ບັນດາສະມາຊິກສະພາຫວຽດນາມ ໄດ້ຮັບຜ່ານກົດໝາຍຮັກສາຄວາມປອດໄພດ້ານ
ໄຊເບີຣ໌ ໃໝ່ ທີ່ພວກນັກເຄື່ອນໄຫວເພື່ອສິດທິມະນຸດ ກ່າວວ່າ ຈະເປັນການກຳຈັດ
ສິດເສລິພາບໃນການປາກເວົ້າ.
ກົດໝາຍດັ່ງກ່າວ ແມ່ນບັງຄັບໃຫ້ພວກບໍລິການາຂໍ້ມູນທາງອິນເຕີແນັດ ເຊັ່ນບໍລິສັດກູໂກລ (Google) ແລະເຟສບຸກ (Facebook) ໃຫ້ລຶບອອກຂໍ້ຄວາມທີ່ເຈົ້າໜ້າທີ່ລັດຖະບານເຫັນ
ວ່າ ບໍ່ເໝາະສົມພາຍໃນ 24 ຊົ່ວໂມງ ແລະໃຫ້ເກັບມ້ຽນຂໍ້ມູນຂອງພວກທີ່ຊົມໃຊ້ສື່ສັງຄົມ
ທັງຫຼາຍນັ້ນ ໃນແຫຼ່ງເກັບຂໍ້ມູນຫຼັກ ຫຼື Server ທີ່ຫວຽດນາມ ແລະໃຫ້ເປີດຫ້ອງການຢູ່ໃນ
ປະເທດຄອມມຸຍນິດດັ່ງກ່າວ.
ທ່ານນາງແຄຼ ເອກາຣ໌ (Clare Agar) ຜູ້ອຳນວຍການ ຝ່່າຍປະຕິບັດງານລະດັບໂລກ
ຂອງອົງການນິລະໂທດກຳສາກົນ ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນອັງຄານມື້ນີ້
ປະນາມການຮັບຜ່ານກົດໝາຍດັ່ງກ່າວ. ທ່ານນາງເອກາຣ໌ ໄດ້ກ່າວວ່າ “ສື່ສັງຄົມ
ແມ່ນຖືວ່າເປັນທາງອອກ” ດ້ວຍການທີ່ຫວຽດນາມ ມີ “ສະຖານະການທີ່ກົດດັນ
ຢ່າງແຮງນີ້” ບ່ອນທີ່ພວກຜູ້ຄົນ ຈະໄດ້ແບ່ງປັນຄວາມຄິດ ແລະມຸມມອງທີ່ເປັນການ
ສ່ວນຕົວນັ້ນ “ຍ້ອນຄວາມຢ້ານກົວຕໍ່ການກວດກາຂອງທາງການນັ້ນ.”
ທ່ານນາງເອກາຣ໌ ໄດ້ກ່າວວ່າ ກົດໝາຍໃຫມ່ນີ້ ໝາຍຄວາມວ່າ “ມັນບໍ່ມີບອ່ນໃດ
ທີ່ປອດໄພອີກແລ້ວ”.
ສະຫະລັດ ກັບການາດາ ໄດ້ຮຽກຮ້ອງໃຫ້ຫວຽດນາມໂຈະການຮັບຜ່ານກົດໝາຍນີ້
ໄວ້ກ່ອນ ໂດຍອ້າງຄວາມເປັນຫ່ວງກັງວົນ ທີ່ຈະກໍ່ໃຫ້ເກີດ “ບັນຫາໃນດ້ານ
ຄວາມໝັ້ນຄົງທາງດ້ານອິນເຕີແນັດຂອງຫວຽດນາມ ແລະນະວັດຕະກຳໃນດ້ານ
ດິຈິໂຕລ ຂອງຫວຽດນາມໃນອະນາຄົດ.”
ສະມາຄົມສື່ສານດ້ານດິຈິໂຕລຂອງຫວຽດນາມ ກ່າວວ່າ ກົດໝາຍດັ່ງກ່າວສາມາດ
ຫຼຸດຍອດຜະລິດຕະພັນຮວມພາຍໃນຂອງປະເທດ ໃຫ້ຕ່ຳລົງ 1.7 ເປີເຊັນ ແລະເຮັດໃຫ້ການລົງທຶນຂອງຕ່າງປະເທດໝົດໄປ 3.1 ເປີເຊັນ.