ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໘ ກັນຍາ ໒໐໒໔

ໝາ ບ​ຣາ​ຊິ​ລ ແມ່ນ​ດາ​ລາ ກິ​ລາ ຟຸດວອ​ລ​ເລ, ລາວ​ໄດ້​ສອນ​ຜູ້​ທີ່​ໄປ​ທ່ຽວ​ຫາດ​ຊາຍຫຼິ້ນ​ກິ​ລາ​ນັ້ນ


ໂຕໝາ ໂຟຼກີ ກຳລັງຫຼິ້ນກິລາ ຟຸດວອລເລ ກັບນາງ ນາຕາເລຍ ກີດເລິ ຢູ່ຫາດຊາຍ ເລບລອນ, ນະຄອນ ຣີໂອ ເດ ຈາເນໂຣ, 8 ກັນຍາ 2024.(AP Photo/Bruna Prado)
ໂຕໝາ ໂຟຼກີ ກຳລັງຫຼິ້ນກິລາ ຟຸດວອລເລ ກັບນາງ ນາຕາເລຍ ກີດເລິ ຢູ່ຫາດຊາຍ ເລບລອນ, ນະຄອນ ຣີໂອ ເດ ຈາເນໂຣ, 8 ກັນຍາ 2024.(AP Photo/Bruna Prado)

ໝາ ບ​ຣາ​ຊິ​ລ ສາຍ​ພັນ ບໍ​ເດີ ຄອ​ລ​ລີ ອາ​ຍຸ 3 ປີ​ຊື່​ວ່າ ໂຟຼກີ ໄດ້ສ້າງ​ຄວາມ​ປະຫຼາດ​ໃຈ​ໃຫ້​ກັບ​ຜູ້​ຄົນ​ທີ່​ຜ່ານ​ໄປ​ມາ ເພາະ​ວ່າ​ລາວຫຼິ້ນ​ກິ​ລາ​ທີ່​ມະ​ນຸດ​ດີ້ນ​ຮົນ​ທີ່​ຈະຫຼິ້ນ​ນັ້ນ​ໄດ້​ດີຫຼາຍ. ກົດ​ກະ​ຕິ​ກາ​ຂອງ ຟຸດວອ​ລ​ເລ ແມ່ນ​ຄື​ກັນ​ກັບ​ກິ​ລາ ຕີ​ບານ​ຫາດ​ຊາຍ, ແຕ່​ດ້ວຍ​ຟີ​ເລ​ທີ່​ຕ່ຳ​ກວ່າ​ໜ້ອຍ​ນຶ່ງ, ແລະ​ຄື​ກັບ​ກິ​ລາ​ເຕະ​ບານ, ນັກ​ກິ​ລາ​ແມ່ນ​ຖືກ​ຫ້າມບໍ່​ໃຫ້​ໃຊ້​ມື ແລະ ແຂນ. ໂຕ​ໝາ ໂຟຼກີ ໄດ້​ໂດດ​ຂຶ້ນ​ຈາກ​ດິນ​ຊາຍ​ເພື່ອເຕະ​ບານ​ດ້ວຍ​ປາກຂອງ​ລາວ. ລາວ​ໄດ້​ກາຍ​ເປັນກະ​ແສ​ຮື​ຮາ​ໃນ​ອິນ​ເຕີ​ເນັດ​ໃນ​ປະ​ເທດ ບ​ຣາ​ຊິ​ລ, ໂດຍ​ມີ​ຜູ້​ຄົນ​ຕິດ​ຕາມ​ໃນ ອິນ​ສ​ຕາ​ແກ​ຣມ ແລະ ຕິກ​ຕັອກ ຫຼາຍ​ແສນ​ຄົນ.

ທ່ານ ກຸ​ສ​ຕາ​ໂວ ໂຣດ​ຣິ​ເກ​ສ, ເຈົ້າ​ຂອງ​ໝາ ໂຟຼກີ, ແມ່ນ​ຄູ່​ຝຶກ​ກິ​ລາ ຟຸດວອ​ລ​ເລ, ແຕ່​ໄດ້​ສາ​ບານ​ວ່າ​ລາວບໍ່​ໄດ້​ວາງ​ແຜນ​ເຮັດ​ແນວນີ້. ລາວ​ຢາກ​ໄດ້​ໝາກ American Bully, ເຊິ່ງ​ແມ່ນ​ສາຍ​ພັນ​ໝາ​ທີ່ບໍ່​ຄ່ອງ​ແຄ້ວ​ປານ​ໃດ. ໝາ​ ໂຟຼກີ ໄດ້​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ທ່ານ ໂຣດ​ຣິ​ເກ​ສ ແທນ ແລະ ໄດ້​ເປີດ​ເຜີຍ​ຄວາມ​ສາ​ມາດຂອງ​ລາວ ຕອນ​ອາ​ຍຸ​ພຽງ 2 ປີ ເທົ່າ​ນັ້ນ, ​ເວ​ລາ​ທີ່ລາວ​ໄດ້​ເລີ່ມ​ໂດດ​ໄລ່​ໝາກ​ປູມ​ເປົ້າ​ໃນ​ງານ​ສະຫຼອງວັນ​ເກີດ.

ອ່ານຂ່າວນີ້ເປັນພາສາອັງກິດ

Floki sparks wonder among bystanders, because he hangs tough in a game that even humans struggle to get a handle on. Footvolley rules are essentially the same as beach volleyball, but with a slightly lower net and, like soccer, players are forbidden from using hands and arms. Floki springs up from the sand to drive the ball with his mouth. He has become something of an internet sensation in Brazil, with hundreds of thousands of followers on Instagram and TikTok.

Floki's owner, Gustavo Rodrigues, is a footvolley coach, but swears he didn't plan this. He had wanted an American Bully, a decidedly less sprightly breed. Floki came into Rodrigues' life instead and quickly revealed his potential when, at just 2 months old, he started jumping after birthday balloons.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG