ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳສູງສຸດຂອງອີຣ່ານປະຕິເສດຕໍ່ການຮ້ອງຂໍຂອງທ່ານໂອບາມາ


ສະຫະຣັດ - ອີຣ່ານ: ຜູ້ນຳສູງສຸດຂອງອີຣ່ານ ໄດ້ປະຕິເສດ ຕໍ່ການຮຽກຮ້ອງ ຂອງປະທານາທິບໍ ດີສະຫະຣັດ ທ່ານ BARACK OBAMA ທີ່ຢາກໃຫ້ເລີ້ມຕົ້ນໃໝ່ ໃນຄວາມສັມພັນ ຣະຫວ່າງປະເທດທັງສອງ. ໃນການຖແລງ ທີ່ເມືອງສັກສິດ MASHAD ໃນມື້ນີ້ ອາຢາໂທລາ ອາລີກາເມນີ ກ່າວວ່າ ສະຫະຣັດ ກຳລັງສວຍໃຊ້ຄຳຂວັນ ຂອງການປ່ຽນແປງ ແຕ່ທ່ານເອງ ຍັງມອງບໍ່ເຫັນວ່າ ມີການປ່ຽນແປງ ທີ່ແທ້ຈິງໃດໆ ໃນນະໂຍບາຍຂອງສະຫະຣັດ ຕໍ່ອີຣ່ານ. ພ້ອມນີ້ ທ່ານຍັງຕັ້ງຄຳຖາມ ກ່ຽວກັບການທີ່ ປະທານາທິບໍດີ OBAMA ສະແດງຄວາມຊົມເຊີຍ ຕໍ່ປະຊາຊົນອີຣ່ານ ທີ່ພາກັນສລອງວັນຂຶ້ນປີໃໝ່ NOW RUZ ແຕ່ໃນເວລາດຽວກັນ ກໍກ່າວຫາເຂົາເຈົ້າວ່າ ໃຫ້ການສນັບສນຸນ ພວກກໍ່ການຮ້າຍ ແລະຊອກສແວງຫາໃຫ້ໄດ້ມາ ຊຶ່ງອາວຸດນິວເຄລັຽ. ຂໍ້ຄວາມ ໃນວີດີໂອເທັບ ທີ່ສົ່ງໄປເຖິງປະຊາຊົນອີຣ່ານນັ້ນ ທ່ານ OBAMA ກ່າວໃນມື້ວານນີ້ວ່າ ທ່ານມີຄວາມໝາຍໝັ້ນຕັ້ງໃຈ ທີ່ຈະດຳເນີນການ ທາງດ້ານການທູດ ເພື່ອແກ້ໄຂບັນຫາຂັດແຍ້ງ ຢ່າງຮ້າຍແຮງ ຣະຫວ່າງສະຫະຣັດ ກັບອີຣ່ານ. ກ່ອນໜ້ານີ້ ເຈົ້າໜ້າທີ່ອະວຸໂສທ່ານນຶ່ງ ຂອງອີຣ່ານ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຮຽກຮ້ອງ ຂອງປະທານາທິບໍດີສະຫະຣັດ ຊຶ່ງໃນຂະນະດຽວກັນ ເຈົ້າໜ້າທີ່ທ່ານນີ້ ກໍເຕືອນວ່າ ພຽງຄຳເວົ້າເທົ່ານັ້ນ ແມ່ນບໍ່ພຽງພໍ ທີ່ຈະປັບປຸງ ຄວາມສັມພັນຣະຫວ່າງປະເທດທັງສອງ ໃຫ້ດີຂຶ້ນໄດ້.

ເກົາຫລີເໜືອ - ນັກຂ່າວອະເມຣິກັນ: ເກົາຫລີເໜືອ ໃຫ້ການຢືນຢັນວ່າ ຕົນໄດ້ຈັບ ນັກຂ່າວອະເມຣິກັນ 2 ຄົນແທ້ ໃນສັບປະດານີ້ ໂດຍໄດ້ກ່າວຫາ ນັກຂ່າວທັງສອງວ່າ ເຂົ້າໄປໃນເກົາຫລີເໜືອ ແບບຜິດກົດໝາຍ. ອົງການຂ່າວ KCNA ຂອງທາງການ ເກົາຫລີເໜືອ ກ່າວໃນມື້ນີ້ວ່າ ຊາວອະເມຣິກັນທັງ 2 ໄດ້ຖືກຈັບ ໃນມື້ວັນອັງຄານ ຜ່ານມາ ຂະນະທີ່ພວມຂ້າມ ຈາກເຂດແດນຈີນ ເຂົ້າໄປໃນເກົາຫລີເໜືອ. ລາຍງານເວົ້າວ່າ ເຣື່ອງດັ່ງກ່າວນີ້ ກຳລັງມີການສືບສວນກັນຢູ່. ສື່ມວນຊົນ ຂອງເກົາຫລີໃຕ້ ລາຍງານວ່າ ນັກຂ່າວອະເມຣິກັນ LAURA LING ແລະ EUNA LEE ໄດ້ຖືກຈັບ ພ້ອມກັບຜູ້ນຳທາງ ທີ່ເປັນຄົນຈີນ ໃກ້ໆແມ່ນ້ຳ TUMEN ໃນບໍຣິເວນຊາຍແດນ ເກົາຫລີເໜືອ ທີ່ຕິດກັບຈີນ. ທີ່ກຸງວໍຊິງຕັນ ເຈົ້າໜ້າທີ່ ກະຊວງການຕ່າງປະເທດ ສະຫະຣັດກ່າວວ່າ ສະຫະຣັດໄດ້ຕິດຕໍ່ ໄປຍັງເກົາຫລີເໜືອ ກ່ຽວກັບເຣື່ອງດັ່ງກ່າວນີ້ແລ້ວ ໂດຍຜ່ານສຳນັກງານຜູ້ຕາງໜ້າ ຂອງເກົາຫຼີເໜືອ ປະຈຳອົງການສະຫະປະຊາຊາດ ທີ່ນະຄອນນິວຢອກ. ເຈົ້າໜ້າທີ່ເວົ້າວ່າ ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ໄດ້ມີສ່ວນພົວພັນກ່ຽວກັບເຣື່ອງນີ້ ໂດຍໃຫ້ຂໍ້ສັງເກດວ່າ ທ່ານນາງ ໄດ້ໂທຣະສັບ ໄປໂອ້ລົມກັບພັກຝ່າຍທີ່ກ່ຽວຂ້ອງ.

ໂອບາມາ - ຮ່າງງົບປະມານ: ປະທານາທິບໍດີ BARACK OBAMA ກ່າວວ່າ ຮ່າງງົບປະມານ ມູນຄ່າ 3 ພັນ 600 ຕື້ໂດລາ ທີ່ທ່ານໄດ້ສເນີໄປນັ້ນ ແມ່ນແຜນແມ່ບົດເສຖກິດ ສຳລັບສະຫະຣັດໃນອະນາຄົດ. ພັກຣີພັບຣີກັນ ຊຶ່ງເປັນພັກຝ່າຍຄ້ານ ໄດ້ຕຳໜິຕິຕຽນ ຂໍ້ສເນີດັ່ງກ່າວນີ້ວ່າ ຈະເຮັດໃຫ້ ການຂາດດຸນ ງົບປະມານເພີ້ມຂຶ້ນ. ແຕ່ໃນຄຳປາສັຍ ປະຈຳສັບປະດາ ໃນມື້ນີ້ ປະທານາທິບໍດີ OBAMA ໃຫ້ຄຳໝັ້ນສັນຍາວ່າ ຮ່າງງົບປະມານຂອງທ່ານ ຈະແກ້ໄຂບັນຫາຕ່າງໆ ທີ່ຍັງຈ່ອງດຶງ ເສຖກິດຂອງສະຫະຣັດ ໄວ້ຢູ່. ທ່ານ OBAMA ກ່າວວ່າ ຂໍ້ສເນີຂອງທ່ານ ໄດ້ຮຽກຮ້ອງໃຫ້ມີການລົງທຶນ ໃນດ້ານພະລັງງານ ການສຶກສາ ແລະການປິ່ນປົວຮັກສາສຸຂພາບ ທີ່ຈະນຳໄປ ສູ່ຄວາມອຸດົມຮັ່ງມີ ທີ່ແທ້ຈິງແບບຍືນຍົງ. ນອກນັ້ນແລ້ວ ທ່ານຍັງເວົ້າວ່າ ຮ່າງງົບປະມານຂອງທ່ານ ຈະຕັດການຂາດດຸນລົງ ໃຫ້ເຫລືອພຽງເຄິ່ງນຶ່ງ ພາຍໃນທ້າຍ ການດຳຣົງຕຳແໜ່ງ ສມັຍທຳອິດຂອງທ່ານ. ໃນມື້ວານນີ້ ຫ້ອງການງົບປະມານ ຂອງຣັຖສະພາສະຫະຣັດ ເຕືອນວ່າ ການຂາດດຸນງົບປະມານ ຂອງສະຫະຣັດ ຈະຖີບໂຕຂຶ້ນ ເປັນຫຼາຍກວ່າ 1 ພັນ 800 ຕື້ໂລາ ສຳລັບສົກງົບປະມານປີ 2009. ນອກນັ້ນ ພວກນັກຊ່ຽວຊານ ທາງດ້ານງົບປະມານຂອງສະຫະຣັດ ຍັງເວົ້າວ່າ ຮ່າງງົບປະມານ ຂອງປະທານາທິບໍດີ ທີ່ໄດ້ສເນີໄປນັ້ນ ຈະພາໃຫ້ມີການຂາດດຸນງົບປະມານ 9 ພັນ 300 ຕື້ໂດລາ ສຳລັບທົສວັດໜ້າ.

ອັຟການິສຖານ - ຄວາມຮຸນແຮງ: ເຈົ້າໜ້າ ທີ່ອັຟການິສຖານ ກ່າວວ່າ ການໂຈມຕີ ດ້ວຍຣະເບີດຣົດສະລະຊີບ ໃສ່ດ່ານກວດແຫ່ງນຶ່ງ ຂອງຕຳຣວດ ໃນພາກຕາເວັນອອກຂອງປະເທດ ເຮັດໃຫ້ມີຜູ້ເສັຽຊີວິດ ຢ່າງນ້ອຍ 6 ຄົນ ຮວມທັງຕຳຣວດຄົນນຶ່ງ. ເຈົ້າແຂວງໆ NANGARHAR ກ່າວວ່າ ນອກນັ້ນ ຍັງມີອີກຢ່າງນ້ອຍ 4 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີທີ່ມີຂຶ້ນໃນມື້ນີ້. ໃນອີກດ້ານນຶ່ງນັ້ນ ອົງການເນໂຕ້ກ່າວວ່າ ທະຫານຂອງຕົນຄົນນຶ່ງ ໄດ້ເສັຽຊີວິດ ໃນຣະຫວ່າງເຫດຮ້າຍ ທີ່ເກີດຂຶ້ນ ໃນພາກໃຕ້ອັຟການິສຖານ. ກຸ່ມພັນທະມິດເນໂຕ້ ກ່າວວ່າ ທະຫານຜູ້ນີ້ ໄດ້ເສັຽຊີວິດ ໃນມື້ວັນສຸກ ແຕ່ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບເຫດຮ້າຍ ຫລືສັນຊາດຂອງທະຫານ. ການເສັຽຊີວິດທີ່ວ່ານີ້ ມີຂຶ້ນໃນມື້ດຽວກັນ ກັບທີ່ຜູ້ບັນຊາການ ຂອງອົງການເນໂຕ້ ໃນອັຟການິສຖານ ກ່າວວ່າ ການເດີນທາງໄປຮອດ ຂອງກຳລັງສະຫະຣັດ ໃນລະຍະສອງສາມເດືອນຂ້າງໜ້ານີ້ ຈະພາໃຫ້ ມີຄວາມຮຸນແຮງເພີ້ມຂຶ້ນ. ພົນຕຣີ MART DE KRUIF ແຫ່ງກອງທັບໂຮນລັງ ກ່າວຕໍ່ພວກນັກຂ່າວ ໃນມື້ວານນີ້ວ່າ ທ່ານຄາດວ່າ ການໂຈມຕີຂອງພວກກະບົດ ໃນຂັ້ນຕົ້ນຈະເພີ້ມຂຶ້ນ ຢູ່ໃນເຂດພາກໃຕ້ອັຟການິສຖານ ແຕ່ຄວາມປອດພັຍ ຈະດີຂຶ້ນ ພາຍໃນປີ 2010.

ປະເທດໄທ - ການເມືອງ: ຣັຖບານໄທ ໄດ້ລອດພົ້ນຈາກການລົງມະຕິ ບໍ່ໄວ້ວາງໃຈ ຣັຖບານ ຢ່າງງ່າຍດາຍ ໃນວັນເສົາມື້ນີ້ ລຸນຫລັງທີ່ໄດ້ມີການອະພິປາຍກັນ ເປັນເວລາ 2 ມື້ກ່ຽວກັບ ການກ່າວຫາ ໃນການສໍ້ຣາດບັງຫລວງ ຕໍ່ຜູ້ນຳທາງການເມືອງ ຄົນສຳຄັນໆ ຮວມທັງນາຍົກຣັຖມຸນຕຣີ ແລະຣັຖມຸນຕຣີອີກຫລາຍທ່ານ. ພັກເພື່ອໄທ ຊຶ່ງເປັນພັັກຝ່າຍຄ້ານ ທີ່ເປັນພັນທະມິດ ກັບອະດີດນາຍົກຣັຖມຸນຕຣີ ທັກສິນ ຊິນນະວັດ ໄດ້ກ່າວຫາ ນາຍົກຣັຖມຸນຕຣີອະພິຊິດ ເວດຊາຊີວະ ແລະຣັຖມຸນຕຣີ ອີກຫລາຍໆທ່ານວ່າ ທຳການສໍ້ຣາດບັງຫລວງ ແລະບໍຣິຫານງານທີ່ຜິດພາດ. ພັກເພື່ອໄທ ໄດ້ບັງຄັບໃຫ້ ມີການລົງຄະແນນສຽງຫລາຍໆຄັ້ງ ຢູ່ໃນສະພາແຫ່ງຊາດ ຮວມທັງຂໍ້ສເນີ ໃຫ້ຕຳໜິຕິຕຽນນາຍົກຣັຖມຸນຕຣີ ແຕ່ຂໍ້ສເນີ ເຫລົ່ານີ້ ໄດ້ຮັບການປລາຊັຍ ໃນການລົງຄະແນນສຽງ ຢ່າງນ້ອຍ 53 ສຽງ. ສ່ວນບັນຫາອື່ນໆ ທີ່ໄດ້ຖືກຍົກຂຶ້ນມາ ສົນທະນາຫາຣື ໃນການອະພິປາຍ ແມ່ນຮວມທັງຄຳຖາມ ກ່ຽວກັບການພົວພັນ ຂອງຣັຖມຸນຕຣີການຕ່າງປະເທດ ທ່ານກະສິດ ພິຣົມ ກັບພວກປະທ້ວງ ຕໍ່ຕ້ານຣັຖບານ ທີ່ໄດ້ເຂົ້າຢຶດເອົາສນາມບິນ 2 ແຫ່ງ ທີ່ບາງກອກ ໃນປີກາຍນີ້.

ມາດາກາສກາ: ອະດີດໂຄສົກ ANDRY RAJOELINA ໄດ້ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະທານາທິບໍດີຄົນໃໝ່ ຂອງ MADAGASCAR ໃນວັນເສົາມື້ນີ້ ຊ້ອງໜ້າພວກສນັບສນຸນ ຫລາຍສິບພັນຄົນ ທີ່ສນາມກິລາແຫ່ງນຶ່ງ. ຮ່ອງຮອຍທີ່ຈະແຈ້ງ ອັນນຶ່ງ ທີ່ວ່າ ປະຊາຄົມນາໆຊາດ ບໍ່ພໍໃຈກັບຣັຖບານຊຸດໃໝ່ ກໍຄື ບໍ່ມີເອກອັຄຣັຖທູດປະເທດໃດ ໄປຮ່ວມພິທີ ຊຶ່ງໄດ້ຂຶ້ນ ທີ່ນະຄອນຫລວງ ANTANANARIVO. ທ່ານ ANDRY RAJOELINA ຊຶ່ງເຄີຍເປັນ ເຈົ້າຄອງນະຄອນຫລວງ ຂອງ MADAGASCAR ມາກ່ອນນັ້ນ ໄດ້ເຂົ້າກຳອຳນາດ ໃນສັບປະດານີ້ ຫລັງຈາກໄດ້ມີການປະທ້ວງ ແລະການສູນເສັຽ ການສນັບສນຸນຂອງພວກທະຫານ ບັງຄັບໃຫ້ ປະທານາທິບໍດີ MARC RAVALOMANANA ຕ້ອງໄດ້ລາອອກ. ຫລາຍໆປະເທດ ເວົ້າວ່າ ການເຂົ້າກຳອຳນາດ ຂອງທ່ານ RAJOELINA ບໍ່ແມ່ນຫຍັງເລີຍ ນອກໄປຈາກ ການກໍ່ຣັຖປະຫານ. ແລະບັນດາປະເທດເຫລົ່າ ນີ້ຈຶ່ງພາກັນບ໋ອຍຄອດ ບໍ່ໄປຮ່ວມພິທີ ສາບານໂຕເຂົ້າຮັບຕຳແໜ່ງ ລຸນຫລັງ ທີ່ໄດ້ມີການໂຈະ ການໃຫ້ຄວາມຊ່ອຍເຫລືອ ຊຶ່ງເປັນຮ່ອງຮອຍ ທີ່ສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈ. ບັນດາປະເທດເພື່ອນບ້ານ ຂອງ MADAGASCAR ຍັງໄດ້ພາກັນ ສະແດງຄວາມວິຕົກກັງວົນ ກ່ຽວກັບການໂອນອຳນາດ ທີ່ບໍ່ເປັນປະຊາທິປະໄຕ.

ເຊີນຟັງຂ່າວລາຍລະອຽດໂດຍຄລິກສຽງທີ່ບັນທຶກໄວ້.

XS
SM
MD
LG