ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ກຳລັງຊອກຫາຊ່ອງທາງ ເພື່ອເລີ້ມຕົ້ນໃໝ່ ໃນຄວາມສຳພັນ ຣະຫວ່າງສະຫະຣັດ ກັບ ອີ່ຣ່ານ


ສະຫະຣັດ - ອີ່ຣ່ານ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ກ່າວວ່າ ທ່ານກຳລັງ ຊອກຫາຊ່ອງທາງ ເພື່ອເລີ້ມຕົ້ນໃໝ່ ໃນຄວາມສັມພັນ ຣະຫວ່າງອີຣ່ານ ກັບສະຫະຣັດ ໂດຍຈະມີໂອກາດເພີ້ມຂຶ້ນ ໃນການຮ່ວມມືກັນ ແລະການຄ້າ. ທ່ານ OBAMA ໄດ້ສົ່ງສານ ໃນຮູບແບບວີດີໂອເທັບ ໃນວັນສຸກມື້ນີ້ ໂດຍໄດ້ອ່ວຍພອນ ໃຫ້ແກ່ປະຊາຊົນ ຊາວອີ່ຣ່ານ ຊາວເຄີຣ໌ທ ແລະອື່ນໆ ທີ່ພວມພາກັນສເລີມສລອງວັນ NOWRUZ ຫລືວັນຂຶ້ນປີໃໝ່ ຂອງເປີເຊັຽ. ໃນຄຳເວົ້າ ທີ່ແນໃສ່ພວກຜູ້ນຳ ຂອງອີຣ່ານນັ້ນ ປະທານາທິບໍດີ OBAMA ໃຫ້ຂໍ້ສັງເກດວ່າ ຍັງມີຄວາມເຫັນຂັດແຍ້ງກັນ ຢ່າງໃຫຍ່ຫລວງ ແຕ່ກໍເວົ້າວ່າຣັຖບານຂອງທ່ານ ມີຄວາມຕັ້ງໃຈ ທີ່ຈະດຳເນີນການ ທາງດ້ານການທູດ ແລະສືບຕໍ່ຄວາມສັມພັນແບບສ້າງສັນ ຣະຫວ່າງສະຫະຣັດ ອີຣ່ານ ແລະປະຊາຄົມນາໆຊາດ. ທ່ານ OBAMA ເວົ້າວ່າ ຂັ້ນຕອນໃນການພົວພັນກັນ ຈະບໍ່ໄດ້ຮັບຄວາມກ້າວໜ້າ ດ້ວຍການຂົ່ມຂູ່ ແຕ່ດ້ວຍ ຄວາມຈິງໃຈ ແລະຄວາມນັບຖື ຊຶ່ງກັນແລະກັນ. ທ່ານກ່າວວ່າ ຖານະຂອງອີຣ່ານ ໃນປະຊາຄົມຂອງບັນດາປະເທດ ຈະບໍ່ສາມາດບັນລຸໄດ້ ໂດຍຜ່ານການສ້າງຄວາມຢ້ານກົວ ແລະອາວຸດ ແຕ່ໂດຍຜ່ານການກະທຳ ທີ່ສັນຕິ.

