ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ເພີ້ມຄວາມ​ຂົ່ມ​ຂູ່ເຖິງ​ຕາຍ​ແກ່ ທ່ານ​ນາງໂອ​ມາ ຫຼັງ​ຈາກ ປ. ທ​ຣ​ຳ ສົ່ງ​ຂໍ້​ຄວາມ​ທາງ​ອອກວິດ​ເຕີ


​ທ່ານນາງ ອິ​ລ​ຮານ ໂອ​ມາ ສະ​ມາ​ຊິກ​ສະ​ພາ​ຕ່ຳ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ມິນ​ເນ​ໂຊ​ຕາ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 7 ກຸ​ມ​ພາ 2019.
​ທ່ານນາງ ອິ​ລ​ຮານ ໂອ​ມາ ສະ​ມາ​ຊິກ​ສະ​ພາ​ຕ່ຳ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ມິນ​ເນ​ໂຊ​ຕາ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ລັດ​ຖະ​ສະ​ພາ ວັນ​ທີ 7 ກຸ​ມ​ພາ 2019.

ສະ​ມາ​ຊິກ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານນາງ ອິ​ລ​ຮານ ໂອ​ມາ ກ່າວ​ວ່າ ທ່ານ​ນາງ​ໄດ້​ປະ
​ເຊີນ​ກັບ​ການ​ຂົ່ມ​ຂູ່​ເອົາ​ຊີ​ວິດຫຼາຍ​ຂຶ້ນ​ໃນ​ແຕ່​ລະ​ມື້​ ນັບ​ຕັ້ງ​ແຕ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ
ທ​ຣຳ ໄດ້​ເອົາ​ວິ​ດີ​ໂອ ທີ່​ ຕ້ອງຕິທ່ານນາງ ກ່ຽວ​ກັບ ​ຄວາມເຫັນຂອງທ່ານນາງເລື້ອງການ​
ໂຈມ​ຕີກໍ່​ການ​ຮ້າຍ​ໃນ​ວັນ​ທີ 11 ກັນ​ຍາ 2001.

ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເມື່ອ​ຕອ​ນ​ແລງວັນ​ອາ​ທິດ​ວານນີ້, ທ່ານ​ນາງ ໂອ​ມາ ໄດ້​ກ່າວ
​ວ່າ ການ​ຂົ່ມ​ຂູ່​ເອົາ​ຊີ​ວິດ​ຂອງ​ເພິ່ນຫຼາຍ​ຄັ້ງ​ນັ້ນ ໄດ້​ອ້າງ​ເຖິງວິ​ດີ​ໂອທີ່​ທ່ານ ທ​ຣຳ ໄດ້​ເອົາ​
ເຜີຍແຜ່. ທ່ານ​ນາງ​ຍັງ​ໄດ້​ອ້າງ​ເຖິງ​ຄວາ​ມ​ຮຸນ​ແຮງ​ທີ່​ເພີ່ມ​ຂຶ້ນ ແລະ ຄວາມ​ປະ​ພຶດແບບ
​ຄຽດ​ຊັງ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ປີກ​ຂວາ​ໃນ​ ສະ​ຫະ​ລັດ ແລະ ບ່ອນ​ອື່ນໆ​ໃນ​ໂລກ, ໂດຍ​
ເວົ້າ​ວ່າ “ພວກ​ເຮົາ​ບໍ່​ສາ​ມາດ​ເມີນ​ເສີຍ​ອີ​ກ​ຕໍ່​ໄປ​ວ່າ ເຂົາ​ເຈົ້າ​ຖື​ກ​ສະ​ໜັບ​ສະ​ໜູນ” ໂດຍ​
ທ່ານ ທ​ຣຳ.

ໂຄ​ສົກ​ສະ​ພາ​ຕ່ຳ ທ່ານ​ນາງ​ແນ​ນຊີ ເພ​ໂລ​ຊີ ຈາກ​ລັດຄາ​ລິ​ຟໍ​ເນຍ ກ່າວ​ຕໍ່​ອົງ​ການ​ຂ່າງ​ເອ​ພີ ວັນ​ທີ 10/ ເມ​ສາ 2019.
ໂຄ​ສົກ​ສະ​ພາ​ຕ່ຳ ທ່ານ​ນາງ​ແນ​ນຊີ ເພ​ໂລ​ຊີ ຈາກ​ລັດຄາ​ລິ​ຟໍ​ເນຍ ກ່າວ​ຕໍ່​ອົງ​ການ​ຂ່າງ​ເອ​ພີ ວັນ​ທີ 10/ ເມ​ສາ 2019.

ທ່ານ​ນາງ​ໄດ້​ຂຽນ​ວ່າ “ຄຳ​ເວົ້າ​ທີ່​ຮຸນ​ແຮງ ແລະ ຄຳ​ເວົ້າ​ກ່ຽວ​ກັບ​ຄວາມ​ຄຽດ​ຊັງ​ທຸກ​ຮູບ
​ແບບ ແມ່ນ​ບໍ່​ມີ​ບ່ອນ​ຢູ່​ໃນ​ສັງ​ຄົມ​ຂອງ​ພວກ​ເຮົາ, ໂດຍບໍ່​ເວົ້າ​ເຖິງຜູ້​ບັນ​ຊາ​ການ​ໃຫຍ່​ຂອ​ງ​
ປະ​ເທດ​ຂອງ​ເຮົາ. ພວກ​ເຮົາ​ທຸກ​ຄົນ​ແມ່ນ​ຄົນ ອາ​ເມ​ຣິ​ກັນ. ນີ້​ແມ່ນ​ການ​ສ້າງ​ອັນ​ຕະ​ລາຍ
​ຕໍ່​ຊີ​ວິດ​ຂອງ​ຜູ້​ຄົນ. ມັນ​ຕ້ອງ​ຖືກ​ຢຸດ​ເຊົາ.”

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG