ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ສຽງ​ປືນ​​ດັງຂຶ້ນ ​ໃນ​ຂະ​ນະ​ທີ່​ມີ​ ການ​ປະ​ທ້ວງ ​ຕໍ່​ຕ້ານ​ລັດ​ຖະ​ບານ​ ຢູ່​ນະ​ຄອນ​ຫຼວງ ​​ຄາ​ຣ໌​ທູມ ຂອງຊູ​ດານ


ພວກ​ປະ​ທ້ວງ​ກຸ່ມ​ໃຫຍ່ ພາ​ກັນ​ປະ​ທ້ວງ ຕໍ່​ໜ້າ ກອງ​ບັນ​ຊາ​ການ​ໃຫຍ່​ຂອງ​ພວກ​ທະ​ຫານ ໃນ​ນະ​ຄອນ​ຄາ​ຣ໌​ທູມ, ​ຊູ​ດານ, 8 ເມ​ສາ 2019.
ພວກ​ປະ​ທ້ວງ​ກຸ່ມ​ໃຫຍ່ ພາ​ກັນ​ປະ​ທ້ວງ ຕໍ່​ໜ້າ ກອງ​ບັນ​ຊາ​ການ​ໃຫຍ່​ຂອງ​ພວກ​ທະ​ຫານ ໃນ​ນະ​ຄອນ​ຄາ​ຣ໌​ທູມ, ​ຊູ​ດານ, 8 ເມ​ສາ 2019.

ສຽງ​ປືນ​ແມ່ນ​ດັງ​ກ້ອງ​ອອກ​ໄປ​ເຖິງ​ຂ້າງນອກ​ ກອງ​ບັນ​ຊາ​ການ​ໃຫຍ່​ຂອງ​ພວກ​ທະ​ຫານ
​ຊູ​ດານ ໃນ​ເມືອງ​ຫຼວງຄາ​ຣ໌​ທູມ ໃນ​ວັນ​ອັງ​ຄານ​ມື້​ນີ້ ໃນ​ຂະ​ນະ​ທີ່ ພວກ​ປະ​ທ້ວງ ພາ​ກັນ
​ຮຽກ​ຮ້ອງ​ໃຫ້​ຂັບ​ໄລ່ ປະ​ທາ​ນາ​ທິ​ບໍ​ດີ ໂອ​ມາ​ຣ໌ ແອ​ລ-ບາ​ເຊຍ​ຣ໌ ​ໃຫ້​ອອກ​ຈາກ​ຕຳ​ແໜ່ງ
ທີ່​ດຳ​ເນີນມາ​ໄດ້ 3 ມື້ ຕິດ​ຕໍ່​ກັນແລ້ວນັ້ນ.

ພວກ​ປະ​ທ້ວງ​ກຸ່ມ​ໃຫຍ່ ໄດ້​ພາ​ກັນເຕົ້າໂຮມກັນ ຢູ່​ຂ້າງນອກ​ສະ​ຖານ​ທີ່​ດັ່ງ​ກ່າວນັບ​ຕັ້ງ​ແຕ່
​ວັນເສົາ​ຜ່ານ​ມາ​ນີ້ ທີ່​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ການ​ປົກ​ຄອງ​ຂອງ​ທ່ານ ແອ​ລ-ບາ​ເຊຍ​ຣ໌ ​ທີ່​ຜະ​ເດັດ​
ການ ມາ​ໄດ້ 30 ປີ ມາ​ແລ້ວ​ນັ້ນ. ລັດ​ຖະ​ມົນ​ຕີ​ກະ​ຊວງ ພາຍ​ໃນ ທ່ານບູ​ຊາ​ຣາ ຈູ​ມາ
ໄດ້​ກ່າວ​ໃນ​ວັນ​ຈັນ ວ່າ ມີ​ພວກ​ປະ​ທ້ວງປະ​ມານ 10,000 ຄົນ ໄດ້​ພາ​ກັນ​ໂຮມ​ຊຸມ​ນຸມ ​
ຢູ່ຂ້າງນອກ​ກອງ​ບັນ​ຊາ​ການ​ໃຫຍ່​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້, ​ຊຶ່ງ​ເປັນນຶ່ງ​ໃນ​ການໂຮມ​ຊຸມ​ນຸ​ມ
​ທີ່​ໃຫຍ່​ທີ່​ສຸດ ນັບ​ຕັ້ງ​ແຕ່​ການ​ປະ​ທ້ວງ ໄດ້​ລະ​ເບີດ​ຂຶ້ນ ເມື່ອ 3 ເດືອນ​ກ່ອນນັ້ນ.

