ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຄານໂລກດັດແປງການພະຍາກອນກ່ຽວກັບການເຕີບໂຕຂອງເສຖກິດຈີນສຳລັບປິ 2009


ທະນາຄານໂລກ - ເສຖກິດຈີນ: ທະນາຄານໂລກ ໄດ້ຫຼຸດການ ພະຍາກອນ ກ່ຽວກັບການເຕີບໂຕເສຖກິດ ຂອງ​ປະ​ເທດ​ຈີນລົງ ສຳລັບປີ 2009 ແຕ່ກ່າວວ່າ ຈີນຊຶ່ງມີເສຖກິດໃຫຍ່ເປັນອັນດັບ 3 ຂອງໂລກນັ້ນມີ ຄວາມສາມາດຮັບມືກັບການຊັກຊ້າລົງ ຂອງເສຖກິດໂລກໄດ້. ໃນລາຍງານເສຖກິດ ປະຈຳໄຕຣມາສ ທີ່ນຳອອກເຜີຍແຜ່ໃນມື້ນີ້ ທະນາຄານໂລກ ກ່າວວ່າ ເສຖກິດ ຂອງຈີນຈະເຕີບໂຕ 6.5% ໃນປີນີ້ ຫລຸດລົງຈາກ 7.5% ທີ່ທະນາຄານໂລກ ໄດ້ທຳນາຍໄວ້ ໃນເດືອນພະຈິກ ຜ່ານມາ. ທະນາຄານໂລກເວົ້າວ່າ ຕົນໄດ້ດັດແປງແກ້ໄຂ ການພະຍາກອນ ຂອງຕົນຍ້ອນວ່າ ຄວາມຕ້ອງການ ໃນສິນຄ້າສົ່ງອອກຂອງຈີນ ໄດ້ຫລຸດລົງ. ໃນສັບປະດາແລ້ວ ນາຍົກຣັຖມຸນຕຣີຈີນ ທ່ານ WEN JIABAO ໄດ້ຮຽກຮ້ອງໃຫ້ຈີນ ດຳເນີນການໃນສິ່ງທີ່ເຫັນວ່າ ຈຳເປັນ ເພື່ອໃຫ້ບັນລຸເປົ້າໝາຍການເຕີບໂຕ 8%. ລາຍງານເວົ້າວ່າ ເສຖກິດຂອງຈີນ ຈະສາມາດຕ້ານຢັນກັບວິກິຕການ ໄດ້ ທັງນີ້ກໍຍ້ອນວ່າ ທະນາຄານແຫ່ງຕ່າງໆຂອງຈີນ ບໍ່ໄດ້ຮັບຜົນກະທົບໃດໆ ຈາກພາວະສິນເຊື່ອຝືດຂອງໂລກ. ແຕ່ທະນາຄານໂລກ ໄດ້ຮຽກຮ້ອງໃຫ້ປັກກິ່ງ ຫັນປ່ຽນການເພັ່ງເລັ່ງ ຂອງເສຖກິດ ຈາກການລົງທຶນ ໃນດ້ານຕົ້ນທຶນ ໄປໃສ່ການບໍຣິໂພກ ພາຍໃນປະເທດແທນ.

ຈີນ - ບໍຣິສັດໂຄຄາໂຄລາ: ຂະນະດຽວກັນຈີນ ໄດ້ປະຕິເສດຕໍ່ການປະມູນ ໃນມູນຄ່າ 2 ພັນ 500 ລ້ານ ຂອງບໍຣິສັດ COCA COLA ທີ່ຈະຊື້ ກຸ່ມຜລິດນ້ຳຫມາກໄມ້ HUIYUAN ຊຶ່ງເປັນ ບໍຣິສັດຜລິດ ນ້ຳໝາກໄມ້ ທີ່ໃຫຍ່ທີ່ສຸດໃນຈີນ. ໃນຖແລງຂ່າວ ທີ່ນຳອອກເຜີຍແຜ່ມື້ນີ້ ກະຊວງການຄ້າຂອງຈີນກ່າວວ່າ ການຊື້ຂາຍດັ່ງກ່າວ ຈະມີອິດທິພົນໃນທາງລົບ ຕໍ່ການແຂ່ງຂັນ ຢູ່ໃນຈີນ ແລະມັນຈະບັງຄັບ ໃຫ້ຜູ້ບໍຣິໂພກ ຕ້ອງໄດ້ຈ່າຍໃນຣາຄາທີ່ແພງຂຶ້ນ ແລະມີຜລິຕພັນ ໃຫ້ເລືອກໜ້ອຍລົງ. ນອກນັ້ນແລ້ວ ກະຊວງການ ຄ້າຂອງຈີນຍັງເວົ້າວ່າ ການປະມູນທີ່ວ່ານີ້ ບໍ່ໄດ້ມາຕຖານ ຂອງກົດໝາຍຕໍ່ຕ້ານການຜູກຂາດ ສະບັບໃໝ່ຂອງຈີນ ທີ່ໄດ້ມີການຮັບຮອງເອົາ ໃນເດືອນສິງຫາປີກາຍນີ້. ໄດ້ມີຄວາມວິຕົກກັງວົນ ຢ້ານວ່າ ເຈົ້າໜ້າທີ່ຈີນ ອາດຈະໃຊ້ກົດໝາຍດັ່ງກ່າວນີ້ ຫ້າມບໍ່ໃຫ້ບໍຣິສັດຕ່າງປະເທດ ເຂົ້າໄປລົງ​ທືນ ໃນພາກສ່ວນ ທີ່ສຳຄັນໆ ໃນເສຖກິດຂອງຈີນ. ການປະຕິເສດທີ່ວ່ານີ້ ມີຂຶ້ນທັງໆທີ່ບໍຣິສັດ COCA COLA ໄດ້ປະກາດ ໃນຕົ້ນເດືອນນີ້ວ່າ ຕົນຈະລົງທຶນໃນມູນຄ່າ 2 ພັນລ້ານໂດລາ ຢູ່ປະເທດຈີນໃນໄລຍະ 3 ປີຂ້າງໜ້າ.

ມາດາກາສກາ: ສານຣັຖທັມມະນູນ ຂອງ MADAGASCAR ໄດ້ໃຫ້ການຢືນຢັນ ​ແກ​ການແຕ່ງຕັ້ງ ໃຫ້ທ່ານ ANDRY RAJOELINA ເຂົ້າຮັກສາການ ຕຳແໜ່ງ ປະທານາທິບໍດີຂອງປະເທດ MADAGASCAR ຊຶ່ງເປັນປະເທດເກາະດອນ ໃນເຂດມະຫາສະມຸດອິນເດັຽ. ການຕັດສິນ ໃນມື້ນີ້ມີຂຶ້ນນຶ່ງມື້ ຫລັງຈາກທ່ານ RAJOELINA ໄດ້ປະກາດຕົນເອງ ເປັນປະທານາທິບໍດີຂອງປະເທດ ໂດຍ ໄດ້ຮັບການໜຸນຫລັງ ຈາກພວກທະຫານ. ອີງຕາມຣັຖທັມມະນູນ ຂອງປະເທດແລ້ວ ທານ RAJOELINA ອະດີດໂຄສົກວິທຍຸວັຍ 34 ປີ ແມ່ນຍັງມີອາຍຸນ້ອຍ ​ເກີນ​ກວາ​ຈະເປັນປະທານາທິບໍດີ ໄດ້​ເຖິງ 6 ປີ. ທ່ານ RAJOELINA ມີກຳນົດ ທີ່ຈະດຳເນີນງານ ໃນການປະກອບຄະນະຣັຖບານ ໄລຍະຂ້າມຜ່ານ ເພື່ອກະກຽມຈັດການເລືອກຕັ້ງ ພາຍໃນເວລາ 2 ປີ. ທ່ານໄດ້ເຂົ້າຮັບຕຳແໜ່ງ ຫລັງຈາກ ປະທານາທິບໍດີ MARC RAVALOMANANA ໄດ້ລາອອກ ແລະພະຍາຍາມ ຈະມອບອຳນາດ ໃຫ້ທະຫານ ລຸນຫລັງທີ່ໄດ້ມີການປະທ້ວງ ຢູ່ຕາມຖນົນຫົນທາງ ມາເປັນເວລາຫລາຍໆເດືອນ. ແຕ່ພວກ ນາຍທະຫານອະວຸໂສ ໄດ້ມອບອຳນາດ ໃຫ້ທ່ານ RAJOELINA ຜູ້ນຳພັກຝ່າຍຄ້ານ ທີ່ຈັດການໂຮມຊຸມນຸມປະທ້ວງ ນັ້ນແທນ.

