ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ຫ້າມບໍ່ໃຫ້ ທ່ານ Satter ​​ນັກຂ່າວ ອາເມຣິກັນ ເຂົ້າປະເທດ (ວີດີໂອ)


ໃນການ​ເຄື່ອນ​ໄຫວ ທີ່​ພາໃຫ້ຫວນລະນຶກເຖິງສົງຄາມ​ເຢັນ ຣັດ​
ເຊຍໄດ້ຫ້າມບໍ່ໃຫ້ນັກ​ຂ່າວອາ​ເມຣິກັນຄົນ​ນຶ່ງທີ່​ໄດ້​ຢູ່ອາໄສແລະ
​ເຮັດ​ວຽກ​ ຢູ່​ໃນກຸງ​ມົສກູນັ້ນ ເຂົ້າປະເທດ.

ທ່ານ David Satter ນັກ​ຂ່າວອະວຸໂສຂອງ​ຕ່າງປະ​ເທດທີ່ເຮັດ​
ວຽກ​ໃຫ້​ແກ່ ວິທະຍຸ ຢູ​ໂຣບ​ເສຣີ ​ແລະ​ ວິທະຍຸ ອິດສະລະພາບ
(RFE/RL) ທີ່​ໄດ້​ຮັບ​ທຶນ​ຈາກສະຫະລັດ ກ່າ​ວວ່າ ທ່ານ​ໄດ້​ຖືກ
​ແຈ້ງໃຫ້ຊາບໃນ​ເດືອນ​ທັນ​ວາຜ່ານມານີ້ວ່າ ຄໍາ​ຮ້ອງ​ຂໍວີ​ຊ່າເຂົ້າ
​ຣັດ​ເຊຍຂອງ ​ໄດ້​ຮັບການອະນຸມັດແລ້ວ.

​ເຖິງ​ຢ່າງໃດ​ກໍ​ດີ ທ່ານ​ກ່າວ​ວ່າ ຕໍ່​ມາ​ທ່ານ​ໄດ້​ຖືກ​ແຈ້ງ​ຈາກເຈົ້າ​
ໜ້າ​ທີ່​ຄົນ​ນຶ່ງຂອງ ສະຖານທູດຣັດ​ເຊຍໃນ​ກຸງ Kyiv ປະ​ເທດ Ukraine ບ່ອນ​ທີ​ທ່ານ​ໄດ້ໄປ​
ຕໍ່ວີ​ຊ່າ ຂອງ​ທ່ານນັ້ນວ່າ ຣັດ​ເຊຍ ​ໄດ້​ຕັດສິນ​ໃຈ​ວ່າ ການ​ມີໜ້າຂອງທ່ານຢູ່​ໃນປະ​ເທດ
“ບໍ່​ເປັນ​ທີ່​ປາດ​ຖະໜາ” ​ແລະ​ທ່ານຈະ​ຖືກຫ້າມ ​ບໍ່​ໃຫ້ເຂົ້າປະ​ເທດ.

ກະຊວງ​ການຕ່າງປະ​ເທດຣັດເຊຍ ກ່າວ​ໃນຖະ​ແຫລ​ງຂ່າວໃນ​ວັນ​ອັງຄານວານ​ນີ້​ວ່າ ທ່ານ
Satter ​ໄດ້​ຖືກຫ້າມ ​ບໍ່​ໃຫ້​ເຂົ້າປະ​ເທດ ​ເປັນ​ເວລາ​ຫ້າ​ປີ.

