ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການກໍ່ສ້າງຂົວມິຕພາບແຫ່ງທີສາມ ຈະເຣີ່ມຂື້ນໃນໄວໆນີ້


ການກໍ່ສ້າງຂົວແຫ່ງທີ 3 ລະຫວ່າງ ລາວກັບໄທ ທີ່ເຊື່ອມຕໍ່ເມືອງທ່ານແຂກ ໃນແຂວງ ຄຳມ່ວນ ກັບຈັງຫວັດນະຄອນພະນົມ ໃນພາກອີ່ສານຂອງໄທນັ້ນ ຈະເລີ້ມລົງມື ໃນຕົ້ນເດືອນມີນານີ້.

ຄວາມຄືບໜ້າຂອງການກະ​ກຽມ​ໃນ​ການກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງແຫ່ງທີ 3 ​ທີ່​ແຂວງ​ຄຳ​ມ່ວນ​ນີ້ ອີງ​ຕາມ​ກອງ​ປະຊຸມ​ໄດ້​ປຶກສາ​ຫາ​ລື​ໄດ້​ຮັບ​ຂ່າວ​ຈາກ​ເຈົ້າຂອງກອງ​ທຶນ ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ພາຍຫລັງ​ພວກ​ເຮົາ​ໄດ້​ເຮັດ​ການ​ມອບ​ຮັບ​ເສັ້ນທາງ​ລົດ​ໄຟ​ທີ່​ວຽງຈັນ​ແລ້ວ ກໍ​ຈະ​ ເຮັດ​ການ​ວາງສີລາເລີກ ຄາດ​ວ່າ​ໃນ​ລະຫ​ວ່າງ​ຕົ້ນ​ເດືອນ​3.

ນີ້ກໍ​ແມ່ນ​ກາ​ນຖະ​ແຫລ​ງ​ໂດຍ​ທ່ານ ອ່ອນ​ມາ ລາດ​ສະ​ວົງ ຫົວໜ້າພະ​ແໜກໂຍທາ​ທິການ ​ແລະ ​ຂົນສົ່ງ​ປະຈຳ​ແຂວງ​ຄຳ​ມ່ວນ ​ຊຶ່ງ​ທ່ານ​ໄດ້​ໃຫ້ການ​ຢືນຢັນ​ວ່າ ​ໂຄງ ການ​ກໍ່ສ້າງ​ຂົວຂ້າມ​ແມ່ນ້ຳຂອງ​ແຫ່ງ​ທີ​3 ລະ​ຫວ່າງ​ລາວ ກັບ​ໄທທີ່​ເຊື່ອມ ຕໍ່ ລະຫວ່າງ​ເມືອງ ທ່າ​ແຂກ ໃນແຂວງຄຳມ່ວນຂອງລາວ ກັບ​ຈັງ​ຫວັດ​ນະຄອນ​ພະນົມ ​ໃນ​ເຂດ​ພາກ​ອີ່ສານ​ຂອງ​ໄທ​ນັ້ນ ຈະ​ເລີ້ມລົງມື​ດຳ​ເນີນ​ການກໍ່ສ້າງ ນັບ​ຈາກ​ເດືອນ​ມີ ນາ​ປີນີ້​ເປັນ​ຕົ້ນ​ໄປ ​ໂດຍ​ພິທີການ​ວາງສິ​ລາ​ເລີກຈະ​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ​ ​ໃນ​ຊ່ວງ​ຕົ້ນ​ເດືອນ​ມີນາດັ່ງກ່າວ ອັນ​ເປັນ​ຊ່ວງ​ດຽວກັນ​ ກັບ​ການ​ທີ່​ຈະ​ມີ​ພິທີ​ເປີດ​ການ​ໃຊ້ ​ແລະ ​ເດີນຂະ​ບວນລົດ​ໄຟ ທີ່​ເຊື່ອມຕໍ່ຈາກບາງກອກ ​ເຖິງ​ສະຖາ​ນີລົດ​ໄຟ ດົງ​ໂພ​ສີ ຫລື ທ່າ​ນາ​ແລ້ງ ຢູ່​ເມືອງ ຫາດຊາຍ​ຟອງ ນະຄອນຫລວງ​ວຽງຈັນ​ຂອງ​ລາວ. ​ໂດຍ​ຂົວ​ຂ້າມ​ແມ່ນ້ຳຂອງ​ແຫ່ງທີ 3 ລະຫວ່າງ​ລາວ ກັບໄທ ດັ່ງກ່າວ​ນີ້ ຈະ​ເປັນ​ການ​ອອກທຶນ​ກໍ່ສ້າງ​ຝ່າຍ​ດຽວ ​ໂດຍ​ລັດຖະບານ​ໄທ ​ໃນ​ວົງ​ເງິນ 1.800 ກວ່າ​ລ້ານ​ບາດ ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ວ່າ ທາງ​ການ​ໄທ​ຈະ​ເປັນ​ຝ່າຍ​ຄັດ​ເລືອກຜູ້​ຮັບ​ເໝົາກໍ່ສ້າງ​ພຽງ​ແຕ່ຝ່າຍ​ດຽວ​ເຊັ່ນ​ກັນ ຊຶ່ງ​ກໍ​ປະກົດວ່າ ທັງ​ການ​ໄທ​ໄດ້​ຄັດ​ເລືອກ​ເອົາ​ກຸ່ມ​ບໍລິສັດ ອິດ​ຕາ​ລ້ຽ​ນ ໄທ ​ເປັນບໍລິສັດ​ຜູ້​ຮັບ​ເໝົາ​ແລ້ວ ​ເນື່ອງ​ຈາກ​ວ່າ ຖືເປັນ​ບໍລິສັດ​ທີ່​ມີ​ປະສົບ​ການ​ໃນ​ດ້ານ​ການກໍ່ສ້າງ​ຢູ່​ໃນ​ປະ​ເທດ​ລາວ, ທາງ​ການກໍ່ສ້າງ​ຖະໜົນຫົນທາງ, ການກໍ່ສ້າງ​ເຄື່ອນ ​ແລະ ການກໍ່ສ້າງ​ຂົວ​ເປັນ​ຢ່າງ​ດີ​ນັ້ນ​ເອງ.

ຂົວ​ຂ້າມ​ແມ່ນ້ຳຂອງ​ແຫ່ງທີ​ 3 ລະ​ຫວ່າງ ລາວ ກັບ​ໄທ ດັ່ງກ່າວ​ນີ້ ຈະ​ມີ​ຈຸດ​ທີ່​ຕັ້ງຢູ່​ໃນ​ເຂດ​ບ້ານ​ເວີນໃຕ້​ຫ່າງ​ຈາກ​ເຂດ​ເທດສະບານ​ ເມືອງທ່າແຂກ ຂຶ້ນ​ໄປ​ທາງ​ເໜືອ ປະມານ 13 ກິ​ໂລ​ແມັດ ຊຶ່ງ​ຕັ້ງຢູ່​ຕົງກັນຂ້າມ​ກັບ ບ້ານ​ຫ້ອມ ​ໃນ​ເຂດ​ອຳ​ເພີ​ເມືອງ​ນະຄອນ​ພະນົມ ​ໂດຍ​ຈະ​ມີ​ຄວາມ​ຍາວຂອງ​ຕົວ​ຂົວ 700 ກວ່າ​ແມັດ ​ແລະ ກໍ​ຈະ​ມີ​ຄວາມກ້ວາງ ​7 ແມັດ. ສ່ວນຖະໜົນທີ່​ເຊື່ອມຕໍ່ຈາກ​ຂົວ​ທັງ​ສອງ​ດ້ານ​ນັ້ນ ກໍ​ຈະ​ມີ​ລະຍະ​ທາງຍາວລວມກັນ ​ເຖິງ​ກວ່າ 5.000 ​ແມັດ ຊຶ່ງ​ກໍ​ຈະ​ຕ້ອງ​ໃຊ້​ເວລາ​ໃນ​ການ​ດຳ​ເນີນ​ການກໍ່ສ້າງ​ໃຫ້​ແລ້ວ​ເສັດ​ພາຍ​ໃນ​ສາມ​ປີຂ້າງໜ້າ.

