ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄຟ​ໄໝ້​ແລະລະ​ເບີດ​ ແຕກຂຶ້ນໃນຄ້າຍ​ສຳ​ພາ​ວຸດ​ຂອງທະ​ຫານ​ ຍັງ​ຜົນ​ໃຫ້​ມີ​ການ​ອົບ​ພະ​ຍົບ​ຜູ້​ຄົນ​ ອອກ​ຈາກ​ຂົງ​ເຂດດັ່ງກ່າວ.


​ຄວັນ ຈາກ​ໄຟ​ໄໝ້ ແລະ​ລະ​ເລີດ ໄດ້​ແຕກ​ຂຶ້ນ ໃນຄ້າຍ​ສຳ​ພາ
ວຸດ​ຂອງທະ​ຫານ ທາງ​ພາກ​ຕາ​ເວັນ​ອອກ ຂອງຂົງ​ເຂດເຈ​ນີ
​ຮິບ​ວ໌ (Chernihiv), ຢູ​ເຄ​ຣນ, 9 ຕຸ​ລາ 2018.
​ຄວັນ ຈາກ​ໄຟ​ໄໝ້ ແລະ​ລະ​ເລີດ ໄດ້​ແຕກ​ຂຶ້ນ ໃນຄ້າຍ​ສຳ​ພາ ວຸດ​ຂອງທະ​ຫານ ທາງ​ພາກ​ຕາ​ເວັນ​ອອກ ຂອງຂົງ​ເຂດເຈ​ນີ ​ຮິບ​ວ໌ (Chernihiv), ຢູ​ເຄ​ຣນ, 9 ຕຸ​ລາ 2018.

ບັນ​ດາເຈົ້າ​ໜ້າ​ທີ່ທາງ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນ ໄດ້​ອົບ​ພະ​ຍົບຜູ້​ຄົນ​ຈຳ​ນວນ 12,000 ​ຄົນ
ໃນ​ວັນ​ອັງ​ຄານມື້ນີ້ ຫຼັງ​ຈາກ​ໄດ້​ເກີດ​ໄຟ​ໄໝ້​ແລະ​ການ​ລະ​ເບີດ​ຂຶ້ນຢູ່​ເລື້ອຍໆ ໃນຄ້າຍ​
ສຳ​ພາ​ວຸດ​ຂອງທະ​ຫານ​.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ ກ່າວວ່າ ໃນ​ລາຍ​ງານຊຸດທຳ​ອິດຂອງ​ການ​ລະ​ເບີດ​
ໃນ​ຄ້າຍ​ສຳ​ພາ​ວຸດ ໃກ້​ໆ​ກັບ ອິ​ຈ​ເນຍ (Ichnia) 170 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ​ອອກ
​ສຽງເໜືອ​ຂອງ Kyiv, ໄດ້​ມີ​ຂຶ້ນ​ໃນ​ຕອນ​ເຊົ້າ ແລະ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ລະ​ເບີດຍັງ​ສືບ​ຕໍ່
​ແຕກ​ຢູ່ ໃນ​ລະ​ດັບ 2 ເຖິງ 3 ໃນ​ທຸກ​ໆວິ​ນາ​ທີ.

​ຍັງ​ບໍ່​ໄດ້​ມີ​ລາຍ​ງານ​ກ່ຽວ​ກັບ​ຜູ້ລົ້ມ​ຕາຍ ແລະ​ບາດເຈັບຈາກເຫ​ດການດັ່ງ​ກ່າວ​ນີ້ ວ່າຍັງ​ບໍ່​
ທັນ​ຈະ​ແຈ້ງ​ເທື່ອ.

ການ​ໃຫ້​ບໍ​ລິ​ການແກ​ສ​ແລະ​ໄຟ​ຟ້າ ໃນ​ຂົງ​ເຂດ ທີ່​ໄດ້​ຮັບ​ຜົນ​ກະ​ທົບ, ໃນ​ຂະ​ນະ​ທີ່​ຖະ​ໜົນ
ແລະ​ທາງ​ລົດ​ໄຟ ແລະ​ນ່ານ​ຟ້າ ຢູ່​ໃນ​ຂົງ​ເຂດ ແມ່ນ​ໄດ້​ຖືກ​ປິດ​ລົງໃນ​ຂະ​ນະ​ທີ່​ພວກ​ດັບ​ເພີງ
ປະ​ຕິ​ບັດ​ໜ້າ​ທີ່​ຄວບ​ຄຸມ​ສະ​ຖາ​ນະ​ການ​ດັ່ງ​ກ່າວ​ນັ້ນ.

ຢູ​ເຄ​ຣນ ໄດ້​ປະ​ສົບ​ກັບ​ໄຟ​ໄໝ້ໃຫຍ່ໆຫຼາຍໆ​ຄັ້ງ ໃນ​ຄ້າຍ​ສຳ​ພາ​ວຸດໃນ​ຮອບຫຼາຍໆ​ປີ
ຜ່ານ​ມາ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG