ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວກ່າວວ່າ ບໍ່ມີທາງເລືອກສຳລັບຊາວອົບພະຍົບມົ້ງ ຢູ່ຫ້ວຍນ້ຳຂາວວ ນອກຈາກກັບຄືນເມືອລາວ


ເຈົ້າໜ້າທີ່ຂັ້ນສູງຂອງກອງທັບປະຊາຊົນລາວຢືນຢັນວ່າ ບໍ່ມີທາງເລືອກອື່ນໃດ ສຳລັບ ຊາວມົ້ງທີ່ພັກອາໃສຢູ່ ສູນຮອງຮັບຊົ່ວຄາວ ບ້ານຫ້ວຍນ້ຳຂາວ ນອກຈາກເດີນທາງ ກັບຄືນໄປປະເທດລາວເທົ່ານັ້ນ.

"ບໍ່ມີທາງເລືອກອີກແລ້ວ ເພາະ: 1) ໄປປະເທດທີ່ 3 ທາງໄທກໍທາບທາມ ທາງລາວ ກໍທາບທາມ ປຶກສາຫາລືນຳ ທ່ານເອກ ຄະລັດຖະທູດອາເມຣິກາ ເພິ່ນກໍປະຕິເສດ ເດັດຂາດ,​ ມີແຕ່ໃຫ້ລາວກັບ ໄທແກ້ໄຂນຳກັນ, ບໍ່ໄດ້ໄປແລ້ວ ຢ່າຫວັງ. 2)​ ຈະເຮັດ ການຕໍ່ຕ້ານອັນນີ້ອັນນັ້ນບໍ່ມີທາງ ຢ່າຝັນ ບໍ່ມີປະເທດໃດ ຈະສະໜັບສະໜູນ ກະໂຕອາເມຣິກາເອງກໍບໍ່ສະໜັບສະໜູນ. ເຊົາຊ໋າ ແນວໃດ ຈະໄດ້ໃສ່ປາກໃສ່ທ້ອງ ແນວໃດຊິມີຄວາມສຸກ ໃຫ້ກັບຄືນປະເທດ ດີກວ່າ. ກັບໄປໄວດີໄວ, ກັບກ່ອນດີກ່ອນ,​ ກັບຊ້າ ດີຕາມຫລັງ."

ນີ້ກໍແມ່ນການຖະແຫລງໂດຍທ່ານພົນຈັດຕະວາ ບົວຊ້ຽງ ຈຳປາພັນ ຮອງຫົວໜ້າກົມໃຫຍ່ ເສນາທິການ ກອງທັບປະຊາຊົນລາວ ໃນຖານະປະທານຄະນະອະນຸກຳມະການ ຮັກສາຄວາມສະງົບຮຽບຮ້ອຍຕາມ ແນວຊາຍແດນທົ່ວໄປ ລະຫວ່າງລາວກັບໄທ ຊຶ່ງທ່ານໄດ້ຖະແຫລງການດັ່ງກ່າວ ເນື່ອງໃນໂອກາດ ທີ່ໄດ້ ນຳພາຄະນະເດີນທາງໄປພົບປະກັບບັນດາແກນນຳຂອງຊາວມົ້ງ ທີ່ພັກອາໃສຢູ່ສູນຮອງຮັບຊົ່ວຄາວ ບ້ານ ຫ້ວຍນ້ຳຂາວ ໃນເຂດອຳເພີເຂົາຄໍ້ ຈັງຫວັດເພັດສະບູນ ທາງພາກເໜືອຕອນລ່າງຂອງ ປະເທດໄທ ເປັນ ຄັ້ງທຳອິດ ໃນວັນທີ 19 ກຸມພາ ທີ່ຜ່ານມານີ້ ໂດຍທ່ານພົນຈັດຕະວາ ບົວຊ້ຽງ ບໍ່ພຽງແຕ່ຈະໄດ້ຢືນຢັນວ່າ ບໍ່ມີປະເທດທີສາມ ທີ່ຈະຮັບເອົາຊາວມົ້ງເຫລົ່ານີ້ ແລະ ກໍເປັນໄປບໍ່ໄດ້ ທີ່ຈະຕໍ່ຕ້ານອຳນາດການປົກຄອງ ຂອງລັດຖະບານລາວ ໃນປະຈຸບັນນີ້​ ຫາກແຕ່ທ່ານຍັງໄດ້ເນັ້ນຢ້ຳອີກດ້ວຍວ່າ ມີທາງເລືອກດຽວເທົ່າ ນັ້ນ ທີ່ເຫລືອຢູ່ສຳລັບຊາວມົ້ງຢູ່ບ້ານຫ້ວຍນ້ຳຂາວ ໃນປັດຈຸບັນ ຊຶ່ງກໍຄື ການສະມັກໃຈເດີນທາງກັບຄືນ ໄປປະເທດລາວ ໂດຍທາງການລາວຈະຮັບຮອງເອົາ ແລະ ກໍຈະເບິ່ງແຍງ ລວມໄປເຖິງໃຫ້ການຊ່ອຍ ເຫລືອຢ່າງດີ ອີກດ້ວຍ.

ສຳລັບກ່ຽວກັບການຊ່ອຍເຫລືອ ທີ່ທາງການລາວຈະໃຫ້ແກ່ບັນດາຊາວມົ້ງ ທີ່ສະໝັກໃຈ ເດີນທາງກັບ ຄືນໄປລາວນັ້ນ ກໍປະກອບ ດ້ວຍການລົບລ້າງທຸກຄວາມຜິດໃຫ້ກັບຊາວມົ້ງທຸກຄົນ ການໃຫ້ສິດພົນລະເມືອງ ຢ່າງທໍ່ທຽງກັບພົນລະເມືອງລາວທຸກຄົນ ພາຍໃຕ້ກົດໝາຍຂອງລາວ ການໃຫ້ທີ່ຢູ່ອາໃສ ພ້ອມດ້ວຍທີ່ຢູ່ ທຳກິນ ແລະ ການປະກອບອາຊີບ ລວມໄປເຖິງການໃຫ້ບໍລິການ ຂັ້ນພື້ນຖານຢ່າງຄົບຊຸດ ຕົວຢ່າງກໍຄື: ການໃຫ້ການສຶກສາສຳລັບລູກຫລານຂອງຊາວມົ້ງ, ການບໍລິການ ດ້ານສາທະລະນະສຸກ ຂັ້ນພື້ນຖານ, ການຈັດຫາແຫລ່ງນ້ຳສະອາດ ແລະຄອງຊົນລະປະທານ, ການພັດທະນາຖະໜົນຫົນທາງ ແລະ ການໃຫ້ໃຊ້ໄຟຟ້າ ໂດຍບໍ່ເສຍຄ່າເປັນເວລານຶ່ງປີ ເປັນຕົ້ນ.

ທີ່ໜ້າສັງເກດສຳລັບ ການເດີນທາງໄປບ້ານຫ້ວຍນໍ້າຂາວ ຂອງຄະນະທ່ານພົນຈັດຕະວາ ບົວຊ້ຽງ ໃນຄັ້ງທຳອິດນີ້ ກໍຄືໄດ້ມີການ ນຳເອົາແກນນຳຂອງຊາວມົ້ງຢູ່ບ້ານຫ້ວຍນ້ຳ ຂາວ ທີ່ຖືກສົ່ງກັບຄືນໄປລາວ ໃນໄລຍະກ່ອນໜ້ານີ້ ກັບຄືນໄປໃຫ້ການຢືນຢັນຕໍ່ ບັນດາແກນນຳຊາວມົ້ງ ຢູ່ບ້ານຫ້ວຍນ້ຳຂາວວ່າ ທາງການລາວ ໄດ້ໃຫ້ການຊ່ອຍເຫລືອ ແລະ ເບິ່ງແຍງເປັນຢ່າງດີ ຫລັງຈາກທີ່ຖືກ ສົ່ງກັບ ຄືນໄປລາວແລ້ວນັ້ນ.

ແຕ່ຢ່າງໃດກໍຕາມ ການເດີນທາງໄປສູນຮອງຮັບຊົ່ວຄາວບ້ານຫ້ວຍນ້ຳຂາວຂອງຄະນະ ນາຍພົນຈັດຕະວາ ບົວຊ້ຽງ ໃນຄັ້ງນີ້ ທາງການໄທກໍໄດ້ໃຊ້ກຳລັງທະຫານຫລາຍຮ້ອຍຄົນ ເພື່ອຮັກສາການຢູ່ພາຍໃນບໍລິເວນ ສູນຮອງຮັບຊົ່ວຄາວຂອງຊາວມົ້ງດັ່ງກ່າວ ໂດຍທາງການໄທ ຈະບໍ່ອານຸຍາດໃຫ້ຊາວມົ້ງອອກຈາກເຮືອນ ພັກ ຢ່າງເດັດຂາດ ນອກຈາກແກນນຳຊາວມົ້ງເທົ່ານັ້ນ ທີ່ໄດ້ຮັບ ອານຸຍາດໃຫ້ເຂົ້າຮ່ວມຮັບຟັງການຊີ້ແຈງ ຂອງນາຍພົນຈັດຕະວາ ບົວຊ້ຽງ ຫາກແຕ່ວ່າ​ໃນການເຂົ້າຮ່ວມຮັບຟັງດັ່ງກ່າວນັ້ນ ບັນດາແກນນຳຊາວ​ມົ້ງ ກໍບໍ່ໄດ້ຮັບອານຸຍາດໃຫ້ປະກອບຄວາມເຫັນແຕ່ຢ່າງໃດ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແກນນຳຊາວມົ້ງເກີດ ຄວາມບໍ່ພໍໃຈເປັນຢ່າງຍິ່ງ ແລະໃນຂະນະດຽວກັນນັ້ນ ບັນດານັກຂ່າວກໍບໍ່ໄດ້ຮັບອານຸຍາດໃຫ້ສຳພາດຊາວມົ້ງ ຫລືຖ່າຍພາບ ພາຍໃນບໍລິເວນສູນຮອງຮັບຊົ່ວຄາວ ອີກດ້ວຍ.

ນອກນີ້ແລ້ວ ບັນດາຊາວມົ້ງກໍຍັງຄົງຢືນຢັນວ່າ ພວກຕົນຈະບໍ່ກັບຄືນໄປລາວຢ່າງເດັດຂາດ ເພາະບໍ່ເຊື່ອວ່າຈະໄດ້ຮັບການເບິ່ງ ແຍງເປັນຢ່າງດີ ຈາກທາງການລາວ. ຫາກແຕ່ວ່າ ໃນໄລຍະນັບຈາກທ້າຍປີ 2007 ເປັນຕົ້ນມາ ທາງການໄທກໍໄດ້ສົ່ງຊາວເມົ້ງ ກັບຄືນໄປ ໃຫ້ທາງການລາວແລ້ວ ຈຳນວນ 2,057 ຄົນ ແລະ ກໍຍັງຄົງເຫລືອຢູ່ໃນສູນ ຮອງຮັບດັ່ງກ່າວ 5,400 ກວ່າຄົນ ໃນປະຈຸບັນນີ້.

ຊົງຣິດ ​ໂພນ​ເງິນ ລາຍງານຈາກບາງກອກ ​ເມື່ອ​ວັນ​ທີ່ 24 ກຸມພາ 2008.

XS
SM
MD
LG