ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຈະຍົກເວ້ນວີຊ່າໃຫ້ຄົນຕ່າງປະເທດທີ່ສູງອາຍຸ



ທາງ​ການ​ລາວຍົກ​ເວັ້ນຄ່າ​ທຳນຽມ​ໃນການ​ຕໍ່ວີ​ຊ້າ​ໃຫ້​ກັບ​ບັນດານັກ​ທ່ອງ​ທ່ຽວຊາວຕ່າງ​ຊາດ ທີ່​ມີ​ອາຍຸ​ຕ່ໍາກວ່າ 15 ປີ ​ແລະ ອາຍຸເກີນ​ກວ່າ 65 ປີ ຂຶ້ນ​ໄປ, ສ່ວນ​ຄົນ​ລາວ​ທີ່ຢູ່​ໃນ​ຕ່າງ ປະ​ເທດ​ນັ້ນ ຖ້າ​ຫາກ​ວ່າ​ຕ້ອງການ​ທີ່​ຈະ​ກັບ​ຄືນ​ໄປ​ຢູ່​ໃນ​ລາວ ຫລື​ ຕ້ອງການ​ທີ່​ຈະ​ໄດ້​ຮັບ​ສັນຊາດ​ລາວ​ກັບ​ຄືນ ກໍ​ສາມາດ​ທີ່​ຈະ​ປະກອບ​ຄຳ​ຮ້ອງ​ໄດ້​ເຊັ່ນ​ດຽວກັນ.

ທາງ​ການ​ກະ​ຊວງ​ການ​ເງິນ​ຂອງ​ລາວ ​ໄດ້​ລາຍ​ງານ​ວ່າ ທ່ານ ຈຸມມະ​ລີ ​ໄຊ​ຍະ​ສອນ ປະ ທານ​ປະ​ເທດ​ລາວ ​ໄດ້​ລົງ​ນາມ​ໃນ​ເອກະສານສຳຄັນ ​ເພື່ອ​ດັດ​ແກ້ດຳ​ລັດ​ປະທານ​ປະ​ເທດ ສະບັບ​ເລກທີ່ 3 ຢ່າງ​ເປັນ​ທາງ​ການ​ນັບ​ຕັ້ງ​ແຕ່ ​ເດືອນ​ພຶດສະ​ຈິກາ ປີ​ກາຍ​ເປັນຕົ້ນມາ​ແລ້ວ ​ໂດຍ​ການ​ລົງ​ນາມ​ດັ່ງກ່າວ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ຊາວ​ຕ່າງຊາດ ທີ່​ເດີນທາງ​ເຂົ້າ​ໄປ​ທ່ອງ​ທ່ຽວຢູ່​ໃນ​ລາວ ທີ່​ມາ​ອາຍຸ​ບໍ່​ເກີນ 15 ປີ ​ແລະ ອາຍຸ​ເກີນ​ກວ່າ 65 ປີ ຂຶ້ນ​ໄປ​ນັ້ນ ຈະ​ໄດ້​ຮັບ​ການ​ຍົກ​ເວັ້ນຄ່າ​ທຳນຽມ​ໃນການ​ຂໍຕໍ່ວີ​ຊ້າ​ ​ເພື່ອ​ຂະຫຍາຍ​ໄລຍະ​ເວ​ລາ ຢູ່​ໃນ​ລາວ​ໃຫ້​ໄດ້​ອີກຕໍ່​ໄປ. ​ໂດຍ​ໃນ​ປະຈຸ​ບັນນີ້ ຊາວຕ່າງ​ຊາດ​ທີ່​ເດີນທາງ​ເຂົ້າ​ໄປ​ໃນ​ລາວ ຈະ​ຕ້ອງ​ເສຍຄ່າ​

XS
SM
MD
LG