ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນຳການເງິນຂອງໂລກພວມຊອກຫາຊ່ອງທາງແກ້ໄຂເສຖກິດ


ເສຖກິດໂລກ: ພວກຜູ້ນຳເສຖກິດຈາກບັນດາ ປະເທດທີ່ຮັ່ງມີທີ່ສຸດໃນໂລກ ກຳລັງປະຊຸມກັນ ໃກ້ໆກຸງລອນດອນ ບ່ອນທີ່ພວກທ່ານ ພວມດຳເນີນງານ ເພື່ອຊອກຫາຊ່ອງທາງ ແກ້ໄຂການບໍ່ລົງຮອຍກັນ ກ່ຽວກັບວ່າ ຈະຕ່າວປີ້ນ ສະພາບເສຖກິດ ຊັກຊ້າຂອງໂລກແບບໃດ? ຣັຖມຸນຕຣີການເງິນ ແລະຫົວໜ້າ ທະນາຄານກາງ ຈາກກຸ່ມ 20 ປະເທດ ກຳລັງເປີດກອງປະຊຸມ ໂຕະມົນ ໃນວັນເສົາມື້ນີ້ ຫລັງຈາກໄດ້ພົບປະກັນ ແບບນຶ່ງຕໍ່ນຶ່ງ ໃນມື້ວານນີ້. ພວກຜູ້ນຳຂອງສະຫະຣັດ ແລະຢູໂຣບ ໄດ້ມີຄວາມເຫັນຂັດແຍ້ງກັນ ກ່ຽວກັບວ່າ ຈຳເປັນຕ້ອງໄດ້ ມີການໃຊ້ຈ່າຍເພີ້ມຕື່ມ ຂອງຣັຖບານຫລືບໍ່ ເພື່ອກະຕຸກຊຸກຍູ້ ເສຖກິດ ຫຼືການເພີ້ມຣະບຽບການ ກ່ຽວກັບຕລາດການເງິນ ແມ່ນມີຄວາມຈຳເປັນຫລາຍກວ່າ. ສະຫະຣັດກຳລັງກົດດັນ ໃຫ້ມີການ ດຳເນີນຄວາມພະຍາຍາມຮ່ວມກັນ ໃນການກະຕຸກຊຸກຍູ້ເສຖກິດ ແລະຕັດພາສີ. ແຕ່ພວກຜູ້ນຳຂອງຢູ ໂຣບຢາກເພັ່ງເລັງໃສ່ ການປະຕິຮູບຣະບົບການເງິນ ໂດຍເພີ້ມຣະບຽບການໃຫ້ເຄັ່ງຄັດກວ່າ ເກົ່າກ່ຽວກັບທະນາຄານ ບ່ອນຫລົບລີ້ພາສີ ແລະເງິນສຳລັບການລົງທຶນ.

ປາກິສຖານ - ການເມືອງ: ຣັຖບານປາກິສຖານ ຍັງສືບຕໍ່ ທຳການປາບປາມ ການເດີນຂະບວນ ຕໍ່ຕ້ານຣັຖບານ ທີ່ໄດ້ດຳເນີນມາ ເປັນມື້ທີ 4 ທັງໆທີ່ຣັຖບານ ໄດ້ຮຽກຮ້ອງໃຫ້ມີການຜ່ອນສັ້ນຜ່ອນຍາວ ແກ່ພວກນັກເຄື່ອນໄຫວເພື່ອຕ່າວປີ້ນ ບໍ່ໃຫ້ມີການປະເຊີນໜ້າ ທາງດ້ານການເມືອງເກີດຂຶ້ນ. ໃນມື້ນີ້ ຕຳຣວດ ໄດ້ຈັບພວກປະທ້ວງ ທີ່ເມືອງ MULTAN ໃນເຂດພາກກາງ ຂອງປາກິສຖານ ຊຶ່ງເປັນມື້ ທີ3ລຽນຕິດ ທີ່ຣັຖບານ ໄດ້ພະຍາຍາມທັບມ້າງ ການເດີນຂະບວນ ໃນທົ່ວປະເທດ ທີ່ມີກຳນົດ ຈະໄປເຕົ້າໂຮມກັນ ທີ່ນະຄອນຫຼວງ ISLAMA BAD ໃນມື້ວັນຈັນຈະມານີ້ ຣັຖບານປາກິສຖານ ໄດ້ສເນີທີ່ຈະເປີດການເຈຣະຈາ ເພື່ອສ້າງຄວາມປອງດອງຊາດ ຫລັງຈາກໄດ້ມີການປະຊຸມກັນຫລາຍໆຄັ້ງ ກັບພວກຜູ້ນຳທາງດ້ານການເມືອງ ແລະທະຫານ ໃນມື້ວານນີ້ ຕລອດທັງ ການປຶກສາຫາຣື ກັບພວກນັກການທູດອະເມຣິກັນນຳດ້ວຍ. ແນວໂຮມ ຣະຫວ່າງພວກທະນາຍຄວາມ ແລະສະມາຊິກພັກຝ່າຍຄ້ານ ປະກາດວ່າ ຈະສືບຕໍ່ ທຳການກົດດັນ ດ້ວຍການເດີນຂະບວນຕໍ່ໄປ ເຖິງແມ່ນຣັຖບານໄດ້ຫ້າມ ບໍ່ໃຫ້ມີການໂຮມຊຸມນຸມກັນໃນທີ່ສາທາຣະນະຢູ່ໃນ 3 ແຂວງ ກໍຕາມ. ພວກທະນາຍຄວາມທວງໃຫ້ປະທານາທິບໍ ດີ ASIF ALI ZARDARI ແຕ່ງຕັ້ງອະດີດຜູ້ພິພາກສາ ສານສູງສຸດທີ່ຖືກປົດ ໂດຍອະດີດປະທານາທິບໍດີ PERVEZ MUSHARRAF ນັ້ນເຂົ້າຮັບຕຳແໜ່ງຄືນໃໝ່. ສ່ວນສະມາຊິກ ພັກຝ່າຍຄ້ານໄດ້ພາກັນປະທ້ວງການຕັດສິນຂອງສານໃນເດືອນແລ້ວທີ່ຫ້າມບໍ່ໃຫ້ ຜູ້ນຳຂອງພັກຄືອະດີດ ນາຍົກຣັຖມຸນຕຣີ NAWAZ SHARIF ແລະນ້ອງຊາຍຂອງທ່ານຄືທ່ານ SHAHBAZ ເຂົ້າຮັບຕຳແໜ່ງ ຣັຖການໃດໆ.

ສະຫະຣັດ - ບຣາຊິລ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ພົບປະ ກັບປະທານາທິບໍດີບລາຊິລ ທ່ານ LUIZ INACIO LULA DA SILVA ທີ່ທຳນຽບຂາວ ໃນວັນເສົາມື້ນີ້ ເພື່ອເຈຣະຈາຫາຣື ທີ່ມີທ່າທາງວ່າ ຈະຮວມທັງກໍຣະນີ ເດັກຊາຍອາຍຸ 8 ຂວບ ທີ່ກຳລັງຕົກເປັນຈຸດສູນກາງໃນ ການຍາດແຍ່ງ ຣະຫວ່າງ ຜູ້ປົກຄອງ. ທ່ານ THOMAS SHANNON ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສະຫະຣັດ ກ່າວໃນມື້ວານນີ້ວ່າ ຊະຕາກັມຂອງທ້າວ SEAN GOLDMAN ເດັກຊາຍທີ່ ເກີດເປັນຄົນອະເມຣິກັນນັ້ນ ແມ່ນມີຄວາມສຳຄັນເປັນພິເສດ ຕໍ່ສະຫະຣັດ. ທ່ານ SHANNON ກ່າວວ່າ ຣັຖມຸນຕຣີການຕ່າງປະເທດສະຫະຣັດ ທ່ານນາງ HILLARY CLINTON ໄດ້ໂອ້ລົມທາງໂທຣະສັບ ກັບຜູ້ເປັນພໍ່ແທ້ໆຂອງເດັກນ້ອຍ ຄືນາຍ DAVID GOLDMAN ຊຶ່ງເປັນພົລເມືອງອະເມຣິກັນ ໃນມື້ວັນພະຫັດຜ່ານມາ ແລະ ບອກຜູ້ກ່ຽວວ່າ ສະຫະຣັດຫວັງວ່າ ກໍຣະນີດັ່ງກ່າວນີ້ ຈະໄດ້ຮັບການແກ້ໄຂ ໂດຍໄວເທົ່າທີ່ຈະໄວໄດ້. ໃນປີ 2004 ແມ່ຂອງທ້າວ SEAN ໄດ້ພາລາວ ກັບຄືນໄປບຣາຊິລ ແຕ່ບໍ່ໄດ້ກັບຄືນມາຍັງສະຫະຣັດອີກ. ນາງໄດ້ປະພໍ່ຂອງທ້າວ SEAN ແລະແຕ່ງງານໃໝ່. ແມ່ຍິງຄົນນີ້ ໄດ້ເສັຽຊີວິດ ເວລາເກີດລູກໃນປີກາຍ ແລະສາມີໃໝ່ຂອງນາງ ຊຶ່ງເປັນທະນາຍຄວາມທີ່ມີຊື່ສຽງ ໄດ້ປະຕິເສດ ທີ່ຈະສົ່ງທ້າວ SEAN ໃຫ້ກັບຄືນມາຍັງສະຫະຣັດ. ບັນຫາດັ່ງກ່າວນີ້ ກຳລັງຕໍ່ສູ້ກັນຢູ່ໃນສານຂອງບຣາຊິລ ຊຶ່ງໄດ້ປະຕິເສດ ບໍ່ໃຫ້ສິດໃນການປົກຄອງ ແກ່ນາຍ DAVID GOLDMAN.

ຍີ່ປຸ່ນ - ໂຊມາເລັຽ: ຍີ່ປຸ່ນ ໄດ້ສົ່ງເຮືອພິຄາດ 2 ລຳ ໄປຍັງເຂດນ່ານນ້ຳ ນອກແຄມ ຝັ່ງທະເລໂຊມາເລັຽ ເພື່ອເຂົ້າຮ່ວມ ການດຳເນີນຄວາມພະຍາຍາມ ຂອງນາໆຊາດ ໃນການຕໍ່ຕ້ານພວກໂຈນທະເລ ຢູ່ໃນຂົງເຂດ. ເຮືອພິຄາດທັງ 2 ຂອງຍີ່ປຸ່ນ ບັນທຸກເຮືອບິນເຮຣີຄອບເຕີ້ ພ້ອມກັບເຮືອໄວ ແລະມີລູກເຮືອທັງໝົດ 400 ຄົນ. ໃນມື້ວານນີ້ ເກົາຫລີໃຕ້ກໍໄດ້ສົ່ງກຳປັ່ນຣົບລຳນຶ່ງ ໄປຮ່ວມການປະຕິບັດງານ ຕໍ່ຕ້ານພວກໂຈນທະເລ . ອົງການເດີນເຮືອທາງທະເລຂອງນາໆຊາດ ກ່າວວ່າ ການດຳເນີນຄວາມ ພະຍາຍາມ ຕໍ່ຕ້ານພວກໂຈນທະເລຂອງນາໆຊາດ ໄດ້ເຮັດໃຫ້ຈຳນວນການຈີ້ກຳປັ່ນ ຢູ່ໃນຂົງເຂດ ທີ່ປະສົບກັບຄວາມສຳເຣັດນັ້ນ ຫລຸດລົງມາເປັນ 1 ໃນທຸກ 7 ການໂຈມຕີ. ປີກາຍນີ້ ພວກໂຈນທະເລ ທີ່ມີຖານປະຕິບັດງານໃນໂຊມາເລັຽ ໄດ້ທຳການໂຈມຕີ ກຳປັ່ນຫຼາຍກວ່າ 120 ຄັ້ງ ແລະໄດ້ຈີ້ກຳປັ່ນທັງໝົດ 42 ລຳ.ໃນບາງກໍຣະນີນັ້ນ ພວກໂຈນທະເລໄດ້ຮັບເງິນຄ່າໄຖ່ ຫລາຍລ້ານໂດລາ ເພື່ອໃຫ້ປ່ອຍກຳປັ່ນເຫລົ່ານີ້. ອົງການເນໂຕ້ ສະຫະພາບຢູໂຣບ ຈີນ ສະຫະຣັດ ແມ່ນຮວມຢູ່ໃນ ບັນດາປະເທດມະຫາອຳນາດທາງທະເລ ທີ່ໄດ້ສົ່ງກຳປັ່ນຣົບ ໄປລາຕເວນ ຢູ່ນອກແຄມຝັ່ງທະເລໂຊມາເລັຽ.

ແຫຼມເກົາຫລີ - ຄວາມເຄັ່ງຕຶງ: ເກົາຫລີເໜືອ ບໍ່ອະນຸຍາດໃຫ້ ມີການຂ້າມຊາຍແດນ ກັບເກົາຫລີໃຕ້ ເປັນມື້ທີ 2 ລຽນຕິດ ໃນວັນເສົາມື້ນີ້ ຊຶ່ງເຮັດໃຫ້ມີຜູ້ຄົນເປັນຈຳນວນຫຼາຍຮ້ອຍ ຕ້ອງຕົກຄ້າງຢູ່ທີ່ເກົາຫຼີເໜືອ. ພຽງຢາງເລີ້ມຫ້າມ ບໍ່ໃຫ້ມີການຂ້າມຊາຍແດນ ໃນມື້ວານນີ້ ຊຶ່ງໄດ້ຂັດຂວາງໃຫ້ 400 ກວ່າຄົນ ທີ່ໄປເຮັດວຽກຢູ່ສູນອຸສາຫະກັມຮ່ວມ KAESONG ກັບຄືນໄປຍັງເກົາຫລີໃຕ້ບໍ່ໄດ້. ກະຊວງທ້ອນໂຮມຊາດ ຂອງເກົາຫຼີໃຕ້ ກ່າວວ່າ ມີ 5 ຄົນ ໄດ້ຮັບອະນຸຍາດ ໃຫ້ຂ້າມຊາຍແດນ ແມ່ນຮວມທັງຊາວຕ່າງປະເທດ 4 ຄົນ ແລະແມ່ຍິງຄົນນຶ່ງ ທີ່ຈະໄປແຕ່ງງານ. ໃນຕົ້ນອາທິດນີ້ ເກົາຫລີເໜືອ ໄດ້ປິດໂທຣະສັບຕິດຕໍ່ ຣະຫວ່າງພວກທະຫານກັບເກົາຫຼີໃຕ້ ເພື່ອປະທ້ວງ ຕໍ່ການຊ້ອມຣົບຮ່ວມປະຈຳປີ ທີ່ກຳລັງດຳເນີນຢູ່ ຣະວ່າງສະຫະຣັດ ກັບເກົາຫລີໃຕ້. ເກົາຫລີເໜືອ ໄດ້ກ່າວຫາສະຫະຣັດ ແລະເກົາຫຼີໃຕ້ເປັນປະຈຳວ່າ ມີຈຸດປະສົງແບບຮຸກຮານ ເວລາປະເທດ ທັງສອງ ທຳການຊ້ອມຣົບຮ່ວມກັນ.

ສຳລັບຂ່າວລາຍລະອຽດເຊີນຟັງສຽງທີ່ບັນທຶກໄວ້.

XS
SM
MD
LG