ມີ 6 ຄົນ ໄດ້​ເສຍ​ຊີ​ວິດ ໃນ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ​ເວ​ລາກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ
ໄດ້​ທັບ​ມ້າງ​ພວກ​ປະ​ທ້ວງ. ອີກ​ຄົນ​ນຶ່ງ​ທີ່ໄດ້​ເສຍ​ຊີ​ວິດ​ລົງ ໃນ​ການ​ປະ​ທ້ວງ ແມ່ນ​ຢູ່​ລັດ
ດາ​ຟົວ ອີງ​ຕາມ​ຄຳ​ເວົ້າ​ຂອງທ່ານ​ຈູ​ມາ.

ການ​ປະ​ທ້ວງ ​ໄດ້​ເລີ້ມ​ຂຶ້ນ ​ໃນ​ວັນ​ທີ 19 ທັນ​ວາ ​ທີ່​ພວກ​ປະ​ທ້ວງ ໄດ້ກ່າວ​ຫາ​ລັດ​ຖະ​ບານ​
ຂອງ​ທ່ານບາ​ເຊຍ​ຣ໌ ໃນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ທີ່​ຜິດ​ພາດ ທີ່​ໄດ້​ເປັນ​ຄະ​ນວນ​ໃຫ້​ມີ
​ການ​ຂຶ້ນ​ລາ​ຄາ​ສິນ​ຄ້າທີ່​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ນັ້ນ, ນ້ຳ​ມັນ ແລະ​ເງິນ​ຕາ​ຕ່າງ​ປະ​ເທດ ​
ທີ່​ຂາດ​ແຄນ.​

ທ່ານບາ​ເຊຍ​ຣ໌ ໄດ້ປະ​ກາດ​ພາວະ​ສຸກ​ເສີນ ໃນ​ທົ່ວ​ປະ​ເທດ ເມື່ອ​ວັນ​ທີ 22 ກຸມ​ພາ
ໃນ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ທັບ​ມ້າງພວກ​ປະ​ທ້ວງ ຫຼັງ​ຈາກ​ຄວາມ​ພະ​ຍາຍາມ​ໃນ
​ຂັ້ນ​ຕົ້ນບໍ່​ສຳ​ເລັດ​ນັ້ນ. ລັດ​ຖະ​ບານ​ໄດ້​ກ່າວ​ວ່າ ຫຼາຍໆ​ສັບ​ປະ​ດາ​ຜ່ານ​ມາ​ນີ້ ມີ 31 ຄົນ
ໄດ້​ເສຍ​ຊີ​ວິດ, ແຕ່​ພວກ​ທ່ານ​ໝໍ ສຳ​ລັບກຸ່ມ​ປົກ​ປ້ອງສິດ​ທິ​ມະ​ນຸດ
ກະປະ​ມານວ່າ ມີ​ຢ່າງ​ນ້ອຍ 60 ຄົນເສຍ​ຊີ​ວິດພ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ເຊີນ​ຊົມ: ພວກ​ປະ​ທ້ວງໃນ​ຊູ​ດານ

Sudan Protests Challenging Al-Bashir
please wait

No media source currently available

0:00 0:02:16 0:00

XS
SM
MD
LG