ທາງ​ການ​ລາວ ​ແລະ ​ໄທ ​ໂດຍ​ສະ​ເພາະ​ແມ່ນ​ແຂວງ​ຄຳ​ມ່ວນ ​ແລະ ຈັງຫ​ວັດ​ນະຄອນ​ພະນົມ​ນັ້ນ ​ໄດ້​ຄາດ​ຫວັງ​ໄວ້​ວ່າ ຂົວ​ແຫ່ງ​ນີ້ຈະ​ມີ​ສ່ວນ​ຢ່າງ​ສຳຄັນ ​ໃນ​ການ​ເສີມ​ຂະຫຍາຍ​ຄວາມ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ການ​ລົງທຶນ ​ແລະ ການ​ບໍລິການ​ການ​ທ່ອງ​ທ່ຽວ ທີ່ເຊື່ອ​ມ​ໂຍມ​ໄປ​ເຖິງ ​ເຂດ​ແຂວງ​ໃນ​ພາກ​ການ​ຂອງ​ປະ​ເທດຫ​ວຽດນາມ​ອີກ​ດ້ວຍ ​ໂດຍ​ຈຸດ​ພິ​ເສດ​ຂອງ​ການ​ເຊື່ອມຕໍ່ ຂອງ​ທາງ​ດ້ານການ​ຄົມ​ນະ​ຄົມ​ຂົນ​ສົ່ງ​ຢູ່​ໃນ​ເຂດ​ດັ່ງກ່າວ​ນີ້ກໍ​ຄື ຖື​ເປັນ​ເຂດ​ທີ່​ມີ​ໄລຍະ​ທາງ​ສັ້ນທີ​່ສຸດ ​ໃນ​ການ​ເຊື່ອມຕໍ່ລະ ຫ​ວ່າງ 3 ປະ​ເທດກໍ​ຄື​ ຈາກ​ໄທ ​ໄປ ລາວ ​ແລະ ຫວຽດນາມ ​ໂດຍ​ມີ​ເສັ້ນທາງແລກ 12 ​ໃນ​ແຂວງ​ຄຳ​ມ່ວນ ​ເປັນ​ເສັ້ນທາງ​ເຊື່ອມຕໍ່​ດ້ວຍ​ໄລຍະ​ທາງ​ຍາວ​ພຽງ​ແຕ່ 170 ກິ​ໂລ​ແມັດ ​ເທົ່າ​ນັ້ນ. ຊຶ່ງ​ດ້ວຍ​ຈຸດ​ພິ​ເສດ​ດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ທາງ​ການແຂວງຄຳ​ມ່ວນ​ໄດ້​ມອງ​ໄປ​ເຖິງ​ການ​ທີ່​ຈະ​ພັດທະນາ ​ແລະ ຍົກ​ລະດັບ​ໃຫ້​ແຂວງ​ຄຳ​ມ່ວນ​ເປັນ​ສູນ​ກາງ​ທາງ​ດ້ານ​ການ​ບໍລິການ ​ແລະ ການ​ທ່ອງ​ທ່ຽວຢ່າງ​ຄົບ​ຊຸດ​ໃຫ້​ໄດ້ ຫລັງ​ຈາກ​ທີ່​ຂົວ​ດັ່ງກ່າວ​ນີ້ ​ໄດ້​ດຳ​ເນີນ​ການກໍ່ສ້າງ​ສຳ​ເລັດ​ສົມບູນ​ແລ້ວ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ ປະຈຸ​ບັນນີ້ ທົ່ວ​ແຂວງ​ຄຳ​ມ່ວນ ກໍ​ຍັງ​ຄົງ​ມີ​ໂຮງ​ແຮມ​ພຽງ​ແຕ່​ 7 ແຫ່ງບ້ານ​ພັກ 41 ​ແຫ່ງ ​ແລະ ຮ້ານ​ອາຫານ 51 ​ແຫ່ງ ​ໃນ​ຂະນະທີ່​ແຫລ່ງ​ທ່ອງ​ທ່ຽວທີ່​ມີ​ຢູ່​ເຖິງ 146 ​ແຫ່ງ​ນັ້ນ ກໍ​ຍັງ​ຄົງ​ຈະ​ຕ້ອງ​ດຳ​ເນີນ​ການ​ພັດ​ທະຫນາ​ໃຫ້​ໄດ້​ມາດຕະຖານ​ສາກົນ​ຕໍ່​ໄປ.

XS
SM
MD
LG