ຄວາມຮຸນແຮງ - ອັຟການິສຖານ: ທະຫານ ອັຟການິສຖານ ແລະກຳລັງ ພາຍໃຕ້ການນຳພາ ຂອງສະຫະຣັດ ໄດ້ສັງຫານ ພວກຫົວຮຸນແຮງ 33 ຄົນ ລຸນຫຼັງຈາກການແຕກຂຶ້ນ ຂອງຣະເບີດແຄມທາງ ທີ່ເຮັດໃຫ້ ສະມາຊິກສະພາແຫ່ງຊາດ ອັຟການິສຖານ ຕໍ່ຕ້ານທາລີບານ ທີ່ມີຊື່ສຽງຄົນນຶ່ງ ເສັຽຊີວິດ. ກອງທັບສະຫະຣັດ ກ່າວວ່າ ທະຫານອັຟການິສຖານ ໄດ້ຖືກໂຈມຕີໂດຍພວກກະບົດ ໃນເຂດເມືອງ GERESHK ແຂວງ HELMAND ທີ່ວຸ້ນວາຍຂອງອັຟການິສຖານ ໃນມື້ວານນີ້. ເຈົ້າໜ້າທີ່ເວົ້າວ່າ ທະຫານອັຟການິສຖານ ໄດ້ຍິງຕອບໂຕ້ ເມື່ອຮູ້ຢ່າງເປັນທີ່ແນ່ໃຈວ່າ ບໍ່ມີພົລເຮືອນ ຢູ່ໃນເຂດດັ່ງກ່າວ ໂດຍໄດ້ສັງຫານພວກກະບົດ 30 ຄົນ. ມີທະຫານອັຟການິສຖານຄົນນຶ່ງ ໄດ້ຮັບບາດເຈັບ. ແຂວງ HELMAND ຖືກຣະບຸວ່າ ເປັນຈຸດໃຈກາງ ໃນການກໍ່ກະບົດ ທີ່ພວມທະວີຄວາມຮ້າຍແຮງຂຶ້ນ ຂອງພວກທາລີບານ ແລະໂຄສົກ ຂອງກອງທັບສະຫະຣັດ ເອີ້ນການປະຕິບັດງານ ໃນຄັ້ງນີ້ວ່າ ເປັນຄວາມເສັຽຫາຍ ຮ້າຍແຮງອີກຄັ້ງນຶ່ງ ຂອງພວກຫົວຮຸນແຮງ ຢູ່ໃນຂົງເຂດດັ່ງກ່າວ. ສ່ວນພວກຫົວຮຸນແຮງອີກ 3 ຄົນ ຖືກຂ້າຕາຍ ທີ່ແຂວງ LOGAR ທາງພາກຕາເວັນອອກຂອງອັຟການິສຖານ.

ອິສຣາແອລ - ການເມືອງ: ນາຍົກ ຣັຖມຸນຕຣີແຕ່ງຕັ້ງໃໝ່ ຂອງອິສຣາແອລ ທ່ານ BENJAMIN NE TANYAHU ໄດ້ຮັບເວລາຕື່ມອີກ 2 ອາທິດ ໃນການປະກອບ ຄະນະຣັຖບານຊຸດໃໝ່. ທ່ານ NETANYAHU ໄດ້ພົບປະ ກັບປະທານາທິບໍດີ SHIMON PE-RES ໃນວັນສຸກມື້ນີ້ ແລະໄດ້ຂໍໃຫ້ທ່ານ ຕໍ່ເວລາອອກໄປອີກ ຈົນຮອດວັນທີ 3 ເມສາ. ທ່ານ NETANYAHU ໄດ້ຖືກມອບໝາຍ ໃຫ້ຈັດຕັ້ງ ຄະນະຣັຖບານຊຸດໃໝ່ ລຸນຫລັງການເລືອກຕັ້ງ ໃນເດືອນແລ້ວ ແຕ່ໄດ້ປະສົບກັບບັນຫາ ໃນການ ຈັດຕັ້ງຣັຖບານປະສົມ ທີ່ຈະຮວມທັງບັນດາພັກ ທີ່ເປັນຄູ່ປໍຣະປັກຂອງທ່ານ ທີ່ມີແນວທາງເສຣີນິຍົມຫລາຍ ເຊັ່ນພັກແຮງງານ ແລະພັກ KADIMA. ທ່ານ NETANYAHU ພະຍາຍາມຊັກຊວນເອົາ ຣັຖມຸນຕຣີປ້ອງກັນປະເທດ ແລະຜູ້ນຳຂອງພັກແຮງງານ ຄືທ່ານ EHUD BARAK ໃຫ້ເຂົ້າຮ່ວມ ໃນຣັຖບານຊຸດໃໝ່ຂອງທ່ານ ແລະທ່ານ BARAK ໄດ້ອອກຖແລງຂ່າວ ສະບັບນຶ່ງ ໃນມື້ວັນພຸດ ຜ່ານມານີ້ ຮຽກຮ້ອງໃຫ້ພັກຂອງທ່ານ ທຳການພິຈາຣະນາ ຢ່າງຈິງຈັງ ເບິ່ງຂໍ້ສເນີີ ຂອງທ່ານ NETANYAHU.

ແຫລມເກົາຫລີ - ຄວາມເຄັ່ງຕຶງ: ເຈົ້າໜ້າທີ່ ເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ໄດ້ແຈ້ງໃຫ້ ພວກເຂົາເຈົ້າຊາບວ່າ ເກົາຫລີເໜືອ ຈະຟື້ນຟູສາຍດ່ວນ ໃນການສື່ສານຄົມມະນາຄົມ ທາງທະຫານ ກັບເກົາຫລີໃຕ້ຄືນ ທີ່ໄດ້ຖືກຕັດໄປເມື່ອ 12 ມື້ກ່ອນນັ້ນ. ກະຊວງປ້ອງກັນປະເທດເກົາຫລີໃຕ້ ກ່າວວ່າ ເກົາຫລີເໜືອ ມີແຜນການທີ່ຈະເຮັດໃຫ້ສາຍດ່ວນ ໃຊ້ການໄດ້ຄືນອີກ ເລີ້ມແຕ່ວັນເສົາ ມື້ອື່ນນີ້ ເປັນຕົ້ນໄປ. ເກືອບສອງອາທິດມາແລ້ວ ກອງທັບເກົາຫຼີເໜືອ ໄດ້ຕັດສາຍດ່ວນ ເພື່ອເປັນ ການປະທ້ວງ ຕໍ່ການຊ້ອມຣົບຮ່ວມ ຣະຫວ່າງກອງທັບສະຫະຣັດ ກັບເກົາຫລີໃຕ້ທີ່ ໄດ້ມີຂຶ້ນຢູ່ທີ່ເກົາຫລີໃຕ້ ໃນຕົ້ນເດືອນນີ້. ສາຍດ່ວນນີ້ ໄດ້ຖືກນຳໃຊ້ ເພື່ອໃຫ້ການອະນຸມັດ ກ່ຽວກັບການຂ້າມຊາຍແດນໄປຍັງ ແລະອອກຈາກ ເຂດອຸສາຫະກັມຮ່ວມ ທີ່ຕັ້ງຢູ່ເໜືອບໍຣິເວນຊາຍແດນ ທີ່ຕິດກັບເກົາຫລີໃຕ້ ຂຶ້ນໄປໜ້ອຍນຶ່ງ. ນັບແຕ່ຕົ້ນເດືອນນີ້ມາ ລຸນຫຼັງທີ່ການຊ້ອມຣົບຮ່ວມ ໄດ້ເລີ້ມຂຶ້ນ ຊາຍແດນ ຣະຫວ່າງເກົາຫລີເໜືອ ກັບເກົາຫລີໃຕ້ ໄດ້ມີການປິດ ຫລາຍໆຄັ້ງ. ວໍຊິງຕັນກ່າວວ່າ ການຊ້ອມຣົບ ທີ່ວ່ານີ້ ແມ່ນມີຂຶ້ນຕາມປົກກະຕິ ແຕ່ເກົາຫລີເໜືອ ເວົ້າວ່າ ເປັນການກະກຽມ ເພື່ອທຳການໂຈມຕີ ເກົາຫລີເໜືອ.

ສະຫະຣັດ - ຈີນ - ເຣື່ອງທະຫານ: ຜູ້ບັນຊາການ ກຳລັງສະຫະຣັດ ໃນເຂດ ມະຫາສະມຸດປາຊີຟິກ ກ່າວວ່າ ການປະເຊີນໜ້າ ເມື່ອໄວໆມານີ້ ຣະວ່າງກຳປັ່ນລຳນຶ່ງ ຂອງກອງທັບເຮືອ ສະຫະຣັດ ແລະເຮືອຈີນ ຫລາຍໆລຳນັ້ນ ສະແດງໃຫ້ເຫັນວ່າ ຈີນບໍ່ຍອມປະພຶດຕົນ ແບບເປັນທີ່ຮັບເອົາໄດ້ ໃນເຂດທະເລຈີນໃຕ້. ພົນເຮືອເອກ TIMOTHY KEATING ແຫ່ງກອງທັບເຮືອສະຫະຣັດ ກ່າວ ຕໍ່ຄະນະກັມມາທິການກອງທັບ ຂອງສະພາສູງສະຫະຣັດ ໃນມື້ວານນີ້ວ່າ ທັງໆທີ່ກອງທັບສະຫະຣັດ ມີຈຸດປະສົງ ທີ່ຈະເສີມສ້າງ ຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈ ກັບຈີນກໍຈິງ ແຕ່ການປະຕິບັດງານຮ່ວມກັນ ກັບກອງທັບຈີນນັ້ນ ບໍ່ໄດ້ເປັນໄປ ຕາມທີ່ໄດ້ຄາດໝາຍເອົາໄວ້. ພົນເຮືອເອກ KEATING ຮຽກຮ້ອງ ໃຫ້ມີການຟື້ນຟູ ການແລກປ່ຽນທາງທະຫານ ໂດຍກົງກັບຈີນ ຊຶ່ງໄດ້ຢຸດຊະງັກລົງ ຫລັງຈາກສະຫະຣັດ ໄດ້ຂາຍອາວຸດ ໃຫ້ໃຕ້ຫວັນ ໃນເດືອນຕຸລາປີກາຍນີ້. ທ່ານກ່າວວ່າ ເຮືອຈີນໄດ້ສະແດງໃຫ້ເຫັນ ເຖິງການປະພຶດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ເປັນພັຍອັນຕະລາຍ ຕໍ່ກຳປັ່ນທີ່ບໍ່ໄດ້ຕິດອາວຸດ ຂອງສະຫະຣັດ ທີ່ປະຕິບັດງານຢ່າງຖືກຕ້ອງຕາມກົດໝາຍ ໃນເຂດທະເລຈີນ ຕາເວັນອອກ ແລະ ທະເລຈີນຕອນໃຕ້.

ເສຖກິດຂອງໂລກ: ອົງການກອງທຶນສາກົນຫລື IMF ໄດ້ຫລຸດການພະຍາກອນ ເສຖກິດຂອງຕົນລົງ ຢ່າງຫລວງຫລາຍ ແລະເວລານີ້ເວົ້າວ່າ ເສຖກິດຂອງໂລກ ຈະຫລຸດຖອຍເປັນເທື່ອທຳອິດ ໃນຮອບ 60 ປີ ໃນປີ 2009. ໃນການສຶກສາ ທີ່ນຳອອກເຜີຍແຜ່ໃນມື້ວານນີ້ ອົງການກອງທຶນສາກົນ ເວົ້າວ່າ ເສຖກິດຂອງໂລກ ອາດຈະຫລຸດນ້ອຍຖອຍລົງ ຫລາຍເຖິງ 1%. ການສຶກສາ ຂອງອົງການກອງທຶນສາກົນ ເວົ້າວ່າ ບັນດາປະເທດ ທີ່ມີເສຖກິດກ້າວໜ້າ ຈະປະສົບ ກັບສະພາບເສຖກິດເຊື່ອມຖອຍ ຢ່າງຮ້າຍແຮງ ໂດຍທີ່ຍີ່ປຸ່ນ ຈະຫລຸດລົງຢ່າງໃຫຍ່່ 5.8% ແລະເສຖກິດສະຫະຣັດ ຈະຫລຸດຖອຍ ໃນອັດຕຣາ 2.6%. ຂະນະດຽວກັນ ໃນມື້ວານນີ້ ກໍມີຂ່າວບໍ່ດີເພີ້ມຕື່ມ ຢູ່ໃນສະຫະຣັດ ຊຶ່ງເປັນປະເທດ ທີ່ມີເສຖກິດໃຫຍ່ທີ່ສຸດໃນໂລກ ຄື ກະຊວງແຮງງານຂອງສະຫະຣັດ ເວົ້າວ່າ ຈຳນວນຄົນງານ ທີ່ໄດ້ຮັບເງິນຫວ່າງງານ ໄລຍະຍາວ ໄດ້ເພີ້ມຂຶ້ນ ຫຼາຍເປັນປະວັດການ ຄືເປັນເກືອບ 5 ລ້ານ 5 ແສນຄົນ ໃນສັບປະດາແລ້ວ.

ສຳລັບຂ່າວລາຍລະອຽດ ເຊີນຟັງສຽງທີ່ບັນທຶກໄວ້.

XS
SM
MD
LG