ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກີດການ​ໂຈມ​ຕີ ຢູ່​ສອງ​ໂຕ​ເມືອງ​ໃນໂຊມາ​ເລຍ


ພວກ​ທະ​ຫານ ໂຊ​ມາ​ລີ ກຳ​ລັງ​ປະ​ຕິ​ບັດ​ງານ ຕໍ່​ສູ້​ກັບ​ພວກມື​ປືນ ຫຼັງ​ຈາກ​ລະເບີດ​ແຕກ ໃນ​ນະ​ຄອນ​ໂມ​ກາ​ດິ​ຊູ ໂຊມ​າ​​ເລຍ ວັນ​ທີ 7 ກໍ​ລະ​ກົດ 2018.
ພວກ​ທະ​ຫານ ໂຊ​ມາ​ລີ ກຳ​ລັງ​ປະ​ຕິ​ບັດ​ງານ ຕໍ່​ສູ້​ກັບ​ພວກມື​ປືນ ຫຼັງ​ຈາກ​ລະເບີດ​ແຕກ ໃນ​ນະ​ຄອນ​ໂມ​ກາ​ດິ​ຊູ ໂຊມ​າ​​ເລຍ ວັນ​ທີ 7 ກໍ​ລະ​ກົດ 2018.

ມື​ປືນ​ຄົນ​ນຶ່ງ​ ໄດ້​ຍິງ​ຜູ້​ບໍ​ລິ​ຫານ​ຕາຍ ທີ່​ດູ​ບາຍ​ເປັນ​ເຈົ້າ​ຂອງທ່າ​ເຮືອ ໃນເຂດ​ປົກ​ຄອງ​ຕົນ
​ເອງ​ເຄິ່ງ​ນຶ່ງ ຂອງ​ເມືອງ​ພັນ​ແລນ​ຂອງ​ໂຊ​ມາ​ເ​ລຍ.

ທ່ານ​ໂມ​ຮຳ​ມັດ ດາ​ເຮີ​ຣ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ຕໍ່​ອົງ​ການ​ຂ່າວ​ຝ​ຣັ່ງ (AFP) ວ່າ “ຜູ້​
ຊາຍ​ຕິດ​ອາ​ວຸດ​ຄົນ​ນຶ່ງ ໄດ້​ຍິງ ແລະ​ສັງ​ຫານ​ທ່ານ​ພອ​ລ ແອນ​ໂທ​ນີ ຟໍໂມ​ຊາ ຜູ້​ບໍ​ລິ​ຫານ​
ໂຄງ​ການ​ກໍ່ສ້າງ​ຂອງບໍ​ລິ​ສັດ DP World. ຜູ້ກ່ຽວໄດ້​ຖືກ​ສັງ​ຫານ​ຢູ່​ໃນ​ທ່າ​ເຮືອ ແລະ​ກໍ​າ​
ລັງ​ຮັກ​ສາ​ຄວາມ​ປອດ​ໄພ ກໍ​ໄດ້​ຍິງ​ອ​າດ​ສະ​ຍາ​ກອນ​ຢູ່​ຄາ​ທີ່.”

ກຸ່ມ​ລັດ​ອິ​ສ​ລາມ ອາ​ລ-ຊາ​ບັບ ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳລັບ​ການ​ໂຈມ​ຕີ ຢູ່​ທ່າ​
ເຮືອ​ໂບ​ຊາ​ໂຊ ໃນ​ວັນ​ຈັນ​ມື້​ນີ້.

ທ່ານ​ອັບ​ດີ​ອາ​ຊິ​ສ ອາ​ບູ ມູ​ຊັບ ໂຄ​ສົກ​ຂອງ​ການ​ປະ​ຕິ​ບັດ​ງານທາງ​ທະ​ຫານ

ອາ​ລ ຊາ​ບັບ ກ່າວ​ຕໍ່​ອົງ​ກ​ານ​ຂ່າວ​ຣອຍ​ເຕີ​ວ່າ “ພວກ​ເຮົາ​ໄດ້​ເຕືອນ​ລາວແລ້ວ ແຕ່​ລາວ
ເຮັດ​ຫູ​ໜວກ. ​ລາວ​ໄດ້​ເຂົ້າ​ມາ​ໂຊ​ມາ​ເລຍຢ່າງ​ຜິດ​ກົດ​ໝາຍ.”

ໃນອີກ​ດ້ານນຶ່ງ​ໃນວັນ​ຈັນ​ມື້​ນີ້ ລະ​ເບີດ​ທີ່​ຮ້າຍ​ແຮງໄດ້ແຕກຢູ່​ຕະ​ຫຼາດ​ໃນ​ໂມ​ກາ​ດີ​ຊູ
ນະ​ຄອນ​ຫຼ​ວງ​ໂຊ​ມາ​ລີ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ ​ທ່ານອີບ​ຣາ​ຮິມ ​ໂມ​ຮຳເມັດ ກ່າວ​ຕໍ່​ອົງ​ການ​ຂ່າວ AFP ວ່າ “ມີ
​ລະ​ເບີດ​ແຕກ​ຢ່າງ​ຮ້າຍ​ແຮງ​ຢູ່​ຕະ​ຫຼາດ​ຮາ​ມາ​ຣ​ເວນ.” ທ່ານ​ກ່າວ​ວ່າ “ລະ​ເບີດ​ແຕກ​
ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ຕະ​ຫຼາດ​ທີ່​ມີ​ຄົນ​ໜາ​ແໜ້ນ” ທີ່​ຢູ່​ໃກ້​ໆກັບພວກ​ຕຶກລັດ​ຖະ ​ບາ​ນທ້ອງ
​ຖິ່ນ​ຂອງ​ເມືອງ.

ສາ​ເຫດ​ຂອງ​ການ​ລະ​ເບີດຍັງ​ບໍ່​ໄດ້​ເປັນ​ທີ່​ແຈ້ງ​ຂາວເ​ທື່ອ​.

ເຖິງ​ຢ່າງ​ໃດ​ກໍ​ດີ ກໍເປັນທີ່​ຮູ້​ກັນ​ດີວ່າ ພວກ​ຫົວ​ຮຸນ​ແຮງ​ອາລ-ຊາ​ບັບ ​ແນ​ເປົ້າໝາຍ
ຂອງເຂົາ ໃສ່ເຂດ​ນະ​ຄອນ​ຫຼວງຂອງປະເທດ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG