ອີກບໍ່ດົນໂຣກມະເຮັງອາດຈະກາຍເປັນຕົວການ
ທີ່ເຮັດໃຫ້ ຄົນເສັຽຊີວິດຫລາຍທີ່ສຸດໃນໂລກ. ນັກຊ່ຽວຊານດ້ານການແພດເວົ້າວ່າ ສາເຫດທີ່ພາ ໃຫ້ເປັນດັ່ງນັ້ນກໍເພາະວ່າ ມີປະຊາຊົນຢູ່ໃນ ບັນດາປະເທດກຳລັງພັທນາ ສູບຢານັບມື້ນັບມີຈຳ ນວນຫລາຍຂຶ້ນ.
ນັກຊ່ຽວຊານ ບອກວ່າ ສາຍເຫດສາຍໜຶ່ງທີ່ເຮັດໃຫ້ພົນລະເມືອງໂລກເສັຽຊີວິດ ຍ້ອນໂຣກມະເຮັງນັ້ນກໍເພາະວ່າ ມີຄົນຫລາຍຄົນທີ່ຢູ່ໃນປະເທດກຳລັງພັທນານັ້ນ ກຳລັງເພີ້ມສູບຢາຫລາຍຂຶ້ນ, ແລະ ຈຳນວນ ປະມານ 40% ຂອງຈຳນວນຄົນ ສູບຢາໃນໂລກ ຄິດວ່າແມ່ນອາໃສຢູ່ ປະເທດ ຈີນ ແລະ ອິນເດັຽເທົ່ານັ້ນ.