ຫລາຍພັນຄົນ ຢູ່ໃນເມືອງພິສເບີກ ໄດ້ໄປເຕົ້າໂຮມກັນ ໃນວັນອາທິດວານນີ້ ເພື່ອທຳ
ການໄວ້ອາໄລ ຊຶ່ງມີຜູ້ນຳທາງສາດສະໜາ ແລະພົນລະເມືອງພ້ອມກັນສົ່ງສັນຍານໃຫ້
ຄົນຮູ້ ເຖິງມານະອົດທົນ, ຄວາມປະນິປະນອມ ແລະຄວາມສາມັກຄີກັນ ພາຍຫລັງທີ່
ມີການໂຈມຕີທີ່ວັດຂອງຊາວຢີວ ທີ່ເຮັດໃຫ້ 11 ຄົນເສຍຊີວິດໄປ.
ຜູ້ທີ່ຕ້ອງສົງໄສວ່າເປັນມືປືນ, ທ້າວ ໂຣເບີດ ບາວເວີສ໌ (Robert Bowers) ອາຍຸ 46 ປີມີ
ກຳນົດທີ່ຈະໄປປາກົດໂຕຢູ່ຕໍ່ໜ້າຜູ້ພິພາກສາຂອງລັດຖະບານກາງໃນວັນຈັນມື້ນີ້. ລາວ
ຖືກຂໍ້ຫາຈາກລັດຖະບານກາງ ຢູ່ 29 ກະທົງ ຊຶ່ງລວມທັງການກໍ່ອາຊະຍາກຳຍ້ອນຄວາມ
ກຽດຊັງ ແລະ ອາດໄດ້ຮັບໂທດປະຫານຊີວິດ ຖ້າຫາກຖືກຕັດສິນວ່າມີຄວາມຜິດ.
ກຸ່ມສັນນິບາດຕ້ານການໝິ່ນປະໝາດ ທີ່ໄດ້ຕິດຕາມເບິ່ງລະດັບຄວາມກຽດຊັງ ແລະຄວາມ
ຮຸນແຮງຕໍ່ຊາວຢີວນັບແຕ່ຊຸມປີ 1970 ເປັນຕົ້ນມານັ້ນ ເວົ້າວ່າ ການສັງຫານໝູ່ໃນວັນເສົາ
ທີ່ຜ່ານມາ ທີ່ວັດ Tree of Life ແມ່ນເປັນການກະທຳທີ່ຮ້າຍແຮງທີ່ສຸດຕໍ່ປະຊາຄົມຊາວ
ຢີວ ໃນປະຫວັດສາດຂອງສະຫະລັດ.
ຜູ້ນຳທາງສາດສະໜາອື່ນໆ ໄດ້ໄປຮ່ວມຜູ້ນຳສາດສະໜາຢີວທັງຫລາຍ ທຳການໄວ້ອາ
ໄລທີ່ມະຫາວິທະຍາໄລພີສເບີກ ໃນວັນອາທິດວານນີ້ ບ່ອນທີ່ພະອາຈານໂຈນາຕານ
ເພີລແມນໄດ້ປະກາດວ່າ "ສິ່ງທີ່ເກີດຂຶ້ນໃນມື້ວານນີ້ ຈະບໍ່ເຮັດໃຫ້ພວກເຮົາແຕກແຍກກັນ,
ມັນຈະບໍ່ເຮັດໃຫ້ພວກເຮົາຖືກທຳລາຍ."
ທ່ານ ບີລ ພີດູໂທ, ເຈົ້າເມືອງພີສເບີກ ເອີ້ນການໂຈມຕີນີ້ວ່າ "ເປັນໄລຍະທີ່ມືດມົນທີ່ສຸດ
ໃນປະຫວັດສາດຂອງເມືອງພວກເຮົາ," ແຕ່ກໍເວົ້າວ່າ ປະຊາຊົນຢູ່ທີ່ນັ້ນ ແມ່ນມີຄວາມທົນ
ທານຫລາຍ.
"ພວກເຮົາຈະຮ່ວມມືກັນເປັນອັນນຶ່ງອັນດຽວກັນ. ພວກເຮົາຈະເອົາຊະນະຄວາມກຽດຊັງ
ດ້ວຍການມີຄວາມຮັກກັນ. ພວກເຮົາຈະເປັນເມືອງທີ່ເຕັມໄປດ້ວຍຄວາມເມດຕາ, ທີ່ໃຫ້
ການຕ້ອນຮັບແກ່ທຸກຄົນ ບໍ່ວ່າທ່ານຈະຖືສາດສະໜາໃດກໍຕາມ ຫລື ຄອບຄົວຂອງທ່ານ
ຈະມາຈາກໃສໃນໂລກໜ່ວຍນີ້ ຫລື ທ່ານຈະມີຖານະແບບໃດ ກໍຕາມ.” ນັ້ນຄືຄຳເວົ້າຂອງ
ທ່ານ ພີດູໂທ,
ພະອາຈານ ເຈັບຟຣີ ເມເຢີ ໄດ້ປະກາດວ່າ ບໍ່ໃຫ້ມີຄຳເວົ້າ ທີ່ພາໃຫ້ກຽດຊັງກັນຢູ່ໃນເມືອງ
ພີສເບີກ ແລະຮຽກຮ້ອງໃຫ້ບັນດາຜູ້ນຳທາງການເມືອງ ໃຫ້ທຳຕົວເປັນແບບຢ່າງໃຫ້
ຄົນທັງຫລາຍ.