ກະຊວງ​ການ​ຕ່າງປະ​ເທດກ່າວ​ວ່າ ທ່ານ Satter ​ໄດ້​ເຂົ້າ​ໄປຣັດ​ເຊຍເທື່ອແລ້ວ ​ໃນ​ວັນ​ທີ
21 ເດືອນພະຈິກ ​ແຕ່​ບໍ່ໄດ້ຮັບວີ​ຊ່າ ທີ່​ເຂົ້າ​ອອກປະເທດໄດ້​ຫຼາຍ​ເທື່ອ​ໂດຍ​ທັນ​ທີ ​ຕາມ​ທີ່
ກົດໝາຍຣັດ​ເຊຍບັງຄັບ. ​ອີ​ງຕາມ​ກະຊວງ​ການ​ຕ່າງປະ​ເທດ ແລ້ວ ​ທ່ານໄດ້ຂໍ​ວີ​ຊ່າ ​ເພື່ອ
ເຂົ້າ​ອອກໄດ້​ຫລາຍ​ເທື່ອໃນ​ວັນ​ທີ 26 ​ເດືອນ​ພະຈິກ ​ແຕ່​ວ່າ​ຄໍາ​ຮ້ອງ​ຂອງ​ທ່ານ ​ໄດ້​ຖືກ​ປະ
ຕິ​ເສດ ​ເພາະວ່າ ທ່ານ​ໄດ້​ມີໜ້າ ຢູ່​ໃນປະເທດຣັດ​ເຊຍຢ່າງ “ຜິດ​ກົດໝາຍ” ແຕ່ວັນ​ທີ 22
​ຫາ ວັນ​ທີ 26 ເດືອນ​ພະ​ຈິກ.

​ກະຊວງການຕ່າງປະເທດຣັດເຊຍ ກ່າວວ່າ ໃນ​ວັນ​ທີ 26 ​ເດືອນ​ພະຈິກ ສານ​ແຫ່ງນຶ່ງ
ຂອງກຸງ​ມົສກູ ​ໄດ້​ສັ່ງ​ໃຫ້ປັບໃໝ ແລະເນລະເທດທ່ານ Satter.

ທ່ານ Satter ທີ່ຂຽນ​ລາຍ​ງານ ຕິ​ຕຽນ​ຢ່າງ​ແຮງ​ຕໍ່​ສິ່ງ​ທີ່​ທ່ານ​ເຫັນວ່າ ການໃຊ້​ອໍານາດ
ແບບຜະເດັດການແລະ​ສໍ້​ລາດ​ບັງ​ຫລວງຂອງລັດຖະບານຣັດເຊຍ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ
ພະ​ແນ​ກພາສາຣັດ​ເຊຍ ​ໃນ​ວັນ​ອັງຄານ​ວານ​ນີ້​ ຢູ່​ໃນ​ການໃຫ້ສຳ​ພາດ​ຜ່ານ​ທາງ
Skype ຈາກກຸງ​ລອນດອນ ວ່າ ທ່ານ​ຄິດ​ວ່າ ການ​ເອົາມາດຕະ ການດັ່ງກ່າວຕໍ່​ທ່ານ
​ນັ້ນແມ່ນມີຈຸດປະສົງທາງດ້ານ​ການເມືອງ ​ແລະເປັນ​ຫລັກ​ຖານ​ທີ່ສະແດງໃຫ້ເຫັນວ່າ
“ອຳນາດການປົກຄອງຣັດເຊຍ ກໍາລັງ​ຂາດ​ຄວາມ​ໄວ້​ເນື້ອ​ເຊື່​ອ​ໃຈ.”

ທ່ານ Kevin Klose ປະທານ​ຂອງວິທະຍຸ ຢູ​ໂຣບ​ເສຣີ ​ແລະ​ວິທະຍຸອິດສະລະ ພາບ
(RFE/RL) ກ່າວໃນ​ວັນ​ທີ 13 ​ເດືອນ​ມັງກອນຜ່ານມານີ້ວ່າ ສະຖານທູດ ສະຫະລັດ
ໃນ​ກຸງ​ມົສກູ ​ໄດ້​ຖືແຈ້ງໃຫ້ຊາບແລ້ວ​ກ່ຽວ​ກັບ​ການ​ເອົາມາດຕະການຕໍ່ ທ່ານ Satter
ແລະ ​ໄດ້ທຳການປະທ້ວງ ທາງດ້ານ​ການ​ທູດ​ ຢ່າງ​ເປັນ​ທາງ​ການ ແລ້ວ.
XS
SM
MD
LG