຢູ​ໃນ​ປະ​ເທດ​ໄທ ຢ່າງ​ຜິດ​ກົດໝາຍ​ເປັນ​ປະຈຳ​ນັ້ນ.ຜ່ານ​ມາ ກຳລັງ​ຮັກສາ​ຄວາມ​ປອດ​ພັຍ​ຂອງ​ໄທ ໄດ້ຖືກ​ກາວ​ຫາ​ວາບັງ ຄັບໃຫ​ເຮືອ​ທ​ເຕັມ​ໄປ​ດວຍ​ພວກ​ຄົນ​ອົພຍົບ​ ​ແລ່ນ​ກັບ​ຄືນໄປ​ຜະຈົນ​ໄພ​ໃນທ້ອງທ​ະ​ເລຫລວງ.

ພັນ​ລະ​ຍາ​ຂອງ​ປະທານາທິບໍດີ Mugabe ທີ່ຮອງ​ກົງ
ຣັຖບານ​ຮອງ​ກົງ​ໃຫ້​ອະນຸມັດ​ໃຫ້ການ​ຄຸ້ມ​ກັນ​ທາງການ​ທູດ​ແກ່​ພັນລະ​ຍາ​ຂອງປະທານາທິບໍດີ Robert Mugabe ​ແຫ່ງ Zimbabwe. ກະຊວງ​ຍຸຕິ​ທັມ​ຮອງ​ກົງ​ກ່າວ​ຢູ່​ໃນຖ​ະ​ແຫລງ​ການ​ສະບັບ​ນຶ່ງ​ໃນ​ວັນອາທິດ ມື້​ນີ້​ວ່າ ທ່າ​ນນາງ Grace Mugabe ​ໄດ້​ຮັບ​ການ​ຍົກ​ເວັ້ນຈາກ​ ການ​ຖືກ​ດຳ​ເນີນ​ຄະດີ​ ພາຍ​ໃຕ້​ກົດ​ລະບຽບ​ການ​ຍົກ​ເວັ້ນ​ແລະສິດທິ​ພິ ​ເສດ​ທາງ​ດ້ານ​ການ​ທູດຂອງ​ຈີນ. ພັນ​ລະ​ຍາ​ຂອງ​ທ່ານ Mugabe ​ໄດ້​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາ​ຖານ​ທຳຮ້າຍ ນັກ​ຖ່າຍ​ພາບ​ອັງກິດ​ຄົນ​ນຶ່ງ​ ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນີ້.


ເຮົາຍັງມີຂ່າວອື່ນໆອີກ. ເຊີນຟັງລາຍລະອຽດ ໂດຍຄລິກບ່ອນສຽງ



XS
SM
MD
LG