ອາຣ໌ເຊີບາຍຈານ - ການລົງປະຊາມະຕິ: ອາຣ໌ເຊີບາຍຈານບໍ່ເອົາຫົວຊາ ຕໍ່ຄຳຮ້ອງຮຽນຂອງນາໆຊາດ ແລະການຕຳໜິຕິຕຽນພາຍໃນປະເທດ ແລະດຳເນີນການຕໍ່ໄປ ກ່ຽວກັບການລົງປະຊາມະຕິ ທີ່ເປັນບັນ ຫາຖົກຖຽງໂຕ້ແຍ້ງກັນ ເພື່ອປ່ຽນແປງ ຣັຖທັມມະນູນຂອງປະເທດ. ບັນດາຜູ້ມີສິດປ່ອນບັດ ກຳລັງພາກັນ ໄປລົງຄະແນນສຽງ ໃນວັນພຸດມື້ນີ ້ເພື່ອຕັດສິນໃຈກ່ຽວກັບ ການດັດແປງແກ້ໄຂ ຣັຖທັມມະນູນ 29 ມາດກາ ນຶ່ງໃນນັ້ນ ກໍແມ່ນລຶບລ້າງການຈຳກັດ ສມັຍດຳຣົງຕຳແໜ່ງ ຂອງປະທານາທິບໍດີອາຣ໌ເຊີບາຍຈານ. ພວກນັກວິເຄາະການເມືອງເວົ້າວ່າ ການປ່ຽນແປງທີ່ວ່ານີ້ ຈະອຳນວຍໃຫ້ປະທານາທິບໍດີ ILHAM ALIYEV ໄດ້ມີໂອກາດ ກຳອຳນາດຕໍ່ໄປ ໃນອາຣ໌ເຊີບາຍຈານ ທີ່ອຸດົມຮັ່ງມີໄປດ້ວຍນ້ຳມັນ ແລະມີຊາຍແດນຕິດ ກັບຣັດເຊັຽ, ຈໍເຈັຽ, ອາຣ໌ເມເນັຽແລະອີ່ຣ່ານ. ປະທານາທິບໍດີ ALIYEV ໄດ້ຊະນະການເລືອກຕັ້ງ ເພື່ອເຂົ້າຮັບຕຳແໜ່ງ ເປັນສມັຍທີ 2 ເປັນເວລາ 5 ປີ ໃນເດືອນຕຸລາປີກາຍ.

ອອສເຕຣັຽ - ຄະດີຂົ່ມຂືນລູກສາວ: ຜູ້ຊາຍຊາວອອສເຕຣັຽຄົນນຶ່ງ ທີ່ຖືກກ່າວຫາວ່າ ໄດ້ກັກຂັງລູກສາວໂຕເອງ ແລະຂົ່ມຂືນນາງ ເປັນເວລາ 24 ປີນັ້ນ ໄດ້ຍອມຮັບຜິດ ຕໍ່ທຸກຂໍ້ຫາ ໃນຄະດີດັ່ງກ່າວ. ນາຍ JOSEF FRITZL ອາຍຸ 73 ປີຊຶ່ງໄດ້ຍອມຮັບຜິດ ເປັນບາງສ່ວນ ໃນຕົ້ນອາທິດນີ້​ໄດ້ປະຕິເສດ ຕໍ່ຂໍ້ຫາຄຸມຂັງລູກສາວຂອງລາວ ແບບຂ້າທາດ ແລະຂຫາສັງຫານ ລູກນ້ອຍເກີດໃໝ່ ຂອງພວກເຂົາເຈົ້າ. ແຕ່ນາຍ FRITZL ກ່າວຕໍ່ສານທີ່ເມືອງ SANKT PEOLTEN ໃນມື້ນີ້ວ່າ ການ​ໄດເບິ່ງ​ ໄດ​ຟັງ​ຄຳໃຫ້ການຂອງລູກສາວລາວ ເປັນເວລາ 11 ຊົ່ວໂມງ ທາງວີດີໂອເທັບ ໄດ້ເຮັດໃຫ້ລາວປ່ຽນໃຈ ແລະຕັດສິນໃຈ ຍອມຮັບຜິດຕໍ່ທຸກໆຂໍ້ຫາ. ຄະນະໄອຍະການກ່າວວ່າ ນາຍ FRITZL ໄດ້ຂັງລູກສາວຂອງລາວ ນາງ ELISABETH ໄວ້ໃນຫ້ອງໃຕ້ດິນ ທີ່ເຮືອນຂອງລາວນັບ ແຕ່ປີ 1984 ເປັນຕົ້ນມາ ແລະໄດ້ຂົ່ມຂືນນາງຕລອດມາ ແລະໄດ້ລູກນຳ​ກັນທັງໝົດ 7 ຄົນ. ນາຍ FRITZL ປະເຊີນກັບໂທດ ຈຳຄຸກຕລອດຊີວິດ.

ສຳລັບຂ່າວລາຍລະອຽດ ເຊີນຟັງສຽງທີ່ບັນທຶກໄວ້.

XS
SM
MD
LG